ການຢ້ຽມຢາມລາວຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ສາຍພົວພັນສອງປະເທດ

17:39 | 06/10/2026

ຍສໝ - ເນື່ອງໃນໂອກາດການຢ້ຽມຢາມລາວຢ່າງເປັນທາງການຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ, ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເນັ້ນໜັກເຖິງຄວາມໝາຍຂອງການສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມເຊື່ອມໂຍງຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງຊຸກຍູ້ບັນດາໂຄງການຮ່ວມມືໃຫ້ເຂົ້າສູ່ເນື້ອແທ້ ແລະ ມີປະສິດທິຜົນ.

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ

ໂດຍຕອບຮັບຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.

ເນື່ອງໃນໂອກາດນີ້, ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຫວຽດນາມ, ແບ່ງປັນກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍຄືບັນດາຜົນສຳເລັດພົ້ນເດັ່ນໃນສາຍພົວພັນຮ່ວມມືລະຫວ່າງສອງປະເທດ.

ການຢ້ຽມຢາມລາວຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ສາຍພົວພັນສອງປະເທດ
ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ.

ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ການຮ່ວມມືເສດຖະກິດ, ຮ່ວມກັນພັດທະນາ

ໂດຍຕີລາຄາສູງຕໍ່ການຢ້ຽມຢາມລາວຢ່າງເປັນທາງການຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ, ທ່ານນາງ ຄຳເຜົາ ເອີນທະວັນ ເຫັນວ່າ ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ສາຍພົວພັນສອງປະເທດ.

ຕາມ ທ່ານນາງ ເອກອັກຄະລັດຖະທູດ, ການຢ້ຽມຢາມຄັ້ງນີ້ປະກອບສ່ວນສືບຕໍ່ປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມເຊື່ອມໂຍງຍຸດທະສາດ ລາວ - ຫວຽດນາມ, ຫວຽດນາມ - ລາວ; ພ້ອມທັງຢືນຢັນຄືນໃໝ່ຄວາມຕັດສິນໃຈໃນການຜັນຂະຫຍາຍບັນດາຂໍ້ຕົກລົງ, ຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງສອງພັກ, ສອງລັດ.

ນີ້ຍັງແມ່ນການຢ້ຽມຢາມຕາມປະເພນີ ພາຍຫຼັງສອງຝ່າຍສຳເລັດກອງປະຊຸມໃຫຍ່ຂອງແຕ່ລະພັກ, ລວມມີ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

ທ່ານນາງ ຄຳເຜົາ ເອີນທະວັນ ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມລາວຄັ້ງທຳອິດຂອງ ທ່ານ ເລມິງຮຶງ ນັບແຕ່ໄດ້ຮັບເລືອກເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ການຢ້ຽມຢາມຄັ້ງນີ້ຍັງຖືກຄາດຫວັງວ່າຈະຊຸກຍູ້ການຜັນຂະຫຍາຍບັນດາແຜນການ, ໂຄງການຮ່ວມມື, ໂດຍສະເພາະບັນດາເນື້ອໃນທີ່ໄດ້ຕົກລົງກັນຢູ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມລັດຖະບານຫວຽດນາມ - ລາວ ທີ່ຜ່ານມາ.

ຕາມ ທ່ານນາງ ເອກອັກຄະລັດຖະທູດ, ສາຍພົວພັນຫວຽດນາມ - ລາວ ໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມເຊື່ອມໂຍງຍຸດທະສາດ. ພື້ນຖານການເມືອງອັນໜັກແໜ້ນ ພ້ອມກັບຄວາມສາມັກຄີພິເສດ ທີ່ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ທຸ່ມເທສ້າງສາ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາຈາກການນຳລຸ້ນຕ່າງໆຂອງສອງປະເທດ.

ຄຽງຄູ່ກັບສາຍພົວພັນການເມືອງ, ສອງຝ່າຍພວມພະຍາຍາມນຳການຮ່ວມມືເສດຖະກິດໃຫ້ສົມຄູ່ກັບຂະໜາດຂອງສາຍພົວພັນສອງປະເທດຍິ່ງຂຶ້ນ, ໂດຍສະເພາະໃນສະພາບການທີ່ຫວຽດນາມ ແລະ ລາວ ພ້ອມກັນຜັນຂະຫຍາຍບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.

ສອງປະເທດເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ຫຼາຍຂົງເຂດເສດຖະກິດອື່ນໆ. ຍ້ອນຄວາມເອົາໃຈໃສ່, ການຊີ້ນຳຂອງການນຳສອງປະເທດ, ຍອດມູນຄ່າການຄ້າສອງຝ່າຍ ບັນລຸເກືອບ 3 ຕື້ USD ໃນປີ 2025; ໃນ 8 ເດືອນຕົ້ນປີ 2026 ບັນລຸປະມານ 1,65 ຕື້ USD.

