| ພະລາຊະວັງທັງລອງ ຮຸ່ງເຫລື້ອມໃນຄືນໄຂງານມະໂຫລານວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ 2 ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ: ພື້ນທີ່ໂຮມສີສັນຈາກ 5 ທະວີບ |
ຕອນບ່າຍວັນທີ 5/10, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຖະແຫຼງຂ່າວ ແຈ້ງສະພາບການເສດຖະກິດ - ສັງຄົມ ໄຕມາດ III/2026. ທີ່ນີ້, ທ່ານນາງ ຫງວຽນທິມາຍເຮືອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ ນະຄອນຜັນຂະຫຍາຍກິດຈະກຳຕໍ່ເນື່ອງລະນຶກ 72 ປີ ວັນປົດປ່ອຍນະຄອນຫຼວງ ນັບແຕ່ທ້າຍເດືອນ 9, ໂດຍຈຸດສູງສຸດແມ່ນໃນເດືອນ 10.
ບັນດາລາຍການໄດ້ຮັບການຈັດຢູ່ຫຼາຍພື້ນທີ່ວັດທະນະທຳ, ມໍລະດົກ, ແນໃສ່ຮັບໃຊ້ປະຊາຊົນ, ນັກທ່ອງທ່ຽວ, ພ້ອມທັງໂຄສະນາບັນດາຄຸນຄ່າອັນໂດດເດັ່ນຂອງຮ່າໂນ້ຍ.
![]() |
ບັນຍາກາດການຖະແຫຼງຂ່າວແຈ້ງສະພາບການເສດຖະກິດ - ສັງຄົມ ໄຕມາດ III/2026 ຈັດໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ. |
ຫຼາຍລາຍການສິລະປະເຊື່ອມໂຍງກັບພື້ນທີ່ມໍລະດົກ
ເປີດສາກກິດຈະກຳຕໍ່ເນື່ອງ, ແຕ່ວັນທີ 1-4/10, ງານມະຫະກຳປຶ້ມຮ່າໂນ້ຍ ຄັ້ງທີ XI - ປີ 2026 ພາຍໃຕ້ຫົວຂໍ້ “ປຶ້ມເປີດຄວາມຮູ້ - ເຕັກໂນໂລຊີນຳພາອະນາຄົດ” ໄດ້ຈັດຂຶ້ນຢູ່ຖະໜົນຄົນຍ່າງໜອງຮວ່ານກຽມ.
ແຕ່ວັນທີ 3-4/10, ຢູ່ສວນດອກໄມ້ ຫຼີຕື້ຈ້ອງ ແລະ ໜ້ານ້ຳໜອງໄຕ, ຕາມແນວຖະໜົນ ແທງນຽນ - ຫງວຽນດິ່ງທິ, ຕາແສງໄຕໂຮ່, ນະຄອນຈັດການແຂ່ງຂັນພາຍເຮືອມັງກອນ - ກະດານ SUP ຮ່າໂນ້ຍເປີດກວ້າງ ປີ 2026, ໂດຍມີນັກກິລາເກືອບ 900 ຄົນ ຈາກບັນດາສະຖານທູດ, ອົງການສາກົນ, ແຂວງ, ນະຄອນ ແລະ ສະໂມສອນເຂົ້າຮ່ວມ.
ໃນເດືອນ 10, ງານ Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ ປີ 2026 ຈັດຂຶ້ນແຕ່ວັນທີ 16-18/10; ງານບຸນເຄື່ອງດື່ມຮ່າໂນ້ຍ 2026 ຈັດຂຶ້ນແຕ່ວັນທີ 9-11/10, ນຳມາເຊິ່ງຫຼາຍກິດຈະກຳປະສົບການເພີ່ມເຕີມໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ.
ທີ່ໜ້າສົນໃຈ, ນະຄອນຈັດ 2 ລາຍການສິລະປະຂະໜາດໃຫຍ່ຢູ່ໂຮງລະຄອນໂຮ່ເກືອມ ໃນວັນທີ 9 ແລະ 10/10.
