ມະຕິ 25-NQ/TW: ນຳວຽກງານແນວຄິດໃຫ້ໃກ້ຊິດກັບຊີວິດປະຊາຊົນຫຼາຍຂຶ້ນ

15:45 | 02/10/2026

ຍສໝ - ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ວ່າດ້ວຍຍຸດທະສາດວຽກງານແນວຄິດໃນສະພາບການໃໝ່ ກຳນົດໃຫ້ຫັນຈຸດສຸມຈາກ “ການຄຸ້ມຄອງຂໍ້ມູນ” ໄປສູ່ “ການນຳພາການຮັບຮູ້ຂອງສັງຄົມ”, ຖືເອົາຄວາມເຊື່ອໝັ້ນຂອງປະຊາຊົນເປັນມາດຕະຖານ ແລະ ມຸ່ງລົງສູ່ຮາກຖານຢ່າງແຂງແຮງ. ຕາມບັນດາຊ່ຽວຊານ, ຂໍ້ຮຽກຮ້ອງນີ້ວາງອອກວິທີເຂົ້າຫາໃໝ່, ໃນນັ້ນ ຂໍ້ມູນທີ່ໂປ່ງໃສ, ການສົນທະນາ, ການກວດສອບ ແລະ ການແກ້ໄຂບັນດາບັນຫາຈາກພາກປະຕິບັດຢ່າງທັນການ ມີບົດບາດສຳຄັນເປັນພິເສດ.

ມະຕິເລກທີ 23: ຈາກ “ການເອົາໃຈໃສ່” ສູ່ການສ້າງກົນໄກເພື່ອສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ມະຕິເລກທີ 26-NQ/TW: ຫັນການທ່ອງທ່ຽວຈາກການເພີ່ມປະລິມານ ສູ່ການຍົກສູງຄຸນນະພາບ

ຍົກສູງຄວາມສາມາດໃນການກວດສອບ ແລະ ຮັບຂໍ້ມູນ

ສຈ.ປອ. ຟ້າມວັນດຶກ, ປະທານສະມາຄົມປັດຊະຍາຫວຽດນາມ ເຫັນວ່າ ການປະກາດໃຊ້ມະຕິ 25 ຂອງກົມການເມືອງ ເປັນຂີດໝາຍການຫັນປ່ຽນທີ່ສຳຄັນໃນການຮັບຮູ້ກ່ຽວກັບວຽກງານແນວຄິດ.

ຕາມທ່ານ, ການນຳພາການຮັບຮູ້ ກ່ອນອື່ນໝົດແມ່ນການຊ່ວຍໃຫ້ປະຊາຊົນມີຂໍ້ມູນ ແລະ ເຫດຜົນພຽງພໍ ເພື່ອເຂົ້າໃຈບັນຫາໜຶ່ງຢ່າງຖືກຕ້ອງ, ພ້ອມທັງຮັບຟັງບັນດາເນື້ອໃນທີ່ປະຊາຊົນຍັງບໍ່ເຫັນດີ. ຄວາມເຫັນພ້ອມທາງສັງຄົມ ບໍ່ໝາຍເຖິງການລຶບລ້າງທຸກຄວາມເຫັນທີ່ແຕກຕ່າງກັນ.

ນັ້ນແມ່ນຂະບວນການຊອກຫາຄວາມເປັນເອກະພາບກ່ຽວກັບເປົ້າໝາຍຮ່ວມ ບົນພື້ນຖານການເຄົາລົບຄວາມຈິງ, ແກ້ໄຂບັນດາສາຍພົວພັນດ້ານຜົນປະໂຫຍດຢ່າງສົມເຫດສົມຜົນ ແລະ ກວດສອບແນວທາງດ້ວຍຜົນສຳເລັດຕົວຈິງ. ເມື່ອປະຊາຊົນຮູ້ສຶກວ່າຕົນໄດ້ຮັບການຮັບຟັງ, ໄດ້ເຂົ້າຮ່ວມ ແລະ ໄດ້ຮັບຜົນຈາກໝາກຜົນແຫ່ງການພັດທະນາ, ຄວາມປາຖະໜາສ້າງສາປະເທດ ຈຶ່ງສາມາດກາຍເປັນແຮງຂັບເຄື່ອນຈາກແຕ່ລະບຸກຄົນ.

