| ນັກສຶກສາຫວຽດນາມຢູ່ໂອຕຣິດ ສົ່ງເສີມບົດບາດເຊື່ອມໂຍງຊຸມຊົນ ເວທີປາໄສທະເລຫວຽດນາມ 2026 ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອເປົ້າໝາຍສ້າງປະເທດທາງທະເລທີ່ເຂັ້ມແຂງ |
ໃນອາທິດຜ່ານມາ, ຫຼາຍກິດຈະກຳການຕ່າງປະເທດ, ການຮ່ວມມືສາກົນໃນບັນດາຂົງເຂດການເມືອງ, ເສດຖະກິດ, ປ້ອງກັນຊາດ, ຄວາມໝັ້ນຄົງ, ວັດທະນະທຳ - ສັງຄົມ ສະແດງໃຫ້ເຫັນວ່າ ຂໍ້ຮຽກຮ້ອງນີ້ພວມຄ່ອຍໆຖືກຫັນເປັນຮູບປະທຳ, ເຊື່ອມໂຍງການເຊື່ອມໂຍງສາກົນໃຫ້ແໜ້ນແຟ້ນຍິ່ງຂຶ້ນກັບໜ້າທີ່ກໍ່ສ້າງ, ພັດທະນາ ແລະ ປົກປ້ອງປະເທດ.
ເປັນເຈົ້າການປະກອບສ່ວນ, ເຂົ້າຮ່ວມກຳນົດຮູບແບບການຮ່ວມມື
ຈິດໃຈເປັນເຈົ້າການປະກອບສ່ວນ, ເຂົ້າຮ່ວມສ້າງ ແລະ ກຳນົດຮູບແບບບັນດາຂອບການຮ່ວມມື ນັບມື້ນັບສະແດງອອກຢ່າງຈະແຈ້ງໃນກິດຈະກຳການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ.
ການກະກຽມເປັນເຈົ້າພາບປີ APEC 2027 ແມ່ນໜຶ່ງໃນບັນດາຂີດໝາຍທີ່ສະແດງໃຫ້ເຫັນບາດກ້າວຫັນປ່ຽນດັ່ງກ່າວ, ເມື່ອຫວຽດນາມບໍ່ພຽງແຕ່ເຂົ້າຮ່ວມ ແຕ່ຍັງຮັບບົດບາດເຈົ້າພາບຂອງກົນໄກຮ່ວມມືເສດຖະກິດທີ່ສຳຄັນໃນພາກພື້ນ.
ມາຮອດປັດຈຸບັນ, ວຽກງານກະກຽມສຳລັບປີ APEC 2027 ພວມຖືກຜັນຂະຫຍາຍຢ່າງສອດຄ່ອງໃນ 5 ກຸ່ມໜ້າທີ່ໃຫຍ່ ປະກອບມີ ການບູລະນະໂຄງຮ່າງການຈັດຕັ້ງ, ການສ້າງເນື້ອໃນ, ພະລາທິການ, ການຝຶກອົບຮົມ ແລະ ການໂຄສະນາ.
ທີ່ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ APEC 2027, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີປະຈຳການ ເນັ້ນໜັກວ່າ ການເປັນເຈົ້າພາບ APEC 2027 ແມ່ນກິດຈະກຳການຕ່າງປະເທດຫຼາຍຝ່າຍທີ່ສຳຄັນຂອງປະເທດ, ພ້ອມທັງເປັນໂອກາດໃຫ້ຫວຽດນາມຢືນຢັນຂະໜາດ ແລະ ຖານະບົດບາດຂອງຕົນໃນຍຸກແຫ່ງການພັດທະນາໃໝ່.
ການຈັດປີ APEC 2027 ໃຫ້ປະສົບຜົນສຳເລັດ, ໂດຍສະເພາະ ອາທິດກອງປະຊຸມສຸດຍອດ, ຖືກຄາດຫວັງວ່າຈະສ້າງຂີດໝາຍຂອງຫວຽດນາມໃນ APEC ແລະ ຕໍ່ເພື່ອນມິດສາກົນ, ພ້ອມທັງເປີດໂອກາດເພີ່ມເຕີມໃນການເຊື່ອມຕໍ່ບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ, ທ້ອງຖິ່ນ ແລະ ປະຊາຄົມວິສາຫະກິດ.
