ການທູດມໍລະດົກເປີດກວ້າງແຫຼ່ງກຳລັງສຳລັບການພັດທະນາວັດທະນະທຳ

14:46 | 06/10/2026

ຍສໝ - ການສ້າງ “ວັນວັດທະນະທຳຫວຽດນາມ 24/11” ບໍ່ພຽງແຕ່ເປັນຂີດໝາຍທີ່ມີຄວາມໝາຍໃນຊີວິດວັດທະນະທຳຂອງຊາດ ແຕ່ຍັງເປີດກວ້າງພື້ນທີ່ເພີ່ມເຕີມໃຫ້ແກ່ການທູດວັດທະນະທຳ ແລະ ການທູດມໍລະດົກ, ບ່ອນທີ່ບັນດາຄຸນຄ່າວັດທະນະທຳຫວຽດນາມໄດ້ຮັບການເຊື່ອມຕໍ່, ສົນທະນາ ແລະ ຮ່ວມກັນສ້າງບັນດາຂົວເຊື່ອມການຮ່ວມມືກັບເພື່ອນມິດສາກົນ.

ພະລາຊະວັງທັງລອງ ຮຸ່ງເຫລື້ອມໃນຄືນໄຂງານມະໂຫລານວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ 2 ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ: ພື້ນທີ່ໂຮມສີສັນຈາກ 5 ທະວີບ

ຕາມ ທ່ານ ປອ. ຟານກາວເຍິດແອັງ, ຮອງຫົວໜ້າສະຖາບັນຄົ້ນຄວ້າອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ, ສະຖາບັນບັນດິດສັງຄົມສາດຫວຽດນາມ, ເພື່ອໃຫ້ການທູດມໍລະດົກສ້າງການເຊື່ອມຕໍ່, ການສົນທະນາ ແລະ ການຮ່ວມມືຢ່າງແທດຈິງ, ຫວຽດນາມຈຳເປັນຕ້ອງຫັນຈາກແນວຄິດຈັດບັນດາກິດຈະກຳໂຄສະນາແບບແຍກສ່ວນ ໄປສູ່ການສ້າງບັນດາກົນໄກຮ່ວມມືໄລຍະຍາວ.

ການທູດມໍລະດົກເປີດກວ້າງແຫຼ່ງກຳລັງສຳລັບການພັດທະນາວັດທະນະທຳ
ປອ. ຟານກາວເຍິດແອັງ, ຮອງຫົວໜ້າສະຖາບັນຄົ້ນຄວ້າອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ, ສະຖາບັນບັນດິດສັງຄົມສາດຫວຽດນາມ.

ຈາກການໂຄສະນາ ໄປສູ່ການເຊື່ອມຕໍ່, ສົນທະນາ ແລະ ຮ່ວມມືຢ່າງແທດຈິງ

ປອ. ຟານກາວເຍິດແອັງ ເຫັນວ່າ ການໂຄສະນາພາບລັກ ແລະ ມໍລະດົກສູ່ສາກົນ ສ່ວນໃຫຍ່ແມ່ນກິດຈະກຳສື່ສານທາງດຽວ, ໃນຂະນະທີ່ການທູດມໍລະດົກແມ່ນສາຍພົວພັນສອງທາງ ແນໃສ່ສ້າງຄວາມເຊື່ອໝັ້ນ. ດັ່ງນັ້ນ, ການທູດມໍລະດົກຈຳເປັນຕ້ອງສ້າງການເຊື່ອມຕໍ່, ການສົນທະນາ ແລະ ການຮ່ວມມືຢ່າງແທດຈິງ ຕາມ 3 ທິດທາງ.

ທີໜຶ່ງ, ໃຫ້ບູລິມະສິດແກ່ບັນດາໂຄງການຮ່ວມມືໄລຍະຍາວ ແທນບັນດາເຫດການໄລຍະສັ້ນ. ຖ້າຫາກສັບປະດາວັດທະນະທຳໜຶ່ງສາມາດຊ່ວຍໃຫ້ສາທາລະນະຊົນຮູ້ຈັກຫວຽດນາມ, ໂຄງການບູລະນະທີ່ແກ່ຍາວຫຼາຍປີຈຶ່ງຈະສາມາດສ້າງຄວາມຜູກພັນທີ່ຍືນຍົງລະຫວ່າງບັນດາຝ່າຍ.

