| APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ |
ການເປັນເຈົ້າພາບປີ APEC 2027 ຖືກກຳນົດເປັນໜຶ່ງໃນບັນດາເຫດການດ້ານການຕ່າງປະເທດທີ່ສຳຄັນທີ່ສຸດຂອງຫວຽດນາມ ຈົນເຖິງປີ 2030, ສະແດງເຖິງຈິດໃຈເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມພະຍາຍາມຮ່ວມ ແນໃສ່ສ້າງປະຊາຄົມອາຊີ - ປາຊີຟິກ ທີ່ເຂັ້ມແຂງ, ເພິ່ງຕົນເອງໄດ້ ແລະ ຈະເລີນຮຸ່ງເຮືອງ.
ວັນທີ 1/10, ກະຊວງການຕ່າງປະເທດ ຈັດກອງສຳມະນາ “ກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດໃນການຈັດຕັ້ງ ແລະ ປະສານສົມທົບ”.
ຢູ່ນອກຂອບກອງສຳມະນາ, ທ່ານ ຫງວຽນມິງຫວູ, ກຳມະການສູນກາງພັກ, ຮອງລັດຖະມົນຕີປະຈຳການ ກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບທິດທາງ ແລະ ວຽກງານກະກຽມຂອງເສດຖະກິດເຈົ້າພາບ.
![]() |
| ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີປະຈຳການ ກະຊວງການຕ່າງປະເທດ. |
ນຳໃຊ້ໂອກາດເພື່ອໂຄສະນາພາບລັກຂອງປະເທດ
- ຂໍຮຽນທ່ານ, ຂໍທ່ານໃຫ້ຮູ້ເຖິງທິດທາງສຳຄັນໃນວຽກງານຈັດຕັ້ງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2027 ໄດ້ບໍ?
ຮອງລັດຖະມົນຕີ ຫງວຽນມິງຫວູ: ປີ APEC 2027 ແມ່ນໜຶ່ງໃນບັນດາເຫດການດ້ານການຕ່າງປະເທດທີ່ສຳຄັນທີ່ສຸດຂອງຫວຽດນາມ ຈົນເຖິງປີ 2030, ສະແດງເຖິງຈິດໃຈເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຮ່ວມ ແນໃສ່ສ້າງປະຊາຄົມອາຊີ - ປາຊີຟິກ ທີ່ເຂັ້ມແຂງ, ເພິ່ງຕົນເອງໄດ້ ແລະ ຈະເລີນຮຸ່ງເຮືອງ.
ນີ້ຍັງເປັນໂອກາດເພື່ອໂຄສະນາພາບລັກຂອງປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ, ໃນນັ້ນມີບັນດາທ້ອງຖິ່ນທີ່ເປັນເຈົ້າພາບຈັດກິດຈະກຳ, ຜ່ານນັ້ນປະກອບສ່ວນສົ່ງເສີມບົດບາດ ແລະ ຖານະຂອງຫວຽດນາມໃນເວທີສາກົນ.
ຫວຽດນາມກຳນົດວ່າ ປີ APEC 2027 ຈະສືບຕໍ່ ແລະ ສົ່ງເສີມບັນດາວາລະທີ່ມີຢູ່ຂອງ APEC, ພ້ອມທັງສ້າງຂີດໝາຍສະເພາະ, ຊຸກຍູ້ຂະບວນການຮ່ວມມື APEC ໃຫ້ກ້າວໜ້າຍິ່ງຂຶ້ນ, ສະທ້ອນໄດ້ບັນດາບູລິມະສິດ ແລະ ຄວາມສົນໃຈຂອງບັນດາສະມາຊິກ ຕໍ່ໜ້າບັນດາການຫັນປ່ຽນຢ່າງເລິກເຊິ່ງຂອງໂລກ ແລະ ພາກພື້ນ.
ໃນບັນດາເປົ້າໝາຍໃຫຍ່ທີ່ວາງອອກ, ມີ 2 ເປົ້າໝາຍທີ່ສຳຄັນເປັນພິເສດ.
