ຊາວໜຸ່ມມີບົດບາດສຳຄັນໃນການເຄື່ອນໄຫວວຽກງານການທູດປະຊາຊົນ

10:51 | 30/10/2023

ຍສໝ - ນີ້​ແມ່ນ​ຈິດ​ໃຈ​ລວມ​ຂອງ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ກອງ​ປະຊຸມພົບປະ “ບົດບາດ​ຂອງ​ການ​ທູດ​ປະຊາຊົນ ບົນ​ເສັ້ນທາງ​ກ້າວຂຶ້ນ​ສູ່​ສັງຄົມ​ນິຍົມ​ຫວຽດນາມ” ທີ່​ໄດ້ດຳເນີນເມື່ອ​ບໍ່​ດົນ​ມາ​ນີ້​ຢູ່​ນະຄອນ​ໂຮ່ຈິ​ມິນ. ກອງ​ປະຊຸມ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ສົມທົບ​ກັບ​ສະມາຄົມ​ນັກ​ສຶກສາ​ນະຄອນ ຈັດຕັ້ງ.

​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງຄະນະຊາວໜູ່ມ​ຫວຽດ​ນາມ ແລະ ລາວ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ. ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງຄະນະຊາວໜູ່ມ​ຫວຽດ​ນາມ ແລະ ລາວ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ.
ຊາວໜຸ່ມນະຄອນຫຼວງຂອງຫວຽດນາມ ແລະ ລາວ ໄດ້ແລກປ່ຽນແບບຢ່າງທີ່ດີ ຊາວໜຸ່ມນະຄອນຫຼວງຂອງຫວຽດນາມ ແລະ ລາວ ໄດ້ແລກປ່ຽນແບບຢ່າງທີ່ດີ

ຕາມ​ທ່ານ ​ໂຮ່ຊວນ​ເລີມ, ຮອງ​ປະ​ທານ - ເລຂາທິການໃຫຍ່​ HUFO ແລ້ວ,​ ກອງປະຊຸມສຳມະນາຫວັງ​ວ່າ​ຈະ​ປະກອບຄວາມ​ຮູ້​ທີ່​ຈຳ​ເປັນ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ພັນ ແລະ ຊາວ​ໜຸ່ມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນຕື່ມອີກ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ໃນເຄື່ອນໄຫວ​ການທູດປະຊາຊົນ​​ຂອງ HUFO ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ບັນດາ​ກຳລັງ​ໜຸ່ມ, ​ເພາະວ່າ​ນີ້​ແມ່ນ​ເຈົ້າ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປະຊາຊົນຢ່າງແທ້ຈິງ​. ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ, ຊາວ​ໜຸ່ມ​ບັນດາ​ປະ​ເທດ​ກໍ່​ຫວັງ​ວ່າຈະໄດ້​ພົບ​ປະ​ແລກປ່ຽນ, ໂອ້ລົມສົນທະນາກັບ​ຊາວ​ໜຸ່ມ ຫວຽດນາມ.

ຊາວໜຸ່ມມີບົດບາດສຳຄັນໃນການເຄື່ອນໄຫວວຽກງານການທູດປະຊາຊົນ
ກອງ​ປະ​ຊຸມ​ພົບປະ “ບົດ​ບາດ​ການ​ທູດ​ປະ​ຊາ​ຊົນ​ບົນ​ເສັ້ນ​ທາງ​ກ້າວຂຶ້ນສູ່​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ” (ພາບ: HUFO)

ທ່ານ ​ໂຮ່ຊວນເລີມ ຊີ້​ແຈ້ງວ່າ: ຊ່າວໜຸ່ມ​ມີ​ບົດບາດ​ສຳຄັນ​ໃນ​ຂະ​ບວນການ​ປະຕິບັດວຽກງານການທູດປະຊາຊົນ. ພວກເພື່ອນຈະ​ແມ່ນ​ຜູ້​ຕອບ​ຄຳຖາມ​ໃຫ້​ແກ່​ເພື່ອນມິດສາ​ກົນ​ຮຸ້ວ່າ ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ ​ແມ່ນຈຳເປັນ, ພາວະວິໄສ, ເປັນຄວາມຫວັງເພື່ອ​ໃຫ້​ປະຊາຊົນໄດ້ຊີວິດການເປັນຢູ່ອີ່ມໜຳ​ສຳລານ, ມີ​ຄວາມຜາ​​ສຸກ.

