| ເຊື່ອມຕໍ່ຂໍ້ມູນ ແລະ ເຕັກໂນໂລຊີ, ສ້າງລະບົບນິເວດການທ່ອງທ່ຽວອັດສະລິຍະ ຟອງຍາ - ແກ່ບ່າງ ໄດ້ຮັບສອງລາງວັນຈາກ World Travel Awards 2026 |
ຕາມຂໍ້ຕົກລົງເລກທີ 5519/QĐ-UBND ລົງວັນທີ 5/10/2026 ຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ.
ກ່ອນໜ້ານັ້ນ, ວັນທີ 23/9, ຄະນະປະເມີນຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ໄດ້ດຳເນີນການປະເມີນຕົວຈິງຢູ່ເຂດທ່ອງທ່ຽວ. ດ້ວຍເນື້ອທີ່ 1.544 ເຮັກຕາ, ສະຖານທີ່ແຫ່ງນີ້ມີລະບົບຊັບພະຍາກອນທຳມະຊາດ, ວັດທະນະທຳທີ່ອຸດົມສົມບູນ ພ້ອມກັບເງື່ອນໄຂດ້ານໂຄງລ່າງ ແລະ ການບໍລິການຮັບໃຊ້ນັກທ່ອງທ່ຽວ.
![]() |
| ນັກທ່ອງທ່ຽວສຳຜັດປະສົບການບັນດາກິດຈະກຳວັດທະນະທຳຢູ່ “ເຮືອນຮ່ວມ” ຂອງປະຊາຄົມ 54 ເຜົ່າຫວຽດນາມ. |
ພັດທະນາການທ່ອງທ່ຽວນິເວດຢູ່ແຄມໜອງດົ່ງໂມ
ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຕັ້ງຢູ່ໃນເຂດຮອຍຕໍ່ລະຫວ່າງທົ່ງພຽງພາກເໜືອ ແລະ ສາຍພູບາວີ, ມີລັກສະນະພູມສັນຖານເຄິ່ງພູດອຍ ດ້ວຍຮ່ອມພູ, ແຫຼມ, ຕົ້ນໄມ້ສີຂຽວ ແລະ ພື້ນນ້ຳສະຫຼັບກັນ.
ພື້ນທີ່ສີຂຽວ ແລະ ພື້ນນ້ຳກວມເອົາຫຼາຍກວ່າ 70% ຂອງເນື້ອທີ່ທັງໝົດ, ສ້າງພື້ນທີ່ພູມສັນຖານທີ່ໂລ່ງ, ຂຽວສົດ, ເໝາະສົມສຳລັບພັດທະນາຮູບແບບການທ່ອງທ່ຽວນິເວດ ແລະ ພັກຜ່ອນ.
ໃນເນື້ອທີ່ວາງແຜນທັງໝົດ 1.544 ເຮັກຕາ, ພື້ນນ້ຳໜອງດົ່ງໂມທີ່ຂຶ້ນກັບໝູ່ບ້ານກວມເອົາ 935,31 ເຮັກຕາ. ລະບົບພື້ນນ້ຳພ້ອມກັບລະບົບນິເວດທີ່ອຸດົມສົມບູນ ສ້າງເງື່ອນໄຂໃຫ້ພັດທະນາຫຼາຍກິດຈະກຳ ເຊັ່ນ ຊົມທິວທັດທາງເຮືອ, ເຮືອກາໂນ, ພາຍເຮືອ kayak, ຕັ້ງແຄ້ມ, team building ແລະ ການທ່ອງທ່ຽວກິລາ.
ຄຽງຄູ່ກັບພູມສັນຖານທຳມະຊາດ, ຊັບພະຍາກອນວັດທະນະທຳແມ່ນຈຸດເດັ່ນສະເພາະຂອງເຂດທ່ອງທ່ຽວ. ພື້ນທີ່ບັນດາໝູ່ບ້ານຊົນເຜົ່າກວ້າງປະມານ 196,8 ເຮັກຕາ, ແບ່ງເປັນ 4 ກຸ່ມໝູ່ບ້ານ ທີ່ເປັນຕົວແທນໃຫ້ແຕ່ລະພາກ ແລະ ກຸ່ມພາສາ.
