| ຂ້າພະເຈົ້າຢາກຮ່ວມກັບຫວຽດນາມ “ປຸກຕື່ນ” ບັນດາທ່າແຮງອັນລ້ຳຄ່າ “ຈົດໝາຍຮັກ” ສົ່ງເຖິງຫວຽດນາມ |
![]() |
| ທ່ານ ປອ. ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
ບັນດາທິດທາງດັ່ງກ່າວໄດ້ຖືກສ້າງຂຶ້ນບົນພື້ນຖານການປະເມີນຢ່າງຮອບຄອບຕໍ່ສະພາບການຂອງໂລກ ແລະ ພາກພື້ນ, ຊາບຊຶມບັນດາຄວາມຮຽກຮ້ອງທີ່ນັບມື້ນັບສູງຂຶ້ນຂອງການນຳພັກ, ລັດ, ພ້ອມທັງອີງໃສ່ສະພາບຕົວຈິງຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາອົງການສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ.
ໃນຫຼາຍສິບປີຜ່ານມາ, ບໍ່ເຄີຍມີເວລາໃດທີ່ໂລກຕ້ອງປະເຊີນພ້ອມກັນກັບຄວາມຜັນຜວນຫຼາຍດ້ານທີ່ສອດປະສານ ແລະ ສັບສົນເຊັ່ນນີ້ - ລະບຽບສາກົນເກີດຮອຍແຕກແຍກ, ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຮຸນແຮງ, ການປະທະກັນໃນຂອບເຂດຈຳກັດຢູ່ຫຼາຍພາກພື້ນ, ການເຕີບໂຕຂອງເສດຖະກິດໂລກຫຼຸດລົງ, ການປ່ຽນແປງດິນຟ້າອາກາດນັບມື້ນັບສົ່ງຜົນກະທົບໃນທາງລົບ, ແລະ ເຕັກໂນໂລຊີຫຼັກ, ໂດຍສະເພາະຂໍ້ມູນຂະໜາດໃຫຍ່, ປັນຍາປະດິດ, ການຮຽນຮູ້ຂອງເຄື່ອງຈັກ, ຊິບເຄິ່ງຊັກນຳໄຟຟ້າ ກຳລັງຈັດຮູບແບບພູມສັນຖານຂອງສາຍພົວພັນສາກົນຄືນໃໝ່ ດ້ວຍຮູບແບບທີ່ບໍ່ເຄີຍມີມາກ່ອນ.
ຢູ່ພາຍໃນປະເທດ, ໂດຍຊາບຊຶມ ແລະ ຜັນຂະຫຍາຍຄຳຊີ້ນຳຂອງການນຳພັກ, ລັດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາອົງການສະມາຊິກ ຫາກໍສຳເລັດການສັບຊ້ອນອົງການ ແລະ ກົງຈັກຢ່າງກວ້າງຂວາງ, ເພື່ອປັບຕົວເຂົ້າກັບຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໃນຂອບເຂດທົ່ວປະເທດ. ຂອບເຂດພື້ນທີ່ກວ້າງຂຶ້ນ, ປະລິມານວຽກງານຫຼາຍຂຶ້ນ - ຮຽກຮ້ອງໃຫ້ຄວາມສາມາດດ້ານການຈັດຕັ້ງ ແລະ ປະສານງານຂອງທົ່ວລະບົບຕ້ອງໄດ້ຍົກຂຶ້ນສູ່ລະດັບໃໝ່ທີ່ສູງກວ່າເກົ່າ.
ໂລກມີຄວາມຜັນຜວນ, ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ລະບົບອົງການຫາກໍໄດ້ຮັບການສັບຊ້ອນຄືນໃໝ່ - ສາມປັດໄຈນີ້ເມື່ອປະສານເຂົ້າກັນ ໄດ້ວາງພາລະຮັບຜິດຊອບອັນໃຫຍ່ຫຼວງໄວ້ເທິງບ່າຂອງຜູ້ປະຕິບັດວຽກງານການຕ່າງປະເທດປະຊາຊົນໃນປັດຈຸບັນ - ນັ້ນຄື ການກຳນົດບັນດາທິດທາງໃຫຍ່ ແລະ ໃໝ່ ສຳລັບໄລຍະ 5 ປີຕໍ່ໜ້າ.
