Logistics ເປີດກວ້າງພື້ນທີ່ການເຕີບໂຕໃຫ້ແກ່ເຂດທົ່ງພຽງແມ່ນ້ຳສີບົວ

14:31 | 24/09/2026

ຍສໝ - ຕອນບ່າຍວັນທີ 21/9 ຢູ່ຫາຍຟ່ອງ, ເວທີ Logistics ເຂດພາກພື້ນ ຄັ້ງທີ VII ປີ 2026 ສຸມໃສ່ປຶກສາຫາລືບັນດາວິທີແກ້ໄຂເພື່ອເປີດກວ້າງພື້ນທີ່ພັດທະນາ, ແກ້ໄຂຂໍ້ຕິດຂັດດ້ານກົນໄກ ແລະ ເພີ່ມທະວີການເຊື່ອມຕໍ່ຫຼາຍຮູບແບບ, ຜ່ານນັ້ນ ຍົກສູງຂີດຄວາມສາມາດແຂ່ງຂັນດ້ານ logistics ຂອງເຂດທົ່ງພຽງແມ່ນ້ຳສີບົວ.

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics ວິງລອງ ແລະ Niigata ຂະຫຍາຍການຮ່ວມມືໄປສູ່ເສດຖະກິດຂຽວ, Logistics

ເວທີດັ່ງກ່າວ ໂດຍສະພາການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ແລະ ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ຊີ້ນຳໃຫ້ວາລະສານ ເວທີວິສາຫະກິດ ປະສານງານກັບພະແນກອຸດສາຫະກຳ ແລະ ການຄ້າຫາຍຟ່ອງ, ສະມາຄົມວິສາຫະກິດບໍລິການ Logistics ຫວຽດນາມ ແລະ ສະມາຄົມ Logistics ຫາຍຟ່ອງ ຈັດຕັ້ງ.

ຫາຍຟ່ອງ ກຳນົດ logistics ເປັນແຮງຂັບເຄື່ອນໃໝ່ຂອງການເຕີບໂຕ

Logistics ເປີດກວ້າງພື້ນທີ່ການເຕີບໂຕໃຫ້ແກ່ເຂດທົ່ງພຽງແມ່ນ້ຳສີບົວ
ເວທີດັ່ງກ່າວ ໂດຍສະພາການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ແລະ ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ຊີ້ນຳ; ວາລະສານ ເວທີວິສາຫະກິດ ປະສານງານກັບພະແນກອຸດສາຫະກຳ ແລະ ການຄ້າຫາຍຟ່ອງ, ສະມາຄົມວິສາຫະກິດບໍລິການ Logistics ຫວຽດນາມ ແລະ ສະມາຄົມ Logistics ຫາຍຟ່ອງ ຈັດຕັ້ງ.

ກ່າວຄຳປາໄສທີ່ເວທີ, ທ່ານ ເລຫງອກເຈົາ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນຫາຍຟ່ອງ ເນັ້ນໜັກວ່າ ນະຄອນມີຕຳແໜ່ງເປັນສູນກາງອຸດສາຫະກຳ, ທ່າເຮືອ, ຈຸດເຊື່ອມຕໍ່ການຄົມມະນາຄົມ ແລະ ຂົ້ວການເຕີບໂຕຂອງເຂດເສດຖະກິດຈຸດສຸມພາກເໜືອ.

ດ້ວຍລະບົບການຄົມມະນາຄົມທີ່ປະກອບມີ ທາງບົກ, ທາງທະເລ, ທາງອາກາດ, ທາງລົດໄຟ ແລະ ທາງນ້ຳພາຍໃນ, logistics ນັບມື້ນັບມີບົດບາດສຳຄັນໃນພື້ນທີ່ພັດທະນາຂອງຫາຍຟ່ອງ ກໍຄືທົ່ວເຂດ.