ກິດຈະກຳການລົງທຶນກໍສືບຕໍ່ເພີ່ມຂຶ້ນ, ໂດຍສະເພາະການລົງທຶນຂອງຫວຽດນາມເຂົ້າລາວ. ປັດຈຸບັນ ຫວຽດນາມແມ່ນນັກລົງທຶນແຖວໜ້າຢູ່ລາວ. ຈຳນວນໂຄງການເພີ່ມຂຶ້ນ, ໃນນັ້ນມີຫຼາຍໂຄງການຄຸນນະພາບສູງໃນຂົງເຂດພະລັງງານ, ແຮ່ທາດ, ກະສິກຳ, ການບໍລິການ…, ສ້າງພື້ນຖານເພີ່ມເຕີມໃຫ້ການຮ່ວມມືເສດຖະກິດລະຫວ່າງສອງປະເທດສືບຕໍ່ເປີດກວ້າງ.

ບົນພື້ນຖານນັ້ນ, ທ່ານນາງ ຄຳເຜົາ ເອີນທະວັນ ຄາດຫວັງວ່າ ການຢ້ຽມຢາມຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະປະກອບສ່ວນສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ການຮ່ວມມືເສດຖະກິດ ແລະ ການພັດທະນາຮ່ວມກັນລະຫວ່າງສອງປະເທດ.

ຕາມ ທ່ານນາງ, ໃນໄລຍະຜ່ານມາ ລັດຖະບານສອງປະເທດໄດ້ຮ່ວມກັນຊຸກຍູ້ຫຼາຍໂຄງການຮ່ວມມື. ໃນໄລຍະຕໍ່ໄປ, ການຮ່ວມມືຖືກກຳນົດທິດໃຫ້ເປີດກວ້າງໄປສູ່ຂົງເຂດເສດຖະກິດດິຈິຕອນ, ການຄ້າເອເລັກໂຕຣນິກ, ນະວັດຕະກຳ, ພະລັງງານ, ກະສິກຳ ແລະ ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ.

ສອງຝ່າຍຍັງເອົາໃຈໃສ່ສ້າງເງື່ອນໄຂໃຫ້ວິສາຫະກິດ, ນັກທຸລະກິດສອງປະເທດ ລົງສຳຫຼວດຕົວຈິງ, ຊອກຮູ້ຄວາມສາມາດຂອງກັນ ແລະ ກັນ, ຜ່ານນັ້ນຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ການຊີ້ນຳຂອງການນຳຂັ້ນສູງ.

ຫັນເນື້ອໃນ “ຄວາມເຊື່ອມໂຍງຍຸດທະສາດ” ໃຫ້ເປັນຮູບປະທຳ

ຕາມ ທ່ານນາງ ຄຳເຜົາ ເອີນທະວັນ, ການທີ່ຫວຽດນາມ ແລະ ລາວ ເນັ້ນໜັກເນື້ອໃນ “ຄວາມເຊື່ອມໂຍງຍຸດທະສາດ” ໃນສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ” ສະແດງເຖິງຂໍ້ຮຽກຮ້ອງໃນການນຳບັນດາຂໍ້ຕົກລົງ ແລະ ໂຄງການທີ່ໄດ້ເຫັນດີກັນ ໃຫ້ກາຍເປັນຜົນສຳເລັດອັນເປັນຮູບປະທຳໃນຕົວຈິງ.

ເພື່ອຜັນຂະຫຍາຍເນື້ອໃນນີ້, ທ່ານນາງ ເອກອັກຄະລັດຖະທູດ ເຫັນວ່າ ສອງຝ່າຍຕ້ອງສຸມໃສ່ 4 ກຸ່ມເນື້ອໃນ.

ທີໜຶ່ງ ແມ່ນການເຊື່ອມຕໍ່ເສດຖະກິດ ແລະ ໂຄງລ່າງ. ຫວຽດນາມ ແລະ ລາວ ມີຊາຍແດນຮ່ວມຍາວກວ່າ 2.000 ກິໂລແມັດ, ສະນັ້ນ ການພັດທະນາໂຄງລ່າງຄົມມະນາຄົມ, logistics, ພະລັງງານ, ດ່ານຊາຍແດນ ແລະ ໂຄງລ່າງດິຈິຕອນ ຈຶ່ງມີຄວາມໝາຍສຳຄັນເປັນພິເສດໃນການເພີ່ມທະວີການເຊື່ອມໂຍງລະຫວ່າງສອງປະເທດ.