ມະຕິ 25 ກຳນົດວ່າ ຕ້ອງສົມທົບຢ່າງແໜ້ນແຟ້ນລະຫວ່າງ “ສ້າງ” ແລະ “ຕ້ານ”, ຖື “ສ້າງ” ເປັນພື້ນຖານ, “ຕ້ານ” ເປັນໜ້າທີ່ປະຈຳ ແລະ ການຊັກຈູງແມ່ນວິທີການຕົ້ນຕໍ; ພ້ອມທັງຜັນຂະຫຍາຍຢ່າງສອດຄ່ອງທັງໃນພື້ນທີ່ຕົວຈິງ ແລະ ພື້ນທີ່ດິຈິຕອນ.

ຕາມ ສຈ.ປອ. ຟ້າມວັນດຶກ, ເມື່ອປະກາດໃຊ້ແນວທາງໜຶ່ງ ຈຳເປັນຕ້ອງອະທິບາຍໃຫ້ຈະແຈ້ງວ່າ ເປັນຫຍັງຈຶ່ງຕ້ອງປະຕິບັດ, ປະຊາຊົນຈະໄດ້ຮັບຜົນປະໂຫຍດຫຍັງ, ຄວາມຫຍຸ້ງຍາກໃດແດ່ທີ່ອາດເກີດຂຶ້ນ, ອົງການໃດຮັບຜິດຊອບແກ້ໄຂ ແລະ ຮັບຄຳເຫັນຢູ່ໃສ.

ມະຕິ 25-NQ/TW: ນຳວຽກງານແນວຄິດໃຫ້ໃກ້ຊິດກັບຊີວິດປະຊາຊົນຫຼາຍຂຶ້ນ
ຮສ.ປອ. ດັ້ງທິຮວ່າ, ຮອງຫົວໜ້າສະຖາບັນສັງຄົມສາດ ແລະ ຈິດຕະວິທະຍາ (ສະຖາບັນບັນດິດສັງຄົມສາດຫວຽດນາມ), ເນັ້ນໜັກເຖິງຄວາມໝາຍຂອງການນຳວຽກງານແນວຄິດລົງສູ່ແຕ່ລະເຂດຊຸມຊົນ, ເປັນເຈົ້າການກຳແໜ້ນແນວຄິດ ແລະ ຄວາມຮູ້ສຶກຂອງປະຊາຊົນແຕ່ຫົວທີ.

ເມື່ອປາກົດມີເຫດການໜຶ່ງທີ່ສ້າງຄວາມກັງວົນ, ຈຳເປັນຕ້ອງກວດສອບ ແລະ ສະໜອງຂໍ້ມູນແຕ່ຫົວທີ. ເນື້ອໃນໃດທີ່ຈະແຈ້ງແລ້ວ ຕ້ອງໃຫ້ຂໍ້ມູນຢ່າງຈະແຈ້ງ, ສ່ວນເນື້ອໃນໃດທີ່ຍັງພວມກວດສອບ ຕ້ອງສະທ້ອນໃຫ້ຖືກຕ້ອງຕາມສະພາບຕົວຈິງ. ຕາມທ່ານ, ຄວາມກົງໄປກົງມາ, ລວມທັງເມື່ອຕ້ອງຍອມຮັບຂໍ້ບົກພ່ອງ, ມັກມີພະລັງຊັກຈູງສູງກວ່າການເນັ້ນແຕ່ບັນດາດ້ານທີ່ສະດວກ.

ໃນສະພາບແວດລ້ອມເຄືອຂ່າຍ, ວິທີສະແດງຂໍ້ມູນກໍຈຳເປັນຕ້ອງເໝາະສົມກັບວິທີຮັບຂໍ້ມູນຂອງແຕ່ລະກຸ່ມເປົ້າໝາຍ. ເນື້ອໃນສາມາດສັ້ນກະທັດຮັດເພື່ອໃຫ້ເຂົ້າເຖິງງ່າຍ ແຕ່ຕ້ອງສາມາດນຳຜູ້ອ່ານໄປສູ່ຂໍ້ມູນທີ່ຄົບຖ້ວນ ແລະ ຫຼັກຖານທີ່ສາມາດກວດສອບໄດ້.

