ເຊື່ອມຕໍ່ 3 ເສົາຄ້ຳ ເພື່ອຊຸກຍູ້ນະວັດຕະກຳ

14:59 | 06/10/2026

ຍສໝ - ເວທີປາໄສອະນາຄົດວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນແຫ່ງຊາດ 2026 ສຸມໃສ່ 3 ເສົາຄ້ຳ ຄື ເຕັກໂນໂລຊີຍຸດທະສາດ, ລະບົບນິເວດນະວັດຕະກຳ ແລະ ໂຄງລ່າງດິຈິຕອນ, ມຸ່ງໄປສູ່ການສ້າງບັນດາຜົນສຳເລັດທີ່ເປັນຮູບປະທຳ, ສາມາດວັດແທກ ແລະ ຂະຫຍາຍຜົນໄດ້ໃນຕົວຈິງ.

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ ຮ່າໂນ້ຍ - ອິນເດຍ ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີສູງ, ນະວັດຕະກຳ

ຕອນບ່າຍວັນທີ 4/10, ໃນຂອບເຂດງານບຸນນະວັດຕະກຳແຫ່ງຊາດ ປີ 2026, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດເວທີປາໄສອະນາຄົດວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນແຫ່ງຊາດ 2026.

ກ່າວຄຳປາໄສທີ່ເວທີປາໄສ, ທ່ານ ຫງວຽນມາຍເຢືອງ, ຫົວໜ້າກົມນະວັດຕະກຳ ໃຫ້ຮູ້ວ່າ ມະຕິເລກທີ 57-NQ/TW ຂອງກົມການເມືອງ ກຳນົດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ເປັນບາດກ້າວບຸກທະລຸສຳຄັນແຖວໜ້າ, ເປັນແຮງຂັບເຄື່ອນຕົ້ນຕໍສຳລັບການພັດທະນາໃນໄລຍະໃໝ່.

ເຊື່ອມຕໍ່ 3 ເສົາຄ້ຳ ເພື່ອຊຸກຍູ້ນະວັດຕະກຳ
ທ່ານ ຫງວຽນມາຍເຢືອງ, ຫົວໜ້າກົມນະວັດຕະກຳ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ), ກ່າວຄຳປາໄສທີ່ເວທີປາໄສ.

ໃນໄລຍະຜ່ານມາ, ຫຼາຍແນວທາງຂອງພັກໄດ້ຮັບການຫັນເປັນລະບຽບກົດໝາຍ ຜ່ານກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ກົດໝາຍວ່າດ້ວຍເຕັກໂນໂລຊີຂັ້ນສູງ, ກົດໝາຍວ່າດ້ວຍການຫັນປ່ຽນດິຈິຕອນ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ ພ້ອມດ້ວຍເອກະສານແນະນຳການປະຕິບັດຫຼາຍສະບັບ.

ຜ່ານນັ້ນ, ແລວທາງດ້ານກົດໝາຍສຳລັບການຄົ້ນຄວ້າວິທະຍາສາດ, ການພັດທະນາ ແລະ ທົດລອງເຕັກໂນໂລຊີ, ການຖ່າຍທອດ, ການຄ້າຜົນການຄົ້ນຄວ້າ, ການຫັນປ່ຽນດິຈິຕອນ ແລະ ການລະດົມແຫຼ່ງກຳລັງຈາກສັງຄົມ ໄດ້ຄ່ອຍໆຖືກສ້າງຂຶ້ນ.

ຕາມທ່ານ ຫງວຽນມາຍເຢືອງ, ດ້ວຍສານ “ນະວັດຕະກຳ - ແຮງຂັບເຄື່ອນການພັດທະນາຂອງທົ່ວສັງຄົມ”, ງານບຸນນະວັດຕະກຳ ປີ 2026 ໄດ້ວາງຂໍ້ຮຽກຮ້ອງໃຫ້ຫັນຢ່າງແຮງຈາກການຮັບຮູ້ໄປສູ່ການກະທຳ, ຈາກແນວຄິດໄປສູ່ຜະລິດຕະພັນ, ຈາກການຄົ້ນຄວ້າໄປສູ່ການນຳໃຊ້ ແລະ ການຄ້າ, ຈາກບັນດາຮູບແບບແຍກສ່ວນໄປສູ່ບັນດາຜົນສຳເລັດທີ່ສາມາດຂະຫຍາຍຜົນໄດ້.

