ຍົກສູງຄຸນຄ່າແບຣນແຫ່ງຊາດຫວຽດນາມ

17:23 | 06/10/2026

ຍສໝ - ພາຍຫຼັງ 23 ປີແຫ່ງການຜັນຂະຫຍາຍ, ໂຄງການແບຣນແຫ່ງຊາດຫວຽດນາມ ນັບມື້ນັບຢືນຢັນບົດບາດໃນການຍົກສູງຄວາມຮັບຮູ້ກ່ຽວກັບການສ້າງແບຣນ, ຊຸກຍູ້ນະວັດຕະກຳ ແລະ ໂຄສະນາພາບລັກຂອງວິສາຫະກິດ, ຜະລິດຕະພັນຫວຽດນາມ ໃນຕະຫຼາດພາຍໃນ ແລະ ສາກົນ. ປີ 2026, ຜະລິດຕະພັນ 499 ລາຍການຂອງ 227 ວິສາຫະກິດ ໄດ້ຮັບການຮັບຮອງວ່າບັນລຸແບຣນແຫ່ງຊາດຫວຽດນາມ.

ກະຊວງອຸດສາຫະກຳ ແລະ ການຄ້າ ຫາກໍປະກາດໃຊ້ຂໍ້ຕົກລົງເລກທີ 2136/QĐBCT, ຮັບຮອງຜະລິດຕະພັນ 499 ລາຍການຂອງ 227 ວິສາຫະກິດ ວ່າບັນລຸແບຣນແຫ່ງຊາດຫວຽດນາມ ປີ 2026. ພິທີປະກາດຄາດວ່າຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 16/10/2026 ພາຍໃຕ້ຫົວຂໍ້ “ກະແສແບຣນຫວຽດ”.

ຜ່ານ 23 ປີແຫ່ງການປະຕິບັດ, ໂຄງການແບຣນແຫ່ງຊາດຫວຽດນາມ ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງສັງຄົມ, ໂດຍສະເພາະປະຊາຄົມວິສາຫະກິດ, ກ່ຽວກັບບົດບາດຂອງແບຣນໃນການຜະລິດ, ດຳເນີນທຸລະກິດ ແລະ ການເຊື່ອມໂຍງສາກົນ. ກິດຈະກຳໂຄສະນາແບຣນແຫ່ງຊາດ ກໍນັບມື້ນັບເຊື່ອມໂຍງແໜ້ນແຟ້ນກັບແບຣນຜະລິດຕະພັນ ແລະ ວິສາຫະກິດ.

ຍົກສູງຄຸນຄ່າແບຣນແຫ່ງຊາດຫວຽດນາມ
ໂຄສະນາສິນຄ້າຫວຽດນາມຢູ່ງານວາງສະແດງອາຫານສາກົນ Hong Kong Food Expo 2025

ເພີ່ມນ້ຳໜັກໃຫ້ນະວັດຕະກຳ

ຕາມບົດລາຍງານຂອງ Brand Finance, ມູນຄ່າແບຣນແຫ່ງຊາດຫວຽດນາມ ປີ 2026 ບັນລຸ 462,279 ຕື້ USD, ເພີ່ມຂຶ້ນ 45,14% ທຽບກັບປີ 2020, ຢືນອັນດັບທີ 32 ໃນຈຳນວນ 193 ປະເທດທີ່ໄດ້ຮັບການຈັດອັນດັບ.

ໄລຍະ 2020-2026, ອັດຕາວິສາຫະກິດທີ່ມີຜະລິດຕະພັນບັນລຸແບຣນແຫ່ງຊາດ ຢູ່ໃນ Top 50 ແບຣນທີ່ມີມູນຄ່າສູງສຸດຂອງຫວຽດນາມ ເພີ່ມຈາກ 42% ຂຶ້ນເປັນ 50%. ບັນດາຜົນສຳເລັດນີ້ສະແດງໃຫ້ເຫັນວ່າ ຖານະຂອງແບຣນຫວຽດນາມສືບຕໍ່ໄດ້ຮັບການປັບປຸງ, ພ້ອມທັງສະທ້ອນເຖິງການພັດທະນາຂອງບັນດາວິສາຫະກິດໃນການສ້າງ ແລະ ຍົກສູງມູນຄ່າແບຣນ.

ທ່ານ ຮວ່າງມິງຈ໊ຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ໃນການຄັດເລືອກຜະລິດຕະພັນແບຣນແຫ່ງຊາດຫວຽດນາມ ຄັ້ງທີ 10 ປີ 2026, ລະບົບມາດຖານໄດ້ເພີ່ມຂໍ້ກຳນົດຕໍ່ຄວາມສາມາດດ້ານນະວັດຕະກຳຢ່າງຫຼວງຫຼາຍ.