ທີ່​ກອງ​ປະຊຸມ​າ, ທ່ານ ປອ ​ເທິນງອກ​ແອງ, ຫົວໜ້າ​ພະແນກລັດທິສັງຄົມນິຍົມວິທະຍາ, ສະຖາບັນການເມືອງ​ເຂດ II (ສະຖາບັນການເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ) ​ໃຫ້​ຮູ້​ວ່າ: ​ໃນ​ຂົງ​ເຂດ​ການ​ທູດ, ພາກສ່ວນໃດ, ເປົ້າໝາຍໃດ, ເຈົ້າກຳໃດກໍ່ລ້ວນແຕ່ມີຄວາມສໍາຄັນ, ໃນນັ້ນມີທັງການທູດປະຊາຊົນ.

​ໄວ​ໜຸ່ມ​ມີ​ຄວາມ​ໄດ້​ປຽບ​ຫຼາຍ​ຢ່າງ​ເຊັ່ນ: ຄວາມ​ສະຫຼາດ, ຈິດໃຈຟົດຟື້ນ; ລະດັບພາສາຕ່າງປະເທດ ແລະ ທັກສະຄອມພິວເຕີ; ຄວາມ​ສາມາດ​ໃນ​ການເຂົ້າເຖິງ ​ແລະ ການເກັບກຳຂໍ້ມູນ​ຂ່າວສານ ສະນັ້ນມີ​ຄວາມ​ສະດວກ​ໃນ​ຂະ​ບວນການພົບປະ ​ແລະ ການ​ທູດປະຊາຊົນ. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກແມ່ນອາຍຸຍັງນ້ອຍ, ຂາດປະສົບການຕົວຈິງ.

ທ່ານ​ນາງນັກການທູດ ໂຕນນືທິນິ່ງ ອະດີດເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ​ຫວຽດນາມ ປະຈຳ EU ​ແລະ ​ແບນ​ຊິກ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ນະຄອນ ​ໂຮ່ຈິ​ມິນ, ປະທານ​ອົງການ​ກອງທຶນສັນຕິພາບ ​ແລະ ພັດທະນາ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ແບ່ງປັນ​ກັບ​ບັນດາຊາວ​ໜຸ່ມ​ກ່ຽວ​ກັບ​ຫົວ​ຂໍ້​ການສ້າງ ​ແລະ ພັດທະນາ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຂອງ​ຫວຽດນາມ ​ໃຫ້​ທັນ​ສະ​ໄໝ ​ແລະ ​ເປັນລັກສະນະຈຳເພາະຂອງສີສັນ​ຊາດ, ​ແມ່ນແນວໂນ້ມ “ການ​ທູດ​ຕົ້ນໄມ້​ໄຜ່” ຂອງ​ຫວຽດນາມ.

ທ່ານ​ນາງ​ກ່າວ​ວ່າ ຫວຽດນາມ ຖືເປັນສຳຄັນການ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ຫຼາຍ​ປະ​ເທດ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນສ້າງ “ທ່ວງທ່າ” ແລະ “ກຳລັງແຮງ” ໃຫ້ແກ່ປະເທດ. ​ໃນ​​ແນວໂຮມການ​ຕ່າງປະ​ເທດ, “ທ່ວງທ່າ” ຕົ້ນຕໍ​ແມ່ນ​ໄດ້​ຮັບ​ການ​ສ້າງ​ຈາກ​ແຫຼ່ງກຳລັງ​ພາຍ​ໃນ, ນັ້ນ​ແມ່ນ​ແຫຼ່ງກຳລັງ​ພາຍ​ໃນ​ປະ​ເທດ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.