ເກີ່ນເທີ ປະສົມປະສານກັບ ອົງການ PVF ເບິ່ງແຍງສຸຂະພາບ ໃຫ້ແກ່ ປະຊາຊົນຫຼາຍກວ່າ 4.500 ຄົນ

12:28 | 21/09/2026

ຍສໝ - ແຕ່ວັນທີ 14 ຫາ 17 ກັນຍາ, ປະຊາຊົນ ແລະ ນັກຮຽນ ຫຼາຍກວ່າ 4.500 ຄົນ ຢູ່ທີ່ ຕາແສງ ລຽວຕູ້ (ນະຄອນ ເກີ່ນເທີ) ໄດ້ມີໂອກາດເຂົ້າເຖິງ ບັນດາບໍລິການສາທາລະນະສຸກ ໂດຍບໍ່ເສຍຄ່າ. ນີ້ແມ່ນໂຄງການມະນຸດສະທຳຕົວຈິງ ໂດຍ ສະຫະພັນບັນດາອົງການມິດຕະພາບນະຄອນ ແລະ ອົງການ Project Vietnam Foundation (PVF) ຮ່ວມກັນຈັດຕັ້ງຂຶ້ນ.

ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4 ປູກຕົ້ນໄມ້ມິດຕະພາບຢູ່ ເກີ່ນເທີ
ເກີ່ນເທີ ປະສົມປະສານກັບ ອົງການ PVF ເບິ່ງແຍງສຸຂະພາບ ໃຫ້ແກ່ ປະຊາຊົນຫຼາຍກວ່າ 4.500 ຄົນ

ໃນວັນທີ 17 ກັນຍາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ເກີ່ນເທີ ແລະ Project Vietnam Foundation (PVF) ໄດ້ສະຫຼຸບໂຄງການມະນຸດສະທຳ ຢູ່ຕາແສງ ລຽວຕູ້. ໃນໄລຍະ 4 ວັນ, ຄະນະແພດໝໍ ໄດ້ກວດພະຍາດ, ມອບຢາ ໂດຍບໍ່ເສຍຄ່າ, ເບິ່ງແຍງສຸຂະພາບແຂ້ວ ແລະ ສາຍຕາ ໃຫ້ແກ່ ປະຊາຊົນ ແລະ ນັກຮຽນ ຫຼາຍກວ່າ 4.500 ຄົນ. ໂຄງການ ຍັງໄດ້ມອບ ທຶນການສຶກສາ 100 ທຶນ, ຂອງຂວັນ 100 ພູດ ໃຫ້ແກ່ຄອບຄົວທຸກຍາກ, ລົດເຂັນ 50 ຄັນ ໃຫ້ແກ່ຄົນພິການ ແລະ ມອບອຸປະກອນການແພດ ໃຫ້ແກ່ ສຸກສາລາຕາແສງ ລຽວຕູ້. ມູນຄ່າທຶນຈັດຕັ້ງປະຕິບັດທັງໝົດ ບັນລຸເກືອບ 1,4 ຕື້ດົ່ງ ໂດຍແມ່ນ PVF ລະດົມມາ. ການນຳທ້ອງຖິ່ນ ຕີລາຄາສູງ ບັນດາການປະກອບສ່ວນຕົວຈິງຂອງ PVF – ອົງການສາທາລະນະສຸກການກຸສົນ ອາເມລິກາ ທີ່ມີໄລຍະເວລາເຄື່ອນໄຫວ ຫຼາຍກວ່າ 30 ປີ ຢູ່ ຫວຽດນາມ. ເກີ່ນເທີ ຫວັງວ່າໃນໄລຍະຕໍ່ໄປ, PVF ຈະສືບຕໍ່ເຄື່ອນໄຫວຄຽງຄູ່, ຂະຫຍາຍບັນດາໂຄງການເບິ່ງແຍງສຸຂະພາບຊຸມຊົນ, ຖ່າຍທອດເຕັກນິກການແພດ ແລະ ວຽກງານສະຫວັດດີການສັງຄົມ.

ການພົບພະແລກປ່ຽນວັດທະນະທຳລະຫວ່າງມະຫາວິທະຍາໄລ FPT ເກີ່ນເທີ ແລະ ມະຫາວິທະຍາໄລ Myongji ສ.ເກົາຫຼີ ການພົບພະແລກປ່ຽນວັດທະນະທຳລະຫວ່າງມະຫາວິທະຍາໄລ FPT ເກີ່ນເທີ ແລະ ມະຫາວິທະຍາໄລ Myongji ສ.ເກົາຫຼີ
ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີ່ນ​ເທີ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ ນະຄອນ ​ເກີ່ນ​ເທີ ສົມທົບ​ກັບ​ສະມາຄົມພົບປະ​ແລກປ່ຽນ​ ອາຊີ ​ແລະ ມະຫາວິທະຍາ​ໄລ FPT ​ເກີ່ນ​ເທີ ຫາ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວພົບພະແລກປ່ຽນ​ວັດທະນະທຳ​ລະຫວ່າງ​ນັກ​ສຶກສາມະຫາວິທະຍາ​ໄລ FPT ​ເກີ່ນ​ເທີ ​ແລະ ນັກ​ສຶກສາມະຫາວິທະຍາ​ໄລ Myongji ສ.​ເກົາຫຼີ.
ປູກຕົ້ນໄມ້ມິດຕະພາບຢູ່ ເກີ່ນເທີ ປູກຕົ້ນໄມ້ມິດຕະພາບຢູ່ ເກີ່ນເທີ
ຍສໝ - ໃນວັນທີ 30 ມີນາ, ທີ່ມະຫາວິທະຍາໄລນາມເກິນເທີ, ສະຫະພັນອົງການມິດຕະພາບນະຄອນເກິນເທີ ໄດ້ສົມທົບກັບສະຖານກົງສຸນໃຫຍ່ອິນເດຍປະຈຳນະຄອນໂຮ່ຈິມິນ ແລະ ໜ່ວຍງານທີ່ກ່ຽວຂ້ອງອື່ນໆ ໄດ້ຈັດພິທີປູກຕົ້ນໄມ້ມິດຕະພາບປີ 2026. ເຫດການນີ້ມີຄວາມໝາຍຕົວຈິງ, ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ (2016-2026).

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