ໃນຄະແນນເຕັມ 1.000 ຄະແນນ, ກຸ່ມມາດຖານນີ້ໄດ້ຮັບການປັບຈາກ 180 ຂຶ້ນເປັນ 300 ຄະແນນ, ກວມເອົາ 30% ຂອງຄະແນນລວມ. ການປ່ຽນແປງນີ້ແນໃສ່ເນັ້ນໜັກບົດບາດຂອງການຄົ້ນຄວ້າ ແລະ ພັດທະນາ, ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການປົກປ້ອງຊັບສິນທາງປັນຍາ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ແລະ ການພັດທະນາຊັບພະຍາກອນມະນຸດ.

ຜ່ານນັ້ນ, ການຄັດເລືອກບໍ່ພຽງແຕ່ອີງໃສ່ຄຸນນະພາບຜະລິດຕະພັນ ແຕ່ຍັງເຊື່ອມໂຍງກັບຄວາມສາມາດດ້ານນະວັດຕະກຳ ແລະ ຄວາມສາມາດແຂ່ງຂັນແບບຍືນຍົງຂອງວິສາຫະກິດ.

ພາຍຫຼັງຂະບວນການຄັດເລືອກ, ຜະລິດຕະພັນ 499 ລາຍການຂອງ 227 ວິສາຫະກິດ ໄດ້ຮັບການຮັບຮອງວ່າບັນລຸແບຣນແຫ່ງຊາດຫວຽດນາມ ປີ 2026. ບັນດາແບຣນທີ່ໄດ້ຮັບການເຊີດຊູ ຂຶ້ນກັບຫຼາຍຂົງເຂດ ເຊັ່ນ ການປຸງແຕ່ງ, ການຜະລິດ; ຜະລິດຕະພັນກະສິກຳ, ອາຫານ; ການແພດ ແລະ ຢາ; ການເງິນ; ເຕັກໂນໂລຊີ, ໂທລະຄົມ ແລະ ໂລຈິສຕິກ - ການບໍລິການ.

ການເຂົ້າຮ່ວມຄັດເລືອກຍັງເປັນໂອກາດໃຫ້ວິສາຫະກິດກວດຄືນ, ປັບປຸງຄວາມສາມາດດ້ານການບໍລິຫານ, ນະວັດຕະກຳ ແລະ ການປົກປ້ອງຊັບສິນທາງປັນຍາ, ພ້ອມທັງສະແດງຄວາມຮັບຜິດຊອບຕໍ່ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ນາມມະຍົດແບຣນແຫ່ງຊາດ ໄດ້ວາງຂໍ້ຮຽກຮ້ອງໃຫ້ບັນດາວິສາຫະກິດສືບຕໍ່ລົງທຶນໃນລວງເລິກດ້ານເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ, ຮັບປະກັນໃຫ້ແຕ່ລະຜະລິດຕະພັນທີ່ມີສັນຍາລັກແຫ່ງຊາດ ເຊື່ອມໂຍງກັບຄຸນຄ່າທີ່ແທດຈິງ.

ສ້າງແຮງຂັບເຄື່ອນໃຫ້ແບຣນຫວຽດກ້າວໄປໄກ

ດ້ວຍຄວາມພາກພູມໃຈທີ່ເປັນຄັ້ງທີ 5 ຕິດຕໍ່ກັນ ທີ່ມີ 5 ຜະລິດຕະພັນບັນລຸແບຣນແຫ່ງຊາດ, ທ່ານ ຫງວຽນແມ້ງຖັງ, ຜູ້ອຳນວຍການພາກເໜືອ ບໍລິສັດຮັງນົກແອ່ນແຄ໊ງຮວ່າ ໃຫ້ຮູ້ວ່າ ວິສາຫະກິດສຸມໃສ່ຍົກສູງຄຸນນະພາບ ເຊື່ອມໂຍງກັບການຜະລິດສີຂຽວ, ປະຢັດພະລັງງານ, ນຳໃຊ້ບັນຈຸພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ ກຳຈັດສານກັນບູດອອກຈາກຜະລິດຕະພັນຢ່າງສິ້ນເຊີງ.