ໄລຍະ 2021-2025, ການບໍລິການ logistics ຢູ່ຫາຍຟ່ອງ ເຕີບໂຕສະເລ່ຍຫຼາຍກວ່າ 10% ຕໍ່ປີ, ປະກອບສ່ວນປະມານ 11,5% ເຂົ້າໃນ GRDP ຂອງນະຄອນ. ປະລິມານສິນຄ້າຜ່ານລະບົບທ່າເຮືອກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມທ່ານ ເລຫງອກເຈົາ, ບັນດາຜົນໄດ້ຮັບນີ້ ປະກອບສ່ວນນຳຫາຍຟ່ອງກາຍເປັນທ້ອງຖິ່ນດຽວໃນທົ່ວປະເທດທີ່ຮັກສາການເຕີບໂຕເສດຖະກິດສອງຕົວເລກເປັນເວລາ 11 ປີຕິດຕໍ່ກັນ.

ຕາມການນຳນະຄອນ, ໃນບໍລິບົດທີ່ຕ່ອງໂສ້ສະໜອງໂລກພວມປັບໂຄງສ້າງຄືນໃໝ່ ແລະ ການແຂ່ງຂັນລະຫວ່າງບັນດາສູນ logistics ນັບມື້ນັບຮຸນແຮງ, ຂໍ້ຮຽກຮ້ອງຕໍ່ເຂດທົ່ງພຽງແມ່ນ້ຳສີບົວ ບໍ່ພຽງແຕ່ແມ່ນການເປີດກວ້າງຂອບຂະໜາດ ແຕ່ຍັງຕ້ອງມຸ່ງໄປສູ່ການສ້າງຂົ້ວ logistics ແຫ່ງຊາດທີ່ມີການເຊື່ອມຕໍ່ສູງ, ມີຂີດຄວາມສາມາດແຂ່ງຂັນສາກົນ ແລະ ມູນຄ່າເພີ່ມສູງ.

ດັ່ງນັ້ນ, ຫາຍຟ່ອງ ຈຶ່ງສຸມໃສ່ເຊື່ອມຕໍ່ທ່າເຮືອ, ສະໜາມບິນ, ທາງລົດໄຟ ແລະ ບັນດາສູນ logistics ຢ່າງຄົບຊຸດ; ຊຸກຍູ້ການຫັນເປັນດິຈິຕອນ, ອັດຕະໂນມັດ, ການຫັນປ່ຽນສີຂຽວ; ກຳນົດ logistics ແລະ ການບໍລິການທ່າເຮືອ ເປັນໜຶ່ງໃນບັນດາແຮງຂັບເຄື່ອນສຳຄັນໃນໄລຍະພັດທະນາໃໝ່.

ທ່ານ ເຈິ່ນຕ໊ຽນຢຸງ, ຮອງປະທານສະມາຄົມວິສາຫະກິດບໍລິການ Logistics ຫວຽດນາມ (VLA), ປະທານສະມາຄົມ Logistics ຫາຍຟ່ອງ (HPLA) ໃຫ້ຮູ້ວ່າ ຂະໜາດ GRDP ຂອງທົ່ວເຂດທົ່ງພຽງແມ່ນ້ຳສີບົວ ໃນປີ 2025 ຄາດວ່າບັນລຸຫຼາຍກວ່າ 3,88 ລ້ານຕື້ດົ່ງ, ສູງກວ່າ 2,7 ເທົ່າ ທຽບໃສ່ 10 ປີກ່ອນ.

ຕາມທ່ານ, ການແບ່ງບົດບາດລະຫວ່າງບັນດາທ້ອງຖິ່ນ ນັບມື້ນັບຈະແຈ້ງ: ຮ່າໂນ້ຍ ຮັກສາບົດບາດເປັນຕົວເມືອງໃຈກາງ ແລະ ແກນຫຼັກດ້ານການຄົ້ນຄວ້າ, ພັດທະນາ; ບັກນິງ ກາຍເປັນຂົ້ວການຜະລິດເຕັກໂນໂລຊີສູງ; ກວາງນິງ ແມ່ນປະຕູເສດຖະກິດທະເລທາງຕາເວັນອອກ; ຫາຍຟ່ອງ ແມ່ນປະຕູອອກສູ່ທະເລຂະໜາດໃຫຍ່ ແລະ ສູນ logistics ລະດັບເຂດ.

