| ຍູ້ແຮງການແລກປ່ຽນການຄ້າ ແລະ ການຊຳລະດິຈິຕອນ ຢູ່ທີ່ ງານສັບປະດາສິນຄ້າ ຫວຽດນາມ 2026 ຢູ່ ໄທ ຫວຽດນາມ - ການາດາ ເປີດບົດໃໝ່ດ້ວຍຂອບການພົວພັນຄູ່ຮ່ວມຍຸດທະສາດ |
ທີ່ກອງສຳມະນາ “ການຮ່ວມມືສາກົນໃນການສະໜອງທຶນຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ: ສະພາບຕົວຈິງ, ສິ່ງທ້າທາຍ ແລະ ທິດທາງພັດທະນາ” ໂດຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (NAFOSTED) ປະສານງານກັບມະຫາວິທະຍາໄລກື໋ວລອງ ຈັດຕັ້ງ, ປອ. ທ່ານ ຫງວຽນຟູບິ່ງ, ຮອງຜູ້ອຳນວຍການກອງທຶນ NAFOSTED, ເນັ້ນໜັກເຖິງບົດບາດທີ່ນັບມື້ນັບສຳຄັນຂອງການຮ່ວມມືສາກົນ ໃນການຍົກສູງຄວາມສາມາດຄົ້ນຄວ້າ, ເຂົ້າເຖິງຄວາມຮູ້, ເຕັກໂນໂລຊີ ແລະ ແຫຼ່ງຊັບພະຍາກອນທົ່ວໂລກ.
![]() |
| ກອງສຳມະນາ “ການຮ່ວມມືສາກົນໃນການສະໜອງທຶນຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ: ສະພາບຕົວຈິງ, ສິ່ງທ້າທາຍ ແລະ ທິດທາງພັດທະນາ”. |
ຕາມ ປອ. ທ່ານ ຫງວຽນຟູບິ່ງ ແລ້ວ, ໃນບໍລິບົດທີ່ບັນດາໂຈດດ້ານວິທະຍາສາດ, ເຕັກໂນໂລຊີ ນັບມື້ນັບມີລັກສະນະຂ້າມຂະແໜງ ແລະ ຂ້າມຊາຍແດນ, ກິດຈະກຳຮ່ວມມືຈຳເປັນຕ້ອງຫັນແຮງໄປສູ່ວິທີເຂົ້າຫາທີ່ເປັນຮູບປະທຳຍິ່ງຂຶ້ນ, ເຊື່ອມໂຍງຢ່າງແໜ້ນແຟ້ນ ຕັ້ງແຕ່ໂຈດ, ຄູ່ຮ່ວມ, ຂໍ້ສະເໜີ ໄປຈົນເຖິງໜ້າທີ່ ແລະ ຜົນການຄົ້ນຄວ້າ.
ທິດທາງທີ່ໄດ້ແບ່ງປັນທີ່ກອງສຳມະນາ ສະແດງໃຫ້ເຫັນວ່າ ໜ້າທີ່ຮ່ວມມືສາກົນໜຶ່ງ ບໍ່ຈຳເປັນຕ້ອງເລີ່ມຈາກໂຄງການ ຫຼື ຄຳເຊີນຮ່ວມມືທີ່ມີຢູ່ກ່ອນ. ຈຸດເລີ່ມຕົ້ນສາມາດແມ່ນທິດທາງຄົ້ນຄວ້າໜຶ່ງ, ຈຸດແຂງຂອງສະຖາບັນ, ມະຫາວິທະຍາໄລ, ໂຈດເຕັກໂນໂລຊີຂອງວິສາຫະກິດ ຫຼື ຄວາມຕ້ອງການພັດທະນາຂອງທ້ອງຖິ່ນ.
ບັນຫາທີ່ວາງອອກ ແມ່ນການເຊື່ອມບັນດາຄວາມຕ້ອງການເຫຼົ່ານີ້ ກັບຄູ່ຮ່ວມ ແລະ ແຫຼ່ງຊັບພະຍາກອນທີ່ເໝາະສົມ ເພື່ອສ້າງໜ້າທີ່ຄົ້ນຄວ້າຮ່ວມທີ່ມີເປົ້າໝາຍຈະແຈ້ງ, ພ້ອມທັງ ສາມາດສ້າງຜົນກະທົບອັນເປັນຮູບປະທຳ.
ສຳລັບເຂດທົ່ງພຽງແມ່ນ້ຳກື໋ວລອງ, ຄວາມຕ້ອງການນີ້ຍິ່ງຈະແຈ້ງຂຶ້ນ ຕໍ່ໜ້າບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງດິນຟ້າອາກາດ, ແຫຼ່ງນ້ຳ, ກະສິກຳ ແລະ ສິນໃນນ້ຳທີ່ຍືນຍົງ, ສຸຂະພາບ ແລະ ການຫັນປ່ຽນດິຈິຕອນ. ທັງໝົດນີ້ ລ້ວນແຕ່ແມ່ນບັນຫາທີ່ມີລັກສະນະຂ້າມຂະແໜງ, ຕ້ອງການການເຂົ້າຮ່ວມຂອງຫຼາຍອົງການ, ນັກວິທະຍາສາດ ແລະ ຄູ່ຮ່ວມພາຍໃນ ແລະ ຕ່າງປະເທດ.