ໜັງສືພິມ, ວົງການວິທະຍາສາດ, ບັນດາຜູ້ມີຊື່ສຽງໃນຊຸມຊົນ ແລະ ປະຊາຊົນເອງ ລ້ວນແຕ່ສາມາດເຂົ້າຮ່ວມອະທິບາຍ, ແບ່ງປັນຂໍ້ມູນທີ່ມີຄຸນຄ່າ. ຄຽງຄູ່ກັບນັ້ນ, ຈຳເປັນຕ້ອງເພີ່ມທະວີຄວາມສາມາດໃນການກວດສອບຂໍ້ມູນ, ໂດຍສະເພາະສຳລັບຊາວໜຸ່ມ, ຜ່ານນັ້ນສ້າງຄວາມສາມາດໃນການຈຳແນກຂໍ້ມູນໃນໄລຍະຍາວ ແທນທີ່ຈະພຽງແຕ່ແກ້ໄຂເນື້ອໃນທີ່ຄາດເຄື່ອນເປັນແຕ່ລະກໍລະນີ.

ສຈ.ປອ. ຟ້າມວັນດຶກ ຍັງເນັ້ນໜັກວ່າ ບໍ່ສາມາດຖືການວິພາກວິຈານທາງສັງຄົມຄືກັນກັບທັດສະນະທີ່ຜິດພາດ. ບັນດາຄຳວິພາກວິຈານທີ່ມີພື້ນຖານ, ເຖິງວ່າຈະຍົກບັນຫາຢ່າງເຂັ້ມຂຸ້ນ, ກໍຍັງສາມາດຊ່ວຍຄົ້ນພົບຂໍ້ບົກພ່ອງໃນນະໂຍບາຍ ແລະ ຂະບວນການປະຕິບັດ.

ສຳລັບບັນດາຄຳເຫັນດັ່ງກ່າວ, ວິທີການທີ່ເໝາະສົມແມ່ນການສົນທະນາ, ຮັບເອົາເນື້ອໃນທີ່ສົມເຫດສົມຜົນ ແລະ ອະທິບາຍບັນດາບັນຫາທີ່ຍັງບໍ່ສາມາດຮັບເອົາໄດ້. ສຳລັບຂໍ້ມູນທີ່ປັ້ນແຕ່ງ, ຕັດຕໍ່ ຫຼື ຕັ້ງໃຈບິດເບືອນ, ຈຳເປັນຕ້ອງກວດສອບ, ຊີ້ແຈງຈຸດທີ່ຜິດດ້ວຍຫຼັກຖານ ແລະ ແກ້ໄຂຕາມລະບຽບການ.

ມະຕິ 25 ຍັງກຳນົດວ່າ ວຽກງານແນວຄິດແມ່ນໜ້າທີ່ຂອງທົ່ວພັກ ແລະ ລະບົບການເມືອງ, ໃນນັ້ນ ຄະນະພັກ ແລະ ຜູ້ນຳຕ້ອງນຳພາ, ຊີ້ນຳ ແລະ ຮັບຜິດຊອບໂດຍກົງ, ບໍ່ມອບໝາຍທັງໝົດໃຫ້ແກ່ອົງການວິຊາສະເພາະ.

ເພື່ອຜັນຂະຫຍາຍຂໍ້ຮຽກຮ້ອງນີ້ຢ່າງມີປະສິດທິຜົນ, ສຈ.ປອ. ຟ້າມວັນດຶກ ສະເໜີວ່າ ຢູ່ຮາກຖານຈຳເປັນຕ້ອງສ້າງຂັ້ນຕອນທີ່ຈະແຈ້ງ ປະກອບມີ ການຄົ້ນພົບບັນຫາແຕ່ຫົວທີ, ກວດສອບເຫດການ, ສົນທະນາກັບປະຊາຊົນ, ແກ້ໄຂຕາມສິດອຳນາດ ແລະ ເປີດເຜີຍຜົນສຳເລັດ.

ບັນດາເນື້ອໃນທີ່ເກີນສິດອຳນາດ ຕ້ອງຖືກສົ່ງໄປຫາອົງການທີ່ຖືກຕ້ອງ, ມີຜູ້ຕິດຕາມ ແລະ ແຈ້ງຄືນຢ່າງເປີດເຜີຍກ່ຽວກັບຄວາມຄືບໜ້າ, ກໍຄືເຫດຜົນທີ່ຮັບເອົາ ຫຼື ຍັງບໍ່ສາມາດຮັບເອົາໄດ້.

