ຍສໝ - ອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈະສືບຕໍ່ນະວັດຕະກໍາ, ຫັນເປັນມືອາຊີບ, ລະດົມທົ່ວສັງຄົມເຂົ້າຮ່ວມ ແລະ ສ້າງພື້ນຖານການທູດປະຊາຊົນທີ່ກ້າຫານ, ທັນສະໄໝ ແລະ ມີປະສິດທິຜົນໃນຍຸກໂລກາພິວັດ, ສະຫາຍ ຫງວຽນທິທູຮ່ວາ, ກຳມະການສູນກາງພັກ, ຮອງເລຂາທິການຜູ້ປະຈຳຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນເມື່ອກ່າວຄຳປາໄສຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ອາຍຸການ 2025 - 2030 ໃນວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ມີການພົບປະເຈລະຈາກັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຄຳເພົາ ເອີນທະວັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກປະສານງານເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk.
ຍສໝ - ວັນທີ 15 ມິຖຸນາ, ຢູ່ເຂດທ່ອງທ່ຽວວັດທະນະທໍາ ຊວຍຕ໋ຽນ (ນະຄອນໂຮ່ຈີມິນ), ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງໂຄງການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025.
ຍສໝ - ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ໂດຍສຸມໃສ່ 3 ເນື້ອໃນໃຫຍ່ຄື: ສະພາບການໂລກ, ພາກພື້ນ ແລະຄວາມໝາຍແຝງຕໍ່ຫວຽດນາມ; ຫວຽດນາມ ໃນຍຸກໃໝ່; ຂໍ້ສະເໜີແນະຕໍ່ວຽກງານການທູດປະຊາຊົນ.
ຍສໝ - ວັນທີ 1 ມີນາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ຈະສົມທົບກັບພະແນກການທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນ ເມືອງ ເມລິງ ຈັດລາຍການທ່ຽວຊົມລະດູບານໃໝ່ມິດຕະພາບ 2025.
ຍສໝ - ວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເພື່ອເຊື່ອມຊຶມມະຕິ, ຄໍາສັ່ງ, ບົດສະຫຼຸບຂອງສູນກາງ ແລະ ແຈ້ງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
ປີ 2024, ດ້ວຍການກຳນົດທິດ ແລະ ບັນດາຈຸດສຸມວຽກງານທີ່ໄດ້ວາງອອກໃນຕົ້ນປີ, ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດ, ການແນະນຳ ແລະ ການສົມທົບຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການສະໜັບສະໜູນຂອງເພື່ອນມິດ, ຄູ່ຮ່ວມມື, ທັງໝົດລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕັດສິນໃຈ, ສາມັກຄີ ແລະ ມານະພະຍາຍາມ ເພື່ອບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ໂດດເດັ່ນແມ່ນໃນການ “ປັບປຸງ ແລະ ກໍ່ສ້າງກົງຈັກການຈັດຕັ້ງ” ແລະ “ປ່ຽນແປງໃໝ່ຈິນຕະນາການ, ວິທີການເຂົ້າເຖິງ, ເນື້ອໃນ ແລະ ແບບວິທີການເຄື່ອນໄຫວ”.
ຍສໝ - ໃນປີ 2024, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ວາງອອກບັນດາເປົ້າໝາຍທີ່ຖືວ່າມີຄວາມຫວັງສູງຫຼາຍກວ່າເມື່ອທຽບກັບແຫຼ່ງກຳລັງໃນປະຈຸບັນ. ດ້ວຍການຕັດສິນໃຈດ້ານການເມືອງ, ຄວາມມານະພະຍາຍາມ ແລະ ຄວາມສາມັກຄີຮ່ວມແຮງຮ່ວມໃຈຂອງທົ່ວລະບົບ, ພວກເຮົາບັນລຸໄດ້ຜົນສຳເລັດທີ່ເຕັມໄປດ້ວຍຄວາມປະທັບໃຈ.
ຍສໝ - ປັບປຸງກົງຈັກການຈັດຕັ້ງ, ບຳລຸງສ້າງຖັນແຖວພະນັກງານ ແລະ ປ່ຽນແປງໃໝ່ຢ່າງປະດິດຄິດສ້າງໃນແຕ່ລະການເຄື່ອນໄຫວແມ່ນ 3 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໃນປີ 2025. ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ດົງຮຸຍເກື່ອງ ຊີ້ນຳຢູ່ກອງປະຊຸມສະຫຼຸບປີຂອງ HAUFO ທີ່ຈັດຂຶ້ນໃນວັນທີ 17 ມັງກອນ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ ຫາກໍ່ຈັດຕັ້ງກອງປະຊຸມສະຫຼູບວຽກງານການທູດປະຊາຊົນໃນປີ 2024 ແລະ ຜັນຂະຫຍາຍໜ້າທີ່ປີ 2025.
