| ຫວຽດນາມ ຕິດຢູ່ໃນກຸ່ມ 5 ປະເທດ ທີ່ນຳພາການເຕີບໂຕໃໝ່ຂອງ ອາຊຽນ (ASEAN) AMM-59: ຫວຽດນາມ ສືບຕໍ່ຢັ້ງຢືນອິດທິພົນ ແລະ ບົດບາດ ຢູ່ທີ່ ອາຊຽນ (ASEAN) |
ໃນຂະບວນການເຊື່ອມໂຍງ ແລະ ພັດທະນາ, ການເຕີບໂຕຢ່າງກ້າວກະໂດດຂອງປັນຍາປະດິດ ພວມປ່ຽນແປງຮູບແບບການບໍລິຫານປະເທດ ກໍຄືວິທີດຳເນີນງານຂອງລະບົບກົດໝາຍ. ສະພາບຕົວຈິງນີ້ວາງອອກຂໍ້ຮຽກຮ້ອງໃຫ້ຫັນປ່ຽນແນວຄິດໃນການສ້າງກົດໝາຍ ຈາກ “ການຄຸ້ມຄອງແບບຕອບສະໜອງ” ໄປສູ່ “ການສ້າງສັນ ແລະ ປັບຕົວ”.
ໃນພາບລວມການຫັນປ່ຽນດິຈິຕອນຂອງພາກພື້ນ, ຫວຽດນາມເປັນເຈົ້າການສ້າງສະຖາບັນດິຈິຕອນພາຍໃນປະເທດ ຜ່ານການປະກາດໃຊ້ກົດໝາຍວ່າດ້ວຍປັນຍາປະດິດ, ຜັນຂະຫຍາຍແຜນງານປະຕູຂໍ້ມູນກົດໝາຍແຫ່ງຊາດ, ພ້ອມທັງສະເໜີຫຼາຍຂໍ້ລິເລີ່ມ ແນໃສ່ຊຸກຍູ້ການຮ່ວມມືດ້ານກົດໝາຍ ASEAN ໃນຍຸກ AI.
![]() |
| ທ່ານ ຮວ່າງແທງຕຸ່ງ, ລັດຖະມົນຕີກະຊວງຍຸຕິທຳ ກ່າວຄຳປາໄສທີ່ເວທີປາໄສກົດໝາຍ ASEAN 2026. |
ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນທີ່ມີຄວາມໄວໃນການຫັນປ່ຽນດິຈິຕອນ ຢູ່ໃນກຸ່ມທີ່ໄວທີ່ສຸດຂອງໂລກ. ເຖິງຢ່າງໃດກໍຕາມ, ການພັດທະນາຢ່າງແຮງຂອງບັນດາແບບຈຳລອງ AI ສ້າງເນື້ອຫາ ແລະ ບັນດາລະບົບຊ່ວຍຕັດສິນໃຈອັດຕະໂນມັດ ກໍພວມວາງລະບົບກົດໝາຍໄວ້ຕໍ່ໜ້າຫຼາຍສິ່ງທ້າທາຍ.
ກົນໄກຄຸ້ມຄອງທີ່ເຂັ້ມງວດເກີນໄປ ອາດຈະຈຳກັດນະວັດຕະກຳ, ໃນຂະນະທີ່ການຂາດບັນດາຮົ້ວປ້ອງກັນຄວາມປອດໄພ ພັດເຮັດໃຫ້ຄວາມສ່ຽງດ້ານຄວາມປອດໄພໄຊເບີ, ການຮັກສາຄວາມລັບຂໍ້ມູນ ແລະ ສິດທິມະນຸດ ເພີ່ມຂຶ້ນ. ຕໍ່ໜ້າບັນຫານີ້, ຫວຽດນາມເລືອກວິທີເຂົ້າຫາແບບເປັນເຈົ້າການ, ໃນນັ້ນກົດໝາຍທັງສ້າງພື້ນທີ່ໃຫ້ນະວັດຕະກຳ ຜ່ານບັນດາ “ພື້ນທີ່ທົດລອງດ້ານລະບຽບການ” (Regulatory Sandboxes), ທັງກຳນົດບັນດາຂອບເຂດທີ່ຈຳເປັນ ແນໃສ່ປົກປ້ອງບັນດາຄຸນຄ່າຫຼັກຂອງສັງຄົມ.
