| ມະຕິເລກທີ 23: ຈາກ “ການເອົາໃຈໃສ່” ສູ່ການສ້າງກົນໄກເພື່ອສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ມະຕິເລກທີ 26-NQ/TW: ຫັນການທ່ອງທ່ຽວຈາກການເພີ່ມປະລິມານ ສູ່ການຍົກສູງຄຸນນະພາບ |
ມະຕິເລກທີ 19-NQ/TW ຂອງກອງປະຊຸມສູນກາງ ຄັ້ງທີ III ສະໄໝທີ XIV ໄດ້ວາງເສັ້ນທາງປ່ຽນແປງໃໝ່ຢ່າງຮອບດ້ານ ແນໃສ່ຫັນຫວຽດນາມໄປສູ່ຮູບແບບການພັດທະນາທີ່ເພິ່ງຕົນເອງ, ສ້າງສັນ, ມີມະນຸດສະທຳ, ຍືນຍົງ ແລະ ເຊື່ອມໂຍງສາກົນ. ໃນພາບລວມນັ້ນ, ການຈັດຕັ້ງພື້ນທີ່ພັດທະນາຄືນໃໝ່ ແລະ ປ່ຽນແປງໃໝ່ແນວຄິດໃນການສ້າງສັນຕົວເມືອງ ມີບົດບາດສຳຄັນໃນການສ້າງບັນດາແຮງຂັບເຄື່ອນການເຕີບໂຕໃໝ່.
ຂໍ້ຮຽກຮ້ອງທີ່ວາງອອກຕໍ່ທົ່ວລະບົບການເມືອງ, ໂດຍສະເພາະ ຖັນແຖວພະນັກງານທີ່ເຮັດວຽກດ້ານການວາງແຜນຜັງ, ການກໍ່ສ້າງ ແລະ ຄຸ້ມຄອງການພັດທະນາຕົວເມືອງ ແມ່ນຕ້ອງຫັນປ່ຽນຢ່າງແຂງແຮງ ຈາກແນວຄິດ “ຄຸ້ມຄອງ, ຄວບຄຸມທາງບໍລິຫານ” ໄປສູ່ “ສ້າງສັນ, ນຳພາການພັດທະນາ”.
ຕາມທິດທາງນີ້, ຕົວເມືອງບໍ່ພຽງແຕ່ມີບົດບາດເປັນຫົວຈັກຂອງການເຕີບໂຕທາງເສດຖະກິດເທົ່ານັ້ນ ຫາກຍັງຕ້ອງກາຍເປັນພື້ນທີ່ດຳລົງຊີວິດທີ່ປອດໄພ, ມີມະນຸດສະທຳ, ຍືນຍົງ ແລະ ກວມລວມສຳລັບປະຊາຊົນ.
![]() |
| ມຸມໜຶ່ງຂອງນະຄອນຫຼວງ ຮ່າໂນ້ຍ ເບິ່ງຈາກມຸມສູງ. |
ຈັດຕັ້ງພື້ນທີ່ຄືນໃໝ່ ເພື່ອສ້າງຂົ້ວການເຕີບໂຕໃໝ່
ໜຶ່ງໃນບັນດາທິດທາງສຳຄັນແມ່ນຫັນຂະບວນການກາຍເປັນຕົວເມືອງ ແລະ ການພັດທະນາຕົວເມືອງ ໃຫ້ກາຍເປັນແຮງຂັບເຄື່ອນການເຕີບໂຕ, ເຊື່ອມການປັບໂຄງສ້າງພື້ນທີ່ພັດທະນາຄືນໃໝ່ກັບບັນດາແລວເສດຖະກິດ ເພື່ອສ້າງບັນດາຂົ້ວການເຕີບໂຕ, ສູນນະວັດຕະກຳ ແລະ ບັນດາຕົວເມືອງສີຂຽວ, ອັດສະລິຍະ ທີ່ມີຄວາມສາມາດແຂ່ງຂັນໃນລະດັບສາກົນ.