ຍສໝ - “ສ້າງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ຄວາມຕັ້ງຫວັງຂອງການນຳພັກ ແລະ ລັດ, ຄວາມຕ້ອງການພັດທະນາດ້ວຍຕົນເອງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກໍ່ຄືການຜັນຂະຫຍາຍຢ່າງມີປະສິດທິຜົນແຜນການເຮັດວຽກປີ 2025”. ນີ້ແມ່ນທິດທາງການເຮັດວຽກ ປີ 2025 ຂອງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ທີ່ບັນດາຜູ້ແທນທີ່ກອງປະຊຸມຄະນະປະທານຄັ້ງທີ 13, ອາຍຸການ VI ໄດ້ຮັບການຮັບຮອງເອົາ 100% ເຊິ່ງຈັດຂຶ້ນໃນຫວ່າງມໍ່ໆມານີ້ຢູ່ ຮ່າໂນ້ຍ.
ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.
ຍສໝ - ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 23 – 24 ທັນວາ.
ຍສໝ - ຫວ່າງມໍ່ໆມານີ້, ອົງການ Samaritan’s Purse (ອາເມລິກາ) - ຫ້ອງການຕາງໜ້າຢູ່ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ມອບເຄື່ອງຂອງ 250 ພູດໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບຈາກພະຍຸເລກ 6 (ຈ່າມີ) ປີ 2024 ທີ່ເກີດຢູ່ແຂວງ ເຈືອງຖຸ້ຍ, ເມືອງ ເລ້ຖຸ້ຍ (ແຂວງກວາງບິ່ງ).
ຍສໝ - ຫວ່າງມໍ່ໆມານີ້, ຄະນະອາສາສະໝັກ 24 ຄົນຈາກສູນບຳລຸງສ້າງອາສາສະໝັກ (MTC) ສາຂາ ຮ່າໂນ້ຍ, ສັງຄະສະມາຄົມວິຊຸຊົນສຸດທ້າຍຂອງພຣະເຢຊູ (ມໍມອນ) ແລະ ພະນັກງານ 05 ຄົນຈາກຫ້ອງການຜູ້ຕາງໜ້າປະຈຳ ອາຊີ ຂອງສູນການກຸສົນສັງຄະສະມາຄົມ ມໍມອນ (LDSC) ຢູ່ ຮົງກົງ, ໂດຍທ່ານ Rob Howell, ຫົວໜ້າສາຂາ ຮ່າໂນ້ຍ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO).
ຍສໝ - LTS: "ເບິ່ງຄືນໄລຍະເວລາຢູ່ທີ່ນີ້, ຈາກບັນດາຄວາມຕື່ນຕາຄັ້ງທໍາອິດກ່ຽວກັບການຈະລາຈອນ, ອາຫານຕະຫຼອດເຖິງບັນດາການລົງຕົວຈິງຂອງການໄປຕາມຖະໜົນຫົນທາງ, ບັນດາຊ່ວງເວລາລຽບໆງ່າຍໆຂອງການນັ່ງຢູ່ແຄມທາງເພື່ອຊິມກາເຟ. ... ທັງຫມົດຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກ ແລະ ໄດ້ຊອກຮູ້ວັດທະນະທຳ, ປະຊາຊົນ ແລະ ວິຖີຊີວິດຂອງ ຮ່າໂນ້ຍ ຢ່າງເລິກເຊິ່ງກ່ວາອີກ”, ທ້າວ Meng Lei - ນັກສຶກສາ ຈີນ ຢູ່ທີ່ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ຂຽນບົດສົ່ງເຂົ້າຮ່ວມງານປະກວດບົດຂຽນ “ຮ່າໂນ້ຍ ໃນໃຈຂ້ອຍ” ຈັດໂດຍສະຫະພັນບັນດາອົງການມິດຕະພາບ ຮ່າໂນ້ຍ. ທີ່ພິທີມອບລາງວັນໃນເດືອນ ຕຸລາ ປີ 2024, ທ້າວ Meng Lei ໄດ້ຮັບລາງວັນທີ 1 ໃນການປະກວດດ້ວຍບົດຂຽນ “ຮ່າໂນ້ຍ ໃນໃຈຂ້ອຍ”. ເນື້ອໃນຂອງບົດຂຽນຄືດັ່ງລຸມນີ້:
ຍສໝ - ສະຖາບັນຄົ້ນຄວ້າສາກົນ ແລະ ການທູດປະຊາຊົນ ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫາກໍ່ຈັດຕັ້ງຊຸດຝຶກອົບຮົມ 2 ຊຸດ ເພື່ອຍົກສູງກຳລັງຄວາມສາມາດໃຫ້ພະນັກງານຂອງສະຫະພັນບັນດາອົງການມິດຕະພາບ ແຂວງ, ນະຄອນ ຂຶ້ນກັບສູນກາງ.
ຍສໝ - ວັນທີ 13 ທັນວາ, ສະຫະພັນບັນດາອົງການມິດຕະພາບແຂວງ ຝູເຖາະ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນ ປີ 2024 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ ປີ 2025.
ຍສໝ - ຕອນເຊົ້າວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ທ່ານຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມີການພົບປະກັບທ່ານ ຢີ່ບິງຊ່ຽນ, ຮອງຫົວໜ້າກຳມະການ ຄະນະປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ຊຸດທີ XIII, ປະທານສະມາຄົມການພົບປະແລກປ່ຽນສາກົນ ຈີນ (CAFIU).