ຕົວຢ່າງໜຶ່ງແມ່ນ ຈາກບັນດາການສຳຫຼວດຂອງນັກຄົ້ນຄວ້າຍີ່ປຸ່ນຢູ່ໂຮ້ຍອານ ນັບແຕ່ຕົ້ນຊຸມປີ 1990 ໄດ້ກໍ່ຮ່າງສ້າງຕົວຂຶ້ນເປັນສາຍພົວພັນທາງວິຊາການໄລຍະຍາວ, ຈາກນັ້ນສ້າງພື້ນຖານໃຫ້ແກ່ການແລກປ່ຽນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ແລະ ຊຸກຍູ້ການທ່ອງທ່ຽວ.

ຄຽງຄູ່ກັນນັ້ນ, ໂຄງການບູລະນະໝີເຊີນ ໂດຍກົມໂບຮານຄະດີອິນເດຍດຳເນີນການ ກໍກາຍເປັນຈຸດເດັ່ນໜຶ່ງໃນການຮ່ວມມືວັດທະນະທຳສອງຝ່າຍ ແລະ ໄດ້ຮັບການກ່າວເຖິງຢ່າງຕໍ່ເນື່ອງໃນບັນດາເອກະສານລະດັບສູງລະຫວ່າງຫວຽດນາມ ແລະ ອິນເດຍ.

ທີສອງ, ຈຳເປັນຕ້ອງຂຸດຄົ້ນບັນດາມໍລະດົກຮ່ວມ ແລະ ມໍລະດົກຂ້າມຊາຍແດນຢ່າງມີປະສິດທິຜົນ. ບັນດາພື້ນທີ່ແລກປ່ຽນ ເຊັ່ນ ວັດທະນະທຳ Champa, ບັນດາທ່າການຄ້າບູຮານ ຫຼື ເສັ້ນທາງເຄື່ອງປັ້ນດິນເຜົາທາງທະເລ ສ້າງທ່າແຮງຫຼາຍຢ່າງໃຫ້ຫວຽດນາມພັດທະນາກິດຈະກຳການທູດມໍລະດົກ.

UNESCO ໄດ້ອະນຸມັດຢ່າງເປັນທາງການໃຫ້ຂະຫຍາຍເຂດແດນຂອງມໍລະດົກທຳມະຊາດໂລກ ອຸທິຍານແຫ່ງຊາດ ຟອງຍາ - ແກ່ບ່າງ ໄປສູ່ອຸທິຍານແຫ່ງຊາດຫີນໜາມໜໍ່ຂອງລາວ. ຕາມ ປອ. ຟານກາວເຍິດແອັງ, ຮູບແບບນີ້ກຳນົດໃຫ້ບັນດາຝ່າຍຕ້ອງຮ່ວມກັນຄົ້ນຄວ້າ, ຮ່ວມກັນຄຸ້ມຄອງ ແລະ ຮ່ວມກັນຮັບຜິດຊອບ, ຈາກນັ້ນສ້າງພື້ນຖານໃຫ້ແກ່ການຮ່ວມມືຢ່າງແທດຈິງ.

ທີສາມ, ຄວາມເຊື່ອໝັ້ນສາກົນບໍ່ພຽງແຕ່ຖືກສ້າງຂຶ້ນຈາກການທີ່ປະເທດໜຶ່ງອະນຸລັກມໍລະດົກຂອງຕົນໄດ້ດີ ແຕ່ຍັງມາຈາກບັນດາການປະກອບສ່ວນຕໍ່ວິທີການທີ່ປະຊາຄົມສາກົນຄຸ້ມຄອງມໍລະດົກຮ່ວມ.

ປັດຈຸບັນ ຫວຽດນາມແມ່ນສະມາຊິກຄະນະກຳມະການມໍລະດົກໂລກ ອາຍຸການ 2023-2027 ແລະ ໄດ້ເຂົ້າຮ່ວມຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍມໍລະດົກວັດທະນະທຳນາມມະທຳຫຼາຍຄັ້ງ. ຕາມທ່ານ ຟານກາວເຍິດແອັງ, ຫວຽດນາມຈຳເປັນຕ້ອງນຳໃຊ້ບັນດາຕຳແໜ່ງນີ້ເພື່ອເປັນເຈົ້າການສະເໜີຂໍ້ລິເລີ່ມ.

