ຍສໝ - ເນື່ອງໃນໂອກາດລະນຶກ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2026), ຮ່າໂນ້ຍຈັດຫຼາຍກິດຈະກຳວັດທະນະທຳ, ສິລະປະ ແລະ ການທ່ອງທ່ຽວ ຢູ່ບັນດາພື້ນທີ່ມໍລະດົກ, ເຂດໃຈກາງ ແລະ ຫຼາຍເຂດທົ່ວນະຄອນ, ໃນນັ້ນມີບັນດາລາຍການສະແດງຂະໜາດໃຫຍ່, ທົວປະສົບການ ແລະ ຈູດບັ້ງໄຟດອກຢູ່ໜອງໄຕ ແລະ ໜອງຮວ່ານກຽມ.
ຍສໝ - ພາຍຫຼັງ 23 ປີແຫ່ງການຜັນຂະຫຍາຍ, ໂຄງການແບຣນແຫ່ງຊາດຫວຽດນາມ ນັບມື້ນັບຢືນຢັນບົດບາດໃນການຍົກສູງຄວາມຮັບຮູ້ກ່ຽວກັບການສ້າງແບຣນ, ຊຸກຍູ້ນະວັດຕະກຳ ແລະ ໂຄສະນາພາບລັກຂອງວິສາຫະກິດ, ຜະລິດຕະພັນຫວຽດນາມ ໃນຕະຫຼາດພາຍໃນ ແລະ ສາກົນ. ປີ 2026, ຜະລິດຕະພັນ 499 ລາຍການຂອງ 227 ວິສາຫະກິດ ໄດ້ຮັບການຮັບຮອງວ່າບັນລຸແບຣນແຫ່ງຊາດຫວຽດນາມ.
ຍສໝ - ທີ່ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ, ສະຖານທູດ UAE ໄດ້ແນະນຳຫຼາຍລັກສະນະພິເສດຂອງປະເທດ ຜ່ານມໍລະດົກ, ສິລະປະ, ອາຫານ ແລະ ບັນດາກິດຈະກຳສຳຜັດປະສົບການ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳຫວຽດນາມ - UAE.
ຍສໝ - ເວທີປາໄສອະນາຄົດວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນແຫ່ງຊາດ 2026 ສຸມໃສ່ 3 ເສົາຄ້ຳ ຄື ເຕັກໂນໂລຊີຍຸດທະສາດ, ລະບົບນິເວດນະວັດຕະກຳ ແລະ ໂຄງລ່າງດິຈິຕອນ, ມຸ່ງໄປສູ່ການສ້າງບັນດາຜົນສຳເລັດທີ່ເປັນຮູບປະທຳ, ສາມາດວັດແທກ ແລະ ຂະຫຍາຍຜົນໄດ້ໃນຕົວຈິງ.
ຍສໝ - ການສ້າງ “ວັນວັດທະນະທຳຫວຽດນາມ 24/11” ບໍ່ພຽງແຕ່ເປັນຂີດໝາຍທີ່ມີຄວາມໝາຍໃນຊີວິດວັດທະນະທຳຂອງຊາດ ແຕ່ຍັງເປີດກວ້າງພື້ນທີ່ເພີ່ມເຕີມໃຫ້ແກ່ການທູດວັດທະນະທຳ ແລະ ການທູດມໍລະດົກ, ບ່ອນທີ່ບັນດາຄຸນຄ່າວັດທະນະທຳຫວຽດນາມໄດ້ຮັບການເຊື່ອມຕໍ່, ສົນທະນາ ແລະ ຮ່ວມກັນສ້າງບັນດາຂົວເຊື່ອມການຮ່ວມມືກັບເພື່ອນມິດສາກົນ.
ຍສໝ - ມະຕິເລກທີ 59-NQ/TW ວ່າດ້ວຍການເຊື່ອມໂຍງສາກົນໃນສະພາບການໃໝ່ ໄດ້ວາງຂໍ້ຮຽກຮ້ອງໃຫ້ຍົກສູງຄຸນນະພາບ, ປະສິດທິຜົນ, ຄວາມສອດຄ່ອງ, ຮອບດ້ານ ແລະ ລົງເລິກຂອງການເຊື່ອມໂຍງ; ຫັນຈາກແນວຄິດການເຂົ້າຮ່ວມ ໄປສູ່ການເປັນເຈົ້າການປະກອບສ່ວນ, ສ້າງ ແລະ ກຳນົດຮູບແບບບັນດາຂອບການຮ່ວມມື, ຜ່ານນັ້ນຍາດແຍ່ງແຫຼ່ງກຳລັງຈາກພາຍນອກໃຫ້ໄດ້ສູງສຸດ ເພື່ອປັບປຸງກຳລັງພາຍໃນ ແລະ ກຳລັງແຮງສັງລວມຂອງຊາດ.