ວັນທີ 9/10, ລາຍການສິລະປະຮັບໃຊ້ສາທາລະນະຊົນ ໄດ້ຈັດຂຶ້ນໃນຮູບແບບຈຳໜ່າຍປີ້, ແນໃສ່ກາຍເປັນເຫດການດົນຕີສາກົນ, ເຕົ້າໂຮມບັນດາຜົນງານດີເດັ່ນຂອງຫວຽດນາມ ແລະ ໂລກ, ພ້ອມທັງເຊື່ອມຕໍ່ສິ່ງດີເລີດຂອງດົນຕີຮ່ວມສະໄໝກັບບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກຂອງຮ່າໂນ້ຍ.
ວັນທີ 10/10, ລາຍການສິລະປະພິເສດ “ບົດຊິມໂຟນີຮ່າໂນ້ຍ” ໄດ້ຈັດຂຶ້ນເພື່ອຊົມເຊີຍ 72 ປີ ວັນປົດປ່ອຍນະຄອນຫຼວງ. ລາຍການຖືກສ້າງຂຶ້ນຄືດັ່ງບົດຊິມໂຟນີກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຄວາມປາດຖະໜາພັດທະນາຂອງຮ່າໂນ້ຍ, ປະສົມປະສານບັນດາຜົນງານດົນຕີຄລາສສິກ, ບັນດາຜົນງານປະພັນດີເດັ່ນຂອງດົນຕີຫວຽດນາມ ກັບພາສາເວທີສະໄໝໃໝ່.
ຕອນຄ່ຳວັນດຽວກັນ, ຢູ່ສວນດອກໄມ້ວິຫານບ່າກ້ຽວ, ລາຍການສິລະປະ “80 ປີ - ບົດເພງວິລະກຳຮ່າໂນ້ຍດັງກ້ອງຕະຫຼອດໄປ” ໄດ້ຈັດຂຶ້ນເນື່ອງໃນໂອກາດລະນຶກ 80 ປີ ວັນປະເພນີກຳລັງປະກອບອາວຸດນະຄອນຫຼວງ (19/10/1946 - 19/10/2026).
ລາຍການໄດ້ຈຳລອງຄືນເສັ້ນທາງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງປະກອບອາວຸດນະຄອນຫຼວງຜ່ານແຕ່ລະໄລຍະ; ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ, ນັກຮົບລຸ້ນຕ່າງໆ ທີ່ໄດ້ເສຍສະລະ, ອຸທິດຕົນເພື່ອຄວາມສະຫງົບສຸກຂອງນະຄອນຫຼວງ.
ໃນໂອກາດນີ້, ບັນດາໂຮງລະຄອນ ແລະ ໜ່ວຍງານສິລະປະອາຊີບຂອງນະຄອນ ກໍໄດ້ຄັດເລືອກຫຼາຍລາຍການເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວ.
ເວລາ 20 ໂມງ ໃນວັນສຸກ ແລະ ວັນເສົາ ແຕ່ວັນທີ 2-31/10, ໂຮງລະຄອນດຣາມາ, ໂຮງລະຄອນແຈ່ວ ແລະ ໂຮງລະຄອນກ່າຍເລືອງຮ່າໂນ້ຍ ສະແດງຫຼາຍຜົນງານ, ລາຍການທີ່ມີເຄື່ອງໝາຍຂອງຮ່າໂນ້ຍ ເຊັ່ນ ລະຄອນ “ຕຳນານໜອງຮວ່ານກຽມ”, ລາຍການ “ສະເໜ່ແຈ່ວແຫ່ງຮ່າໂນ້ຍ”, ລະຄອນແຈ່ວ “ກວານອຳທິກິ໊ງ” ແລະ ລະຄອນກ່າຍເລືອງ “ຍິງສາວແຫ່ງຮ່າໂນ້ຍ”.
ພ້ອມກັນນັ້ນ, ຫຼາຍລາຍການສິລະປະໄດ້ຈັດຂຶ້ນຢູ່ເຂດໃຈກາງ ແລະ ບັນດາຕາແສງ, ບ້ານ. ໃນຄ່ຳວັນທີ 9 ແລະ 10/10, ບັນດາໜ່ວຍງານສິລະປະຂຶ້ນກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັນສະແດງຢູ່ສວນດອກໄມ້ວິຫານບ່າກ້ຽວ, ຕາແສງໄຕຕື້ວ ແລະ ບັນດາຕາແສງ ຈຸງຢ໊າ, ຮວ່າຍດຶກ, ອຽນລ໊າງ, ກວາງອວາຍ, ຊວນມາຍ, ເຮືອງເຊີນ.