ຄຽງຄູ່ກັບຂະບວນການນີ້ ແມ່ນຂໍ້ຮຽກຮ້ອງໃຫ້ເພີ່ມທະວີການເຊື່ອມໂຍງພາກພື້ນ, ການເຊື່ອມໂຍງຂະແໜງການ, ເຊື່ອມຕໍ່ບັນດາຕົວເມືອງໃຫ້ກາຍເປັນເຄືອຂ່າຍທີ່ເກື້ອໜູນກັນ ແທນການພັດທະນາແບບແຍກສ່ວນ.
ໃນເຄືອຂ່າຍນັ້ນ, ບັນດາຕົວເມືອງໃຫຍ່ທີ່ມີບົດບາດເປັນຂົ້ວການເຕີບໂຕຂອງພາກພື້ນ ແລະ ຂອງທົ່ວປະເທດ ຈຳເປັນຕ້ອງພັດທະນາໃນທິດທາງສີຂຽວ, ອັດສະລິຍະ, ທັນສະໄໝ, ຫຼາຍຂະແໜງ, ຫຼາຍຂົງເຂດ; ພ້ອມທັງນຳໜ້າໃນການນຳໃຊ້ທີ່ດິນ ແລະ ແຫຼ່ງກຳລັງພັດທະນາຢ່າງມີປະສິດທິຜົນ.
ລະບົບໂຄງລ່າງຍຸດທະສາດກໍຈຳເປັນຕ້ອງສ້າງຂຶ້ນໃນທິດທາງທັນສະໄໝ, ອັດສະລິຍະ, ສີຂຽວ, ເຊື່ອມຕໍ່ຫຼາຍລະດັບ, ຫຼາຍຮູບແບບ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.
ການລົງທຶນຈຳເປັນຕ້ອງມີຈຸດສຸມ, ໃຫ້ບູລິມະສິດແກ່ບັນດາໂຄງລ່າງທີ່ຈຳເປັນ ແລະ ສາມາດສ້າງຜົນກະທົບແຜ່ຂະຫຍາຍໃນວົງກວ້າງ, ພ້ອມທັງຮັບປະກັນຄວາມກົມກຽວລະຫວ່າງປະສິດທິຜົນດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.
ພ້ອມກັນນັ້ນ, ມະຕິ 19 ຍັງວາງທິດທາງໃຫ້ມີການກະຈາຍອຳນາດຫຼາຍຂຶ້ນໃຫ້ແກ່ບັນດາຕົວເມືອງໃຫຍ່ ໃນການປົກປ້ອງສິ່ງແວດລ້ອມຜ່ານບັນດາເຄື່ອງມືທາງການເງິນ. ຕາມນັ້ນ, ຕົວເມືອງສາມາດເປັນເຈົ້າການຈັດເກັບຄ່າທຳນຽມສິ່ງແວດລ້ອມ, ອອກພັນທະບັດສີຂຽວ ແລະ ຈັດຕັ້ງບັນດາເຂດປ່ອຍອາຍພິດຕ່ຳ ເພື່ອແກ້ໄຂບັນດາບັນຫາມົນລະພິດທີ່ແກ່ຍາວ.
ແນວຄິດການຈັດຕັ້ງພື້ນທີ່ຍັງຖືກຂະຫຍາຍຕາມທິດທາງປະສົມປະສານ, ຫຼາຍລະດັບ ແລະ ເຊື່ອມໂຍງກັນ, ສ້າງການເຊື່ອມຕໍ່ ແລະ ພະລັງແຜ່ຂະຫຍາຍລະຫວ່າງບັນດາເຂດພັດທະນາ. ຂະບວນການກຳນົດຍຸດທະສາດ, ວາງແຜນຜັງ ແລະ ຈັດສັນແຫຼ່ງກຳລັງ ພ້ອມກັນນັ້ນຕ້ອງເຊື່ອມແໜ້ນກັບໜ້າທີ່ປັບປຸງການປ້ອງກັນຊາດ, ຄວາມໝັ້ນຄົງ.