ແບ່ງປັນທີ່ເວທີປາໄສກົດໝາຍ ASEAN 2026 ທີ່ຫວຽດນາມເປັນເຈົ້າພາບຈັດຂຶ້ນໃນຫວ່າງມໍ່ໆມານີ້ທີ່ ຮ່າໂນ້ຍ, ທ່ານ ຮວ່າງແທງຕຸ່ງ, ລັດຖະມົນຕີຍຸຕິທຳ ໃຫ້ຮູ້ວ່າ ການສ້າງ ແລະ ປັບປຸງສະຖາບັນໃຫ້ສົມບູນ ຍາມໃດກໍຖືກຫວຽດນາມກຳນົດເປັນໜຶ່ງໃນບັນດາບາດກ້າວບຸກທະລຸທາງຍຸດທະສາດ ເພື່ອພັດທະນາປະເທດ. ຂໍ້ຮຽກຮ້ອງນີ້ຍິ່ງກາຍເປັນຮີບດ່ວນ ເມື່ອຄວາມໄວໃນການພັດທະນາເຕັກໂນໂລຊີ ໄວກວ່າຮອບວຽນການສ້າງ, ປະກາດໃຊ້ ແລະ ປະຕິບັດນະໂຍບາຍ, ກົດໝາຍຕາມຂັ້ນຕອນແບບດັ້ງເດີມ.
“ກະຊວງຍຸຕິທຳຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຂງແຮງໃນການສ້າງສັນສະພາບແວດລ້ອມດ້ານກົດໝາຍທີ່ເປີດກວ້າງ, ປອດໄພ ແລະ ສອດຄ່ອງ, ກຽມພ້ອມຮ່ວມເດີນທາງກັບບັນດາກະຊວງ, ຂະແໜງການ, ອົງການກົດໝາຍ ແລະ ຍຸຕິທຳຂອງບັນດາປະເທດ ASEAN, ກອງເລຂາ ASEAN, ບັນດາອົງການສາກົນ, ປະຊາຄົມວິສາຫະກິດ ແລະ ວົງການນັກວິຊາການ ເພື່ອເພີ່ມທະວີການແລກປ່ຽນປະສົບການ, ຊຸກຍູ້ການຮ່ວມມືດ້ານວິຊາສະເພາະ, ແບ່ງປັນຄວາມຮູ້ ແລະ ຮ່ວມກັນຄົ້ນຄວ້າ, ສະເໜີບັນດາວິທີແກ້ໄຂດ້ານກົດໝາຍທີ່ເໝາະສົມກັບການພັດທະນາຢ່າງໄວວາຂອງປັນຍາປະດິດ”, ທ່ານລັດຖະມົນຕີ ຮວ່າງແທງຕຸ່ງ ກ່າວ.
ວິທີເຂົ້າຫາດັ່ງກ່າວ ໄດ້ຖືກຫັນເປັນຮູບປະທຳດ້ວຍບັນດາບາດກ້າວດ້ານສະຖາບັນ. ສະພາແຫ່ງຊາດໄດ້ຮັບຮອງກົດໝາຍວ່າດ້ວຍປັນຍາປະດິດ, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາປະເທດທຳອິດຂອງໂລກທີ່ມີກົດໝາຍສະເພາະຄຸ້ມຄອງຂົງເຂດນີ້. ກົດໝາຍສຸມໃສ່ການຈັດປະເພດຄວາມສ່ຽງຕາມແຕ່ລະຮູບແບບການນຳໃຊ້, ຮັບປະກັນຄວາມໂປ່ງໃສ, ຄວາມປອດໄພຂໍ້ມູນ ແລະ ຄວາມຮັບຜິດຊອບໃນການຊີ້ແຈງຂອງບັນດາລະບົບ AI.
ຄຽງຄູ່ກັບນັ້ນ, ການຜັນຂະຫຍາຍແຜນງານພັດທະນາປະຕູຂໍ້ມູນກົດໝາຍແຫ່ງຊາດ ໄລຍະ 2026-2030 ໄດ້ສ້າງໂຄງລ່າງຂໍ້ມູນກົດໝາຍດິຈິຕອນທີ່ເປັນເອກະພາບ, ເປັນພື້ນຖານສຳລັບການນຳໃຊ້ AI ເຂົ້າໃນການຊ່ວຍຄົ້ນຫາ, ປະເມີນຜົນກະທົບຂອງນະໂຍບາຍ, ພ້ອມທັງມຸ່ງໄປສູ່ການສ້າງ “ກົດໝາຍທີ່ເຄື່ອງສາມາດອ່ານໄດ້” (Rules as Code).