ຫວ່າງມໍ່ໆມານີ້, ກອງສຳມະນາ “ກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດໃນການຈັດຕັ້ງ ແລະ ປະສານສົມທົບ” ໂດຍກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາຈັດຂຶ້ນ ບໍ່ພຽງແຕ່ຮັບໃຊ້ວຽກງານກະກຽມສຳລັບເຫດການການຕ່າງປະເທດຄັ້ງໃຫຍ່ ແຕ່ຍັງສ້າງເງື່ອນໄຂໃຫ້ຫວຽດນາມຮັບເອົາປະສົບການ, ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານງານໃນກົນໄກຮ່ວມມືເສດຖະກິດຫຼາຍຝ່າຍທີ່ສຳຄັນ.
ແຕ່ລະເຫດການ APEC ຍັງເປັນໂອກາດເພື່ອໂຄສະນາທ່າແຮງດ້ານເສດຖະກິດ, ປະຊາຊົນ, ວັດທະນະທຳ ແລະ ຈຸດເດັ່ນສະເພາະຂອງແຕ່ລະທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນແນະນຳພາບລັກຂອງຫວຽດນາມທີ່ຫ້າວຫັນ, ອຸດົມດ້ວຍເອກະລັກ ແລະ ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ໂລກ.
ກ່ອນໜ້ານັ້ນ, ທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງບັນດາກົນໄກຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ແລະ ແມ່ນ້ຳຂອງ - ຍີ່ປຸ່ນ, ຫວຽດນາມໄດ້ເປັນເຈົ້າການສະເໜີໃຫ້ປ່ຽນໃໝ່ແນວຄິດ, ກຳນົດວິໄສທັດຮ່ວມ ແລະ ກຳນົດບັນດາບູລິມະສິດການຮ່ວມມືໃຫ້ສອດຄ່ອງກັບຂໍ້ຮຽກຮ້ອງການພັດທະນາໃໝ່.
ບັນດາຂົງເຂດທີ່ໄດ້ຮັບການເອົາໃຈໃສ່ ລວມມີ ການເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ.
ຫວຽດນາມຍັງໄດ້ສະເໜີບາງຈຸດສຸມການຮ່ວມມືປະຈຳປີ, ໃນໄລຍະຕໍ່ໜ້າ ສຸມໃສ່ຊຸກຍູ້ຕ່ອງໂສ້ສະໜອງອັດສະລິຍະ, ພັດທະນາພະລັງງານທົດແທນ, ເພີ່ມທະວີການນຳໃຊ້ປັນຍາປະດິດ ແລະ ບັນດາເຕັກໂນໂລຊີເກີດໃໝ່, ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ, ພ້ອມທັງຊຸກຍູ້ການລະດົມແຫຼ່ງກຳລັງສຳລັບການຮ່ວມມື.
ບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດ ສະໜັບສະໜູນບັນດາຂໍ້ສະເໜີກ່ຽວກັບຂົງເຂດບູລິມະສິດ ແລະ ບັນດາຂໍ້ລິເລີ່ມທີ່ຄາດວ່າຫວຽດນາມຈະສະເໜີ ເພື່ອລາຍງານຕໍ່ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 13.
ບັນດາກິດຈະກຳຂ້າງເທິງສະແດງໃຫ້ເຫັນການຫັນປ່ຽນຈາກການເຂົ້າຮ່ວມບັນດາກົນໄກຮ່ວມມື ໄປສູ່ການເປັນເຈົ້າການສະເໜີຂໍ້ລິເລີ່ມ, ປະກອບສ່ວນເຂົ້າໃນການກຳນົດເນື້ອໃນ ແລະ ບູລິມະສິດການຮ່ວມມື.