ປະເພນີອັນສະຫງ່າງາມ
ການຕ່າງປະເທດປະຊາຊົນ ແມ່ນຄວາມຄິດສ້າງສັນອັນໂດດເດັ່ນ ແລະ ມີລະດັບຍຸດທະສາດຂອງພັກເຮົາ ແລະ ຂອງປະທານ ໂຮ່ຈິມິນ - ເປັນວິທີການດ້ານການຕ່າງປະເທດທີ່ມີອັດຕະລັກຫວຽດນາມຢ່າງເຂັ້ມຂຸ້ນ, ຖືກສ້າງຕັ້ງ ແລະ ພັດທະນາຈາກຄວາມປາຖະໜາຢາກໄດ້ເອກະລາດ, ກຸ້ມຕົນເອງ, ຈາກປະເພນີຮັກສັນຕິພາບ ແລະ ມະນຸດສະທຳຂອງຊາດ, ຈາກແນວຄິດໂຮ່ຈິມິນ ແລະ ແນວທາງການຕ່າງປະເທດຂອງພັກ. ໃນຊຸມປີແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດ ແລະ ໂຮມປະເທດເປັນເອກະພາບ, ການຕ່າງປະເທດປະຊາຊົນນັ້ນເອງໄດ້ປະກອບສ່ວນປ່ຽນຄວາມປາຖະໜາສັນຕິພາບຂອງຫວຽດນາມໃຫ້ກາຍເປັນມະໂນທຳ, ກາຍເປັນສຽງຮ່ວມຂອງມະນຸດຊາດທີ່ກ້າວໜ້າ.
ເມື່ອກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ, ການຕ່າງປະເທດປະຊາຊົນສືບຕໍ່ເປັນກຳລັງສຳຄັນ ປະກອບສ່ວນທຳລາຍສະພາບການປິດລ້ອມ ແລະ ຂວ້ຳບາດ, ບໍ່ພຽງແຕ່ນຳຫວຽດນາມ “ກ້າວອອກສູ່ໂລກ”, ແຕ່ຍັງນຳໂລກເຂົ້າຫາແຕ່ລະທ້ອງຖິ່ນ, ແຕ່ລະຊຸມຊົນ. ດ້ວຍເຄືອຂ່າຍຄູ່ຮ່ວມນັບພັນແຫ່ງຢູ່ທົ່ວທຸກທະວີບ, ບັນດາກິດຈະກຳສັນຕິພາບ, ສາມັກຄີ ແລະ ມິດຕະພາບນັບພັນກິດຈະກຳທີ່ຖືກຈັດຂຶ້ນໃນແຕ່ລະປີ, ການຕ່າງປະເທດປະຊາຊົນໄດ້ຂົນຂວາຍການຊ່ວຍເຫຼືອ, ປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນສະຫວັດດີການສັງຄົມ, ສາທາລະນະສຸກ, ການສຶກສາ, ປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂຜົນຕາມມາຈາກສົງຄາມ, ຮັບມືກັບໄພທຳມະຊາດ ແລະ ພະຍາດລະບາດ; ພ້ອມກັນນັ້ນ ຍັງຊຸກຍູ້ວຽກງານຄົ້ນຄວ້າ, ຂໍ້ມູນຂ່າວສານຕ່າງປະເທດ ແລະ ວຽກງານຄົນຫວຽດນາມຢູ່ຕ່າງປະເທດ, ປະກອບສ່ວນໂຄສະນາພາບລັກຂອງປະເທດ ແລະ ປະຊາຊົນຫວຽດນາມ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈລະຫວ່າງບັນດາຊາດ.