ຫ້າໜ້າທີ່ຈຸດສຸມສຳລັບການພັດທະນາຕົວເມືອງ
ຈາກສະພາບຕົວຈິງຂອງການພັດທະນາຕົວເມືອງໃນໄລຍະຜ່ານມາ, ການຜັນຂະຫຍາຍທິດທາງໃໝ່ ຈຳເປັນຕ້ອງສຸມໃສ່ຫ້າກຸ່ມໜ້າທີ່ບູລິມະສິດ.
ທີໜຶ່ງ, ທົບທວນລະບົບແຜນຜັງທັງໝົດ ຕາມແນວຄິດຈັດຕັ້ງພື້ນທີ່ຕົວເມືອງຫຼາຍລະດັບ; ພ້ອມທັງສ້າງບັນດາຂົ້ວການເຕີບໂຕ ແລະ ສູນນະວັດຕະກຳ ທີ່ເຊື່ອມກັບບັນດາແລວເສດຖະກິດໃຫຍ່.
ເປົ້າໝາຍແມ່ນສ້າງເຄືອຂ່າຍຕົວເມືອງທີ່ສາມາດສ້າງພະລັງຮ່ວມຈາກແຫຼ່ງກຳລັງ, ຍົກສູງຄວາມສາມາດແຂ່ງຂັນ, ເພື່ອໃຫ້ບັນດາຕົວເມືອງກາຍເປັນຂົ້ວການເຕີບໂຕຢ່າງແທ້ຈິງ ທີ່ສາມາດນຳພາ ແລະ ແຜ່ຂະຫຍາຍການພັດທະນາພາຍໃນພາກພື້ນ ກໍຄືໃນຂອບເຂດທົ່ວປະເທດ.
ທີສອງ, ເລັ່ງລັດການສ້າງແຜນຜັງ ແລະ ປັບປຸງຂອບກົດໝາຍໃຫ້ສົມບູນ ເພື່ອຄຸ້ມຄອງ, ນຳໃຊ້ພື້ນທີ່ໃຕ້ດິນ, ກ່ອນອື່ນໝົດແມ່ນຢູ່ບັນດາຕົວເມືອງໃຫຍ່, ສູນການເງິນ - ການຄ້າ ແລະ ບັນດາຈຸດເຊື່ອມຕໍ່ການຂົນສົ່ງສາທາລະນະ ຕາມທິດທາງ TOD - ພັດທະນາຕົວເມືອງເຊື່ອມກັບການຂົນສົ່ງສາທາລະນະ.
ພື້ນທີ່ໃຕ້ດິນຖືກເບິ່ງວ່າເປັນພື້ນທີ່ສຳຮອງທາງຍຸດທະສາດສຳລັບການພັດທະນາ. ການວາງແຜນຜັງຈຳເປັນຕ້ອງອີງໃສ່ບັນດາເຄື່ອງມືວິເຄາະພື້ນທີ່ ເພື່ອຈັດວາງບັນດາເຂດການຄ້າ, ການບໍລິການໃຕ້ດິນຢ່າງເໝາະສົມ ແລະ ເຊື່ອມຕໍ່ຢ່າງຕໍ່ເນື່ອງກັບໂຄງລ່າງເທິງໜ້າດິນ.
ທິດທາງການພັດທະນານີ້ ປະກອບສ່ວນຈຳກັດການຂະຫຍາຍເຂດແດນຕົວເມືອງຕາມແນວຮາບ, ຍົກສູງປະສິດທິຜົນການນຳໃຊ້ທີ່ດິນ ແລະ ໂຄງລ່າງ, ພ້ອມທັງຄ່ອຍໆປ່ຽນແປງນິໄສການນຳໃຊ້ພາຫະນະສ່ວນຕົວ ໄປສູ່ການຂົນສົ່ງສາທາລະນະ ແລະ ຫຼຸດຜ່ອນການປ່ອຍອາຍພິດ.