ຫວຽດນາມມີປະສົບການຕົວຈິງຫຼາຍຢ່າງທີ່ສາມາດແບ່ງປັນໄດ້, ເຊັ່ນ ການຄຸ້ມຄອງມໍລະດົກຕໍ່ໜ້າຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢູ່ໂຮ້ຍອານ, ຮ້າລອງ; ການຄຸ້ມຄອງມໍລະດົກຕິດພັນກັບຊຸມຊົນປະຊາຊົນທີ່ພວມດຳລົງຊີວິດ; ຫຼື ການປົກປ້ອງມໍລະດົກຢູ່ບັນດາປະເທດພວມພັດທະນາທີ່ຍັງມີແຫຼ່ງກຳລັງຈຳກັດ.

ສ້າງລະບົບນິເວດເສດຖະກິດ - ວັດທະນະທຳຈາກມໍລະດົກ

ຕາມ ປອ. ຟານກາວເຍິດແອັງ, ການກຳນົດໃຫ້ມໍລະດົກເປັນລະບົບນິເວດ ກໍໝາຍຄວາມວ່າທຸກກິດຈະກຳຂຸດຄົ້ນຕ້ອງດຳເນີນຄຽງຄູ່ກັບການອະນຸລັກ. ຕ່ອງໂສ້ມູນຄ່າຈຳເປັນຕ້ອງເລີ່ມຈາກຄຳຖາມວ່າ “ຄຸນຄ່າຫຼັກແມ່ນຫຍັງ ແລະ ສາມາດຮັບຜົນກະທົບໄດ້ເຖິງລະດັບໃດ”, ແທນທີ່ຈະສົນໃຈພຽງແຕ່ “ຂາຍປີ້ໄດ້ຈັກໃບ”.

ເພື່ອສ້າງຕ່ອງໂສ້ມູນຄ່າທີ່ຍືນຍົງ, ຫວຽດນາມຈຳເປັນຕ້ອງສຸມໃສ່ບາງທິດທາງຕົ້ນຕໍ.

ກ່ອນອື່ນໝົດ ແມ່ນສ້າງພື້ນຖານດ້ວຍການຄົ້ນຄວ້າ ແລະ ການຫັນເປັນດິຈິຕອນ. ຕາມທ່ານ, ຖ້າບໍ່ມີການຄົ້ນຄວ້າລົງເລິກ ຈະຍາກທີ່ຈະສ້າງເລື່ອງລາວທີ່ມີຄວາມເລິກເຊິ່ງ; ເມື່ອຂາດເລື່ອງລາວ, ຜະລິດຕະພັນວັດທະນະທຳກໍງ່າຍທີ່ຈະກາຍເປັນຂອງທີ່ລະນຶກແບບທົ່ວໄປ.

ບັນດາຖານຂໍ້ມູນດິຈິຕອນກ່ຽວກັບລວດລາຍ, ສະຖາປັດຕະຍະກຳ, ເອກະສານຮານ - ໂນມ, ພິທີກຳ ສາມາດກາຍເປັນແຫຼ່ງວັດຖຸດິບສຳລັບການອອກແບບ, ຮູບເງົາ, ເກມເອເລັກໂຕຣນິກ ແລະ ການສຶກສາ. ບັນດາຂໍ້ມູນນີ້ຈຳເປັນຕ້ອງເປີດໃຫ້ນຳໃຊ້ຕາມກົນໄກອະນຸຍາດທີ່ຈະແຈ້ງ ເພື່ອໃຫ້ຜູ້ສ້າງສັນສາມາດເຂົ້າເຖິງ ແລະ ຂຸດຄົ້ນໄດ້ຢ່າງຖືກກົດໝາຍ.

ຕໍ່ຈາກນັ້ນ ແມ່ນການພັດທະນາຕະຫຼາດຈາກສາທາລະນະຊົນພາຍໃນປະເທດ. ບັນດາໂຄງການຮຽນຮູ້ຜ່ານປະສົບການ, ຫໍພິພິທະພັນແບບໂຕ້ຕອບ ຫຼື ທົວກາງຄືນທີ່ມີເນື້ອໃນລົງເລິກ ເຊັ່ນ ຢູ່ວັນມ໊ຽວ - ກວັກຕື໋ຢາມ ຫຼື ພະລາຊະວັງທັງລອງ ທັງປະກອບສ່ວນສ້າງສາທາລະນະຊົນຮຸ່ນໃໝ່, ທັງສ້າງແຫຼ່ງລາຍຮັບທີ່ໝັ້ນຄົງ ແລະ ຫຼຸດຜ່ອນການເພິ່ງພານັກທ່ອງທ່ຽວສາກົນ.