![]() |
| ທ່ານ ເລຂາທິການໃຫຍ່ ໂຕເລິມ, ປະທານປະເທດ ເລືອງເກື່ອງ ພ້ອມກັບ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ບັນດາຜູ້ແທນ ປະຕິບັດພິທີເປີດ “ຂະບວນເດີນທາງສີແດງເພື່ອຄົ້ນຄວ້າ, ຮ່ຳຮຽນຂອງຊາວໜຸ່ມ”, ຮ່າໂນ້ຍ, ເດືອນເມສາ 2025. |
ໃນກະແສລວມດັ່ງກ່າວ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາອົງການສະມາຊິກ ໄດ້ບໍ່ຢຸດຢັ້ງພັດທະນາເຕີບໃຫຍ່, ຄ່ອຍໆຢືນຢັນບົດບາດເປັນແກນຫຼັກ ແລະ ເປັນກຳລັງວິຊາສະເພາະໃນວຽກງານການຕ່າງປະເທດປະຊາຊົນ, ກາຍເປັນຂົວເຊື່ອມມິດຕະພາບ, ເປັນທູດແຫ່ງສັນຕິພາບ, ນຳສານຂອງຫວຽດນາມທີ່ຮັກສັນຕິພາບ, ຊື່ສັດຈິງໃຈ ແລະ ມີຄວາມຮັບຜິດຊອບ ໄປສູ່ມິດສະຫາຍໃນ 5 ທະວີບ.
ບົດຮຽນໃຫຍ່ປະການໜຶ່ງທີ່ປະຫວັດສາດໄດ້ຝາກໄວ້ໃຫ້ພວກເຮົາ - ຜູ້ປະຕິບັດວຽກງານການຕ່າງປະເທດປະຊາຊົນໃນປັດຈຸບັນ - ໄດ້ຖືກສະຫຼຸບໄວ້ໃນຄຳປະເມີນຂອງເລຂາທິການໃຫຍ່ ເລິມ ວ່າ: ຖານະ ແລະ ກຽດສັກສີຂອງປະເທດ ບໍ່ໄດ້ຢູ່ພຽງແຕ່ກຳລັງດ້ານວັດຖຸ ແຕ່ຍັງຢູ່ທີ່ “ກຳລັງແຮງທາງດ້ານຈິດໃຈ”. ນັ້ນຄື ປະຫວັດສາດອັນສະຫງ່າງາມ, ວັດທະນະທຳທີ່ອຸດົມດ້ວຍອັດຕະລັກຂອງຊາດ, ບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍທາງປະຫວັດສາດຂອງພາລະກິດປ່ຽນແປງໃໝ່, ແມ່ນແນວທາງການຕ່າງປະເທດແຫ່ງສັນຕິພາບ, ຮັກໄມຕີ, ແກ້ໄຂບັນຫາສາກົນຢ່າງກົມກຽວ, ມີເຫດຜົນ ແລະ ມີນ້ຳໃຈ, ເຄົາລົບກົດໝາຍສາກົນ, ພ້ອມທັງແມ່ນຄວາມເຫັນດີ ແລະ ການສະໜັບສະໜູນຈາກປະຊາຊົນໂລກ.
ຮ່ອງຮອຍໃນອາຍຸການທີ່ເຕັມໄປດ້ວຍສິ່ງທ້າທາຍ
ອາຍຸການ 2019 - 2026 ໄດ້ສິ້ນສຸດລົງໃນສະພາບການທີ່ໂລກມີຄວາມຜັນຜວນຢ່າງບໍ່ເຄີຍມີມາກ່ອນ, ສົ່ງຜົນກະທົບຢ່າງກວ້າງຂວາງ ແລະ ເລິກເຊິ່ງຕໍ່ຫວຽດນາມໂດຍລວມ ແລະ ຕໍ່ວຽກງານການຕ່າງປະເທດປະຊາຊົນໂດຍສະເພາະ. ໃນສະພາບການດັ່ງກ່າວ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາອົງການສະມາຊິກ ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຢືນຢັນຄວາມໜັກແໜ້ນ ແລະ ບັນລຸຫຼາຍຜົນສຳເລັດໃນທາງບວກ.
ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຄົ້ນຄວ້າສະເໜີແນະ ແລະ ຈັດຕັ້ງຫຼາຍກິດຈະກຳການຕ່າງປະເທດປະຊາຊົນ ໃນຂອບເຂດບັນດາການຢ້ຽມຢາມຂອງການນຳພັກ, ລັດ; ຈັດຕັ້ງສຳເລັດຫຼາຍພັນກິດຈະກຳການຕ່າງປະເທດປະຊາຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໃນນັ້ນມີບັນດາເຫດການຂະໜາດໃຫຍ່ທີ່ມີຜູ້ເຂົ້າຮ່ວມນັບພັນຄົນ, ແມ່ນແຕ່ນັບໝື່ນຄົນ. ຫຼາຍກົນໄກຮ່ວມມືທີ່ມີຈຸດເດັ່ນສະເພາະໄດ້ຖືກສ້າງຂຶ້ນ ແລະ ຮັກສາໄວ້ຢ່າງສະໝ່ຳສະເໝີກັບບັນດາຄູ່ຮ່ວມສຳຄັນ, ນັບແຕ່ເວທີປາໄສປະຊາຊົນ ຫວຽດນາມ - ຈີນ, ເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ, ຊຸດກິດຈະກຳແລກປ່ຽນມິດຕະພາບ ຫວຽດນາມ - ສະຫະລັດອາເມລິກາ, ໂຄງການ “ບົ່ມເພາະໜໍ່ແໜງມິດຕະພາບ”, ການປະກວດ “ຂອງທີ່ລະນຶກເລົ່າເລື່ອງ”, ພ້ອມທັງບັນດາກິດຈະກຳກັບຄູ່ຮ່ວມຢູ່ບັນດາປະເທດອາຊຽນ, ເອີຣົບ ແລະ ບັນດາມິດສະຫາຍດັ້ງເດີມ, ປະກອບສ່ວນປັບປຸງຄວາມໄວ້ວາງໃຈທາງການເມືອງໃຫ້ໝັ້ນຄົງ, ຮັດແໜ້ນມິດຕະພາບ ແລະ ເປີດກວ້າງພື້ນທີ່ເພື່ອຊຸກຍູ້ການຮ່ວມມືພັດທະນາເສດຖະກິດ - ສັງຄົມຢ່າງຍືນຍົງ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ພົບປະກັບການນຳພັກກອມມູນິດ, ບັນດາອົງການຝ່າຍຊ້າຍ ແລະ ມິດສະຫາຍສະຫະລັດອາເມລິກາ ຢູ່ນະຄອນ New York, ເດືອນກັນຍາ 2024, ໃນໂຄງການທີ່ຄະນະຕ່າງປະເທດສູນກາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ປະສານສົມທົບກັນຈັດຕັ້ງ. |
ພວກເຮົາໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XXII ຂອງສະພາສັນຕິພາບໂລກ ໃນປີ 2022 ສຳເລັດຜົນຢ່າງຈົບງາມ, ແລະ ສອງຄັ້ງຕິດຕໍ່ກັນຢືນອັນດັບໜຶ່ງຂອງໂລກດ້ານຈຳນວນລາຍເຊັນສະໜັບສະໜູນຂະບວນການປົດອາວຸດນິວເຄລຍ, ຢືນຢັນຄວາມຮັບຜິດຊອບ ແລະ ສຽງຂອງປະຊາຊົນຫວຽດນາມ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງມະນຸດຊາດ.
ໃນສະພາບການທີ່ແຫຼ່ງການຊ່ວຍເຫຼືອສາກົນທົ່ວໂລກຫຼຸດລົງ, ແຫຼ່ງການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ ຍັງຄົງຖືກຮັກສາໄວ້ຢ່າງໝັ້ນຄົງໃນແຕ່ລະປີ, ປະກອບສ່ວນກໍ່ສ້າງເຮືອນນັບພັນຫຼັງໃຫ້ແກ່ຄົນທຸກຍາກ ໃນໂຄງການລຶບລ້າງເຮືອນຊົ່ວຄາວ ແລະ ເຮືອນຊຸດໂຊມ, ລະດົມທຶນຫຼາຍຮ້ອຍຕື້ດົ່ງ ເພື່ອຮັບມືກັບການແຜ່ລະບາດ COVID-19 ແລະ ແກ້ໄຂຜົນຕາມມາຈາກໄພທຳມະຊາດ, ພ້ອມທັງຫຼາຍພັນຕື້ດົ່ງ ສຳລັບບັນດາໂຄງການແກ້ໄຂຜົນຕາມມາຈາກສົງຄາມ, ຊ່ວຍເຫຼືອຄົນພິການ, ສະໜັບສະໜູນດ້ານສາທາລະນະສຸກ, ການສຶກສາ, ຮັບມືກັບການປ່ຽນແປງດິນຟ້າອາກາດ, ສ້າງອາຊີບ ແລະ ລາຍຮັບທີ່ຍືນຍົງ...