ບັນດາສິ່ງກໍ່ສ້າງສະຖາປັດຕະຍະກຳດັ້ງເດີມຂອງ 54 ເຜົ່າຫວຽດນາມ ໄດ້ຮັບການຈຳລອງຄືນຕາມອັດຕາສ່ວນ 1:1, ນຳໃຊ້ວັດສະດຸ ແລະ ເຕັກນິກການກໍ່ສ້າງດັ້ງເດີມຫຼາຍຢ່າງ ໂດຍມີການເຂົ້າຮ່ວມຂອງບັນດາສິລະປິນພື້ນເມືອງ ແລະ ພີ່ນ້ອງບັນດາເຜົ່າ.
ເຮືອນຮ້ານຂອງເຜົ່າໄທ, ເມື່ອງ; ເຮືອນຝາດິນຂອງເຜົ່າໄຕ່, ຮ່າຍີ່; ເຮືອນຊຸມຊົນຂອງເຜົ່າຢາຣາຍ, ບານາ; ເຮືອນຍາວຂອງເຜົ່າເອເດ... ຮ່ວມກັນສ້າງເປັນພື້ນທີ່ສະຖາປັດຕະຍະກຳທີ່ຫຼາກຫຼາຍຢູ່ຮ່າໂນ້ຍ.
ສົ່ງເສີມບົດບາດເຈົ້າການຂອງຊຸມຊົນ
ໜຶ່ງໃນຈຸດພິເສດຂອງໝູ່ບ້ານແມ່ນ ບັນດາຄຸນຄ່າວັດທະນະທຳໄດ້ຮັບການຮັກສາຜ່ານກິດຈະກຳປະຈຳຂອງຊຸມຊົນ. ປັດຈຸບັນ, ມີພີ່ນ້ອງປະມານ 120 ຄົນ ຈາກ 16 ເຜົ່າ ດຳລົງຊີວິດປະຈຳວັນຢູ່ທີ່ນີ້, ເຂົ້າຮ່ວມໂດຍກົງໃນກິດຈະກຳຊຸມຊົນ, ສະແດງວັດທະນະທຳ, ຫັດຖະກຳດັ້ງເດີມ ແລະ ແນະນຳອາຫານ.
ແຕ່ລະປີ, ໝູ່ບ້ານຈັດປະມານ 24 ງານບຸນ, ຮີດຄອງປະເພນີຂອງບັນດາຊົນເຜົ່າ; 25 ໂຄງການແລກປ່ຽນ, ສະແດງວັດທະນະທຳ, ສິລະປະ; 7 ກິດຈະກຳວາງສະແດງ, ຈັດສະແດງຕາມຫົວຂໍ້ ແລະ 3 ໂຄງການໂຄສະນາ, ແນະນຳວັດທະນະທຳ ແລະ ການທ່ອງທ່ຽວຂອງບັນດາທ້ອງຖິ່ນ.
ແຕ່ລະປີ ມີປະມານ 62 ຄະນະຊຸມຊົນຊົນເຜົ່າ ດ້ວຍພີ່ນ້ອງເກືອບ 780 ເທື່ອຄົນ ຈາກ 51 ເທື່ອທ້ອງຖິ່ນໃນທົ່ວປະເທດ ເຂົ້າຮ່ວມບັນດາກິດຈະກຳຢູ່ທີ່ນີ້.
ນອກຈາກເຂດບັນດາໝູ່ບ້ານຊົນເຜົ່າແລ້ວ, ໝູ່ບ້ານຍັງມີຫຼາຍຈຸດທ່ຽວຊົມ ແລະ ສຳຜັດປະສົບການ ເຊັ່ນ ເຂດໜອງເທິງພູ, ເຂດໝູ່ບ້ານຊາວປະມົງ, ເຂດທີ່ພັກຄ້າຍສ້າງສັນ, ເຂດອາຫານຕີນພູ ແລະ ເຂດພິທີກຳບູຊາບັນພະບຸລຸດ, ສ້າງເງື່ອນໄຂໃຫ້ພັດທະນາຜະລິດຕະພັນທ່ອງທ່ຽວດ້ານວັດທະນະທຳ, ນິເວດ, ປະສົບການ ແລະ ພັກຜ່ອນ.