ຍສໝ - ໃນຕອນຄໍ່າວັນທີ 1 ຕຸລາ, ເຫດການທີ່ມີຄວາມໝາຍເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 50 ປີ ທີ່ຫວຽດນາມເຂົ້າເປັນສະມາຊິກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) (1976 - 2026) – ງານມະໂຫລານວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ 2 ປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ພະລາຊະວັງທັງລອງ. ພາຍໃຕ້ຫົວຂໍ້ “ການເຕົ້າໂຮມມໍລະດົກ - ສ້າງອະນາຄົດ”, ງານມະໂຫລານໄດ້ເປີດພື້ນທີ່ການສົນທະນາຫຼາຍມິຕິ, ໂດຍນຳໃຊ້ສິລະປະເປັນພາສາເພື່ອເຊື່ອມຕໍ່ບັນດາອາລະຍະທຳຂອງມວນມະນຸດ.
ຍສໝ - ການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດຜະລິດຍົນທີ່ມີຊື່ສຽງລະດັບໂລກໃນເວທີປາໄສອຸດສາຫະກຳການບິນຫວຽດນາມ 2026 (VAF 2026) ຖືກຄາດຫວັງວ່າຈະສ້າງແຮງຊຸກຍູ້ອັນໃຫຍ່ຫຼວງ, ເປີດກວ້າງປະຕູແຫ່ງການເຊື່ອມໂຍງໃຫ້ແກ່ເຄືອຂ່າຍການສະໜອງການບິນພາຍໃນປະເທດ.
ຍສໝ - ຫວຽດນາມພວມເລັ່ງລັດວຽກງານກະກຽມສຳລັບປີ APEC 2027 ໃນຫຼາຍດ້ານ ນັບແຕ່ເນື້ອໃນ, ຫົວຂໍ້, ບູລິມະສິດ ຈົນເຖິງວຽກງານຈັດຕັ້ງ ແລະ ພະລາທິການ. ຕາມທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີປະຈຳການ ກະຊວງການຕ່າງປະເທດ, ກົນໄກການປະສານສົມທົບຖືກຜັນຂະຫຍາຍຕາມ 3 ລະດັບ ແນໃສ່ຮັບປະກັນຄວາມເປັນເອກະພາບ ແລະ ປະສິດທິຜົນໃນຕະຫຼອດຂະບວນການຈັດຕັ້ງ.
ຍສໝ - ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ວ່າດ້ວຍຍຸດທະສາດວຽກງານແນວຄິດໃນສະພາບການໃໝ່ ກຳນົດໃຫ້ຫັນຈຸດສຸມຈາກ “ການຄຸ້ມຄອງຂໍ້ມູນ” ໄປສູ່ “ການນຳພາການຮັບຮູ້ຂອງສັງຄົມ”, ຖືເອົາຄວາມເຊື່ອໝັ້ນຂອງປະຊາຊົນເປັນມາດຕະຖານ ແລະ ມຸ່ງລົງສູ່ຮາກຖານຢ່າງແຂງແຮງ. ຕາມບັນດາຊ່ຽວຊານ, ຂໍ້ຮຽກຮ້ອງນີ້ວາງອອກວິທີເຂົ້າຫາໃໝ່, ໃນນັ້ນ ຂໍ້ມູນທີ່ໂປ່ງໃສ, ການສົນທະນາ, ການກວດສອບ ແລະ ການແກ້ໄຂບັນດາບັນຫາຈາກພາກປະຕິບັດຢ່າງທັນການ ມີບົດບາດສຳຄັນເປັນພິເສດ.
ຍສໝ - ການຫັນປ່ຽນດິຈິຕອນ ແລະ ການພັດທະນາຢ່າງໄວວາຂອງປັນຍາປະດິດ (AI) ພວມວາງອອກບັນດາຂໍ້ຮຽກຮ້ອງໃໝ່ຕໍ່ລະບົບກົດໝາຍ. ຈາກການປັບປຸງສະຖາບັນພາຍໃນປະເທດໃຫ້ສົມບູນ ຈົນເຖິງການສະເໜີບັນດາຂໍ້ລິເລີ່ມຮ່ວມມືໃນພາກພື້ນ, ຫວຽດນາມພວມຊຸກຍູ້ວິທີເຂົ້າຫາແບບເປັນເຈົ້າການ ແນໃສ່ສ້າງສະພາບແວດລ້ອມດ້ານກົດໝາຍທີ່ປອດໄພ, ສາມາດປັບຕົວ ແລະ ໜູນສົ່ງນະວັດຕະກຳໃນ ASEAN.