![]() |
| ຜູ້ຕາງໜ້າບັນດາອົງການ NGO ຕ່າງປະເທດ ຮັບໃບຍ້ອງຍໍຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນພິທີຍ້ອງຍໍການປະກອບສ່ວນ ປີ 2024. |
ຄຸນນະພາບວຽກງານຄົ້ນຄວ້າ, ສະເໜີແນະ ແລະ ຂໍ້ມູນຂ່າວສານຕ່າງປະເທດ ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ປະກອບສ່ວນຢ່າງເປັນຮູບປະທຳເຂົ້າໃນຂະບວນການຕັດສິນໃຈຕໍ່ຫຼາຍບັນຫາການຕ່າງປະເທດທີ່ສຳຄັນ.
ໃນໄລຍະ 2019 - 2026, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເປັນກຽດໄດ້ຮັບຫຼຽນໄຊໂຮ່ຈິມິນ ແລະ ຫຼຽນໄຊແຮງງານ ຊັ້ນໜຶ່ງ ສຳລັບບັນດາຄວາມພະຍາຍາມ ແລະ ຜົນສຳເລັດໃນທາງບວກ ໃນວຽກງານການຕ່າງປະເທດປະຊາຊົນ.
ຜົນສຳເລັດທັງໝົດເຫຼົ່ານັ້ນ, ເຖິງແມ່ນເປັນສິ່ງທີ່ໜ້າພາກພູມໃຈ, ແຕ່ກໍຍັງບໍ່ແມ່ນຈຸດໝາຍສຸດທ້າຍ. ເມື່ອເບິ່ງກົງເຂົ້າສູ່ຄວາມເປັນຈິງ, ການເຄື່ອນໄຫວຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຍັງມີຂໍ້ຈຳກັດບາງປະການ: ການຮັບຮູ້ຕໍ່ບົດບາດຂອງການຕ່າງປະເທດປະຊາຊົນຢູ່ບາງແຫ່ງຍັງບໍ່ຄົບຖ້ວນ; ບາງກິດຈະກຳຍັງມີລັກສະນະຮູບການ, ຍັງບໍ່ສ້າງຄຸນຄ່າທີ່ແທ້ຈິງ; ເຄືອຂ່າຍຄູ່ຮ່ວມຢູ່ບັນດາເຂດຍຸດທະສາດ ແລະ ໃນບັນດາກຸ່ມທີ່ມີອິດທິພົນ ຍັງບໍ່ສົມສ່ວນກັບຄວາມຮຽກຮ້ອງ; ວຽກງານຄົ້ນຄວ້າ, ສະເໜີແນະ ໃນບາງເວລາຍັງມີລັກສະນະແກ້ໄຂເປັນເລື່ອງໆ, ຍັງບໍ່ທັນກັບບັນດາການປ່ຽນແປງອັນໄວວາ ແລະ ສັບສົນຂອງສະພາບການໂລກ. ການກຳນົດໃຫ້ຊັດເຈນບັນດາຂໍ້ຈຳກັດເຫຼົ່ານີ້ ແມ່ນພື້ນຖານໃຫ້ກອງປະຊຸມໃຫຍ່ ຄັ້ງທີ VII ກຳນົດທິດທາງ, ເປົ້າໝາຍໃໝ່ ແລະ ວິທີແກ້ໄຂພື້ນຖານ ສຳລັບອາຍຸການໃໝ່.