ຄວາມຮັບຜິດຊອບຂອງຜູ້ນຳ ຕ້ອງສະແດງອອກຜ່ານຄວາມສາມາດຈຳແນກສາເຫດ, ປະສານສົມທົບແກ້ໄຂ ແລະ ຕິດຕາມຈົນກວ່າຈະມີຜົນສຳເລັດ. ບັນດາກໍລະນີຄ້າງຄາທີ່ສ້າງຄວາມບໍ່ພໍໃຈແກ່ປະຊາຊົນເປັນເວລາຍາວນານ ຈຳເປັນຕ້ອງຈັດເປັນລາຍການ, ກຳນົດເວລາແກ້ໄຂ ແລະ ເປີດເຜີຍຄວາມຄືບໜ້າ.

ການປະເມີນວຽກງານແນວຄິດ ກໍຈຳເປັນຕ້ອງອີງໃສ່ບັນດາການຫັນປ່ຽນທີ່ເປັນຈິງ ເຊັ່ນ ອັດຕາການຕອບຄຳສະເໜີຕາມກຳນົດເວລາ, ຜົນການແກ້ໄຂຂໍ້ຕິດຂັດ, ລະດັບການຫຼຸດຜ່ອນຄວາມບໍ່ພໍໃຈ ແລະ ການເພີ່ມຂຶ້ນຂອງຄວາມເຊື່ອໝັ້ນຕໍ່ຂໍ້ມູນທາງການ.

ຕາມ ສຈ.ປອ. ຟ້າມວັນດຶກ, ເຖິງວ່າເຕັກໂນໂລຊີ ແລະ ຂໍ້ມູນສາມາດໜູນຊ່ວຍການຈຳແນກບັນຫາແຕ່ຫົວທີ, ແຕ່ການມີໜ້າ, ການຮັບຟັງ ແລະ ຄວາມຮັບຜິດຊອບຂອງພະນັກງານຕໍ່ໜ້າປະຊາຊົນ ຍັງແມ່ນປັດໄຈທີ່ບໍ່ສາມາດທົດແທນໄດ້.

ແກ້ໄຂບັນຫາຈາກຮາກຖານເພື່ອປັບປຸງຄວາມເຊື່ອໝັ້ນ

ໂດຍມີທັດສະນະດຽວກັນ, ຮສ.ປອ. ດັ້ງທິຮວ່າ, ຮອງຫົວໜ້າສະຖາບັນສັງຄົມສາດ ແລະ ຈິດຕະວິທະຍາ, ສະຖາບັນບັນດິດສັງຄົມສາດຫວຽດນາມ ເຫັນວ່າ ຂະບວນການນຳພາການຮັບຮູ້ ໄດ້ຮັບຜົນກະທົບຈາກສະພາບການ, ວິທີການ ແລະ ວິທີເຂົ້າຫາບັນຫາ.

ຕາມທ່ານນາງ, ການເລືອກວິທີສະແດງອອກ, ການເຂົ້າໃຈຄວາມຕ້ອງການ ແລະ ຮັບປະກັນຂໍ້ມູນທີ່ໂປ່ງໃສ ມີຜົນກະທົບໂດຍກົງຕໍ່ວິທີທີ່ບຸກຄົນ, ກຸ່ມຄົນ ແລະ ຊຸມຊົນປະເມີນ ແລະ ຕັດສິນໃຈ.

ໃນການສື່ສານສັງຄົມ, ກະແສຂໍ້ມູນ ແລະ ການຮັບຮູ້ຂອງຊຸມຊົນ ຈຳເປັນຕ້ອງຖືກກຳນົດທິດດ້ວຍບັນດາຂໍ້ມູນທີ່ສາມາດກວດສອບໄດ້ ແລະ ການສົນທະນາທີ່ໂປ່ງໃສ ແນໃສ່ສ້າງຄວາມເຫັນພ້ອມ, ແທນທີ່ຈະສຸມໃສ່ພຽງການຄຸ້ມຄອງ ຫຼື ຫ້າມຂໍ້ມູນ.

ຮສ.ປອ. ດັ້ງທິຮວ່າ ປະເມີນວ່າ ການທີ່ມະຕິ 25-NQ/TW ກຳນົດໃຫ້ຫັນຈາກການຄຸ້ມຄອງຂໍ້ມູນ ໄປສູ່ການນຳພາການຮັບຮູ້ຂອງສັງຄົມ ແມ່ນສອດຄ່ອງກັບບັນດາຂໍ້ຮຽກຮ້ອງທີ່ພວມວາງອອກໃນພາກປະຕິບັດ.