ທີສາມ, ຜັນຂະຫຍາຍບັນດາກົນໄກການເງິນສະເພາະ ແລະ ເພີ່ມທະວີການກະຈາຍອຳນາດໃຫ້ແກ່ບັນດາຕົວເມືອງໃຫຍ່, ສ້າງເງື່ອນໄຂໃຫ້ທ້ອງຖິ່ນເປັນເຈົ້າການຫຼາຍຂຶ້ນໃນການປົກປ້ອງສິ່ງແວດລ້ອມ, ອອກພັນທະບັດສີຂຽວ ແລະ ທົດລອງຮູບແບບ “ເຂດປ່ອຍອາຍພິດຕ່ຳ” ຢູ່ບັນດາຕົວເມືອງພິເສດ.
ທີສີ່, ລົງທຶນພັດທະນາໂຄງລ່າງຕົວເມືອງອັດສະລິຍະ ຄຽງຄູ່ກັບການຍົກສູງຄວາມສາມາດຕ້ານທານຕໍ່ການປ່ຽນແປງດິນຟ້າອາກາດ.
ໃນສະພາບການທີ່ໄພທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດນັບມື້ນັບມີຄວາມສັບສົນ, ການບໍລິຫານຕົວເມືອງຈຳເປັນຕ້ອງຫັນຈາກການແກ້ໄຂສະຖານະການ ໄປສູ່ການຄາດຄະເນລ່ວງໜ້າຢ່າງເປັນເຈົ້າການໂດຍອີງໃສ່ຂໍ້ມູນ.
ໂຄງລ່າງທາງກາຍະພາບຈຳເປັນຕ້ອງເຊື່ອມລວມຢ່າງເລິກເຊິ່ງກັບໂຄງລ່າງດິຈິຕອນ, ໃນນັ້ນ ຂໍ້ມູນດິຈິຕອນ, ເຕັກໂນໂລຊີອິນເຕີເນັດແຫ່ງສັບພະສິ່ງ (IoT) ແລະ ປັນຍາປະດິດ (AI) ຖືກນຳໃຊ້ເພື່ອບໍລິຫານຕົວເມືອງແບບທັນເວລາ. ພ້ອມກັນນັ້ນ, ລະບົບຕົວເມືອງຕ້ອງໄດ້ຮັບການລົງທຶນ ເພື່ອເພີ່ມຄວາມສາມາດຕ້ານທານຕໍ່ໄພທຳມະຊາດ, ນ້ຳຖ້ວມຂັງ ແລະ ບັນດາຜົນກະທົບທີ່ນັບມື້ນັບປາກົດຈະແຈ້ງຂຶ້ນຈາກການປ່ຽນແປງດິນຟ້າອາກາດ.
ທີຫ້າ, ຍົກລະດັບຄຸນນະພາບຕົວເມືອງຢ່າງຮອບດ້ານ ຄຽງຄູ່ກັບການພັດທະນາບັນດາສູນການເງິນ, ໂລຈິສຕິກ ແລະ ເຄືອຂ່າຍການບໍລິການທີ່ມີມູນຄ່າເພີ່ມສູງ.
ຄຽງຄູ່ກັບໂຄງລ່າງດ້ານເສດຖະກິດ, ລະບົບໂຄງລ່າງສັງຄົມຈຳເປັນຕ້ອງໄດ້ຮັບການລົງທຶນຢ່າງຄົບຊຸດ, ໃນນັ້ນ ເຮືອນຢູ່ສັງຄົມ ແລະ ເຮືອນຢູ່ສຳລັບຜູ້ມີລາຍຮັບຕ່ຳ ຖືກກຳນົດເປັນເນື້ອໃນສຳຄັນ.