ຕາມ ທ່ານນາງ ເອກອັກຄະລັດຖະທູດ, ນີ້ແມ່ນໜຶ່ງໃນຂອດສຳຄັນ ເພື່ອນຳສອງພື້ນຖານເສດຖະກິດເຂົ້າໃກ້ກັນຍິ່ງຂຶ້ນ ແລະ ຕອບສະໜອງຂໍ້ຮຽກຮ້ອງການພັດທະນາໃນໄລຍະໃໝ່.

ທີສອງ ແມ່ນການພັດທະນາຊັບພະຍາກອນມະນຸດ. ນີ້ຖືກກຳນົດວ່າເປັນຂົງເຂດທີ່ມີຄວາມໝາຍໄລຍະຍາວຕໍ່ທັງສອງປະເທດ.

ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ. ໃນໄລຍະຜ່ານມາ, ໂຄຕາທຶນການສຶກສາສຳລັບນັກສຶກສາລາວໄປສຶກສາຢູ່ຫວຽດນາມ ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 1.300 ຄົນຕໍ່ປີ; ພ້ອມກັນນັ້ນ ສືບຕໍ່ຮັກສາບັນດາໂຄງການແລກປ່ຽນ, ຄົ້ນຄວ້າຫົວຂໍ້ສະເພາະ ສຳລັບພະນັກງານການນຳລາວ.

ເປົ້າໝາຍແມ່ນຍົກສູງຄວາມສາມາດຂອງຊັບພະຍາກອນມະນຸດ ນັບແຕ່ຂັ້ນການນຳເຖິງນັກຮຽນ, ນັກສຶກສາ, ໂດຍສະເພາະໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການຄຸ້ມຄອງ ແລະ ຫຼາຍຂະແໜງອື່ນໆ, ຜ່ານນັ້ນປະກອບສ່ວນປັບປຸງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ສອງຝ່າຍຍັງໄດ້ເຫັນດີສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ ຢູ່ລາວ ແລະ ປັດຈຸບັນພວມຜັນຂະຫຍາຍເນື້ອໃນນີ້.

ທີສາມ ແມ່ນການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ. ໃນສະພາບການທີ່ເສດຖະກິດດິຈິຕອນເຕີບໂຕຢ່າງໄວວາ, ຫວຽດນາມ ແລະ ລາວ ຕ້ອງສືບຕໍ່ແລກປ່ຽນບົດຮຽນປະສົບການ, ເປີດກວ້າງການຮ່ວມມືກ່ຽວກັບຂໍ້ມູນ, ການຄ້າເອເລັກໂຕຣນິກ, ນະວັດຕະກຳ, ຄວາມໝັ້ນຄົງທາງໄຊເບີ ແລະ ໂຄງລ່າງດິຈິຕອນ, ຮັບໃຊ້ຊີວິດຂອງປະຊາຊົນ ແລະ ກິດຈະກຳຂອງວິສາຫະກິດ.

ທີສີ່ ແມ່ນການເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ແລະ ປະຊາຊົນສອງປະເທດ. ສາຍພົວພັນຫວຽດນາມ - ລາວ ບໍ່ພຽງແຕ່ຖືກຜັນຂະຫຍາຍຢູ່ຂັ້ນສູນກາງ ແຕ່ຕ້ອງສືບຕໍ່ແຜ່ຂະຫຍາຍລົງສູ່ທ້ອງຖິ່ນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ.

ທ່ານນາງ ເອກອັກຄະລັດຖະທູດ ສະເໜີໃຫ້ເລັ່ງການແລກປ່ຽນ, ຢ້ຽມຢາມລະຫວ່າງບັນດາແຂວງ, ນະຄອນຂອງສອງປະເທດ; ພ້ອມທັງສ້າງເງື່ອນໄຂເພີ່ມເຕີມໃຫ້ຄົນຮຸ່ນໜຸ່ມໄດ້ພົບປະ, ຮ່ຳຮຽນເຊິ່ງກັນ ແລະ ກັນ ແລະ ເຂົ້າໃຈເລິກເຊິ່ງຍິ່ງຂຶ້ນກ່ຽວກັບສາຍພົວພັນພິເສດລະຫວ່າງຫວຽດນາມ ແລະ ລາວ.