ແຮງຂັບເຄື່ອນພັດທະນາຂອງເຂດ ຍັງມາຈາກການຄ້າສາກົນ. ມູນຄ່າການຄ້າ ຫວຽດນາມ - ຈີນ ຮັກສາລະດັບເພີ່ມຂຶ້ນຫຼາຍກວ່າ 20% ຕໍ່ປີ ແລະ ຄາດວ່າຈະບັນລຸ 300 ຕື້ USD ໃນປີ 2026. ການຄ້າ ຫວຽດນາມ - ລາວ ບັນລຸເກືອບ 3 ຕື້ USD ໃນປີ 2025 ແລະ ມຸ່ງສູ່ເປົ້າໝາຍ 5 ຕື້ USD ໃນໄລຍະ 2026-2030.

ຕາມທ່ານ ເຈິ່ນຕ໊ຽນຢຸງ, ກຸ່ມທ່າເຮືອຫາຍຟ່ອງ ໃນປີ 2025 ຢູ່ອັນດັບທີ 13 ຂອງໂລກດ້ານປະສິດທິພາບການນຳໃຊ້, ມີ 50 ທ່າທຽບເຮືອ, 6 ສູນ logistics ຂະໜາດໃຫຍ່, 46 ສາງພາສີ ແລະ 25 ສາງ CFS. ເຂດທ່າເຮືອນ້ຳເລິກ ລາກຮຸຍຽນ ສາມາດຮັບເຮືອ container ທີ່ມີນ້ຳໜັກບັນທຸກເຖິງ 200.000 DWT ແລະ ຮັກສາຫຼາຍກວ່າ 20 ເສັ້ນທາງເຮືອແມ່ ເຊື່ອມຕໍ່ໂດຍກົງກັບອາເມລິກາເໜືອ, ອາເມລິກາໃຕ້, ຕາເວັນອອກກາງ ແລະ ອິນເດຍ.

98% ຂອງສິນຄ້າ container ຍັງຂຶ້ນກັບການຂົນສົ່ງທາງບົກ

ຄຽງຄູ່ກັບບັນດາຜົນໄດ້ຮັບຕັ້ງໜ້າ, ທ່ານ ເຈິ່ນຕ໊ຽນຢຸງ ຊີ້ໃຫ້ເຫັນຂໍ້ຕິດຂັດໃຫຍ່ໃນການເຊື່ອມຕໍ່ຄົມມະນາຄົມພາຍໃນ.

ປະລິມານ container ຜ່ານທ່າເຮືອຫາຍຟ່ອງ ຖືກຄາດຄະເນວ່າ ຈະບັນລຸແຕ່ 13 ລ້ານ ຫາຫຼາຍກວ່າ 15,6 ລ້ານ TEU ໃນປີ 2030, ເພີ່ມຂຶ້ນແຕ່ 61% ຫາ 93% ທຽບໃສ່ລະດັບ 8,1 ລ້ານ TEU ໃນປີ 2025. ແຕ່ປັດຈຸບັນ, ປະມານ 98% ຂອງປະລິມານສິນຄ້າ container ຍັງຖືກຂົນສົ່ງທາງບົກ.

ການຂຶ້ນກັບລົດ container ໃນບັນດາເສັ້ນທາງບົກໃນລະດັບສູງ ເຮັດໃຫ້ຄວາມສ່ຽງຕໍ່ການຈະລາຈອນຕິດຂັດ, ອຸບັດເຫດ, ມົນລະພິດສິ່ງແວດລ້ອມເພີ່ມຂຶ້ນ ແລະ ຍູ້ຕົ້ນທຶນ logistics ຂອງວິສາຫະກິດຫວຽດນາມ ຂຶ້ນສູ່ປະມານ 17% ຂອງ GDP.

ໃນຂະນະດຽວກັນ, ເຂດພາກເໜືອ ແລະ ພາກກາງຕອນເໜືອ ມີເສັ້ນທາງນ້ຳພາຍໃນຫຼາຍກວ່າ 4.000 km ພ້ອມກັບເສັ້ນທາງຕາມແຄມທະເລປະມານ 300 km ທີ່ສາມາດນຳໃຊ້ທາງການຄ້າໄດ້. ການຂົນສົ່ງທາງນ້ຳ ມີຂໍ້ໄດ້ປຽບດ້ານຄວາມສາມາດບັນທຸກ, ຕົ້ນທຶນ ແລະ ປະລິມານການປ່ອຍອາຍພິດຕ່ຳ.