ທິດທາງນີ້ບໍ່ພຽງແຕ່ປະກອບສ່ວນຫຼຸດຊ່ອງຫວ່າງການພັດທະນາລະຫວ່າງເຂດຕົວເມືອງ ແລະ ຊົນນະບົດເທົ່ານັ້ນ ຫາກຍັງຮັບປະກັນໃຫ້ປະຊາຊົນໄດ້ຮ່ວມແບ່ງປັນໝາກຜົນຂອງຂະບວນການກາຍເປັນຕົວເມືອງ, ສາມາດເຂົ້າເຖິງບັນດາການບໍລິການທີ່ຈຳເປັນ ເຊັ່ນ: ການສຶກສາ, ສາທາລະນະສຸກ ແລະ ທີ່ຢູ່ອາໄສ ຢ່າງສະເໝີພາບຫຼາຍຂຶ້ນ.
ຈາກຂໍ້ຮຽກຮ້ອງໃນການຈັດຕັ້ງພື້ນທີ່ພັດທະນາຄືນໃໝ່ ໄປຈົນເຖິງການສ້າງໂຄງລ່າງສີຂຽວ, ອັດສະລິຍະ, ການນຳໃຊ້ພື້ນທີ່ໃຕ້ດິນ ແລະ ການຍົກສູງຄຸນນະພາບຊີວິດ, ຈິດໃຈທີ່ສອດຫ້ອຍຕະຫຼອດແມ່ນການຫັນຕົວເມືອງຈາກສິ່ງທີ່ຖືກຄຸ້ມຄອງ ໃຫ້ກາຍເປັນແຫຼ່ງກຳລັງທີ່ຖືກສ້າງສັນ ແລະ ສົ່ງເສີມໃຫ້ເກີດປະໂຫຍດ.
ການຫັນປ່ຽນແນວຄິດນີ້ ແມ່ນພື້ນຖານເພື່ອສ້າງບັນດາຕົວເມືອງທີ່ສາມາດນຳພາການເຕີບໂຕ, ເຊື່ອມຕໍ່ບັນດາເຂດພັດທະນາ ແລະ ພ້ອມກັນນັ້ນ ກາຍເປັນພື້ນທີ່ດຳລົງຊີວິດທີ່ຍືນຍົງ, ສາມາດປັບຕົວ, ມີມະນຸດສະທຳ ໃນຮູບແບບການພັດທະນາໃໝ່ຂອງປະເທດ.
ຍສໝ - ມະຕິເລກທີ 10 ໄດ້ຮັບການຕີລາຄາຈາກປະຊາຄົມວິສາຫະກິດເອີຣົບວ່າ ເປັນບາດກ້າວສຳຄັນໃນແນວຄິດດຶງດູດການລົງທຶນຂອງ ຫວຽດນາມ, ຫັນຈາກເປົ້າໝາຍດຶງດູດທຶນ ໄປສູ່ການສ້າງລະບົບນິເວດ FDI ທີ່ມີຄຸນນະພາບສູງ. ທ່ານ Bruno Jaspaert, ປະທານ EuroCham ສະມາຄົມວິສາຫະກິດເອີຣົບປະຈຳ ຫວຽດນາມ, ໄດ້ແບ່ງປັນທັດສະນະກ່ຽວກັບໂອກາດທີ່ມະຕິດັ່ງກ່າວເປີດອອກໃຫ້ແກ່ວິສາຫະກິດເອີຣົບ, ພ້ອມທັງບັນດາປັດໄຈທີ່ ຫວຽດນາມ ຕ້ອງສືບຕໍ່ປັບປຸງ ເພື່ອກາຍເປັນຈຸດໝາຍປາຍທາງຂອງກະແສທຶນດ້ານເຕັກໂນໂລຊີສູງ, ນະວັດຕະກຳ ແລະ ການລົງທຶນສີຂຽວ. |
ຍສໝ - ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ພ້ອມທັງຫັນປ່ຽນຢ່າງແຮງຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ. |
ຄຳສີ