ເສັ້ນທາງຂ້າງໜ້າ
ຈາກບັນດາບົດຮຽນຂອງອາຍຸການທີ່ຜ່ານມາ ແລະ ຕໍ່ໜ້າບັນດາຄວາມຮຽກຮ້ອງຂອງໄລຍະພັດທະນາໃໝ່ຂອງປະເທດ, ກອງປະຊຸມໃຫຍ່ ຄັ້ງທີ VII, ອາຍຸການ 2026 - 2031 ໄດ້ກຳນົດເປົ້າໝາຍຕະຫຼອດອາຍຸການວ່າ: “ສ້າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນໃຫ້ເຂັ້ມແຂງຮອບດ້ານ, ມີຖັນແຖວພະນັກງານທີ່ມີຫຼັກໝັ້ນການເມືອງໜັກແໜ້ນ, ຊຳນານພາສາຕ່າງປະເທດ, ເກັ່ງກ້າດ້ານວິຊາສະເພາະ; ພັດທະນາເຄືອຂ່າຍຄູ່ຮ່ວມສາກົນທີ່ກວ້າງຂວາງ ແລະ ມີອິດທິພົນຢ່າງເລິກເຊິ່ງ. ຢືນຢັນຢ່າງໜັກແໜ້ນ ແລະ ສົ່ງເສີມສູງສຸດບົດບາດເປັນແກນຫຼັກໃນເສົາຄ້ຳການຕ່າງປະເທດປະຊາຊົນ; ປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ, ປະກອບສ່ວນປະຕິບັດໜ້າທີ່ “ສຳຄັນຍິ່ງ, ເປັນປະຈຳ” ໃຫ້ສຳເລັດຜົນ, ສົ່ງເສີມບົດບາດນຳໜ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ໝັ້ນຄົງ, ປົກປ້ອງປິຕຸພູມແຕ່ຫົວທີ, ແຕ່ໄກ ຢ່າງໜັກແໜ້ນ, ປະກອບສ່ວນນຳພາປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່”.
ຄຽງຄູ່ກັບໜ້າທີ່ແກນກາງແມ່ນ “ສ້າງພື້ນຖານສັງຄົມໃນທາງບວກ, ເອື້ອອຳນວຍ” ໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມກັບບັນດາປະເທດ, ການຕ່າງປະເທດປະຊາຊົນຈຳເປັນຕ້ອງເປັນເຈົ້າການສ້າງສັນແຫຼ່ງກຳລັງເພື່ອການພັດທະນາ, ສ້າງສັນພາບລັກ ແລະ ກຽດສັກສີຂອງປະເທດ, ສ້າງສັນພື້ນທີ່ສົນທະນາ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດແຕ່ຫົວທີ, ແຕ່ໄກ; ຖືເອົາປະສິດທິຜົນທີ່ແທ້ຈິງ, ຜົນປະໂຫຍດຂອງປະເທດຊາດ - ຂອງຊາດ ແລະ ຂອງປະຊາຊົນ ເປັນມາດຕະຖານວັດແທກສຳລັບທຸກກິດຈະກຳ.
![]() |
| ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງໂຮງໝໍມິດຕະພາບ ແລະ ສູນມະເຮັງ Napalkov ໃນຂອບເຂດເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຄັ້ງທີໜຶ່ງ, ເດືອນກັນຍາ 2025. |
ເພື່ອຫັນບັນດາທິດທາງດັ່ງກ່າວໃຫ້ກາຍເປັນຈິງ, ທິດນຳການດຳເນີນງານຕະຫຼອດອາຍຸການໄດ້ຖືກກຳນົດຢ່າງຈະແຈ້ງວ່າ: “ເປັນເຈົ້າການປັບຕົວ, ບຸກທະລຸດ້ານນະວັດຕະກຳ, ເປັນຮູບປະທຳ, ມີປະສິດທິຜົນ”, ຄຽງຄູ່ກັບບັນດາກຸ່ມໜ້າທີ່ ແລະ ວິທີແກ້ໄຂຈຸດສຸມ, ນັບແຕ່ການຍົກສູງການຮັບຮູ້ກ່ຽວກັບຖານະ ແລະ ບົດບາດຂອງການຕ່າງປະເທດປະຊາຊົນ, ເຖິງການຂະຫຍາຍ ແລະ ຫຼາກຫຼາຍສາຍພົວພັນການຕ່າງປະເທດ; ເປັນເຈົ້າການຂະຫຍາຍເຄືອຂ່າຍຄູ່ຮ່ວມໄປສູ່ບັນດາກຸ່ມເປົ້າໝາຍໃໝ່ທີ່ມີອິດທິພົນ - ປັນຍາຊົນ, ສະມາຊິກສະພາ, ອຳນາດການປົກຄອງທ້ອງຖິ່ນ, ວິສາຫະກິດ, ອົງການສັງຄົມ, ເຄືອຂ່າຍນັກວິຊາການ, ສື່ມວນຊົນ ແລະ ບັນດາສູນຄົ້ນຄວ້າ; ຍູ້ແຮງການຂົນຂວາຍ, ຍົກສູງປະສິດທິຜົນການເຊື່ອມຕໍ່ແຫຼ່ງກຳລັງສາກົນ; ປ່ຽນໃໝ່ວຽກງານຂໍ້ມູນຂ່າວສານຕ່າງປະເທດ; ຍົກລະດັບວຽກງານຄົ້ນຄວ້າ, ສະເໜີແນະ.
