ເສີມຂະຫຍາຍບົດບາດເປັນປະທານ ອາຊຽນ 2020

16:45 | 27/02/2020

ຍສໝ - ຮັບບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ກຳນົດການຮັບມືກັບສິ່ງທ້າທາຍກ່ຽວກັບໂລກລະບາດ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນແຖວໜ້າ.

ເສີມຂະຫຍາຍບົດບາດເປັນປະທານ ອາຊຽນ 2020

ພາບປະກອບ

ໃນສະພາບໂລກລະບາດ Covid-19 ພວມຜັນແປຢ່າງສັບສົນຢູ່ ຈີນ ແລະ ຫລາຍປະເທດອື່ນໆໃນໂລກ, ໂລກລະບາດ Covid-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂອງບັນດາປະເທດ ອາຊຽນ, ບັນດາການນຳ ອາຊຽນ ໄດ້ອອກຖະແຫຼງການຮ່ວມ, ຢັ້ງຢືນຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດດັ່ງກ່າວ, ຮັບປະກັນການດຳລົງຊີວິດຢູ່ສະຫງົບສຸກໃຫ້ແກ່ປະຊາຊົນ.

ນັບແຕ່ເມື່ອໂລກພະຍາດໄດ້ລະເບີດຂຶ້ນ, ວັນທີ 30 ມັງກອນ, ດ້ວຍຖານະເປັນປະທານສະພາປະສານງານ ອາຊຽນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສົ່ງຈົດໝາຍສົ່ງເຖິງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ອາຊຽນ, ນຳສະເໜີບັນດາມາດຕະການເພື່ອສົມທົບກັນຮັບມືກັບໂລກລະບາດ. ວັນທີ 14 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ດ້ວຍຖານະເປັນປະທານ ອາຊຽນ 2020 ໄດ້ມີການແລກປ່ຽນກັບການນຳບັນດາປະເທດ ແລະ ອອກຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດ Covid-19. ຫລັງຈາກນັ້ນ, ວັນທີ 20 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ໂຮມປະຊຸມຂອງສະພາປະສານງານ ອາຊຽນ ເພື່ອໃຫ້ບັນດາລັດຖະມົນຕີແບ່ງປັນຂໍ້ມູນຂ່າວສານ ແລະ ປຶກສາຫາລືບັນດາມາດຕະການຮັບມື.

ຄວາມເປັນເຈົ້າການຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດ ພາຍໃຕ້ບົດບາດນຳພາຂອງປະເທດເຈົ້າພາບ ໄດ້ຮັບການຕີລາຄາສູງຈາກ ອາຊຽນ. ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ (ACW) ໃນປີ 2020. ນະທີ່ນີ້, ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ໄດ້ຊົມເຊີຍ ຫວຽດນາມ ປະສົບຜົນສຳເລັດໃນການຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ໃນການຊຸກຍູ້ບັນດາຂໍ້ລິເລີ່ມ, ຄວາມມານະພະຍາຍາມຮ່ວມໃນການແກ້ໄຂບັນດາບັນຫາສາກົນ, ພາກພື້ນ, ພິເສດແມ່ນຮັບມືຕໍ່ການລະບາດຂອງໂລກລະບາດ Covid-19.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.