ອີກທິດທາງໜຶ່ງ ແມ່ນການສ້າງລະບົບຜະລິດຕະພັນມໍລະດົກຄຽງຄູ່ກັບກິດຈະກຳໂຄສະນາ. ຕາມ ປອ. ຟານກາວເຍິດແອັງ, ຜະລິດຕະພັນມໍລະດົກບໍ່ຄວນຢຸດຢູ່ພຽງບັນດາຂອງທີ່ລະນຶກ ເຊັ່ນ ພວງກະແຈ ຫຼື ເສື້ອຍືດພິມຮູບສະຖານທີ່ມໍລະດົກ ທີ່ຂາຍກັນຢ່າງແຜ່ຫຼາຍຢູ່ບັນດາຈຸດທ່ອງທ່ຽວ.

ຜະລິດຕະພັນຈຳເປັນຕ້ອງງາມ ແລະ ປານີດພຽງພໍ ເພື່ອໃຫ້ຜູ້ຊື້ເລືອກຊື້ຍ້ອນຄຸນຄ່າດ້ານຄວາມງາມ, ແທນທີ່ຈະຊື້ພຽງເພື່ອເປັນຂອງທີ່ລະນຶກ. ພ້ອມກັນນັ້ນ, ຕ້ອງຮັບປະກັນຄວາມຖືກຕ້ອງທາງປະຫວັດສາດ, ນັບແຕ່ລວດລາຍ, ຮູບຊົງ ຈົນເຖິງສີສັນ, ຊື່ສັດຕໍ່ວັດຖຸດັ້ງເດີມ ແລະ ໄດ້ຮັບການກວດສອບຈາກຊ່ຽວຊານ ເພາະຕົວຜະລິດຕະພັນເອງກໍແມ່ນຊ່ອງທາງການສຶກສາໜຶ່ງ.

ຫວຽດນາມມີແຫຼ່ງວັດຖຸທາງວັດທະນະທຳອັນອຸດົມສົມບູນ ເຊັ່ນ ລວດລາຍກອງທອງແດງດົງເຊີນ, ເຄື່ອງປັ້ນດິນເຜົາ ຈູເດົ້າ, ບາດຈ່າງ, ປະຕິມາກຳຈຳ, ສິລະປະລາຊະສຳນັກເຫວ້ ຫຼື ພາບແຕ້ມດົງໂຮ່. ຖ້າບັນດາຫໍພິພິທະພັນ, ເຂດມໍລະດົກ ຮ່ວມມືກັບນັກອອກແບບໜຸ່ມ, ກໍສາມາດສ້າງບັນດາຜະລິດຕະພັນທີ່ມີມູນຄ່າສູງ, ບໍ່ຈຳເປັນຕ້ອງຜະລິດໃນຈຳນວນຫຼາຍ ແຕ່ຍັງສາມາດທັງສ້າງກຳໄລ ແລະ ເຜີຍແຜ່ຄຸນຄ່າຂອງມໍລະດົກໄດ້ຢ່າງຖືກຕ້ອງ.

ການທູດມໍລະດົກເປີດກວ້າງແຫຼ່ງກຳລັງສຳລັບການພັດທະນາວັດທະນະທຳ
“ວັນວັດທະນະທຳຫວຽດນາມ 24/11” ປະກອບສ່ວນເປີດກວ້າງພື້ນທີ່ເຊື່ອມຕໍ່ຂອງການທູດວັດທະນະທຳ, ການທູດມໍລະດົກ, ນຳບັນດາຄຸນຄ່າວັດທະນະທຳຫວຽດນາມເຂົ້າໃກ້ເພື່ອນມິດສາກົນຫຼາຍຂຶ້ນ ແລະ ສ້າງບັນດາຂົວເຊື່ອມການຮ່ວມມືເພີ່ມເຕີມ.

ສ້າງ “ຮົ້ວປ້ອງກັນ” ເພື່ອປົກປ້ອງຄຸນຄ່າມໍລະດົກ

ຕາມ ປອ. ຟານກາວເຍິດແອັງ, ເພື່ອຂຸດຄົ້ນທາງເສດຖະກິດໂດຍບໍ່ເຮັດໃຫ້ຄຸນຄ່າທີ່ແທ້ຈິງຂອງມໍລະດົກສູນເສຍໄປ, ຈຳເປັນຕ້ອງສ້າງ “ຮົ້ວປ້ອງກັນ” 4 ຊັ້ນ.

