VUFO ຕ້ອງແມ່ນສູນລວມຄວາມສາມັກຄີຂອງບັນດາອົງການຈັດຕັ້ງມິດຕະພາບປະຊາຊົນດ້ວຍສະຖານະພາບເປັນອົງການຈັດຕັ້ງແກນນຳ

15:44 | 05/12/2019

ຍສໝ - ກ່ອນອື່ນໝົດ, ທຸກໆການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ຕ້ອງຮັບປະກັນຜົນປະໂຫຍດຂອງປະເທດຊາດ. ສອງ ແມ່ນຮັບປະກັນບົດບາດການນຳຂອງພັກ. ສາມແມ່ນຈັດຕັ້ງປະຕິບັດບົດບາດຄຸ້ມຄອງຂອງລັດ ເປັນຢ່າງດີ. ສີ່ ຕ້ອງແມ່ນເປັນສູນລວມຄວາມສາມັກຄີຂອງບັນດາອົງການຈັດຕັ້ງມິດຕະພາບປະຊາຊົນໃນສະຖານະພາບແມ່ນອົງການຈັດຕັ້ງແກນນຳ.

VUFO ຕ້ອງແມ່ນສູນລວມຄວາມສາມັກຄີຂອງບັນດາອົງການຈັດຕັ້ງມິດຕະພາບປະຊາຊົນດ້ວຍສະຖານະພາບເປັນອົງການຈັດຕັ້ງແກນນຳ

ທ່ານ ຮ່ວງ ບິ່ງ ກວນ, ກຳມະການສູນກາງພັກ, ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງ

ພວກຂ້າພະເຈົ້າຫວັງວ່າ VUFO ຈະເພີ່ມທະວີ ແລະ ເປີດກວ້າງບັນດາຄູ່ຮ່ວມມື. ເອົາໃຈໃສ່ເປັນພິເສດບັນດາຄູ່ຮ່ວມມືປະຊາຊົນ ແລະ ອົງການຈັດຕັ້ງປະຊາຊົນຢູ່ບັນດາປະເທດໃກ້ຄຽງ. ໂດຍສະເພາະແມ່ນ ລາວ, ຈີນ, ກຳປູເຈຍ. ນີ້ແມ່ນບັນດາອົງການຈັດຕັ້ງປະຊາຊົນມີພື້ນຖານໝັ້ນຄົງ. ເປົ້າໝາຍຂອງພວກເຮົາແມ່ນກໍ່ສ້າງສັງຄົມມິດຕະພາບ. ເພີ່ມຕື່ມແມ່ນກໍ່ສ້າງຊຸມຊົນອາຊຽນເພີ່ມທະວີການຕິດຕໍ່ພາຍໃນກຸ່ມກ້ອນ. VUFO ຕ້ອງໄດ້ພະຍາຍາມເພື່ອຕິດຕໍ່ກັບບັນດາຄູ່ຮ່ວມມືຍຸດທະສາດ, ເພີ່ມທະວີໃນການເຂົ້າເຖິງດ້ານເລິກຂອງຄູ່ຮ່ວມມືອັນເປັນມູນເຊື້ອ, ເປີດກ້ວາງກັບຄູ່ຮ່ວມມືໃໝ່.