ນອກຈາກບັນດາລາຍການສະແດງໂດຍກົງແລ້ວ, ນະຄອນຍັງຈັດການສາຍຮູບເງົາເຄື່ອນທີ່ 40 ຄັ້ງ ແລະ ສາຍຮູບເງົາຢູ່ບັນດາໂຮງຮູບເງົາໃນທົ່ວນະຄອນ 15 ຄັ້ງ ເນື່ອງໃນໂອກາດລະນຶກ.
ເພີ່ມຫຼາຍຜະລິດຕະພັນທ່ອງທ່ຽວ, ຈຸດເດັ່ນແມ່ນບັ້ງໄຟດອກຢູ່ໜອງໄຕ
ຄຽງຄູ່ກັບບັນດາກິດຈະກຳວັດທະນະທຳ, ສິລະປະ, ຮ່າໂນ້ຍສ້າງຫຼາຍລາຍການ, ເຫດການ ແລະ ຜະລິດຕະພັນທ່ອງທ່ຽວໃໝ່ ເພື່ອຮັບໃຊ້ຄວາມຕ້ອງການທ່ຽວຊົມ, ສຳຜັດປະສົບການຂອງປະຊາຊົນ ແລະ ນັກທ່ອງທ່ຽວ.
ໜຶ່ງໃນຈຸດເດັ່ນແມ່ນ 72 ຂໍ້ແນະນຳເສັ້ນທາງທົວຄົ້ນຫາຮ່າໂນ້ຍ ທີ່ເຊື່ອມໂຍງກັບຂີດໝາຍ 72 ປີ ວັນປົດປ່ອຍນະຄອນຫຼວງ. ບັນດາເສັ້ນທາງຂຸດຄົ້ນຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ມໍລະດົກ, ສະຖາປັດຕະຍະກຳ, ບ້ານຫັດຖະກຳ, ອາຫານ ແລະ ພື້ນທີ່ສ້າງສັນ, ເຊື່ອມຕໍ່ບັນດາຈຸດໝາຍດີເດັ່ນ, ສະຖານທີ່ປະຫວັດສາດ - ວັດທະນະທຳ, ຄຸ້ມຖະໜົນ, ບ້ານຫັດຖະກຳ ແລະ ຜະລິດຕະພັນປະສົບການອັນເປັນເອກະລັກ.
ຜ່ານບັນດາເສັ້ນທາງເຫຼົ່ານີ້, ນະຄອນແນໃສ່ໂຄສະນາພາບລັກຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ນະຄອນສ້າງສັນ, ຈຸດໝາຍປາຍທາງທີ່ປອດໄພ, ເປັນມິດ ແລະ ໜ້າດຶງດູດ.
ພ້ອມກັນນັ້ນ, ແພລັດຟອມທ່ອງທ່ຽວອັດສະລິຍະ HanoiGo ໄດ້ຮັບການສຳເລັດ ແລະ ເປີດຕົວ, ປະສົມປະສານຂໍ້ມູນກ່ຽວກັບຈຸດໝາຍປາຍທາງ, ສະຖານທີ່ບູຮານ, ສະຖານທີ່ທິວທັດ, ບ້ານຫັດຖະກຳ, ສະຖານປະກອບການບໍລິການ, ຜະລິດຕະພັນ ແລະ ເສັ້ນທາງທ່ອງທ່ຽວໃນທົ່ວນະຄອນ.
ແພລັດຟອມສະໜອງຂໍ້ມູນແບບເຫັນພາບ, ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຄົ້ນຫາ, ເລືອກບັນດາຜະລິດຕະພັນທ່ອງທ່ຽວ, ພ້ອມທັງປະກອບສ່ວນຊຸກຍູ້ການຫັນປ່ຽນດິຈິຕອນ ແລະ ໂຄສະນາຈຸດໝາຍປາຍທາງຮ່າໂນ້ຍ.