ທີໜຶ່ງ, ຈຳເປັນຕ້ອງຈຳກັດຈຳນວນນັກທ່ອງທ່ຽວ ແລະ ຮັກສາບັນດາເຂດທີ່ສຳຄັນທີ່ສຸດໄວ້ຄືເກົ່າ. ແຕ່ລະມໍລະດົກມີຄວາມສາມາດຮອງຮັບນັກທ່ອງທ່ຽວໄດ້ພຽງຈຳນວນໜຶ່ງ, ດັ່ງນັ້ນຈຳເປັນຕ້ອງກຳນົດໃຫ້ຈະແຈ້ງວ່າ ແຕ່ລະມື້ສາມາດຮັບແຂກໄດ້ຈັກຄົນ, ເຂດໃດຫ້າມກໍ່ສ້າງເພີ່ມ ຫຼື ປ່ຽນແປງຢ່າງເດັດຂາດ, ພ້ອມທັງເປີດເຜີຍບັນດາຂໍ້ຈຳກັດນີ້ ແລະ ມີອົງການເອກະລາດຕິດຕາມກວດກາ.

ທີສອງ, ຕ້ອງຮັກສາການກວດກາ, ຕິດຕາມຢ່າງເປັນປະຈຳ. ບັນດາຜະລິດຕະພັນ, ໂຄງການສະແດງ ຫຼື ສິ່ງກໍ່ສ້າງຟື້ນຟູທີ່ໃຊ້ຊື່ມໍລະດົກ ຈຳເປັນຕ້ອງໄດ້ຮັບການພິຈາລະນາຈາກວົງການວິຊາສະເພາະກ່ອນນຳອອກສູ່ສາທາລະນະຊົນ.

ສິ່ງນີ້ແນໃສ່ຈຳກັດສະພາບການປ່ຽນບັນດາພິທີກຳທາງຈິດວິນຍານໃຫ້ກາຍເປັນກິດຈະກຳສະແດງຮັບໃຊ້ນັກທ່ອງທ່ຽວ ຫຼື ສ້າງບັນດາ “ຮີດຄອງປະເພນີບູຮານ” ທີ່ບໍ່ເຄີຍມີໃນປະຫວັດສາດ ພຽງເພື່ອດຶງດູດການທ່ອງທ່ຽວ.

ທີສາມ, ສ່ວນໜຶ່ງຂອງກຳໄລຈາກກິດຈະກຳຂຸດຄົ້ນຕ້ອງຖືກນຳກັບຄືນໄປຮັບໃຊ້ການອະນຸລັກ. ລາຍຮັບຈາກການຂາຍປີ້, ຂາຍຜະລິດຕະພັນ ຫຼື ຈັດເຫດການຢູ່ສະຖານທີ່ມໍລະດົກ ຈຳເປັນຕ້ອງຫັກເປັນອັດຕາສ່ວນຄົງທີ່ໜຶ່ງເພື່ອການບູລະນະ, ອະນຸລັກ ແລະ ເປີດເຜີຍປະຈຳປີ ເພື່ອໃຫ້ຊຸມຊົນຮູ້ວ່າເງິນຖືກນຳໃຊ້ແນວໃດ.

ຜ່ານນັ້ນ, ຍິ່ງກິດຈະກຳຂຸດຄົ້ນພັດທະນາຫຼາຍຂຶ້ນ ແຫຼ່ງກຳລັງທີ່ຈັດສັນໃຫ້ແກ່ການອະນຸລັກກໍຈຳເປັນຕ້ອງເພີ່ມຂຶ້ນຕາມສັດສ່ວນ.

ທີສີ່, ຊຸມຊົນທ້ອງຖິ່ນຕ້ອງຮັກສາບົດບາດເປັນເຈົ້າຂອງມໍລະດົກ. ສຳລັບບັນດາມໍລະດົກທີ່ມີຊີວິດ ເຊັ່ນ ຂັບຊວານ, ຂັບກວານຫໍ້, ງານບຸນ ຫຼື ຫັດຖະກຳ, ບັນດາສິລະປິນພື້ນເມືອງ ແລະ ຊຸມຊົນເອງ ແມ່ນຜູ້ກຳແໜ້ນ ແລະ ປະຕິບັດມໍລະດົກໂດຍກົງ.