ແຕ່ຈຳນວນວິສາຫະກິດທີ່ລົງທຶນໃນຂົງເຂດນີ້ຍັງມີໜ້ອຍ. ເສັ້ນທາງແລວທາງນ້ຳໝາຍເລກ 1 ຫາຍຟ່ອງ - ບັກນິງ ປັດຈຸບັນມີພຽງປະມານ 20 ຖ້ຽວຕໍ່ອາທິດ ດ້ວຍເຮືອແມ່ນ້ຳຂະໜາດຕ່ຳກວ່າ 120 TEU ເນື່ອງຈາກຂໍ້ຈຳກັດດ້ານລະດັບຄວາມສູງໃຕ້ຂົວ ແລະ ຮ່ອງນ້ຳແຄບ. ບັນດາເສັ້ນທາງ ຫາຍຟ່ອງ - ນິງບິ່ງ ຫຼື ງີເຊີນ ກໍຮັກສາໄດ້ພຽງບໍ່ເທົ່າໃດຖ້ຽວຕໍ່ອາທິດ.

ແກ້ໄຂຂໍ້ຕິດຂັດດ້ານກົນໄກໃຫ້ແກ່ການຂົນສົ່ງທາງນ້ຳ

Logistics ເປີດກວ້າງພື້ນທີ່ການເຕີບໂຕໃຫ້ແກ່ເຂດທົ່ງພຽງແມ່ນ້ຳສີບົວ
ວາລະປຶກສາຫາລືຫົວຂໍ້ສະເພາະໜຶ່ງ ໃນຂອບເຂດເວທີ Logistics ເຂດພາກພື້ນ ຄັ້ງທີ VII ປີ 2026.

ຕາມທ່ານ ເຈິ່ນຕ໊ຽນຢຸງ, ປະຊາຄົມວິສາຫະກິດ logistics ຄາດຫວັງວ່າ ປະມວນກົດໝາຍການເດີນເຮືອ ແລະ ທາງນ້ຳຫວຽດນາມ ສະບັບປັບປຸງ ຈະສ້າງພື້ນຖານກົດໝາຍທີ່ເປັນເອກະພາບ, ຜ່ານນັ້ນ ຍົກອັດຕາການຂົນສົ່ງ container ທາງນ້ຳພາຍໃນ ແລະ ທາງທະເລ ຈາກລະດັບຕ່ຳກວ່າ 200.000 TEU ໃນປັດຈຸບັນ ຂຶ້ນເປັນ 20% ໃນປີ 2030, ເທົ່າກັບ 2,6 ຫາ 3,1 ລ້ານ TEU.

ໜຶ່ງໃນບັນດາບັນຫາທີ່ຖືກສະເໜີໃຫ້ປັບປຸງ ແມ່ນກົນໄກນຳໃຊ້ກອງທຶນທີ່ດິນຕາມແຄມແມ່ນ້ຳ. ກົດໝາຍຄັນຄູກັນນ້ຳໃນປັດຈຸບັນ ຈຳກັດໃຫ້ນຳໃຊ້ບໍ່ເກີນ 5% ຂອງກອງທຶນທີ່ດິນນອກຄັນຄູສຳລັບກໍ່ສ້າງໂຮງງານ, ໃນຂະນະທີ່ຫຼາຍເຂດດິນຕະກອນໃນຕົວຈິງມີລະດັບສູງປອດໄພຈາກນ້ຳຖ້ວມແລ້ວ.

ຕາມຂໍ້ສະເໜີ, ຈຳເປັນຕ້ອງມີໂຄງການປະສານງານລະຫວ່າງກະຊວງ ເພື່ອຕີລາຄາຄືນຄວາມສາມາດລະບາຍນ້ຳຖ້ວມ, ເປັນພື້ນຖານໃຫ້ປັບປຸງລະບຽບການ ແລະ ນຳໃຊ້ກອງທຶນທີ່ດິນຕາມຫາດແມ່ນ້ຳ ເພື່ອກໍ່ສ້າງບັນດາສິ່ງກໍ່ສ້າງ ເຊັ່ນ: ໂຮງຕໍ່, ສ້ອມແປງເຮືອ, ເດີ່ນ container, ສາງ logistics ແລະ ອາຄານບໍລິຫານທ່າເຮືອ.