ທ່ານ Yoshitaka Watanabe, ຫົວໜ້າຄະນະນະໂຍບາຍກົດໝາຍທີ່ ERIA (ສະຖາບັນຄົ້ນຄວ້າເສດຖະກິດ ASEAN ແລະ ອາຊີຕາເວັນອອກ), ໃຫ້ຮູ້ວ່າ ຫຼາຍປະເທດ ASEAN ພວມພິຈາລະນາສ້າງກົດໝາຍກ່ຽວກັບ AI. ຕາມທ່ານ, ບັນດາປະເທດໃນພາກພື້ນສາມາດເພີ່ມທະວີການຮ່ວມມືດ້ານການບໍລິຫານ AI ທັງໃນດ້ານເຕັກນິກ ແລະ ການວາງນະໂຍບາຍ.
“ຫວຽດນາມແມ່ນໜຶ່ງໃນບັນດາປະເທດທຳອິດຂອງໂລກທີ່ປະກາດໃຊ້ກົດໝາຍກ່ຽວກັບ AI, ຂ້າພະເຈົ້າຫວັງວ່າຫວຽດນາມສາມາດນຳໜ້າ. ໃນຖານະເປັນພາກພື້ນໜຶ່ງ, ASEAN ມີທ່າແຮງຫຼາຍໃນການນຳໃຊ້ບັນດາເຕັກໂນໂລຊີເຫຼົ່ານີ້, ລວມທັງບັນຫາການບໍລິຫານ ແລະ ຄວາມປອດໄພ. ເຖິງວ່າລະດັບການນຳໃຊ້ AI ຈະມີຄວາມແຕກຕ່າງກັນ. ແຕ່ຂ້າພະເຈົ້າຄິດວ່າ ບາງປະເທດທີ່ນຳໜ້າ, ລວມທັງຫວຽດນາມ, ສາມາດນຳພາການສົນທະນານີ້ໃນ ASEAN ເພື່ອສາມາດສ້າງຮູບແບບຮ່ວມຂອງພາກພື້ນກ່ຽວກັບການນຳໃຊ້ AI ທີ່ເໝາະສົມກັບສະພາບທ້ອງຖິ່ນຂອງບັນດາປະເທດໃນພາກພື້ນ”, ທ່ານ Yoshitaka Watanabe ກ່າວ.
![]() |
| ບັນດາຜູ້ແທນເຂົ້າຮ່ວມເວທີປາໄສກົດໝາຍ ASEAN 2026. |
ໃນຂະບວນການຊຸກຍູ້ການຮ່ວມມືດ້ານກົດໝາຍດິຈິຕອນຂອງພາກພື້ນ, ຫວຽດນາມໄດ້ສະເໜີ 4 ທິດທາງໃຫຍ່ ແນໃສ່ຮ່ວມກັບບັນດາປະເທດສະມາຊິກ ຫັນວິໄສທັດປະຊາຄົມ ASEAN 2045 ໃຫ້ເປັນຈິງ.
ທີໜຶ່ງ, ຮ່ວມມືກັນພັດທະນາຊຸດຫຼັກການຮ່ວມກ່ຽວກັບການນຳໃຊ້ AI ໃນການສ້າງ ແລະ ບັງຄັບໃຊ້ກົດໝາຍ ບົນພື້ນຖານຄູ່ມືຂອງ ASEAN ກ່ຽວກັບການບໍລິຫານ ແລະ ຈັນຍາບັນ AI.
ທີສອງ, ແບ່ງປັນມາດຕະຖານຂໍ້ມູນກົດໝາຍ ແລະ ປະສົບການດິຈິຕອນໄນເຊຊັນ, ສ້າງຄວາມສະດວກໃຫ້ແກ່ການຄົ້ນຫາ, ປຽບທຽບກົດໝາຍລະຫວ່າງບັນດາປະເທດ, ຜ່ານນັ້ນຫຼຸດຜ່ອນຕົ້ນທຶນການປະຕິບັດຕາມສຳລັບປະຊາຊົນ ແລະ ວິສາຫະກິດ.
ທີສາມ, ຝຶກອົບຮົມຊັບພະຍາກອນມະນຸດດ້ານຍຸຕິທຳດິຈິຕອນຄຸນນະພາບສູງ, ໃຫ້ບູລິມະສິດໜູນຊ່ວຍໂຄງລ່າງເຕັກໂນໂລຊີແກ່ບັນດາສະມາຊິກທີ່ຍັງມີຄວາມຫຍຸ້ງຍາກ, ຮັບປະກັນບໍ່ໃຫ້ມີປະເທດໃດຖືກປະໄວ້ຂ້າງຫຼັງ.