ເຊື່ອມຕໍ່ແຫຼ່ງກຳລັງເພື່ອສ້າງຕ່ອງໂສ້ມູນຄ່າການທູດມໍລະດົກ

ຕາມ ປອ. ຟານກາວເຍິດແອັງ, ບັນຫາໃນປັດຈຸບັນບໍ່ແມ່ນຂາດແຫຼ່ງກຳລັງຢ່າງສິ້ນເຊີງ ແຕ່ຢູ່ທີ່ບັນດາແຫຼ່ງກຳລັງຍັງຖືກແບ່ງແຍກ. ຈາກນັ້ນ, ທ່ານໄດ້ສະເໜີ 5 ກຸ່ມວິທີແກ້ໄຂດ້ານກົນໄກ.

ທີໜຶ່ງ, ຈຳເປັນຕ້ອງມີກົນໄກປະສານງານການທູດມໍລະດົກ ພາຍໃນຂອບການຜັນຂະຫຍາຍຍຸດທະສາດວັດທະນະທຳຕ່າງປະເທດ, ໂດຍມີແຜນການ ແລະ ງົບປະມານທີ່ປະສານເຂົ້າກັນລະຫວ່າງກະຊວງການຕ່າງປະເທດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກັບບັນດາທ້ອງຖິ່ນ.

ທີສອງ, ຈຳເປັນຕ້ອງສ້າງບັນຊີລາຍຊື່ມໍລະດົກບູລິມະສິດຕາມແຕ່ລະຄູ່ຮ່ວມ ເພາະບໍ່ແມ່ນມໍລະດົກທຸກຢ່າງຈະເໝາະສົມກັບທຸກກຸ່ມເປົ້າໝາຍການຮ່ວມມື.

ສາມາດກຳນົດບັນດາຄູ່ “ຂົວເຊື່ອມ” ເຊັ່ນ ວັດທະນະທຳດົງເຊີນກັບບັນດາປະເທດ ASEAN, ດົນຕີລາຊະສຳນັກເຫວ້ກັບບັນດາປະເທດທີ່ມີປະເພນີດົນຕີລາຊະສຳນັກຢູ່ອາຊີຕາເວັນອອກສຽງເໜືອ, ຫຼື ມໍລະດົກສະຖາປັດຕະຍະກຳສະໄໝຝຣັ່ງກັບປະຊາຄົມຝຣັ່ງໂກໂຟນ.

ຈາກນັ້ນ, ແຕ່ລະອົງການຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ສາມາດສ້າງບັນດາ “ຊຸດເນື້ອໃນ” ສະເພາະເພື່ອເຮັດວຽກກັບຄູ່ຮ່ວມ ແທນທີ່ຈະແນະນຳແບບລວມໆ.

ທີສາມ, ຈຳເປັນຕ້ອງເພີ່ມສິດເປັນເຈົ້າການໃຫ້ທ້ອງຖິ່ນໃນການຮ່ວມມືສາກົນ. ສາຍພົວພັນລະຫວ່າງບັນດານະຄອນມໍລະດົກ, ບັນດາທ້ອງຖິ່ນແຮກສ່ຽວ ຫຼື ບັນດາເຄືອຂ່າຍ ເຊັ່ນ ເຄືອຂ່າຍນະຄອນສ້າງສັນ UNESCO ທີ່ຮ່າໂນ້ຍ ແລະ ໂຮ້ຍອານເຂົ້າຮ່ວມ ແມ່ນບັນດາຊ່ອງທາງຮ່ວມມືທີ່ມີປະສິດທິຜົນ.

ຕາມທ່ານ, ຈຳເປັນຕ້ອງຫຼຸດຜ່ອນບັນດາຂັ້ນຕອນ ແລະ ເພີ່ມການສະໜັບສະໜູນວິຊາສະເພາະດ້ານການຕ່າງປະເທດ ເພື່ອໃຫ້ທ້ອງຖິ່ນສາມາດເປັນເຈົ້າການຫຼາຍຂຶ້ນໃນການລົງນາມ ແລະ ຜັນຂະຫຍາຍການຮ່ວມມື.