ຕາມ ທ່ານນາງ ຄຳເຜົາ ເອີນທະວັນ, ການສືບຕໍ່ຂອງຄົນຮຸ່ນໜຸ່ມ ມີຄວາມໝາຍສຳຄັນເປັນພິເສດຕໍ່ອະນາຄົດສາຍພົວພັນສອງປະເທດ. ເມື່ອຄົນຮຸ່ນກ່ອນຄ່ອຍໆຈາກໄປ, ຄົນຮຸ່ນປັດຈຸບັນຕ້ອງສືບທອດ ແລະ ສົ່ງເສີມປະເພນີທີ່ໄດ້ສ້າງຂຶ້ນຜ່ານຫຼາຍທົດສະວັດ.

“ຂ້າພະເຈົ້າເຫັນວ່າ ນັ້ນແມ່ນເປົ້າໝາຍຂອງການນຳສອງປະເທດ ເມື່ອເພີ່ມເນື້ອໃນ ‘ຄວາມເຊື່ອມໂຍງຍຸດທະສາດ’ ເພື່ອເຮັດໃຫ້ສາຍພົວພັນນັບມື້ນັບເລິກເຊິ່ງຍິ່ງຂຶ້ນ, ໝາຍຄວາມວ່າ ຄຳເວົ້າຕ້ອງຄຽງຄູ່ກັບການກະທຳ, ປະຕິບັດຢ່າງແທດຈິງ, ມີປະສິດທິຜົນອັນເປັນຮູບປະທຳ, ບໍ່ແມ່ນພຽງແຕ່ຢຸດຢູ່ຄຳປະກາດ”, ທ່ານນາງ ເອກອັກຄະລັດຖະທູດ ເນັ້ນໜັກ.

ການຢ້ຽມຢາມລາວຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ສາຍພົວພັນສອງປະເທດ
ດ່ານສາກົນລາວບາວ, ໜຶ່ງໃນຈຸດເຊື່ອມຕໍ່ການຄ້າທີ່ສຳຄັນຢູ່ແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ປັດຈຸບັນ, ເສັ້ນຊາຍແດນຫວຽດນາມ - ລາວ ມີດ່ານສາກົນ 8 ແຫ່ງ, ດ່ານຫຼັກ 7 ແຫ່ງ ແລະ ດ່ານທ້ອງຖິ່ນ 18 ແຫ່ງ.

ເພີ່ມການເຊື່ອມຕໍ່ ເພື່ອໃຫ້ສາຍພົວພັນສືບຕໍ່ພັດທະນາຢ່າງຍືນຍົງ

ທ່ານນາງ ຄຳເຜົາ ເອີນທະວັນ ເຫັນວ່າ ການເຊື່ອມຕໍ່ໂຄງລ່າງແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນເຊື່ອມໂຍງຍຸດທະສາດຫວຽດນາມ - ລາວ, ໃນນັ້ນ ຄົມມະນາຄົມ ແລະ logistics ມີບົດບາດພິເສດໃນໄລຍະພັດທະນາປັດຈຸບັນ.

ລາວພວມຜັນຂະຫຍາຍນະໂຍບາຍເພີ່ມທະວີການເຊື່ອມຕໍ່ພາກພື້ນ, ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ.

ໃນໄລຍະຜ່ານມາ, ການນຳສອງປະເທດໄດ້ຮ່ວມກັນແລກປ່ຽນ ແລະ ເຫັນດີບາງບຸລິມະສິດກ່ຽວກັບການເຊື່ອມຕໍ່ໂຄງລ່າງ, ໃນນັ້ນມີບັນດາໂຄງການໃຫຍ່ ເຊັ່ນ ທາງດ່ວນຮ່າໂນ້ຍ - ວຽງຈັນ ແລະ ໂຄງການທາງລົດໄຟລາວ - ຫວຽດນາມ.

ຕາມ ທ່ານນາງ ເອກອັກຄະລັດຖະທູດ, ນີ້ແມ່ນການສະໜັບສະໜູນທີ່ສຳຄັນຂອງຫວຽດນາມຕໍ່ເປົ້າໝາຍຊ່ວຍໃຫ້ລາວເພີ່ມທະວີການເຊື່ອມຕໍ່ພາກພື້ນ, ພ້ອມທັງເປີດກວ້າງຄວາມສາມາດຂົນສົ່ງ logistics ທາງທະເລຜ່ານດິນແດນຫວຽດນາມ.

ທ່ານນາງ ເຫັນວ່າ ຖ້າບັນດາໂຄງການໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໂດຍສະເພາະບັນດາເສັ້ນທາງເຊື່ອມຕໍ່ທີ່ພວມເລັ່ງກໍ່ສ້າງ ແລະ ສາມາດສຳເລັດໃນປີ 2030, ການຂົນສົ່ງສິນຄ້າຈາກລາວອອກສູ່ທະເລ ຫຼື ເຊື່ອມຕໍ່ກັບພາກພື້ນ ຈະສະດວກຍິ່ງຂຶ້ນ, ປະກອບສ່ວນຫຼຸດເວລາ, ຄ່າຂົນສົ່ງ ແລະ ຫຼຸດໄລຍະເວລາຈັດສົ່ງສິນຄ້າ.

