ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ

17:14 | 06/10/2026

ຍສໝ - ໂດຍຕອບຮັບຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ທ່ານ Hun Manet, ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສອງປະເທດຢ່າງເປັນທາງການ ແຕ່ວັນທີ 8-10/10/2026.

ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ
ນີ້ແມ່ນການຢ້ຽມຢາມລາວ ແລະ ກຳປູເຈຍ ຄັ້ງທຳອິດຂອງ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ໃນຖານະຜູ້ນຳລັດຖະບານ. ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນສະພາບການທີ່ສາຍພົວພັນຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງດ້ວຍເນື້ອໃນ “ຄວາມເຊື່ອມໂຍງຍຸດທະສາດ”, ສ່ວນຫວຽດນາມ - ກຳປູເຈຍ ພວມມຸ່ງໄປສູ່ການລະນຶກ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ. ປີ 2025, ການຄ້າຫວຽດນາມ - ລາວ ບັນລຸເກືອບ 3 ຕື້ USD; ການຄ້າຫວຽດນາມ - ກຳປູເຈຍ ບັນລຸ 11,33 ຕື້ USD. ການຢ້ຽມຢາມສອງຄັ້ງນີ້ ຄາດວ່າຈະສືບຕໍ່ປັບປຸງຄວາມເຊື່ອໝັ້ນທາງການເມືອງ ແລະ ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.
ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ
ຍສໝ - ຕອນບ່າຍວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະ, ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືໃນວຽກງານແນວຄິດ, ໂຄສະນາ, ໜັງສືພິມ, ຂ່າວສານຕ່າງປະເທດ ແລະ ການຮັບມືກັບບັນດາສິ່ງທ້າທາຍໃໝ່ໃນສະພາບແວດລ້ອມດິຈິຕອນ.
ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ
ຍສໝ - ວັນທີ 29/9, ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ນຳໂດຍທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ, ແລກປ່ຽນບັນດາວິທີແກ້ໄຂເພື່ອປັບປຸງເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດ ແລະ ຍົກສູງປະສິດທິຜົນການບໍລິຫານໂຮງຮຽນໃນສົກຮຽນທຳອິດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