ຍສໝ - ວັນທີ 1/10 ທີ່ ຫາຍຟ່ອງ, ກະຊວງການຕ່າງປະເທດ ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດກອງປະຊຸມພົບປະບັນດາອົງການ NGO ຕ່າງປະເທດ ປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມເດີນທາງກັບຫວຽດນາມໃນໄລຍະພັດທະນາໃໝ່”, ສຸມໃສ່ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາຂອງຫວຽດນາມ ແລະ ແຕ່ລະທ້ອງຖິ່ນ.
ຍສໝ - ວັນທີ 30/9 ທີ່ ກວາງນິງ, ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ໃນຂອບການຮ່ວມມື CLMV ແລະ ແມ່ນ້ຳຂອງ - ຍີ່ປຸ່ນ, ສະເໜີຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ຕ່ອງໂສ້ສະໜອງອັດສະລິຍະ, ພະລັງງານທົດແທນ, ປັນຍາປະດິດ ແລະ ບັນດາເຕັກໂນໂລຊີເກີດໃໝ່.
ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027.
ຍສໝ - ແນ່ໃສ່ກະຈາຍຄວາມຮັກຕໍ່ທະເລໝູ່ເກາະ ແລະ ຢືນຢັນອະທິປະໄຕແຫ່ງຊາດ, ວັນທີ 25 ກັນຍາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ດັກລັກ ໄດ້ນຳເອົາເອກະສານອັນລ້ຳຄ່ານັບຮ້ອຍສະບັບ ມາວາງສະແດງຢູ່ທີ່ ໂຮງຮຽນສາມັນ ຢຸຍເຕິນ ໂດຍຜ່ານງານວາງສະແດງເຄື່ອນທີ່ເປັນພິເສດ.
ຍສໝ - ການພັດທະນາຕົວເມືອງຕາມຈິດໃຈຂອງມະຕິເລກທີ 19-NQ/TW ບໍ່ພຽງແຕ່ວາງຂໍ້ຮຽກຮ້ອງໃນການຂະຫຍາຍພື້ນທີ່ ຫຼື ຍົກລະດັບໂຄງລ່າງເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງ, ຄວບຄຸມ ໄປສູ່ການສ້າງສັນ ແລະ ນຳພາການພັດທະນາ. ຕົວເມືອງຖືກກຳນົດທິດໃຫ້ກາຍເປັນຂົ້ວການເຕີບໂຕສີຂຽວ, ອັດສະລິຍະ, ສາມາດເຊື່ອມຕໍ່ພາກພື້ນ, ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 28/9, ທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດດ້ານການທ່ອງທ່ຽວ, ທ່ານ ເຈິ່ນຈຸງຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ ກະຊວງພວມປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ພັດທະນາການທ່ອງທ່ຽວອັດສະລິຍະ ຕາມມະຕິເລກທີ 26-NQ/TW ແລະ ມະຕິເລກທີ 263/NQ-CP ຂອງລັດຖະບານ.
ຍສໝ - ພ້ອມກັບການພັດທະນາຢ່າງແຂງແຮງຂອງພື້ນທີ່ອອນລາຍ, ວຽກງານປົກປ້ອງພື້ນຖານແນວຄິດຂອງພັກ ກຳລັງວາງຂໍ້ກຳນົດໃໝ່ຫຼາຍປະການ. ພາລະກິດນີ້ບໍ່ພຽງແຕ່ມຸ່ງເນັ້ນການຕໍ່ສູ້, ຕອບໂຕ້ຕໍ່ທັດສະນະທີ່ຜິດພາດ, ເປັນສັດຕູ ແລະ ເປັນອັນຕະລາຍ, ແຕ່ຍັງຮຽກຮ້ອງໃຫ້ມີການສ້າງສັນ, ເຜີຍແຜ່ຂໍ້ມູນທາງບວກ, ເສີມສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຫັນພ້ອມໃນສັງຄົມ. ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ສືບຕໍ່ເນັ້ນຢ້ຳຄວາມຕ້ອງການໃນການດຳເນີນວຽກງານແນວຄິດຢ່າງຄົບວົງຈອນ ທັງໃນພື້ນທີ່ຕົວຈິງ ແລະ ພື້ນທີ່ດິຈິຕອນ.