ຄຽງຄູ່ກັບຄົມມະນາຄົມ, ການຮ່ວມມືດ້ານພະລັງງານກໍມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ. ລາວມີທ່າແຮງດ້ານໄຟຟ້ານ້ຳຕົກ, ໄຟຟ້າລົມ ແລະ ໄຟຟ້າແສງຕາເວັນ, ພ້ອມທັງປາດຖະໜາໃຫ້ຫວຽດນາມສືບຕໍ່ເອົາໃຈໃສ່ລົງທຶນໃນຂົງເຂດໄຟຟ້າ, ໂດຍສະເພາະບັນດາໂຄງການໄຟຟ້າລົມຂະໜາດໃຫຍ່.

ໃນການຄ້າຊາຍແດນ, ດ້ວຍຊາຍແດນຮ່ວມຍາວກວ່າ 2.000 ກິໂລແມັດ ແລະ ມີຫຼາຍທ້ອງຖິ່ນທີ່ຕິດຈອດກັນ, ຫວຽດນາມ ແລະ ລາວ ມີເງື່ອນໄຂສະດວກເພື່ອສືບຕໍ່ພັດທະນາການຄ້າ, ສະໜັບສະໜູນປະຊາຊົນເຂດຊາຍແດນໃຫ້ເພີ່ມທະວີການຮ່ວມມືດຳເນີນທຸລະກິດ.

ທ່ານນາງ ຄຳເຜົາ ເອີນທະວັນ ສະແດງຄວາມປາດຖະໜາໃຫ້ສອງປະເທດສືບຕໍ່ປະສານສົມທົບພັດທະນາບັນດາເສັ້ນທາງເຊື່ອມຕໍ່ຫວຽດນາມ - ລາວ ແລະ ເຮັດໃຫ້ບັນດາໂຄງການທີ່ໄດ້ຕົກລົງກັນກາຍເປັນຈິງໂດຍໄວ.

ທ່ານນາງ ເຊື່ອໝັ້ນວ່າ ການເພີ່ມທະວີການເຊື່ອມຕໍ່ດ້ານຄົມມະນາຄົມ, ພະລັງງານ, ການຄ້າ ແລະ ການຫັນປ່ຽນດິຈິຕອນ ຈະສ້າງພື້ນຖານສຳຄັນເພື່ອຫັນເນື້ອໃນ “ຄວາມເຊື່ອມໂຍງຍຸດທະສາດ” ຫວຽດນາມ - ລາວ ໃຫ້ເປັນຈິງ, ຍົກສູງຄຸນນະພາບການຮ່ວມມື ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ພ້ອມທັງເພີ່ມທະວີການປະສານສົມທົບຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຕາມ ທ່ານນາງ ເອກອັກຄະລັດຖະທູດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມເຊື່ອມໂຍງຍຸດທະສາດ ຫວຽດນາມ - ລາວ ແມ່ນພື້ນຖານສຳຄັນໃຫ້ສອງປະເທດສືບຕໍ່ພັດທະນາການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ຫຼາຍຂົງເຂດອື່ນໆ.

ນີ້ແມ່ນສາຍພົວພັນທີ່ກໍ່ຕົວຂຶ້ນໃນປະຫວັດສາດ, ໄດ້ຮັບການທຸ່ມເທສ້າງສາຈາກການນຳຫຼາຍລຸ້ນຂອງສອງປະເທດ ແລະ ເປັນພື້ນຖານໃຫ້ຄົນຮຸ່ນໜຸ່ມໃນປັດຈຸບັນສືບຕໍ່ສືບທອດ, ສົ່ງເສີມໃນອະນາຄົດ.

“ບໍ່ມີກຳລັງໃດສາມາດເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຄວາມເຊື່ອມໂຍງຍຸດທະສາດ ຫວຽດນາມ - ລາວ ສັ່ນຄອນໄດ້”, ທ່ານນາງ ຄຳເຜົາ ເອີນທະວັນ ຢືນຢັນ.

ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ
ຍສໝ - ວັນທີ 29/9, ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ນຳໂດຍທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ, ແລກປ່ຽນບັນດາວິທີແກ້ໄຂເພື່ອປັບປຸງເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດ ແລະ ຍົກສູງປະສິດທິຜົນການບໍລິຫານໂຮງຮຽນໃນສົກຮຽນທຳອິດ.
ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ
ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