ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາໃໝ່ຂອງຫວຽດນາມ

09:54 | 02/10/2026

ຍສໝ - ວັນທີ 1/10 ທີ່ ຫາຍຟ່ອງ, ກະຊວງການຕ່າງປະເທດ ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດກອງປະຊຸມພົບປະບັນດາອົງການ NGO ຕ່າງປະເທດ ປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມເດີນທາງກັບຫວຽດນາມໃນໄລຍະພັດທະນາໃໝ່”, ສຸມໃສ່ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາຂອງຫວຽດນາມ ແລະ ແຕ່ລະທ້ອງຖິ່ນ.

ຫວຽດນາມ ສະເໜີບັນດາບູລິມະສິດໃໝ່ສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ງານບຸນວັດທະນະທຳໂລກ ຂະຫຍາຍພື້ນທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ

ທ່ານ ໂງເລວັນ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການວຽກງານກ່ຽວກັບບັນດາອົງການ NGO ຕ່າງປະເທດ ແລະ ທ່ານ ຮວ່າງມິງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຮ່ວມເປັນປະທານກອງປະຊຸມ.

ເຫດການມີຜູ້ແທນຫຼາຍກວ່າ 250 ຄົນ ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ອົງການສູນກາງ; ການນຳ, ຜູ້ແທນຈາກ 22 ແຂວງ, ນະຄອນ ແລະ ເກືອບ 100 ອົງການ NGO ຕ່າງປະເທດທີ່ພວມເຄື່ອນໄຫວຢູ່ຫວຽດນາມ ເຂົ້າຮ່ວມ.

ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາໃໝ່ຂອງຫວຽດນາມ
ບັນດາຜູ້ແທນແລກປ່ຽນ, ແບ່ງປັນປະສົບການ ແລະ ເຊື່ອມຕໍ່ໂອກາດການຮ່ວມມືທີ່ກອງປະຊຸມ.

ການຮ່ວມມືຕິດພັນກັບບັນດາເປົ້າໝາຍພັດທະນາຍຸດທະສາດ

ກ່າວຄຳປາໄສເປີດກອງປະຊຸມ, ທ່ານ ໂງເລວັນ ເນັ້ນໜັກວ່າ ປີ 2026 ແມ່ນປີທຳອິດທີ່ຫວຽດນາມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ 2026-2030.

ຫວຽດນາມວາງເປົ້າໝາຍກາຍເປັນປະເທດອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງລະດັບສູງໃນປີ 2030 ແລະ ເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ໃນຂະບວນການນັ້ນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ຖືກກຳນົດເປັນບັນດາບາດກ້າວບຸກທະລຸທາງຍຸດທະສາດ, ມີບົດບາດເປັນແຮງຂັບເຄື່ອນຫຼັກຂອງເສດຖະກິດ.

ທ່ານ ໂງເລວັນ ຕີລາຄາສູງບັນດາການປະກອບສ່ວນອັນແທ້ຈິງຂອງບັນດາອົງການ NGO ຕ່າງປະເທດ ໃນການໜູນຊ່ວຍການພັດທະນາ ແລະ ການຊ່ວຍເຫຼືອມະນຸດສະທຳຢູ່ຫວຽດນາມ. ບໍ່ພຽງແຕ່ສະໜອງແຫຼ່ງທຶນໃຫ້ແກ່ບັນດາພື້ນທີ່ທີ່ຍັງມີຄວາມຫຍຸ້ງຍາກ, ບັນດາອົງການເຫຼົ່ານີ້ຍັງປະກອບສ່ວນດ້ານຄວາມຮູ້, ເຕັກໂນໂລຊີ, ປະສົບການບໍລິຫານ ແລະ ບັນດາຮູບແບບພັດທະນາຊຸມຊົນທີ່ສ້າງສັນ.

ເພື່ອໃຫ້ສາຍພົວພັນຮ່ວມມືລົງເລິກ ແລະ ສອດຄ່ອງກັບບັນດາບູລິມະສິດໃໝ່, ທ່ານຮອງລັດຖະມົນຕີ ສະເໜີ 3 ທິດທາງຍຸດທະສາດ.

ທີໜຶ່ງ, ຕິດພັນກິດຈະກຳຮ່ວມມືກັບບັນດາບູລິມະສິດການພັດທະນາຂອງຫວຽດນາມ ແລະ ຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ, ສຸມໃສ່ບັນດາຂົງເຂດໃໝ່ ເຊັ່ນ ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ຄຽງຄູ່ກັບບັນດາຂົງເຂດສະຫວັດດີການສັງຄົມແບບດັ້ງເດີມ.