ການຫັນປ່ຽນນີ້ ນຳໄປສູ່ການປ່ຽນແປງທັງວິທີເຂົ້າຫາ ແລະ ວິທີການ. ແທນທີ່ຈະພຽງແຕ່ຄຸ້ມຄອງຂໍ້ມູນໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ຈຳເປັນຕ້ອງສະໜອງຫຼັກຖານ ແລະ ບັນດາເນື້ອໃນທີ່ສາມາດກວດສອບໄດ້, ຜ່ານນັ້ນປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ, ສ້າງຄວາມເປັນເອກະພາບໃນການຮັບຮູ້ ແລະ ຄວາມເຫັນພ້ອມທາງສັງຄົມ.

ຕາມທ່ານນາງ, ຂໍ້ຮຽກຮ້ອງສຳຄັນກ່ອນອື່ນໝົດ ແມ່ນຕ້ອງເລີ່ມຈາກຮາກຖານ - ບ່ອນທີ່ບັນດາຄວາມຕ້ອງການ, ຄວາມປາຖະໜາຂອງປະຊາຊົນ ສະແດງອອກຜ່ານບັນດາເຫດການສະເພາະໃນຊີວິດ.

ຈາກມຸມມອງດ້ານຈິດຕະວິທະຍາ, ຮສ.ປອ. ດັ້ງທິຮວ່າ ເຫັນວ່າ ການທີ່ມະຕິ 25-NQ/TW ຮຽກຮ້ອງໃຫ້ນຳວຽກງານແນວຄິດລົງສູ່ແຕ່ລະເຂດຊຸມຊົນຢ່າງແຂງແຮງ, ກຳແໜ້ນແນວຄິດ ແລະ ຄວາມຮູ້ສຶກຂອງປະຊາຊົນແຕ່ຫົວທີ ມີຄວາມໝາຍສຳຄັນເປັນພິເສດ.

ເມື່ອຄວາມຂັດແຍ່ງຫາກໍ່ເກີດຂຶ້ນ, ການເປີດເຜີຍຂໍ້ມູນຢ່າງໂປ່ງໃສ ຄຽງຄູ່ກັບການເຂົ້າຮ່ວມໂດຍກົງຂອງພະນັກງານທີ່ມີສິດອຳນາດໃນການແກ້ໄຂຄຳຮ້ອງທຸກ ສາມາດປະກອບສ່ວນຄີ່ຄາຍຄວາມບໍ່ພໍໃຈໄດ້ຢ່າງທັນການ.

ຕາມທ່ານນາງ, ເມື່ອປະຊາຊົນມີຂໍ້ສົງໄສ ແຕ່ໄດ້ຮັບຂໍ້ມູນຢ່າງຄົບຖ້ວນ, ໄດ້ຮັບການອະທິບາຍຢ່າງເໝາະສົມ ແລະ ມີພະລັງຊັກຈູງ, ລະດັບຄວາມບໍ່ພໍໃຈຈະຫຼຸດລົງຢ່າງຫຼາຍ. ດັ່ງນັ້ນ, ຄວາມສາມາດໃນການນຳພາການຮັບຮູ້ຂອງສັງຄົມຂອງພະນັກງານຂັ້ນຮາກຖານ ຈຶ່ງມີບົດບາດສຳຄັນ.

ພະນັກງານຂັ້ນຮາກຖານ ຈຳເປັນຕ້ອງຊຶມຊັບແນວຄິດ, ຄຸນສົມບັດ, ວິທີການ ແລະ ແບບແຜນ ໂຮ່ຈິມິນ: ໃກ້ຊິດປະຊາຊົນ, ຖືປະຊາຊົນເປັນຮາກຖານ, ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮ່ວມເດີນທາງກັບປະຊາຊົນເມື່ອພົບຄວາມຫຍຸ້ງຍາກ.

ໃນສະພາບການດຳເນີນອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ເຂດຊຸມຊົນກວ້າງຂຶ້ນ, ລັກສະນະວຽກງານສັບສົນຂຶ້ນ ໃນຂະນະທີ່ກົງຈັກຖືກກະທັດລັດ, ການສົ່ງເສີມບົດບາດຂອງບັນດາຜູ້ມີຊື່ສຽງ ແລະ ປະສົບການໃນຊຸມຊົນ ຖືວ່າເປັນວິທີແກ້ໄຂທີ່ຈຳເປັນ.