ນີ້ກໍແມ່ນຂໍ້ຮຽກຮ້ອງທີ່ມະຕິເລກທີ 59-NQ/TW ໄດ້ວາງອອກ ເມື່ອກຳນົດວ່າ ຫວຽດນາມຈຳເປັນຕ້ອງສົ່ງເສີມບົດບາດເປັນຄູ່ຮ່ວມທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ເປັນເຈົ້າການເຂົ້າຮ່ວມປະກອບສ່ວນ, ສ້າງ ແລະ ກຳນົດຮູບແບບບັນດາກົນໄກຮ່ວມມືສາກົນ.
![]() |
| ພາບຈຳລອງເຂດສູນລວມອະເນກປະສົງ ຮັບໃຊ້ APEC 2027. |
ຂະຫຍາຍການເຊື່ອມໂຍງໃນຫຼາຍຂົງເຂດ
ຕາມຈິດໃຈຂອງມະຕິເລກທີ 59-NQ/TW, ການເຊື່ອມໂຍງສາກົນຈຳເປັນຕ້ອງຖືກຜັນຂະຫຍາຍຢ່າງສອດຄ່ອງ, ຮອບດ້ານ ແລະ ເລິກເຊິ່ງ, ໃນນັ້ນບັນດາຂົງເຂດການເຊື່ອມໂຍງຕ້ອງເຊື່ອມສານ, ໜູນເສີມເຊິ່ງກັນແລະກັນໃນຍຸດທະສາດລວມ.
ຕົວຈິງໃນຊຸມມື້ຜ່ານມາສະແດງວ່າ ພື້ນທີ່ການເຊື່ອມໂຍງສືບຕໍ່ຂະຫຍາຍອອກ, ບໍ່ພຽງແຕ່ໃນດ້ານເສດຖະກິດ, ການຕ່າງປະເທດ ແຕ່ຍັງລວມເຖິງປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ບັນດາຂົງເຂດທີ່ພົວພັນໂດຍກົງກັບສິ່ງທ້າທາຍຂ້າມຊາດ.
ຫວ່າງມໍ່ໆມານີ້, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນປະທານຈັດກອງປະຊຸມການນຳບັນດາອົງການບັງຄັບໃຊ້ກົດໝາຍຂອງບັນດາປະເທດ ASEAN ກ່ຽວກັບການຮ່ວມມືຕໍ່ສູ້ກັບອາຊະຍາກອນທີ່ຖືກຕາມຈັບ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືພາກພື້ນ ເພື່ອ ASEAN ທີ່ເຄົາລົບຫຼັກນິຕິທຳ ແລະ ປາສະຈາກອາຊະຍາກອນທີ່ຖືກຕາມຈັບ”.
ກອງປະຊຸມໄດ້ສ້າງເວທີໃຫ້ການນຳຂັ້ນສູງຂອງບັນດາອົງການບັງຄັບໃຊ້ກົດໝາຍ ASEAN ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການປະສານສົມທົບໃນການຕໍ່ສູ້, ປ້ອງກັນ ແລະ ຕ້ານອາຊະຍາກອນທີ່ຖືກຕາມຈັບໃນພາກພື້ນ, ປະກອບສ່ວນຜັນຂະຫຍາຍແຜນດຳເນີນງານ ASEAN ວ່າດ້ວຍການຕໍ່ສູ້ອາຊະຍາກຳຂ້າມຊາດ ໄລຍະ 2026-2035.
ການທີ່ຫວຽດນາມເປັນປະທານຈັດກອງປະຊຸມ ສະແດງໃຫ້ເຫັນວ່າ ການຮ່ວມມືໃນຂົງເຂດຄວາມໝັ້ນຄົງພວມລົງເລິກເຂົ້າສູ່ບັນດາບັນຫາສະເພາະ, ເຊື່ອມຕິດກັບຄວາມສາມາດໃນການປະສານກັນແກ້ໄຂບັນດາສິ່ງທ້າທາຍທີ່ປະເທດໜຶ່ງພຽງລຳພັງຍາກທີ່ຈະແກ້ໄຂໄດ້ຢ່າງມີປະສິດທິຜົນ.
ໃນຂົງເຂດປ້ອງກັນຊາດ, ກະຊວງປ້ອງກັນຊາດໄດ້ມອບຂໍ້ຕົກລົງແຕ່ງຕັ້ງບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ.