ຮສ.ປອ. ທ່ານ ເລືອງມິງກື່, ອະທິການບໍດີມະຫາວິທະຍາໄລກື໋ວລອງ ເຫັນວ່າ ປະຊາຄົມວິທະຍາສາດ ບໍ່ພຽງແຕ່ຕ້ອງຊອກຫາຄູ່ຮ່ວມ ແຕ່ຍັງຕ້ອງຫັນແນວຄິດໃຫ້ກາຍເປັນບັນດາຂໍ້ສະເໜີທີ່ມີຄຳຖາມຄົ້ນຄວ້າຈະແຈ້ງ, ວິທີການທີ່ສາມາດປະຕິບັດໄດ້, ຄວາມສາມາດປະສານງານ ແລະ ຜົນກະທົບທີ່ສາມາດວັດແທກໄດ້.
ຈາກພຶດຕິກຳຄົ້ນຄວ້າ, ປອ. ທ່ານ ຫງວຽນວັນຮວ່າ, ຮອງຫົວໜ້າສະຖາບັນໄມ້ກິນໝາກພາກໃຕ້, ໄດ້ແບ່ງປັນປະສົບການໃນການຊອກຫາຄູ່ຮ່ວມ ແລະ ສ້າງຂໍ້ສະເໜີຄົ້ນຄວ້າຮ່ວມ. ໃນຂະນະດຽວກັນ, ຜູ້ຕາງໜ້າ IP Group ເນັ້ນໜັກເຖິງຄວາມຕ້ອງການເຊື່ອມກິດຈະກຳຄົ້ນຄວ້າ, ພັດທະນາ ແລະ ນະວັດຕະກຳ ກັບຄວາມຕ້ອງການຂອງວິສາຫະກິດ ແລະ ຕະຫຼາດ.
ໃນມຸມມອງດ້ານການຄຸ້ມຄອງ, ປອ. ທ່ານ ຄົ່ງກວັກມິງ, ກົມນະວັດຕະກຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ວິເຄາະຄວາມຕ້ອງການເພີ່ມທະວີການເຊື່ອມໂຍງລະຫວ່າງການຄົ້ນຄວ້າ ກັບນະວັດຕະກຳ, ການນຳໃຊ້ ແລະ ການຖ່າຍທອດ, ຜ່ານນັ້ນ ຫຍໍ້ໄລຍະຫ່າງຈາກຜົນການຄົ້ນຄວ້າ ໄປສູ່ຜະລິດຕະພັນ ແລະ ການບໍລິການ.
ທ່ານນາງ ເຈືອງຈິ້ງເຈື່ອງວິງ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫວິງລອງ, ໄດ້ແບ່ງປັນຄວາມຕ້ອງການຄົ້ນຄວ້າ, ນະວັດຕະກຳ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ເຂດທົ່ງພຽງແມ່ນ້ຳກື໋ວລອງ. ໃນນັ້ນ, ວິສາຫະກິດຖືກກຳນົດເປັນໜຶ່ງໃນບັນດາພາກສ່ວນສຳຄັນ ໃນການນຳໃຊ້ ແລະ ການຄ້າຜົນການຄົ້ນຄວ້າ.
ບັນດາຄຳເຫັນທີ່ກອງສຳມະນາ ເຫັນວ່າ ເພື່ອໃຫ້ການຮ່ວມມືສາກົນເຂົ້າສູ່ລວງເລິກ, ຈຳເປັນຕ້ອງສ້າງຕ່ອງໂສ້ເຊື່ອມໂຍງ ຈາກຄວາມຕ້ອງການຕົວຈິງ ໄປສູ່ການຄົ້ນຄວ້າ, ການນຳໃຊ້ ແລະ ການຖ່າຍທອດ.
ຜ່ານນັ້ນ, ແຫຼ່ງຊັບພະຍາກອນພາຍໃນປະເທດ ສາມາດເຊື່ອມຕໍ່ກັບຄວາມຮູ້, ເຕັກໂນໂລຊີ ແລະ ເຄືອຂ່າຍສາກົນ, ສ້າງບັນດາໜ້າທີ່ຄົ້ນຄວ້າຮ່ວມ ທີ່ຕິດພັນກັບບັນດາບັນຫາສະເພາະຂອງທ້ອງຖິ່ນ, ວິສາຫະກິດ ແລະ ພາກພື້ນ.
ຍສໝ - ຕອນເຊົ້າວັນທີ 22/9 ຢູ່ Dar es Salaam, ເວທີເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ຕັງຊານີ ໄດ້ຈັດຂຶ້ນຢູ່ນອກຂອບເຂດກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະບານສອງປະເທດ, ສ້າງໂອກາດໃຫ້ອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ໄດ້ແລກປ່ຽນໂດຍກົງ, ຊອກຫາຄູ່ຮ່ວມ ແລະ ຊຸກຍູ້ບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ. |
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ. |
ດວງດີ