ທ່ານ ເຈິ່ນຕ໊ຽນຢຸງ ຍັງສະເໜີໃຫ້ຄົ້ນຄວ້າອະນຸຍາດໃຫ້ພາຫະນະຂົນສົ່ງ container ທາງນ້ຳພາຍໃນ ແລະ ຕາມແຄມທະເລ ທີ່ມີການອອກແບບຕາມມາດຕະຖານ, ມີຄວາມຍາວເຖິງ 100 m, ຂະໜາດເຖິງ 5.000 GT ໄດ້ຮັບຍົກເວັ້ນບາງຂໍ້ຮຽກຮ້ອງບັງຄັບກ່ຽວກັບການລາກເຮືອ ແລະ ນຳຮ່ອງເມື່ອເຂົ້າ - ອອກທ່າເຮືອ.

ຕາມທ່ານ, ສິ່ງນີ້ສາມາດຊ່ວຍເພີ່ມຄວາມສາມາດບັນທຸກຂອງເຮືອລວບລວມສິນຄ້າ ຈາກຕ່ຳກວ່າ 250 TEU ໃນປັດຈຸບັນ ຂຶ້ນເປັນ 600 TEU, ເທົ່າກັບເພີ່ມຂຶ້ນປະມານ 150% ຂອງຂີດຄວາມສາມາດຂົນສົ່ງໃນແຕ່ລະຖ້ຽວ, ຜ່ານນັ້ນ ຫຼຸດຕົ້ນທຶນ ແລະ ປະລິມານອາຍພິດ.

ຄຽງຄູ່ກັນນັ້ນ, ຈຳເປັນຕ້ອງມີນະໂຍບາຍບຸລິມະສິດດ້ານພາສີ, ຄ່າທຳນຽມ, ສິນເຊື່ອ ແລະ ການມອບສິດນຳໃຊ້ໜ້ານ້ຳ, ເຂດທະເລ ເພື່ອດຶງດູດນັກລົງທຶນພັດທະນາກອງເຮືອ container ພາຍໃນທີ່ມີປະສິດທິພາບສູງ. ການຍົກເວັ້ນຄ່ານຳໃຊ້ໂຄງລ່າງທ່າເຮືອສຳລັບປະລິມານສິນຄ້າ container ທີ່ຮັບ - ສົ່ງດ້ວຍທາງນ້ຳ ແລະ ທາງທະເລ ກໍໄດ້ຮັບການສະເໜີ ເພື່ອຊຸກຍູ້ເຈົ້າຂອງສິນຄ້າຫັນຈາກທາງບົກໄປສູ່ທາງນ້ຳ.

ບາງວິທີແກ້ໄຂອື່ນ ປະກອບມີ ການບຳລຸງຮັກສາຮ່ອງນ້ຳ, ທຸ່ນໝາຍເດີນເຮືອ, ປັບປຸງລະດັບຄວາມສູງໃຕ້ຂົວຂອງບັນດາຂົວເກົ່າ ເຊັ່ນ: ຂົວບິ່ງ, ຂົວອານໄທ, ຂົວໂຮ່; ພ້ອມທັງຈັດພື້ນທີ່ສະເພາະໃຫ້ແກ່ພາຫະນະທາງນ້ຳພາຍໃນ ຢູ່ບັນດາທ່າເຮືອໃໝ່ທີ່ ລາກຮຸຍຽນ ແລະ ນາມໂດ່ເຊີນ, ສາມາດຮັບເຮືອຂະໜາດເຖິງ 5.000 DWT.