![]() |
| ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳປາໄສສະຫຼຸບເວທີປາໄສທະເລຫວຽດນາມ 2026. |
ໜ້າສັງເກດ, ການມອບຂໍ້ຕົກລົງໃນຄັ້ງນີ້ ເປັນຂີດໝາຍບາດກ້າວພັດທະນາດ້ານຄວາມສາມາດວິຊາສະເພາະ ເມື່ອມີນາຍທະຫານ 2 ຄົນຜ່ານຂະບວນການຄັດເລືອກເພື່ອຮັບຕຳແໜ່ງຊ່ຽວຊານຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ທີ່ສະຫະລັດອາເມລິກາ ແລະ ນາຍທະຫານ 2 ຄົນປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNISFA ໃນເຂດ Abyei.
ຈາກການສົ່ງກຳລັງເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບຢູ່ພາກສະໜາມ ຈົນເຖິງການຮັບຕຳແໜ່ງວິຊາສະເພາະຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ສະແດງໃຫ້ເຫັນລະດັບການເຂົ້າຮ່ວມທີ່ນັບມື້ນັບເລິກເຊິ່ງຂອງຫວຽດນາມໃນບັນດາກິດຈະກຳຮ່ວມຂອງປະຊາຄົມສາກົນ, ພ້ອມທັງປະກອບສ່ວນສະແດງບົດບາດຂອງຫວຽດນາມໃນບັນດາກົນໄກຫຼາຍຝ່າຍ.
ໃນອາທິດຜ່ານມາ, ເວທີປາໄສທະເລຫວຽດນາມ 2026 ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະ ການເຊື່ອມໂຍງສາກົນໃນການສ້າງຫວຽດນາມໃຫ້ເປັນປະເທດທາງທະເລທີ່ເຂັ້ມແຂງ” ແນໃສ່ຊຸກຍູ້ການສົນທະນາ, ແບ່ງປັນ ແລະ ເຊື່ອມໂຍງລະຫວ່າງບັນດາກະຊວງ, ຂະແໜງການສູນກາງ ກັບທ້ອງຖິ່ນ, ລະຫວ່າງອົງການລັດກັບວົງການຄົ້ນຄວ້າ, ວິສາຫະກິດ ແລະ ປະຊາຊົນ.
ຜ່ານນັ້ນ, ການຮ່ວມມື ແລະ ການເຊື່ອມໂຍງສາກົນກ່ຽວກັບທະເລ ບໍ່ພຽງແຕ່ເຊື່ອມຕິດກັບການປົກປ້ອງອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດຕັດສິນຂອງຫວຽດນາມ ແຕ່ຍັງຮັບໃຊ້ເປົ້າໝາຍພັດທະນາທະເລ, ເຊື່ອມຕໍ່ແຫຼ່ງກຳລັງ ແລະ ຄວາມຮູ້ສາກົນ ກັບຂໍ້ຮຽກຮ້ອງການກໍ່ສ້າງ, ພັດທະນາປະເທດ.
ຄຽງຄູ່ກັບບັນດາກິດຈະກຳໃນຂົງເຂດຄວາມໝັ້ນຄົງ, ປ້ອງກັນຊາດ, ການທີ່ຫວຽດນາມປະສານສົມທົບກັບ UNESCO ຈັດກອງປະຊຸມສົນທະນາອາຊີ - ປາຊີຟິກ ກ່ຽວກັບມໍລະດົກ ແລະ ຄວາມແທ້ຈິງ ຢ່າງສຳເລັດຜົນ, ໂດຍມີເອກະສານຮ່າໂນ້ຍຖືກຮັບຮອງກົງກັບໂອກາດສະຫຼອງ 50 ປີແຫ່ງສາຍພົວພັນຫວຽດນາມ - UNESCO, ສືບຕໍ່ສະແດງໃຫ້ເຫັນການຫັນປ່ຽນໃນການຕ່າງປະເທດຫຼາຍຝ່າຍ ແລະ ການທູດວັດທະນະທຳ.