“ການລົງທຶນໃຫ້ນະວັດຕະກຳຕ້ອງຖືກວັດແທກດ້ວຍປະສິດທິຜົນ ແລະ ການປະກອບສ່ວນຕໍ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດ”, ທ່ານ ຫງວຽນມາຍເຢືອງ ເນັ້ນໜັກ.

ເວທີປາໄສໄດ້ຖືກອອກແບບອ້ອມຮອບ 3 ເສົາຄ້ຳ.

ເສົາຄ້ຳທີໜຶ່ງ ແມ່ນການຄົ້ນຄວ້າວິທະຍາສາດ, ການພັດທະນາເຕັກໂນໂລຊີ ແລະ ເຕັກໂນໂລຊີຍຸດທະສາດ, ສຸມໃສ່ຂະບວນການນັບແຕ່ການກຳເຕັກໂນໂລຊີ ໄປສູ່ການນຳໃຊ້, ການຄ້າ ແລະ ການເຜີຍແຜ່.

ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບຄວາມສາມາດດ້ານປັນຍາປະດິດແຫ່ງຊາດ, ການກຳເຕັກໂນໂລຊີຫຼັກ, ຍົກສູງອັດຕາການຜະລິດພາຍໃນປະເທດຂອງຜະລິດຕະພັນເຕັກໂນໂລຊີຍຸດທະສາດ ແລະ ການຂຸດຄົ້ນສິດຊັບສິນທາງປັນຍາໃນທາງການຄ້າ.

ເປົ້າໝາຍແມ່ນນຳຜົນການຄົ້ນຄວ້າ ແລະ ເຕັກໂນໂລຊີໃຫ້ກາຍເປັນຊັບສິນ, ຜະລິດຕະພັນ ແລະ ມູນຄ່າທາງການຄ້າ; ພ້ອມທັງສ້າງຕ່ອງໂສ້ເຊື່ອມໂຍງ ຈາກການເລືອກເຕັກໂນໂລຊີທີ່ຖືກຕ້ອງ, ການກຳເຕັກໂນໂລຊີ, ການປົກປ້ອງ ແລະ ຂຸດຄົ້ນຊັບສິນທາງປັນຍາ ໄປຈົນເຖິງການນຳເຕັກໂນໂລຊີເຂົ້າສູ່ການຜະລິດ, ຕະຫຼາດ ແລະ ຂະຫຍາຍການນຳໃຊ້.

ເສົາຄ້ຳທີສອງ ແມ່ນນະວັດຕະກຳ, ໂດຍສຸມໃສ່ການຫັນຈາກການພັດທະນາລະບົບນິເວດ ໄປສູ່ການສ້າງບັນດາການກະທຳ, ຜົນສຳເລັດ ແລະ ຮູບແບບທີ່ສາມາດຂະຫຍາຍຜົນໄດ້.

ຕາມນັ້ນ, ວິສາຫະກິດຈຳເປັນຕ້ອງກາຍເປັນຕົວຕັ້ງສູນກາງຂອງນະວັດຕະກຳຢ່າງແທ້ຈິງ; ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ອົງການຕົວກາງ, ນັກລົງທຶນ ແລະ ອົງການຄຸ້ມຄອງ ຈຳເປັນຕ້ອງສ້າງບັນດາກົນໄກຮ່ວມມືຢ່າງແທດຈິງ.

ບັນດາເນື້ອໃນສົນທະນາກ່ຽວກັບວິສາຫະກິດນະວັດຕະກຳ, ການເງິນສຳລັບນະວັດຕະກຳ, ການທົດລອງ, ການລົງທຶນ ແລະ ຂະຫຍາຍຂະໜາດທີ່ມຸ່ງສູ່ການພັດທະນາແບບຍືນຍົງ ໄດ້ປະກອບສ່ວນກຳນົດບັນດາຮູບແບບທີ່ມີປະສິດທິຜົນ ແລະ ບັນດາເງື່ອນໄຂທີ່ຈຳເປັນ ເພື່ອໃຫ້ຜົນສຳເລັດຂອງນະວັດຕະກຳສາມາດເຜີຍແຜ່ໄດ້.