ທີສອງ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງການຮ່ວມມື; ເພີ່ມທະວີການແບ່ງປັນຄວາມຮູ້, ຖ່າຍທອດເຕັກໂນໂລຊີ, ຝຶກອົບຮົມ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາຄູ່ຮ່ວມຫວຽດນາມ, ພ້ອມທັງຄົ້ນຄວ້າບັນດາຮູບແບບຮ່ວມມືໃໝ່ທີ່ມີການເຂົ້າຮ່ວມຂອງອຳນາດການປົກຄອງ, ວິສາຫະກິດ ແລະ ປະຊາຊົນ.

ທີສາມ, ຊຸກຍູ້ການສົນທະນາ, ການປະສານສົມທົບ ແລະ ການແບ່ງປັນຂໍ້ມູນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາອົງການ NGO ຕ່າງປະເທດຢູ່ຫວຽດນາມ, ຕອບສະໜອງຂໍ້ຮຽກຮ້ອງທີ່ນັບມື້ນັບສູງຂຶ້ນດ້ານການບໍລິຫານ ແລະ ຄວາມໂປ່ງໃສ.

ເພີ່ມທະວີການສົນທະນາ, ເຊື່ອມຕໍ່ຄວາມຕ້ອງການ ແລະ ແຫຼ່ງກຳລັງ

ນອກຈາກການອັບເດດບັນດາແນວທາງ, ນະໂຍບາຍ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງແລ້ວ, ກອງປະຊຸມຍັງໃຊ້ເວລາສຳລັບການແລກປ່ຽນ, ສົນທະນາ ແລະ ເຊື່ອມຕໍ່ໂດຍກົງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກັບບັນດາອົງການ NGO ຕ່າງປະເທດ.

ທີ່ສອງພາກສົນທະນາສະເພາະດ້ານ, ບັນດາຜູ້ແທນສຸມໃສ່ສອງກຸ່ມຫົວຂໍ້: “ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ” ແລະ “ການພັດທະນາແບບຍືນຍົງດ້ານເສດຖະກິດ - ສິ່ງແວດລ້ອມ ແລະ ວັດທະນະທຳ - ສັງຄົມ”.

ບັນດາຄຳເຫັນແລກປ່ຽນໄດ້ເຮັດໃຫ້ແຈ້ງຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ ກໍຄືຈຸດແຂງດ້ານຄວາມຮູ້, ເຕັກໂນໂລຊີຂອງບັນດາອົງການ NGO ຕ່າງປະເທດໃນໄລຍະໃໝ່.

ຜົນການສົນທະນາປະກອບສ່ວນກຳນົດທິດການຫັນຈາກການໜູນຊ່ວຍມະນຸດສະທຳແບບດັ້ງເດີມ ໄປສູ່ການຮ່ວມມືພັດທະນາແບບຍືນຍົງ, ພ້ອມທັງເປີດແນວຄິດສຳລັບບັນດາຮູບແບບ “ຈັບຄູ່” ລະຫວ່າງຄວາມສາມາດໃນການໃຫ້ທຶນ ກັບບັນດາບູລິມະສິດພັດທະນາເສດຖະກິດ - ສັງຄົມໃນແຕ່ລະພື້ນທີ່.

ຫາຍຟ່ອງ ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມພັດທະນາ

ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມພົບປະບັນດາອົງການ NGO ຕ່າງປະເທດ ໄດ້ຈັດຂຶ້ນຢູ່ທ້ອງຖິ່ນ, ຜ່ານນັ້ນນຳບັນດາຄູ່ຮ່ວມພັດທະນາເຂົ້າໃກ້ກັບສະພາບຕົວຈິງຢູ່ຮາກຖານຫຼາຍຂຶ້ນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງຄວາມຕ້ອງການພັດທະນາຂອງທ້ອງຖິ່ນ ກັບແຫຼ່ງກຳລັງ, ປະສົບການ ແລະ ຂໍ້ລິເລີ່ມຈາກບັນດາອົງການ NGO ຕ່າງປະເທດ.

ຫາຍຟ່ອງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີອັດຕາການເຕີບໂຕທາງເສດຖະກິດສູງ. ໃນ 6 ເດືອນຕົ້ນປີ 2026, GRDP ຂອງນະຄອນເພີ່ມຂຶ້ນ 11,33% ເມື່ອທຽບໃສ່ໄລຍະດຽວກັນ, ຢືນອັນດັບໜຶ່ງໃນ 7 ນະຄອນຂຶ້ນກັບສູນກາງ ແລະ ອັນດັບສາມຂອງທົ່ວປະເທດ.

ວຽກງານ NGO ຕ່າງປະເທດ ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມນະຄອນ, ຖືກກຳນົດເປັນພາກສ່ວນໜຶ່ງຂອງວຽກງານການຕ່າງປະເທດປະຊາຊົນ ແລະ ເປັນແຫຼ່ງກຳລັງເສີມສຳລັບການພັດທະນາເສດຖະກິດ - ສັງຄົມ.