ທີໜຶ່ງ, ຜ່ານບົດບາດເຈົ້າພາບ, ຫວຽດນາມຈະປະກອບສ່ວນຊຸກຍູ້ວາລະຫຼັກຂອງ APEC ຄື ສ້າງຄວາມສະດວກໃຫ້ການຄ້າ, ການລົງທຶນ; ຊຸກຍູ້ການເຕີບໂຕແບບຍືນຍົງ; ຍົກສູງຜະລິດຕະພາບ, ຜ່ານນັ້ນສ້າງໂອກາດທາງທຸລະກິດ ແລະ ວຽກເຮັດງານທຳໃຫ້ແກ່ປະຊາຊົນໃນພາກພື້ນອາຊີ - ປາຊີຟິກ.
ທີສອງ, ການເປັນເຈົ້າພາບ APEC 2027 ແມ່ນໂອກາດໃຫ້ຫວຽດນາມສະແດງບົດບາດ, ຄວາມຮັບຜິດຊອບຕໍ່ບັນດາບັນຫາພາກພື້ນ ແລະ ໂລກ, ພ້ອມທັງໂຄສະນາພາບລັກຂອງປະເທດ, ວັດທະນະທຳ, ປະຊາຊົນຫວຽດນາມ ກໍຄືບັນດາທ້ອງຖິ່ນທີ່ເປັນເຈົ້າພາບຈັດບັນດາເຫດການ APEC.
3 ລະດັບການປະສານສົມທົບໃນການຈັດຕັ້ງປີ APEC 2027
- ຂໍຮຽນທ່ານ, ເພື່ອປະຕິບັດ 2 ເປົ້າໝາຍສຳຄັນດັ່ງກ່າວ, ເສດຖະກິດເຈົ້າພາບຈຳເປັນຕ້ອງປະສານສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງແນວໃດ?
ຮອງລັດຖະມົນຕີ ຫງວຽນມິງຫວູ: ວຽກງານປະສານສົມທົບມີບົດບາດສຳຄັນຢ່າງຍິ່ງ. ກອງສຳມະນາ “ກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດໃນການຈັດຕັ້ງ ແລະ ປະສານສົມທົບ” ກໍແມ່ນຄວາມພະຍາຍາມໜຶ່ງ ແນໃສ່ເພີ່ມທະວີການປະສານສົມທົບ, ການເຊື່ອມໂຍງລະຫວ່າງຫວຽດນາມກັບບັນດາສະມາຊິກ APEC ແລະ ກອງເລຂາ APEC ເພື່ອປະຕິບັດ 2 ເປົ້າໝາຍດັ່ງກ່າວ.
ຂ້າພະເຈົ້າຕີລາຄາສູງບົດບາດ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງກອງເລຂາ APEC ສາກົນ ທີ່ມີຕໍ່ຫວຽດນາມໃນໄລຍະຜ່ານມາ, ໂດຍສະເພາະ ບັນດາການປະກອບສ່ວນໃນຂະບວນການຄົ້ນຄວ້າ, ສ້າງວາລະຂອງປີ APEC 2027 ກໍຄືການຈັດບັນດາກິດຈະກຳຍົກສູງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຫວຽດນາມ.
ວຽກງານຈັດຕັ້ງຖືກຜັນຂະຫຍາຍຕາມ 3 ລະດັບການປະສານສົມທົບ.
ທີໜຶ່ງ, ໃນລະດັບສູນກາງ ມີຄະນະກຳມະການແຫ່ງຊາດກ່ຽວກັບ APEC 2027 ໂດຍທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີປະຈຳການ ເປັນປະທານ, ມີສະມາຊິກແມ່ນບັນດາກະຊວງ, ຂະແໜງການ. ການປະສານສົມທົບລະຫວ່າງຄະນະກຳມະການແຫ່ງຊາດກ່ຽວກັບ APEC 2027 ແລະ ກອງເລຂາ APEC ແຫ່ງຊາດ ໄດ້ຖືກຜັນຂະຫຍາຍຄຽງຄູ່ກັບ 5 ອະນຸກຳມະການ ກ່ຽວກັບຄວາມໝັ້ນຄົງ, ວັດຖຸ-ພະລາທິການ, ວັດທະນະທຳ-ໂຄສະນາ, ເນື້ອໃນ ແລະ ພິທີການ.