ກ່ຽວກັບສິ່ງອຳນວຍຄວາມສະດວກ, ເຂດທ່ອງທ່ຽວມີລະບົບປ້າຍບອກທາງ, ທີມງານມັກຄຸເທດປະຈຳຈຸດ ແລະ ບົດບັນຍາຍ 54 ບົດເປັນພາສາຫວຽດນາມ, ພາສາອັງກິດ; ມີພະແນກຂໍ້ມູນ, ຊ່ວຍເຫຼືອແຂກ ພ້ອມດ້ວຍເອກະສານ ແລະ ສິ່ງພິມທີ່ແຈກຟຣີ.
ລະບົບຄົມມະນາຄົມເຊື່ອມຕໍ່ກັບຫຼາຍສາຍລົດເມ; ບ່ອນຈອດລົດສາມາດຮອງຮັບໄດ້ສູງສຸດປະມານ 600 ລົດຈັກ ແລະ 1.300 ລົດໃຫຍ່. ໂຄງລ່າງໂທລະຄົມ ແລະ wifi ກໍໄດ້ຮັບການຮັບປະກັນ.
ຕາມຜົນການປະເມີນ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຕອບສະໜອງຄົບຖ້ວນ 4 ເງື່ອນໄຂເພື່ອໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວ ຕາມກົດໝາຍວ່າດ້ວຍການທ່ອງທ່ຽວ ປີ 2017, ລວມມີ ຊັບພະຍາກອນທ່ອງທ່ຽວ ແລະ ຂອບເຂດທີ່ກຳນົດຊັດເຈນ; ໂຄງລ່າງ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການ; ເຊື່ອມຕໍ່ກັບລະບົບໂຄງລ່າງຄົມມະນາຄົມ ແລະ ໂທລະຄົມແຫ່ງຊາດ; ຕອບສະໜອງເງື່ອນໄຂດ້ານຄວາມໝັ້ນຄົງ, ຄວາມເປັນລະບຽບ, ຄວາມປອດໄພທາງສັງຄົມ ແລະ ການປົກປ້ອງສິ່ງແວດລ້ອມ.
ການໄດ້ຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ ສ້າງພື້ນຖານໃຫ້ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ສືບຕໍ່ປັບປຸງວຽກງານຄຸ້ມຄອງ, ຂຸດຄົ້ນ ແລະ ລົງທຶນ, ສົ່ງເສີມບັນດາຄຸນຄ່າວັດທະນະທຳ, ທຳມະຊາດ, ມຸ່ງໄປສູ່ການສ້າງແຫຼ່ງທ່ອງທ່ຽວດ້ານວັດທະນະທຳ, ນິເວດ ແລະ ປະສົບການທີ່ດຶງດູດໃຈຢູ່ຮ່າໂນ້ຍ.
ຍສໝ - ດ້ວຍບັນດາມໍລະດົກທີ່ມີຄຸນຄ່າໂດດເດັ່ນ ພ້ອມກັບພື້ນທີ່ວັດທະນະທຳອັນເປັນເອກະລັກ, ກວາງນິງ ພວມຊຸກຍູ້ການທູດວັດທະນະທຳ, ການທູດມໍລະດົກ ເພື່ອໂຄສະນາຮູບພາບຂອງທ້ອງຖິ່ນ, ເປີດກວ້າງການຮ່ວມມືສາກົນ ແລະ ຂຸດຄົ້ນນຳໃຊ້ແຫຼ່ງຊັບພະຍາກອນຮັບໃຊ້ການພັດທະນາໃຫ້ມີປະສິດທິຜົນຍິ່ງຂຶ້ນ. |
ຍສໝ - ແຂວງ ນິງບິ່ງ ປະສານສົມທົບກັບກຸ່ມບໍລິສັດລົດໄຟຫວຽດນາມ ຄາດວ່າຈະຈັດໂຄງການສຳຜັດປະສົບການລົດໄຟທ່ອງທ່ຽວລະດັບສູງ ຮ່າໂນ້ຍ - ນິງບິ່ງ, ແນໃສ່ສ້າງຜະລິດຕະພັນທີ່ເຊື່ອມຕໍ່ການຄົມມະນາຄົມກັບມໍລະດົກ, ວັດທະນະທຳ, ອາຫານ ແລະ ບັນດາຈຸດໝາຍປາຍທາງທີ່ໂດດເດັ່ນຂອງທ້ອງຖິ່ນ. |
ຄຳສີ