ຍສໝ - ໃນວັນທີ 22 ກັນຍາ, ອົງການ PeaceTrees Vietnam ປະສົມປະສານກັບ ສະຫະພັນບັນດາອົງການມິດຕະພາບ ນະຄອນ ເຮ້ ໄດ້ປະກາດຢ່າງເປັນທາງການ ບັນດາກິດຈະກຳໂຄງການ ແກ້ໄຂຜົນກະທົບຈາກລະເບີດ ແລະ ວັດຖຸແຕກ. ໂຄງການ ນຳມາເຊິ່ງຄວາມຫວັງໃນການຄືນຄວາມປອດໄພ ໃຫ້ແກ່ຜືນແຜ່ນດິນອັນກວ້າງໃຫຍ່, ລົບລ້າງຄວາມສ່ຽງອັນຕະລາຍ ແລະ ສ້າງພື້ນຖານຢ່າງແຂງແຮງ ສຳລັບການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ.
ຍສໝ - ຢາກໃຫ້ເດັກນ້ອຍຮັກສາພາສາຫວຽດໄດ້, ກ່ອນອື່ນໝົດຕ້ອງສ້າງເຫດຜົນໃຫ້ເດັກ ເພື່ອນຳໃຊ້ພາສາຫວຽດ ແລະ ມີຄວາມມ່ວນຊື່ນເມື່ອນຳໃຊ້ພາສາຫວຽດ.
ຍສໝ - ມູນຄ່າການສົ່ງອອກກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໃນ 9 ເດືອນປີ 2026 ຄາດວ່າບັນລຸ 56,3 ຕື້ USD, ເພີ່ມຂຶ້ນ 7,8% ທຽບໃສ່ໄລຍະດຽວກັນ ແລະ ສຳເລັດປະມານ 75,9% ຂອງແຜນການປະຈຳປີ. ເພື່ອບັນລຸເປົ້າໝາຍ 74,212 ຕື້ USD, ທົ່ວຂະແໜງການຕ້ອງສົ່ງອອກເພີ່ມອີກເກືອບ 18 ຕື້ USD ໃນ 3 ເດືອນທ້າຍປີ.
ຍສໝ - ການຮ່ວມມືສາກົນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ຈຳເປັນຕ້ອງຫັນຈາກການຊອກຫາຄູ່ຮ່ວມພຽງຢ່າງດຽວ ໄປສູ່ການເຊື່ອມບັນດາໂຈດຈາກພຶດຕິກຳ ກັບຄວາມສາມາດຄົ້ນຄວ້າ, ແຫຼ່ງຊັບພະຍາກອນ ແລະ ເຕັກໂນໂລຊີທີ່ເໝາະສົມ, ຈາກນັ້ນ ສ້າງບັນດາໜ້າທີ່ຮ່ວມມືທີ່ມີເປົ້າໝາຍຈະແຈ້ງ ແລະ ສາມາດສ້າງຜົນກະທົບອັນເປັນຮູບປະທຳ.
ຍສໝ - ຕອນບ່າຍວັນທີ 21/9 ຢູ່ຫາຍຟ່ອງ, ເວທີ Logistics ເຂດພາກພື້ນ ຄັ້ງທີ VII ປີ 2026 ສຸມໃສ່ປຶກສາຫາລືບັນດາວິທີແກ້ໄຂເພື່ອເປີດກວ້າງພື້ນທີ່ພັດທະນາ, ແກ້ໄຂຂໍ້ຕິດຂັດດ້ານກົນໄກ ແລະ ເພີ່ມທະວີການເຊື່ອມຕໍ່ຫຼາຍຮູບແບບ, ຜ່ານນັ້ນ ຍົກສູງຂີດຄວາມສາມາດແຂ່ງຂັນດ້ານ logistics ຂອງເຂດທົ່ງພຽງແມ່ນ້ຳສີບົວ.
ຍສໝ - ຕອນບ່າຍວັນທີ 22/9 ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນມິງຫວູ, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ໄດ້ເປັນປະທານກອງປະຊຸມກວດຄືນຄວາມຄືບໜ້າ, ຊຸກຍູ້ບັນດາໜ້າທີ່ກະກຽມສຳລັບປີ APEC 2027, ໃນນັ້ນ ເນັ້ນໜັກຂໍ້ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານສື່ສານແຕ່ຫົວທີ, ສ້າງສານແຫ່ງຊາດທີ່ສອດຄ່ອງຕະຫຼອດ ແລະ ເພີ່ມທະວີການປະສານງານລະຫວ່າງບັນດາອົງການທີ່ກ່ຽວຂ້ອງ.