ປັດຈຸບັນມີ 68 ອົງການ NGO ຕ່າງປະເທດເຄື່ອນໄຫວຢູ່ ຫາຍຟ່ອງ. ໃນ 8 ເດືອນຕົ້ນປີ 2026, ຍອດມູນຄ່າຄຳໝັ້ນສັນຍາການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດຢູ່ນະຄອນບັນລຸ 3.583.498 USD.

ແຫຼ່ງການຊ່ວຍເຫຼືອສຸມໃສ່ບັນດາຂົງເຂດ ເຊັ່ນ ສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ, ການໜູນຊ່ວຍຜູ້ທີ່ມີສະພາບຫຍຸ້ງຍາກ, ການສົງເຄາະສັງຄົມ, ການພັດທະນາຊຸມຊົນ ແລະ ການຍົກສູງຄວາມສາມາດໃຫ້ແກ່ບັນດາກຸ່ມທີ່ມີຄວາມສ່ຽງ.

ໃນໄລຍະ 2026-2030, ຫາຍຟ່ອງ ກຳນົດບູລິມະສິດລະດົມ ແລະ ກຳນົດທິດແຫຼ່ງກຳລັງຈາກບັນດາອົງການ NGO ຕ່າງປະເທດ ເຂົ້າໃນການຫັນປ່ຽນດິຈິຕອນ, ການເຕີບໂຕສີຂຽວ ແລະ ສະຫວັດດີການສັງຄົມ, ຜ່ານນັ້ນຕິດພັນແຫຼ່ງກຳລັງຮ່ວມມືສາກົນກັບບັນດາເປົ້າໝາຍພັດທະນາຂອງນະຄອນ.

ທ່ານ ຮວ່າງມິງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຢືນຢັນວ່າ ນະຄອນຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ, ສ້າງເງື່ອນໄຂສະດວກໃຫ້ບັນດາອົງການ NGO ຕ່າງປະເທດ ຜັນຂະຫຍາຍບັນດາໂຄງການ, ໂຄງການຍ່ອຍທີ່ສອດຄ່ອງກັບຄວາມຕ້ອງການຂອງທ້ອງຖິ່ນ, ຮັບປະກັນປະສິດທິຜົນ, ແທດເໝາະ ແລະ ສອດຄ່ອງກັບທິດທາງພັດທະນາໃນໄລຍະໃໝ່.

ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາໃໝ່ຂອງຫວຽດນາມ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກທີ່ກອງປະຊຸມພົບປະບັນດາອົງການ NGO ຕ່າງປະເທດ ປີ 2026.

ຂະຫຍາຍການຮ່ວມມືຈາກບັນດາຜົນສຳເລັດທີ່ເປັນຮູບປະທຳ

ໃນຂອບກອງປະຊຸມ ໄດ້ດຳເນີນພິທີລົງນາມບາງຂໍ້ຕົກລົງຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ອົງການ NGO ຕ່າງປະເທດ.

ຕາມແຜນການ, ໃນຕອນບ່າຍຂອງມື້ດຽວກັນ, ບັນດາຜູ້ແທນເຂົ້າຮ່ວມໂຄງການລົງສຳຫຼວດຕົວຈິງຢູ່ສອງໂຄງການຕົວແບບທີ່ໄດ້ຮັບທຶນຈາກບັນດາອົງການ NGO ຕ່າງປະເທດຢູ່ ຫາຍຟ່ອງ.

ສືບຕໍ່ບັນດາຜົນສຳເລັດຂອງກອງປະຊຸມພົບປະບັນດາອົງການ NGO ຕ່າງປະເທດຄັ້ງທີໜຶ່ງ ໃນເດືອນ 8/2025, ກອງປະຊຸມຄັ້ງທີສອງ ປີ 2026 ສືບຕໍ່ຂະຫຍາຍພື້ນທີ່ສົນທະນາ, ເຊື່ອມຕໍ່ ແລະ ຮ່ວມມືລະຫວ່າງຫວຽດນາມກັບປະຊາຄົມບັນດາອົງການ NGO ຕ່າງປະເທດໃນໄລຍະພັດທະນາໃໝ່.

APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ
ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027.
ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ
ຍສໝ - ວັນທີ 30/9, ບັນດາກຳລັງຂຶ້ນກັບກອງເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຂອງກອງບັນຊາການທະຫານນະຄອນໂຮ່ຈິມິນ ສືບຕໍ່ຂະຫຍາຍຂອບເຂດການຊອກຫາຢູ່ເຂດ B, ສວນສາທາລະນະ ເລທິຣຽງ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເພີ່ມອີກ 10 ຊຸດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