| APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ |
![]() |
| ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ແທນກະຊວງການຕ່າງປະເທດ, ບາງກະຊວງ, ຂະແໜງການຂອງ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ. |
ເຂົ້າຮ່ວມບັນດາກອງປະຊຸມມີຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ແທນກະຊວງການຕ່າງປະເທດ ພ້ອມດ້ວຍບາງກະຊວງ, ຂະແໜງການຂອງ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ.
ທີ່ກອງປະຊຸມ SOM CLMV, ທ່ານນາງ ຫງວຽນມິງຮັ່ງ ເນັ້ນໜັກວ່າ ບັນດາການຜັນແປໃນໄລຍະ 5 ປີຜ່ານມາ ສືບຕໍ່ສະແດງໃຫ້ເຫັນຄຸນຄ່າຂອງການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ໃນການຫຼຸດຜ່ອນຊ່ອງຫວ່າງການພັດທະນາ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ ແລະ ຮັບປະກັນໃຫ້ຂະບວນການເຊື່ອມໂຍງ ASEAN ນຳມາເຊິ່ງໂອກາດໃຫ້ແກ່ທຸກປະເທດສະມາຊິກ.
ທ່ານນາງຮອງລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມຈະປະສານສົມທົບກັບບັນດາປະເທດສະມາຊິກ ແລະ ກອງເລຂາ ASEAN ເພື່ອຊຸກຍູ້ການເຂົ້າຮ່ວມ, ການສະໜັບສະໜູນຂອງບັນດາຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຕໍ່ບັນດາໂຄງການຮ່ວມມື.
ທີ່ກອງປະຊຸມ SOM ແມ່ນ້ຳຂອງ - ຍີ່ປຸ່ນ, ທ່ານນາງ ຫງວຽນມິງຮັ່ງ ສະເໜີໃຫ້ບັນດາເຈົ້າໜ້າທີ່ອາວຸໂສແມ່ນ້ຳຂອງ ແລະ ຍີ່ປຸ່ນ ກຳນົດບາງຈຸດສຸມການຮ່ວມມືປະຈຳປີ ເພື່ອລາຍງານ, ສະເໜີແນະໃຫ້ບັນດາຜູ້ນຳພິຈາລະນາຮັບຮອງ.
ໃນໄລຍະສະເພາະໜ້າ, ບັນດາປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ ໄດ້ຮັບການສະເໜີໃຫ້ສຸມໃສ່ພັດທະນາຕ່ອງໂສ້ສະໜອງອັດສະລິຍະ, ພະລັງງານທົດແທນ, ເພີ່ມທະວີການນຳໃຊ້ປັນຍາປະດິດ ແລະ ບັນດາເຕັກໂນໂລຊີເກີດໃໝ່, ພ້ອມທັງຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ.
ບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດ ສະໜັບສະໜູນບັນດາຂໍ້ສະເໜີກ່ຽວກັບຂົງເຂດບູລິມະສິດ ແລະ ບັນດາຂໍ້ລິເລີ່ມທີ່ຫວຽດນາມຄາດວ່າຈະສະເໜີ ເພື່ອລາຍງານຕໍ່ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ MJC ຄັ້ງທີ 13.
ບັນດາກອງປະຊຸມ SOM CLMV ແລະ ແມ່ນ້ຳຂອງ - ຍີ່ປຸ່ນ ສືບຕໍ່ສະແດງເຖິງຄວາມພະຍາຍາມຂອງຫວຽດນາມໃນການເປັນເຈົ້າການປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືອະນຸພາກພື້ນ, ພ້ອມທັງຊຸກຍູ້ສາຍພົວພັນລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ.
ຍສໝ - ວັນທີ 29/9, ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ນຳໂດຍທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ, ແລກປ່ຽນບັນດາວິທີແກ້ໄຂເພື່ອປັບປຸງເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດ ແລະ ຍົກສູງປະສິດທິຜົນການບໍລິຫານໂຮງຮຽນໃນສົກຮຽນທຳອິດ. |
ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”. |
ມິງດຶກ