ຈັດຕັ້ງພື້ນທີ່ເສດຖະກິດຄືນໃໝ່ ຕາມການເຊື່ອມໂຍງພາກພື້ນ

ທ່ານ ຫງວຽນຫງອກຕ໊ວນ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ເຫັນວ່າ ຈຳເປັນຕ້ອງຈັດຕັ້ງພື້ນທີ່ເສດຖະກິດຄືນໃໝ່ ຕາມແນວຄິດໃໝ່, ອີງໃສ່ບັນດາກະແສການໄຫຼວຽນຂອງສິນຄ້າ, ທຶນ, ເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ຄວາມຮູ້; ເຊື່ອມຕໍ່ແລວເສດຖະກິດ, ຂົ້ວການເຕີບໂຕ ແລະ ຕ່ອງໂສ້ມູນຄ່າ ເພື່ອສ້າງມູນຄ່າເພີ່ມ ແລະ ພະລັງແຜ່ຂະຫຍາຍ.

ທ່ານ ຫງວຽນຫງອກຕ໊ວນ ໄດ້ຍົກຂຶ້ນ 5 ທິດທາງໃຫຍ່.

ທີໜຶ່ງ, ປ່ຽນໃໝ່ຮູບແບບການເຕີບໂຕ, ຫັນຈາກແນວຄິດພັດທະນາຕາມຂອບເຂດບໍລິຫານ ໄປສູ່ການຈັດຕັ້ງພື້ນທີ່ອີງໃສ່ຈຸດແຂງ ແລະ ການເຊື່ອມໂຍງເສດຖະກິດ; ຊຸກຍູ້ການເຕີບໂຕອີງໃສ່ຜະລິດຕະພາບ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ຊັບພະຍາກອນມະນຸດຄຸນນະພາບສູງ ແລະ ມູນຄ່າເພີ່ມ ແທນການອີງຫຼາຍໃສ່ການຮັບຈ້າງຜະລິດ, ປະກອບຊິ້ນສ່ວນ ແລະ ຂໍ້ໄດ້ປຽບດ້ານຕົ້ນທຶນ.

ທີສອງ, ຈັດຕັ້ງພື້ນທີ່ເສດຖະກິດຂອງເຂດຄືນໃໝ່ ຕາມບັນດາແລວເສດຖະກິດ, ຂົ້ວການເຕີບໂຕ ແລະ ຕ່ອງໂສ້ມູນຄ່າ, ຖືເອົາການເຊື່ອມໂຍງເປັນພື້ນຖານ ເພື່ອຫັນຈຸດແຂງສະເພາະຂອງແຕ່ລະທ້ອງຖິ່ນ ໃຫ້ກາຍເປັນຂີດຄວາມສາມາດແຂ່ງຂັນຮ່ວມ.

ທີສາມ, ຖືເອົາ logistics ເປັນຂອດບຸກທະລຸ ເພື່ອໃຫ້ພື້ນທີ່ພັດທະນາດຳເນີນໄປຢ່າງລຸລ່ວງ. Logistics ຕ້ອງໄດ້ຫັນຈາກຂະແໜງບໍລິການຊ່ວຍໜູນ ໄປເປັນອົງປະກອບໜຶ່ງຂອງໂຄງສ້າງເສດຖະກິດ, ເຊື່ອມຕໍ່ບັນດາຂົ້ວການເຕີບໂຕ, ແລວເສດຖະກິດ, ສູນກາງການຜະລິດ, ຕົວເມືອງ, ທ່າເຮືອ, ດ່ານຊາຍແດນ ແລະ ຕະຫຼາດ.

ຕາມນັ້ນ, ຈຳເປັນຕ້ອງໃຫ້ບຸລິມະສິດພັດທະນາເຄືອຂ່າຍ logistics ຫຼາຍຮູບແບບ, ສົ່ງເສີມບົດບາດປະຕູສາກົນ ຫາຍຟ່ອງ - ລາກຮຸຍຽນ, ພ້ອມທັງເພີ່ມການເຊື່ອມຕໍ່ລະຫວ່າງທາງບົກ, ທາງລົດໄຟ, ທາງນ້ຳພາຍໃນ, ທ່າເຮືອ ແລະ ການບິນ.