ເສົາຄ້ຳທີສາມ ແມ່ນການຫັນປ່ຽນດິຈິຕອນແຫ່ງຊາດ, ສຸມໃສ່ນັບແຕ່ຂອບສະຖາປັດຕະຍະກຳດິຈິຕອນ ໄປຈົນເຖິງຂໍ້ມູນ, ໂຄງລ່າງນຳໃຊ້ຮ່ວມກັນ ແລະ ຄວາມສາມາດໃນການຜັນຂະຫຍາຍໃນຂອບເຂດທົ່ວປະເທດ.

ຂອບສະຖາປັດຕະຍະກຳລວມແຫ່ງຊາດດິຈິຕອນ ໄດ້ຮັບການປະກາດໃຊ້ໂດຍນາຍົກລັດຖະມົນຕີ ຕາມຂໍ້ຕົກລົງເລກທີ 1425/QĐ-TTg ລົງວັນທີ 29/7/2026. ນີ້ຖືກກຳນົດເປັນພື້ນຖານເພື່ອເຊື່ອມຕໍ່ຂໍ້ມູນ, ຄວາມຮູ້, ຄວາມສາມາດໃນການຄຳນວນ ແລະ ບັນດາຕົວຕັ້ງ, ຜ່ານນັ້ນຫຼຸດໄລຍະເວລາຂອງວົງຈອນການຄົ້ນຄວ້າ, ທົດລອງ, ນຳໃຊ້ ແລະ ສ້າງເງື່ອນໄຂໃຫ້ຂະຫຍາຍບັນດາຜົນສຳເລັດນະວັດຕະກຳໃນບັນດາຂະແໜງ, ຂົງເຂດ, ທ້ອງຖິ່ນ ແລະ ໃນຂອບເຂດທົ່ວປະເທດ.

ຕາມບັນດາຊ່ຽວຊານ ແລະ ວິສາຫະກິດ, 3 ເສົາຄ້ຳນີ້ມີສາຍພົວພັນອັນແໜ້ນແຟ້ນ ແລະ ບໍ່ສາມາດແຍກອອກຈາກກັນໄດ້.

ເຕັກໂນໂລຊີຍຸດທະສາດສ້າງບັນດາຄວາມສາມາດໃໝ່; ນະວັດຕະກຳຫັນຄວາມຮູ້ ແລະ ເຕັກໂນໂລຊີໃຫ້ກາຍເປັນຜະລິດຕະພັນ, ຂະບວນການ, ຮູບແບບ ແລະ ຄຸນຄ່າໃໝ່ໃນຕົວຈິງ; ສ່ວນການຫັນປ່ຽນດິຈິຕອນສະໜອງໂຄງລ່າງເພື່ອໃຫ້ບັນດາຜົນສຳເລັດເຫຼົ່ານັ້ນໄດ້ຮັບການເຊື່ອມຕໍ່, ຂະຫຍາຍ ແລະ ເຜີຍແຜ່ໄດ້ໄວຂຶ້ນ.

ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ
ຍສໝ - ຕອນບ່າຍວັນທີ 12 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານ Yaron Mayer, ເອກອັກຄະລັດຖະທູດອິດສະຣາແອນປະຈຳຫວຽດນາມ ເຂົ້າອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມ.
ການເຕີບໂຕແບບໃໝ່ຕ້ອງອີງໃສ່ເຕັກໂນໂລຊີ ແລະ ນະວັດຕະກຳ ການເຕີບໂຕແບບໃໝ່ຕ້ອງອີງໃສ່ເຕັກໂນໂລຊີ ແລະ ນະວັດຕະກຳ
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາບາດກ້າວສຳຄັນດ້ານການເຕີບໂຕ, ລາຍຮັບ ແລະ ຄວາມກ້າວໜ້າທາງສັງຄົມ. ໃນການແລກປ່ຽນຢູ່ນອກຂອບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ປ່ຽນແປງໃໝ່ຮູບແບບການພັດທະນາຂອງຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ”, ສາດສະດາຈານ, ປອ. ໂງຖັງເລີ້ຍ, ອາຈານອາວຸໂສ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ເຫັນວ່າ ໃນໄລຍະຕໍ່ໄປ ຈຳເປັນຕ້ອງຊຸກຍູ້ບັນດາແຮງຂັບເຄື່ອນການເຕີບໂຕແບບໃໝ່ ໂດຍອີງໃສ່ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ພ້ອມທັງຍົກສູງຜະລິດຕະພາບ ແລະ ຄຸນນະພາບຂອງກະແສທຶນ FDI.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