ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາໃຫ້ທ່ານເອກອັກຄະລັດຖະທູດ Azerbaijan ປະຈຳ ຫວຽດນາມ

11:44 | 28/02/2020

ຍສໝ - ວັນທີ 27 ກຸມພາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ.

ທີ່ພິທີ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ VUFO ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ Anar Imanov ໃນອາຍຸການດຳລົງຕຳແໜ່ງ 7 ປີຢູ່ຫວຽດນາມ. ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ, ໃນຖານະເປັນເອກອັກຄະລັດຖະທູດຜູ້ທຳອິດຂອງສາທາລະນະລັດ Azerbaijan ປະຈຳ ຫວຽດນາມ, ດ້ວຍຄວາມສາມາດ, ປະສົບການ ແລະ ຄວາມຈິງໃຈ, ທ່ານເອກອັກຄະລັດຖະທູດ Anar Imanov ໄດ້ປະກອບສ່ວນສຳຄັນໃນເພີ່ມທະວີ ແລະ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງປະຊາຊົນ ຫວຽດນາມ ແລະ Azerbaijan.

ພິເສດ, ໃນໄລຍະດຳລົງຕຳແໜ່ງເອກອັກຄະລັດຖະທູດ, ສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ຮັບການສ້າງຕັ້ງໃນວັນທີ 10 ຕຸລາ 2015 ໂດຍໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າ ຈາກທ່ານເອກອັກຄະລັດຖະທູດ Anar Imanov. ສະມາຄົມໄດ້ພະຍາຍາມປະສານສົມທົບກັບສະຖານທູດ Azerbaijan ຢູ່ຮ່າໂນ້ຍ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງພາຍນອກ, ການແລກປ່ຽນຄະນະຜູ້ແທນ, ການເຄື່ອນໄຫວຕ່າງໆເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງເຫດການສຳຄັນຕ່າງໆ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາໃຫ້ທ່ານເອກອັກຄະລັດຖະທູດ Azerbaijan ປະຈຳ ຫວຽດນາມ

ທ່ານນາງ ຫງວຽນເຟືອງງາ ມອບຫຼຽນກາທີ່ລະນຶກ ໃຫ້ ທ່ານເອກອັກຄະລັດຖະທູດ Anar Imanov. (ພາບ: thoidai.com.vn)

ສ່ວນທ່ານເອກອັກຄະລັດຖະທູດ Anar Lachin Oglu Imanov ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາແຊກໄບຢານ ເວົ້າລວມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະຖານທູດ ອາແຊກໄບຢານ ເວົ້າສະເພາະ ຈະສືບຕໍ່ປະສົບຜົນສຳເລັດ, ພັດທະນາໃນໄລຍະຈະມາເຖິງ.

ຕາງໜ້າຜູ້ນຳ VUFO, ທ່ານນາງ ຫງວຽນເຟືອງງາ ໄດ້ມອບຫຼຽນກາ ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ນີ້ແມ່ນລາງວັນສູງສຸດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.