ບໍລິສັດຍັງເລັ່ງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ເຂົ້າໃນການປຸງແຕ່ງ ແລະ ຄວບຄຸມຄຸນນະພາບ; ເພີ່ມທະວີການຫັນປ່ຽນດິຈິຕອນ, ເຊື່ອມລວມ AI ແລະ ບັນດາແພລັດຟອມບໍລິຫານ ຕັ້ງແຕ່ຂັ້ນຕອນການຜະລິດຈົນເຖິງການຈຳໜ່າຍ; ພ້ອມທັງຄົ້ນຄວ້າ, ພັດທະນາສາຍຜະລິດຕະພັນໃໝ່ ເພື່ອຕອບສະໜອງຄວາມຕ້ອງການພາຍໃນປະເທດ ແລະ ສາກົນ.

ດ້ວຍ 2 ຜະລິດຕະພັນບັນລຸແບຣນແຫ່ງຊາດຫວຽດນາມ ປີ 2026, ທ່ານ ເລຫວຽດ, ຜູ້ອຳນວຍການໃຫຍ່ບໍລິສັດເຫຼັກກ້າພາກໃຕ້ (VNSTEEL) ເຫັນວ່າ ແບຣນແຫ່ງຊາດບໍ່ແມ່ນຈຸດໝາຍປາຍທາງ ແຕ່ແມ່ນຈຸດເລີ່ມຕົ້ນສຳລັບບັນດາມາດຕະຖານທີ່ສູງຂຶ້ນ.

ຕາມທ່ານ, ນາມມະຍົດແມ່ນແຮງຂັບເຄື່ອນໃຫ້ວິສາຫະກິດສືບຕໍ່ປັບການຜະລິດໃຫ້ເໝາະສົມທີ່ສຸດ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ດຳເນີນຕາມທິດທາງການຜະລິດເຫຼັກກ້າສີຂຽວ, ຍືນຍົງ. ວິສາຫະກິດຄາດຫວັງວ່າ ສັນຍາລັກ /V/ ຂອງເຫຼັກກ້າພາກໃຕ້ ບໍ່ພຽງແຕ່ເຊື່ອມໂຍງກັບຄຸນນະພາບຜະລິດຕະພັນ ແຕ່ຍັງສະແດງເຖິງຈິດໃຈແຫ່ງນະວັດຕະກຳ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.

ມຸ່ງໄປສູ່ເປົ້າໝາຍໃຫ້ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ທ່ານ ເລືອງຮວ່າງໄທ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນໜັກເຖິງບົດບາດຍຸດທະສາດຂອງແບຣນແຫ່ງຊາດ ໃນການກຳນົດອັດຕະລັກ ແລະ ຍົກສູງຄວາມສາມາດແຂ່ງຂັນຂອງພື້ນຖານເສດຖະກິດ.

ໃນໄລຍະຕໍ່ໄປ, ໂຄງການແບຣນແຫ່ງຊາດຫວຽດນາມ ຈະສືບຕໍ່ສົ່ງເສີມບັນດາຄຸນຄ່າວັດທະນະທຳໃນການສ້າງແບຣນ, ເລັ່ງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳ ແລະ ເພີ່ມທະວີການເຊື່ອມໂຍງກັບບັນດາກິດຈະກຳການທູດເສດຖະກິດ, ການຮ່ວມມືສາກົນ.

ຜ່ານນັ້ນ, ແຕ່ລະແບຣນຫວຽດທີ່ກ້າວອອກສູ່ຕະຫຼາດສາກົນ ຈະປະກອບສ່ວນໂຄສະນາພາບລັກຂອງຫວຽດນາມທີ່ອຸດົມດ້ວຍອັດຕະລັກ, ຫ້າວຫັນ ແລະ ສ້າງສັນ.

ກະຊວງອຸດສາຫະກຳ ແລະ ການຄ້າ ຍັງຈະເພີ່ມທະວີການປະສານສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອສະໜັບສະໜູນວິສາຫະກິດພາຍຫຼັງການເຊີດຊູ ໃນບັນດາຂົງເຂດປົກປ້ອງແບຣນ, ການຫັນປ່ຽນສີຂຽວ, ການຫັນປ່ຽນດິຈິຕອນ ແລະ ເປີດກວ້າງຕະຫຼາດ.

ພ້ອມກັນນັ້ນ, ບັນດາວິສາຫະກິດທີ່ບັນລຸແບຣນແຫ່ງຊາດ ຖືກຄາດຫວັງວ່າຈະສືບຕໍ່ສົ່ງເສີມບົດບາດນຳພາ, ປັບປຸງຖານະດ້ວຍຄຸນນະພາບຜະລິດຕະພັນ, ຊື່ສຽງທາງທຸລະກິດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