ແຕ່ວັນທີ 9-11/10, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຈັດເຫດການ “ຮາກເຫງົ້າມໍລະດົກໃຈກາງນະຄອນຫຼວງ”, ເຊື່ອມໂຍງກັບເຂດພິທີບູຊາບັນພະບຸລຸດ, ມຸ່ງສູ່ຮາກເຫງົ້າ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາກະສັດຮຸ່ງ.
ລາຍການລວມມີຫຼາຍກິດຈະກຳວັດທະນະທຳ, ສິລະປະ, ປະສົບການ, ທ່ຽວຊົມ ແລະ ແນະນຳບັນດາຄຸນຄ່າມໍລະດົກດັ້ງເດີມ ຢູ່ “ເຮືອນຮ່ວມ” ຂອງຊຸມຊົນບັນດາເຜົ່າຫວຽດນາມ.
ບັນດາສະຖານທີ່ບູຮານຂັ້ນນະຄອນ ສືບຕໍ່ເປີດຮັບແຂກ, ຈັດບັນດາກິດຈະກຳວັດທະນະທຳ, ສິລະປະ, ສຶກສາຮຽນຮູ້ປະຫວັດສາດ ແລະ ສຶກສາປະເພນີໃຫ້ແກ່ຄົນຮຸ່ນໜຸ່ມ.
ໂດຍສະເພາະ, ຕອນຄ່ຳວັນທີ 10/10, ເຂດໜອງໄຕ ຈະເປັນໜຶ່ງໃນຈຸດເດັ່ນຂອງກິດຈະກຳຕໍ່ເນື່ອງ ດ້ວຍການສະແດງບັ້ງໄຟດອກ.
ຢູ່ທີ່ນີ້, ນະຄອນນຳໃຊ້ບັ້ງໄຟດອກລະເບີດລະດັບສູງ, ລະດັບຕ່ຳ, ບັ້ງໄຟດອກລະເບີດເທິງນ້ຳ ແລະ ເຕັກນິກໄຟ, ດ້ວຍບັ້ງໄຟດອກ 900 ຊຸດ ຈັດວາງເທິງໜ້ານ້ຳໜອງໄຕ. ເອັບເຟັກບັ້ງໄຟດອກປະສົມປະສານກັບດົນຕີ ສ້າງພື້ນທີ່ສະແດງແສງສີຫຼາກຫຼາຍ.
ຢູ່ເຂດໜ້າໄປສະນີຮ່າໂນ້ຍ, ຕາແສງຮວ່ານກຽມ, ນະຄອນຍັງຈັດຈຸດຍິງບັ້ງໄຟດອກລະເບີດລະດັບສູງ, ລະດັບຕ່ຳ ແລະ ເຕັກນິກໄຟ ດ້ວຍບັ້ງໄຟດອກ 350 ຊຸດ ຢູ່ເທິງໜ້ານ້ຳໜອງຮວ່ານກຽມ.
ໄລຍະເວລາຈູດບັ້ງໄຟດອກຄາດວ່າຈະແກ່ຍາວ 15 ນາທີ, ເລີ່ມແຕ່ເວລາ 21 ໂມງ ວັນທີ 10/10, ສ້າງຈຸດເດັ່ນໃນກິດຈະກຳວັດທະນະທຳ, ສິລະປະຕໍ່ເນື່ອງ ລະນຶກ 72 ປີ ວັນປົດປ່ອຍນະຄອນຫຼວງ.
ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 / 30 ເມສາ 2025) ລະດັບຊາດ ໂດຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 30 ເມສາ ທີ່ເສັ້ນທາງ ເລຢ້ວນ ແລະເສັ້ນທາງສໍາຄັນ ສາຍຕ່າງໆຈໍານວນໜຶ່ງຂອງເມືອງ 1, ນະຄອນ ໂຮ່ຈີມິນ. |
ຍສໝ - ວັນທີ 30 ເມສາ ບໍ່ພຽງແຕ່ແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມ ໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບເທົ່ານັ້ນ, ແຕ່ຍັງແມ່ນຈຸດຢືນທາງດ້ານຈິດໃຈ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ ດ້ວຍທ່າທີແຫ່ງຄວາມເຊື່ອໝັ້ນ, ບົດບາດອັນສະຫງ່າຜ່າເຜີຍ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະບືນຕົວຂຶ້ນຢ່າງແຂງແຮງ. |
ດວງດີ