ຍສໝ - ແຕ່ວັນທີ 1-4/10/2026 ຢູ່ພະລາຊະວັງຫຼວງທັງລອງ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”, ໂດຍມີເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO.
ຍສໝ - ໃນສະພາບການທີ່ເສດຖະກິດໂລກຍັງປະເຊີນຫຼາຍຄວາມຫຍຸ້ງຍາກ, ຫວຽດນາມສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັກສາຖານະຢູ່ໃນກຸ່ມບັນດາເສດຖະກິດທີ່ມີອັດຕາເຕີບໂຕສູງໃນໂລກ ແລະ ຄ່ອຍໆສ້າງພື້ນຖານໃຫ້ແກ່ວົງຈອນການພັດທະນາໃໝ່, ມຸ່ງໄປສູ່ເປົ້າໝາຍເຕີບໂຕສອງຕົວເລກໃນບັນດາປີຕໍ່ໄປ.
ຍສໝ - ແຕ່ວັນທີ 14 ຫາ 17 ກັນຍາ, ປະຊາຊົນ ແລະ ນັກຮຽນ ຫຼາຍກວ່າ 4.500 ຄົນ ຢູ່ທີ່ ຕາແສງ ລຽວຕູ້ (ນະຄອນ ເກີ່ນເທີ) ໄດ້ມີໂອກາດເຂົ້າເຖິງ ບັນດາບໍລິການສາທາລະນະສຸກ ໂດຍບໍ່ເສຍຄ່າ. ນີ້ແມ່ນໂຄງການມະນຸດສະທຳຕົວຈິງ ໂດຍ ສະຫະພັນບັນດາອົງການມິດຕະພາບນະຄອນ ແລະ ອົງການ Project Vietnam Foundation (PVF) ຮ່ວມກັນຈັດຕັ້ງຂຶ້ນ.
ຍສໝ - ວັນທີ 16/9 ຢູ່ປັກກິ່ງ (ຈີນ), ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ກ່າວຄຳປາໄສທີ່ວາລະປະຊຸມເຕັມຄະນະ 1 ຂອງເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13, ຍົກອອກ 4 ບັນຫາທີ່ຕ້ອງໃຫ້ຄວາມສົນໃຈ ແນໃສ່ປັບປຸງພື້ນຖານຂອງລະບຽບສາກົນ ແລະ ສ້າງສະຖຽນລະພາບຍຸດທະສາດ.
ຍສໝ - ຕອນເຊົ້າວັນທີ 18/9, ຢູ່ Fuji Plaza ຂຶ້ນກັບ Garden Pier, ທ່າເຮືອ Nagoya (ຍີ່ປຸ່ນ), ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20. ຄະນະນັກກິລາຫວຽດນາມ ຄາດວ່າຈະມີສະມາຊິກປະມານ 12-14 ຄົນເຂົ້າຮ່ວມພິທີ, ໃນນັ້ນມີນັກກິລາ 4 ຄົນ.
ຍສໝ - ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026 - 2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເປີດຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ດຳເນີນຂຶ້ນໃນສະພາບການທີ່ປະເທດເຮົາໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ສຳເລັດຜົນຢ່າງຈົບງາມ - ເຫດການທີ່ມີຄວາມໝາຍສຳຄັນເປັນພິເສດ, ໄດ້ກຳນົດວິໄສທັດ ແລະ ເປົ້າໝາຍຍຸດທະສາດ ເພື່ອນຳພາປະເທດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ. ຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XIV ກ່ຽວກັບຄວາມປາຖະໜາໃນການພັດທະນາ, ກ່ຽວກັບຖານະໃໝ່ຂອງປະເທດ, ກ່ຽວກັບຄວາມຮຽກຮ້ອງໃຫ້ປ່ຽນໃໝ່ແນວຄິດ ແລະ ວິທີການດຳເນີນງານໃນທຸກຂົງເຂດ ແມ່ນເຂັມທິດໃຫ້ກອງປະຊຸມຂອງພວກເຮົາປະເມີນຜົນສຳເລັດ, ຖອດຖອນບົດຮຽນ ແລະ ກຳນົດບັນດາທິດທາງໃຫຍ່ສຳລັບໄລຍະ 5 ປີຕໍ່ໜ້າ.