ນີ້ແມ່ນບາດກ້າວພັດທະນາໃໝ່ໃນສາຍພົວພັນຫວຽດນາມ - UNESCO ພາຍຫຼັງ 50 ປີ, ຈາກການຮັບການຊ່ວຍເຫຼືອ, ເຂົ້າຮ່ວມ ໄປສູ່ການເປັນເຈົ້າການປະກອບສ່ວນ.
ເອກະສານຮ່າໂນ້ຍ ບໍ່ພຽງແຕ່ສະທ້ອນບັນດາທັດສະນະ, ບູລິມະສິດຂອງພາກພື້ນອາຊີ - ປາຊີຟິກ ໃນການອະນຸລັກມໍລະດົກ ແຕ່ຍັງສະແດງໃຫ້ເຫັນການເຂົ້າຮ່ວມຂອງຫວຽດນາມໃນການປະກອບສ່ວນກຳນົດທິດທາງນະໂຍບາຍ, ຄວາມຮູ້ວິຊາສະເພາະ ແລະ ສ້າງບັນດາມາດຕະຖານສາກົນກ່ຽວກັບມໍລະດົກ.
ຈາກການຮ່ວມມືຫຼາຍຝ່າຍ, ປ້ອງກັນຊາດ, ຄວາມໝັ້ນຄົງ ຈົນເຖິງວັດທະນະທຳ, ການເຊື່ອມໂຍງສາກົນພວມຖືກຜັນຂະຫຍາຍນັບມື້ນັບຮອບດ້ານ ດ້ວຍການເຂົ້າຮ່ວມຂອງຫຼາຍຂົງເຂດ ແລະ ຫຼາຍພາກສ່ວນ.
ຜ່ານນັ້ນ, ຫວຽດນາມບໍ່ພຽງແຕ່ຂະຫຍາຍສາຍພົວພັນ, ຍາດແຍ່ງບັນດາແຫຼ່ງກຳລັງຈາກພາຍນອກ ແຕ່ຍັງຄ່ອຍໆຍົກສູງຄວາມສາມາດໃນການເຂົ້າຮ່ວມ, ປະກອບສ່ວນເຂົ້າໃນບັນດາກົນໄກ ແລະ ວຽກງານຮ່ວມຂອງປະຊາຄົມສາກົນ.
ການຫັນບັນດາແຫຼ່ງກຳລັງ, ຄວາມຮູ້ ແລະ ປະສົບການສາກົນໃຫ້ກາຍເປັນກຳລັງພາຍໃນຢ່າງມີປະສິດທິຜົນ, ພ້ອມທັງຍົກສູງຄວາມສາມາດໃນການປະກອບສ່ວນຂອງຫວຽດນາມ, ແມ່ນພື້ນຖານເພື່ອໃຫ້ການເຊື່ອມໂຍງສາກົນຮັບໃຊ້ຢ່າງແທດຈິງຕໍ່ໜ້າທີ່ກໍ່ສ້າງ, ພັດທະນາ ແລະ ປົກປ້ອງປະເທດ, ຜ່ານນັ້ນປະກອບສ່ວນເພີ່ມທະວີກຳລັງແຮງສັງລວມຂອງຊາດໃນໄລຍະພັດທະນາໃໝ່.
ຍສໝ - ແຕ່ວັນທີ 1-4/10/2026 ຢູ່ພະລາຊະວັງຫຼວງທັງລອງ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”, ໂດຍມີເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO. |
ຍສໝ - ວັນທີ 27 ກັນຍາ, ຄະນະຊາວໜຸ່ມກະຊວງການຕ່າງປະເທດ ຮ່ວມກັບ ສະມາຄົມນັກສຶກສາຫວຽດນາມຢູ່ອົດສະຕາລີ (SVAU) ຈັດກອງປະຊຸມ “ສົນທະນາບາງມະຕິ ແລະ ຄຳສັ່ງຂອງກົມການເມືອງ ກ່ຽວກັບວຽກງານຊາວໜຸ່ມ ແລະ ນັກສຶກສາຢູ່ຕ່າງປະເທດ”. |
ດວງດີ