ທີສີ່, ຈຳເປັນຕ້ອງສ້າງແຮງຈູງໃຈດ້ານການເງິນ ເພື່ອດຶງດູດວິສາຫະກິດ ແລະ ສັງຄົມເຂົ້າຮ່ວມ. ຫວຽດນາມສາມາດຄົ້ນຄວ້າກົນໄກສິດທິພິເສດດ້ານພາສີສຳລັບການອຸປະຖຳມໍລະດົກ, ພັດທະນາກອງທຶນລົງທຶນອຸດສາຫະກຳວັດທະນະທຳຕາມຮູບແບບຄູ່ຮ່ວມລັດ - ເອກະຊົນ ແລະ ສ້າງກົນໄກໃຫ້ລັດສັ່ງຈອງບັນດາຜະລິດຕະພັນສ້າງສັນຈາກມໍລະດົກ.

ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ ປີ 2024 ໄດ້ເປີດແລວທາງໃຫ້ແກ່ການລະດົມການມີສ່ວນຮ່ວມຈາກສັງຄົມ. ຕາມ ປອ. ຟານກາວເຍິດແອັງ, ບາດກ້າວຕໍ່ໄປແມ່ນຈຳເປັນຕ້ອງມີບັນດາເອກະສານແນະນຳທີ່ລະອຽດພຽງພໍ ເພື່ອໃຫ້ວິສາຫະກິດເຂົ້າໃຈຈະແຈ້ງທັງສິດຜົນປະໂຫຍດ ແລະ ຂອບເຂດຈຳກັດເມື່ອເຂົ້າຮ່ວມ.

ທີຫ້າ, ຈຳເປັນຕ້ອງພັດທະນາຊັບພະຍາກອນມະນຸດຂ້າມສາຂາ. ຕ່ອງໂສ້ມູນຄ່າການທູດມໍລະດົກຈະສາມາດດຳເນີນງານຢ່າງມີປະສິດທິຜົນ ກໍຕໍ່ເມື່ອມີບຸກຄະລາກອນທີ່ເຂົ້າໃຈພ້ອມກັນທັງດ້ານມໍລະດົກ, ການຕ່າງປະເທດ ແລະ ເສດຖະກິດສ້າງສັນ.

ດັ່ງນັ້ນ, ຈຳເປັນຕ້ອງນຳເນື້ອໃນການທູດວັດທະນະທຳເຂົ້າໃນການຝຶກອົບຮົມພະນັກງານການທູດ, ພ້ອມທັງເພີ່ມທະວີການບຳລຸງສ້າງທັກສະການຮ່ວມມືສາກົນໃຫ້ແກ່ພະນັກງານດ້ານວັດທະນະທຳ, ທ່ອງທ່ຽວຢູ່ທ້ອງຖິ່ນ. ບັນດາສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລສາມາດເຂົ້າຮ່ວມຮັບບົດບາດນີ້.

ເຜີຍແຜ່ວັດທະນະທຳ ຮັກສາພາສາຫວຽດນາມຢູ່ລາວ ເຜີຍແຜ່ວັດທະນະທຳ ຮັກສາພາສາຫວຽດນາມຢູ່ລາວ
ຍສໝ - ໃນຄ່ຳຄືນວັນທີ 25/9, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດງານບຸນໄຫວ້ພະຈັນ ປີ 2026 ສຳລັບນັກຮຽນຊາວເດັກນ້ອຍຫວຽດນາມ ແລະ ລາວຈຳນວນຫຼາຍຂອງໂຮງຮຽນ.
ງານບຸນວັດທະນະທຳໂລກ ຂະຫຍາຍພື້ນທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ ງານບຸນວັດທະນະທຳໂລກ ຂະຫຍາຍພື້ນທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ
ຍສໝ - ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າເປັນສະມາຊິກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) (1976-2026), ງານບຸນວັດທະນະທຳໂລກຢູ່ ຮ່າໂນ້ຍ ຄັ້ງທີສອງ ຈັດຂຶ້ນແຕ່ວັນທີ 1-4/10 ທີ່ພະລາຊະວັງ ທັງລອງ, ພາຍໃຕ້ຫົວຂໍ້ “ເຕົ້າໂຮມມໍລະດົກ – ສ້າງສັນອະນາຄົດ”, ແນໃສ່ເພີ່ມທະວີການແລກປ່ຽນ, ສົນທະນາ ແລະ ຮ່ວມມືດ້ານວັດທະນະທຳສາກົນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