ກ່ຽວກັບການພົວພັນຕ່າງປະເທດຫຼາຍຝ່າຍ: ໜຶ່ງໃນບັນດາເອກະລັກຂອງ VUFO ແລະ ກໍ່ແມ່ນແວດລ້ອມທີ່ດີແມ່ນພວກເຮົາຕ້ອງເຂົ້າຮ່ວມຂ່າວສານຫຼາຍທາງຂອງປະຊາຊົນໂລກ, ກົນໄກແລກປ່ຽນປະຊາຊົນ. ແຕ່ຈິດໃຈຂອງພວກເຮົາແມ່ນຕັ້ງໜ້າ ແລະ ເປັນເຈົ້າການ. ເປັນເຈົ້າການໝາຍຄວາມວ່າ ທຸກໆການເຄື່ອນໄຫວນັ້ນພວກເຮົາຕ້ອງມີເປົ້າໝາຍທີ່ຊັດເຈນ. ເປົ້າໝາຍລວມ, ເປົ້າໝາຍການເມືອງກໍຕ້ອງເປັນທາງການ. ພວກເຮົາພະຍາຍາມສູງສຸດ, ຮັກສາປະສິດທິຜົນບົດບາດຂອງຫວຽດນາມໃນວຽກງານກໍ່ສ້າງບັນດາກົນໄກຂົງເຂດ ເເລະ ໂລກ, ກໍຄືປະກອບສ່ວນເຂົ້າໃນວຽກຍົກສູງເນຶ້ອແທ້ການເຄື່ອນໄຫວຂ່າວສານປະຊາຊົນຫຼາຍດ້ານ.

ອີກບັນຫາໜຶ່ງທີ່ VUFO ຕ້ອງສຸມໃສ່ນັ້ນແມ່ນໂຄສະນາເຜີຍແຜ່ກ່ຽວກັບການພົວພັນຕ່າງປະເທດ. ປັດຈຸບັນ, ກັບແນວໂນ້ມເຂົ້າຮ່ວມສາກົນ, ບໍ່ພຽງແຕ່ແນໃສ່ຂ້າງນອກແຕ່ຕ້ອງໃຫ້ຄວາມສຳຄັນທິດທາງເຂົ້າມາທາງໃນ. ພວກເຮົາຕ້ອງພະຍາຍາມຕັ້ງແຕ່ວຽກບັນນາທິການ,ລວບລວມເອກະສານຈົນຮອດການນຳໃຊ້ອົງການສື່ສານມວນຊົນ, ຜ່ານບັນດາການເຄື່ອນໄຫວຂອງຄະນະ, ສະມາຄົມເພຶ່ອເຮັດແນວໃດໃຫ້ຕອບສະໜອງຄວາມຮູ້ ແລະ ຄວາມຮັບຮູ້ທີ່ດີໃຫ້ແກ່ປະຊາຊົນເພຶ່ອມີຄວາມສາມາດເຊື່ອມໂຍງໄດ້ດີ. ມີຄືແນວນັ້ນເຮົາຈຶ່ງສາມາດທີ່ຈະເຊື່ອມໂຍງແບບໄດ້ຜົນ.

ຄະນະພົວພັນຕ່າງປະເທດສູນກາງໄດ້ຮັບໝອບໝາຍໜ້າທີ່ຈາກກົມການເມືອງ, ພາລະໜ້າທີ່ແມ່ນການຊີ້ນຳ, ການກວດກາ, ກະຕຸ້ນ ແລະ ແນະນຳວຽກການຕ່າງປະເທດປະຊາຊົນ (ການພົວພັນຕ່າງປະເທດປະຊາຊົນ) ເວົ້າລວມ. ໃນນັ້ນໂດຍກົງສຸດແມ່ນ VUFO. ເວລາຕໍ່ໜ້າ, ພວກຂ້າພະເຈົ້າຈະສຸມໃສ່ວຽກງານການຊີ້ນຳຈັດຕັ້ງປະຕິບັດ. ພວກພວກຂ້າພະເຈົ້າຈະຮ່ວມມືກັບ VUFO, ຈະຮຽກຮ້ອງສູງກັບ VUFO ໃນວຽກງານເກັບກຳສະພາບລວມ, ຄົ້ນຄວ້າ,ຄາດຄະເນ ແລະ ສະເໜີບັນດາບັນຫາທີ່ກ່ຽວພັນກັບການພົວພັນຕ່າງປະເທດປະຊາຊົນ ແລະ ການເຄື່ອນໄຫວຂອງ VUFO ເພຶ່ອສາມາດເປັນເສນາທິການໃຫ້ກັບກົມການເມືອງ, ຄະນະເລຂາທິການ ກ່ຽວກັບບັນດານະໂຍບາຍດ້ານການພົວພັນຕ່າງປະເທດປະຊາຊົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.