ລະດັບທີສອງ ແມ່ນການປະສານສົມທົບລະຫວ່າງສູນກາງ, ບັນດາອົງການສູນກາງ ກັບບັນດາທ້ອງຖິ່ນ ໃນຂະບວນການຈັດບັນດາເຫດການຂອງ APEC.
ລະດັບທີສາມ ແມ່ນການປະສານສົມທົບລະຫວ່າງຫວຽດນາມ, ໃນຖານະເຈົ້າພາບ APEC 2027, ກັບກອງເລຂາ APEC ສາກົນ ແລະ ບັນດາສະມາຊິກ APEC.
3 ລະດັບການປະສານສົມທົບນີ້ ແນໃສ່ຮັບປະກັນການດຳເນີນງານຢ່າງກົມກຽວ, ມີປະສິດທິຜົນ, ເພື່ອໃຫ້ບັນດາວາລະຂອງ APEC ຖືກຜັນຂະຫຍາຍໃຫ້ສອດຄ່ອງກັບຄວາມພະຍາຍາມຮ່ວມ ແລະ ມີການປະສານງານໃນລະດັບສູງສຸດໃນປີ 2027, ຜ່ານນັ້ນປະຕິບັດ 2 ເປົ້າໝາຍໃຫຍ່ທີ່ໄດ້ວາງອອກ.
![]() |
ສະຖານທີ່ກໍ່ສ້າງສູນກອງປະຊຸມ ເພື່ອຮັບໃຊ້ກອງປະຊຸມສຸດຍອດ APEC 2027 ໃນໂອກາດວັນຊາດ 2/9/2026. |
ຍົກສູງຄວາມສາມາດຂອງຖັນແຖວພະນັກງານການຕ່າງປະເທດ
- ຂໍຮຽນທ່ານ, ວຽກງານກະກຽມກົງຈັກຈັດຕັ້ງ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຖືກຜັນຂະຫຍາຍແນວໃດ ເພື່ອຕອບສະໜອງຄວາມຄາດຫວັງຂອງບັນດາສະມາຊິກ APEC, ພ້ອມທັງຍົກສູງຄວາມສາມາດໃຫ້ແກ່ຖັນແຖວພະນັກງານການຕ່າງປະເທດຂອງຫວຽດນາມ?
ຮອງລັດຖະມົນຕີ ຫງວຽນມິງຫວູ: ໂດຍກຳນົດວ່ານີ້ແມ່ນໜ້າທີ່ດ້ານການຕ່າງປະເທດທີ່ສຳຄັນຢ່າງຍິ່ງ, ກະຊວງການຕ່າງປະເທດ, ພາຍໃຕ້ການຊີ້ນຳຂອງລັດຖະບານ ແລະ ການນຳຂັ້ນສູງ, ໃນໄລຍະຜ່ານມາໄດ້ສ້າງກົງຈັກຈັດຕັ້ງທີ່ຂ້ອນຂ້າງຈະແຈ້ງ, ມີການແບ່ງໜ້າທີ່ຮັບຜິດຊອບຢ່າງຈະແຈ້ງ. ຫວຽດນາມມີຄະນະກຳມະການແຫ່ງຊາດ APEC 2027, ກອງເລຂາ APEC ແຫ່ງຊາດ ແລະ 5 ອະນຸກຳມະການ.
ເພື່ອດຳເນີນກົງຈັກຈັດຕັ້ງ APEC 2027, ວຽກງານບຸກຄະລາກອນມີຄວາມໝາຍສຳຄັນຫຼາຍ. ຫວຽດນາມໄດ້ລະດົມບັນດາພະນັກງານທີ່ມີປະສົບການດ້ານການທູດຫຼາຍຝ່າຍ, ເຄີຍເຂົ້າຮ່ວມຈັດບັນດາເຫດການ APEC ກ່ອນໜ້ານີ້, ໂດຍສະເພາະ ບັນດາພະນັກງານທີ່ເຄີຍມີປະສົບການເປັນປະທານຈັດບັນດາເຫດການໃນປີ APEC 2017, ເຂົ້າຮ່ວມບັນດາອະນຸກຳມະການຂອງຄະນະກຳມະການແຫ່ງຊາດ APEC 2027.