ທີສີ່, ຮັກສາບັນດາກົນໄກສົນທະນາ, ເຊື່ອມຕໍ່ເຄືອຂ່າຍຊ່ຽວຊານກົດໝາຍ ແລະ ບັນດາກຸ່ມເຮັດວຽກກ່ຽວກັບການບໍລິຫານ AI ໃນ ASEAN.
ທ່ານ Tan Sze Yao, ຜູ້ຕາງໜ້າກະຊວງກົດໝາຍສິງກະໂປ, ເຫັນວ່າ ກຳລັງແຮງແຫ່ງການຮ່ວມມື ແລະ ຄວາມສາມັກຄີຂອງ ASEAN ຈະສືບຕໍ່ເປັນພື້ນຖານໃຫ້ພາກພື້ນຮ່ວມກັນຮັບມືກັບບັນດາສິ່ງທ້າທາຍທີ່ເຕັກໂນໂລຊີໃໝ່ວາງອອກ.
![]() |
| ບັນດາຜູ້ແທນ ASEAN ເຂົ້າຮ່ວມເວທີປາໄສກົດໝາຍ ASEAN 2026. |
“ASEAN ເປັນປະຊາຄົມແຫ່ງການຮ່ວມມື ແລະ ຄວາມສາມັກຄີມາແຕ່ດົນນານ, ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ແມ່ນແຕ່ເມື່ອຕ້ອງປະເຊີນກັບບັນດາເຕັກໂນໂລຊີທີ່ສ້າງການປ່ຽນແປງຄັ້ງໃຫຍ່ເຊັ່ນ AI, ຫຼື ແມ່ນແຕ່ເມື່ອພວກເຮົາອາດມີຄວາມເຫັນແຕກຕ່າງກັນກ່ຽວກັບຂອບເຂດ ແລະ ວິທີເຂົ້າຫາທີ່ເໝາະສົມຕໍ່ການຄຸ້ມຄອງ AI, ຕາບໃດທີ່ພວກເຮົາຍັງສ້າງ ແລະ ຮັກສາສາຍພົວພັນອັນແໜ້ນແຟ້ນໃນ ASEAN, ກໍຈະບໍ່ມີສິ່ງທ້າທາຍໃດທີ່ພວກເຮົາບໍ່ສາມາດຮ່ວມກັນຜ່ານຜ່າໄດ້”, ທ່ານ Tan Sze Yao ແບ່ງປັນ.
ການຫັນປ່ຽນດິຈິຕອນ ແລະ ການນຳໃຊ້ປັນຍາປະດິດໃນຂົງເຂດກົດໝາຍ ພວມເປີດໄລຍະໃໝ່ໃຫ້ແກ່ການຮ່ວມມືດ້ານຍຸຕິທຳຂອງ ASEAN. ການທີ່ຫວຽດນາມປັບປຸງສະຖາບັນ AI ພາຍໃນປະເທດໃຫ້ສົມບູນ, ພ້ອມທັງເປັນເຈົ້າການແບ່ງປັນປະສົບການ ແລະ ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ປະກອບສ່ວນມຸ່ງໄປສູ່ພື້ນທີ່ກົດໝາຍດິຈິຕອນທີ່ກົມກຽວ, ປອດໄພ ແລະ ໜ້າເຊື່ອຖື.
ນີ້ກໍແມ່ນພື້ນຖານເພື່ອໃຫ້ກົດໝາຍສົ່ງເສີມບົດບາດໃນການສ້າງສັນການພັດທະນາ, ມຸ່ງໄປສູ່ປະຊາຄົມ ASEAN ທີ່ນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ, ພັດທະນາແບບຍືນຍົງ ແລະ ຈະເລີນຮຸ່ງເຮືອງ.
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. |
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫາກຊົງປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 1541/QĐ-BVHTTDL ກ່ຽວກັບ ແຜນການເຄື່ອນໄຫວ ໄລຍະປີ 2026-2030 ຜັນຂະຫຍາຍ ແຜນງານເຄື່ອນໄຫວ ປະຕິບັດແຜນການຍຸດທະສາດ ປະຊາຄົມວັດທະນະທຳ - ສັງຄົມ ASEAN ຢູ່ ຫວຽດນາມ ໄລຍະປີ 2026-2035. |
ດວງດີ