ທີສີ່, ຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ໃນການຜະລິດ, ການບໍລິຫານຕົວເມືອງ, ການຄ້າ ແລະ logistics; ພັດທະນາໂຄງລ່າງດິຈິຕອນ, ຂໍ້ມູນນຳໃຊ້ຮ່ວມ ແລະ ແພລດຟອມເຊື່ອມຕໍ່ລະຫວ່າງເຂດ, ຄ່ອຍໆສ້າງລະບົບນິເວດ logistics ອັດສະລິຍະ ແລະ ບໍລິຫານຕ່ອງໂສ້ສະໜອງໂດຍອີງໃສ່ຂໍ້ມູນ.

ທີຫ້າ, ສືບຕໍ່ປັບປຸງກົນໄກໃຫ້ສົມບູນ, ສ້າງບາດກ້າວບຸກທະລຸດ້ານໂຄງລ່າງ, ຂໍ້ມູນ ແລະ ຊັບພະຍາກອນມະນຸດ ເພື່ອສ້າງພື້ນທີ່ເສດຖະກິດລະດັບເຂດທີ່ມີຂີດຄວາມສາມາດເຊື່ອມຕໍ່ ແລະ ຂີດຄວາມສາມາດແຂ່ງຂັນສາກົນ. ໃນນັ້ນ, ໂຄງລ່າງຕ້ອງໄດ້ພັດທະນາຢ່າງຄົບຊຸດຄຽງຄູ່ກັບການຈັດຕັ້ງພື້ນທີ່ການຜະລິດ, ຕົວເມືອງ; ຂໍ້ມູນ ແລະ ການຫັນປ່ຽນດິຈິຕອນ ກາຍເປັນໂຄງລ່າງຮູບແບບໃໝ່, ສ່ວນຊັບພະຍາກອນມະນຸດຄຸນນະພາບສູງ ແມ່ນປັດໄຈຊີ້ຂາດ.

ຫວຽດ​ນາມ ໄດ້​ຮັບ​ການຕັ້ງຫວັງ​ວ່າ​ວ່າ ຈະ​ກາຍ​ເປັນ ສູນ logistics ຂອງ ອາ​ຊີ ຫວຽດ​ນາມ ໄດ້​ຮັບ​ການຕັ້ງຫວັງ​ວ່າ​ວ່າ ຈະ​ກາຍ​ເປັນ ສູນ logistics ຂອງ ອາ​ຊີ
ຍ​ສໝ - ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຊ່​ຽວ​ຊານ​ແລ້ວ, ຂະ​ແໜງ logistics ຢູ່ຫວຽດ​ນາມ ແມ່ນ​ຂະ​ແໜງທີ່​ມີ​ການ​ເຕີບ​ໂຕ​​ໂດຍ​ໄວ ແລະ ມີ​ສະ​ຖຽນ​ລະ​ພາບ​ທີ່​ສຸດ​, ດ້ອຍ​ອັດ​ຕາ​ການ​ເຕີບ​ໂຕ​ແຕ່ 14 – 16%/ປີ, ຂອບ​ຂະ​ໜາດ​ແມ່ນ 40 – 42 ຕື້ USDຕໍ່​ປີ.
ຈັດຕັ້ງເວທີປາໄສ Logistics ຫວຽດນາມ 2025 ຢູ່ນະຄອນ ດານັງ ຈັດຕັ້ງເວທີປາໄສ Logistics ຫວຽດນາມ 2025 ຢູ່ນະຄອນ ດານັງ
ຍສໝ - ຕາມ​ຂໍ້​ມູນ​ຂອງ​ກະຊວງ​ອຸດສາຫະກຳ ແລະ ​ການ​ຄ້າ​ແລ້ວ, ​ແຕ່​ວັນ​ທີ 28-29 ພະຈິກ, ​ເວທີ​ປາ​ໃສ Logistics ​ຫວຽດນາມ 2025 ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ ດານັງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ໃຫຍ່​ປະຈຳ​ປີ​ຂອງ​ຂະ​ແໜງ logistics ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂີດ​ໝາຍ​ຍຸດ​ທະ​ສາດ, ​ເປີດ​ໄລຍະ​ພັດທະນາ​ໃໝ່​ໃຫ້​ແກ່​ການ​ບໍລິການ logistics ຂອງ​ຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