ສືບທອດພື້ນຖານທີ່ຄົນຮຸ່ນກ່ອນໄດ້ສ້າງສົມໄວ້, ບໍ່ຢຸດຢັ້ງປ່ຽນໃໝ່ແນວຄິດ, ວິທີເຂົ້າເຖິງ, ເນື້ອໃນ ແລະ ຮູບແບບການເຄື່ອນໄຫວ, ຍົກລະດັບຄຸນຄ່າ, ນັ້ນແມ່ນເສັ້ນທາງໃຫ້ວຽກງານການຕ່າງປະເທດປະຊາຊົນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຢືນຢັນຖານະຂອງຕົນໃຫ້ສົມຄູ່ກັບຄວາມຮຽກຮ້ອງໃໝ່ໃນການພັດທະນາປະເທດ.
ຍສໝ - ໃນເຊົ້າມື້ໜຶ່ງຂອງເດືອນ 7, ຂ້າພະເຈົ້າໄດ້ພົບທ່ານ Bob Frank ຢູ່ຮ່າໂນ້ຍ, ໃນການກັບມາຫວຽດນາມຄັ້ງທີ 13 ຂອງທ່ານ. ຄັ້ງນີ້ ທ່ານກໍກັບມາອີກເພາະຕົວເລກທີ່ຝັງໃຈບໍ່ຮູ້ລືມ: ເລກ 11. |
ຍສໝ - ໃນເດືອນພຶດສະພາ 2026, ໃນເວທີປາໄສສຸດຍອດການພັດທະນາອຸດສາຫະກຳປັນຍາປະດິດ ຈີນ - ອາຊຽນ ຄັ້ງທີ II, ສຽງ “ແຕກ” ເບົາໆຂອງຂໍ້ຕໍ່ກົນຈັກໄດ້ດັງຂຶ້ນ ເມື່ອແຂນຂອງຫຸ່ນຍົນທີ່ຖືກສ້າງຂຶ້ນຈາກຈິງໄດ້ຄ່ອຍໆຍື່ນອອກມາ ແລະ ວາງລົງໃນຝາມືຂອງທ່ານ ຫງວຽນກວັນ – ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ຊ່ວງເວລານັ້ນເກີດຂຶ້ນພຽງບໍ່ກີ່ວິນາທີ, ແຕ່ສຳລັບຂ້າພະເຈົ້າ, ມັນແມ່ນຈຸດຈົບທີ່ສົມບູນຂອງເສັ້ນທາງອັນຍາວນານ ແລະ ກໍເປັນການເລີ່ມຕົ້ນຂອງຄວາມຝັນໃໝ່ທີ່ຂ້າພະເຈົ້າບົ່ມເພາະປູກຝັງມາຕະຫຼອດ 2 ທົດສະວັດຢູ່ເທິງຜືນແຜ່ນດິນຮູບຮ່າງຄ້າຍຕົວ S ແຫ່ງນີ້. |
ມິງດຶກ