ບັນດາກຳລັງນີ້ມີບົດບາດສຳຄັນໃນການປະສານບັນດາວຽກງານທີ່ພົວພັນເຖິງ APEC.
ເຖິງຢ່າງໃດກໍຕາມ, ແຕ່ລະຄັ້ງຂອງການເປັນເຈົ້າພາບ ມີຄວາມແຕກຕ່າງດ້ານຂະໜາດ, ຄວາມຄາດຫວັງ ແລະ ສະພາບການພາກພື້ນ, ສະນັ້ນ ວຽກງານຝຶກອົບຮົມ, ບຳລຸງສ້າງ ແລະ ອັບເດດຄວາມຮູ້, ທັກສະ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ.
ຫວຽດນາມພວມປະສານສົມທົບຢ່າງແໜ້ນແຟ້ນກັບກອງເລຂາ APEC ສາກົນ ແລະ ບັນດາສະມາຊິກ APEC. ບັນດາຝ່າຍຄາດຫວັງວ່າ ຫວຽດນາມຈະສະແດງບົດບາດນຳພາອີກຄັ້ງ, ພ້ອມທັງຕີລາຄາຫວຽດນາມວ່າ ເປັນສະມາຊິກທີ່ມີອິດທິພົນໃນ APEC ແລະ ເປັນໜຶ່ງໃນຈຳນວນສະມາຊິກບໍ່ຫຼາຍທີ່ໄດ້ເປັນເຈົ້າພາບປີ APEC ເຖິງ 3 ຄັ້ງ.
ບັນດາສະມາຊິກຍັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍການກະກຽມ, ຄວາມຕັ້ງໃຈ ແລະ ການປະສານສົມທົບຢ່າງແໜ້ນແຟ້ນໃນປັດຈຸບັນ, ຫວຽດນາມຈະຮັບປະກັນຈັດປີ APEC 2027 ໃຫ້ປະສົບຜົນສຳເລັດ.
ຕາມທ່ານ ຫງວຽນມິງຫວູ, ການເຂົ້າຮ່ວມວຽກງານຈັດຕັ້ງ APEC ບໍ່ພຽງແຕ່ແນໃສ່ຮັບປະກັນຜົນສຳເລັດຂອງເຫດການ ແຕ່ຍັງເປັນໂອກາດສຳຄັນເພື່ອຍົກສູງຄວາມສາມາດ, ລະດັບຄວາມຮູ້ໃຫ້ແກ່ຖັນແຖວພະນັກງານທີ່ເຮັດວຽກງານການເຊື່ອມໂຍງຂອງຫວຽດນາມ, ຕອບສະໜອງຂໍ້ຮຽກຮ້ອງຂອງໄລຍະພັດທະນາໃໝ່ຂອງປະເທດ.
- ຂໍຂອບໃຈທ່ານ!.
ຍສໝ - ທ່ານນາງ ເລທິທູຮັ່ງ (Lê Thị Thu Hằng) - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ APEC ແປວ່າຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນເວທີປາໄສການຮ່ວມມືທາງດ້ານເສດຖະກິດຊັ້ນນຳ, ໃນຂະນະດຽວກັນກໍສຸມໃສ່ 3 ບຸລິມະສິດອັນໃຫຍ່ຫຼວງ ຮອດປີ 2035. |
ຍສໝ - ວັນທີ 10/8, ຢູ່ຮ່າໂນ້ຍ, ກົມພິທີການລັດ ແລະ ການແປພາສາຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ຍົກລະດັບວຽກງານພິທີການຕ່າງປະເທດຫວຽດນາມ ໃນຍຸກແຫ່ງການບືນຕົວຂຶ້ນຂອງຊາດ: ພື້ນຖານທິດສະດີ, ສະພາບຕົວຈິງ ແລະ ວິທີແກ້ໄຂ”. |
ຄຳສີ