ບັນດາບຸກຄົນເຫຼົ່ານີ້ ມີເງື່ອນໄຂເຂົ້າເຖິງ, ກຳແໜ້ນຂໍ້ມູນ ແລະ ນຳສະເໜີບັນດາຫຼັກຖານກວດສອບໂດຍກົງຢູ່ຮາກຖານ, ຜ່ານນັ້ນໜູນຊ່ວຍການສ້າງຄວາມເຊື່ອໝັ້ນໃນຊຸມຊົນ.

ຈາກພາກປະຕິບັດການຄົ້ນຄວ້າຫາງສຽງສັງຄົມ, ຮສ.ປອ. ດັ້ງທິຮວ່າ ເຫັນວ່າ ຜ່ານບັນດາໄລຍະປະຫວັດສາດ, ຄວາມເຊື່ອໝັ້ນຂອງປະຊາຊົນ ຍາມໃດກໍເປັນມາດຕະຖານສຳຄັນຕໍ່ບັນດາຜົນສຳເລັດຮ່ວມ.

ໃນສະໄໝຕໍ່ຕ້ານ, ຄວາມເຊື່ອໝັ້ນຕໍ່ເປົ້າໝາຍໂຮມປະເທດເປັນເອກະພາບ ໄດ້ລະດົມກຳລັງແຮງຂອງທົ່ວຊາດ; ໃນຂະບວນການສ້າງສາປະເທດ, ຄວາມເຊື່ອໝັ້ນຕໍ່ຄວາມສາມາດຫຼຸດພົ້ນຈາກຄວາມທຸກຍາກ ໄດ້ຊຸກຍູ້ຫຼາຍລ້ານຄອບຄົວໃຫ້ບືນຕົວຂຶ້ນພັດທະນາເສດຖະກິດ.

ຕາມທ່ານນາງ, ຄວາມເຊື່ອໝັ້ນແມ່ນພື້ນຖານສ້າງຄວາມເຫັນພ້ອມ ແລະ ກຳລັງແຮງສັງລວມ. ກົງກັນຂ້າມ, ການຫຼຸດລົງຂອງຄວາມເຊື່ອໝັ້ນ ສາມາດເຮັດໃຫ້ແຮງຈູງໃຈໃນການພັດທະນາຫຼຸດລົງ ແລະ ເຮັດໃຫ້ເກີດບັນດາຄວາມສ່ຽງທາງສັງຄົມທີ່ແຝງຢູ່.

ເພື່ອສ້າງແຜນການທີ່ສາມາດປະຕິບັດໄດ້ໃນການປັບປຸງຄວາມເຊື່ອໝັ້ນທາງສັງຄົມ, ຮສ.ປອ. ດັ້ງທິຮວ່າ ສະເໜີວ່າ ກ່ອນອື່ນໝົດຕ້ອງເລີ່ມຈາກບັນດາບັນຫາທີ່ພວມເກີດຂຶ້ນໃນພາກປະຕິບັດ, ຮັບຟັງຄຳເຫັນ ແລະ ທັດສະນະຂອງປະຊາຊົນ, ພ້ອມທັງກຳນົດໃຫ້ຈະແຈ້ງກົນໄກການຮັບ, ຕອບກັບຂໍ້ມູນ ແລະ ແກ້ໄຂຢ່າງທັນການບັນດາເນື້ອໃນທີ່ປະຊາຊົນສົນໃຈ.

ບັນດາຕົວຊີ້ວັດຫາງສຽງສັງຄົມ ມີບົດບາດສຳຄັນໃນການສະໜອງຂໍ້ມູນທີ່ຄົບຖ້ວນ, ຖືກຕ້ອງໃຫ້ແກ່ບັນດາຂັ້ນໃນລະບົບການເມືອງ, ຊ່ວຍໃຫ້ປັບປຸງ ແລະ ກຳນົດທິດການຮັບຮູ້ໃຫ້ສອດຄ່ອງກັບພາກປະຕິບັດຂອງຊີວິດ ແລະ ຂະບວນການສ້າງນະໂຍບາຍຢ່າງທັນການ.

ຕາມທ່ານນາງ, ການກຳແໜ້ນສະພາບການ, ການຮັບ ແລະ ຕອບກັບຂໍ້ມູນ ກໍຈຳເປັນຕ້ອງມີຂອບເຂດທີ່ຈະແຈ້ງດ້ານເວລາ ແລະ ວິທີແກ້ໄຂ, ຈາກນັ້ນຈຶ່ງວາງອອກວິທີແກ້ໄຂຢ່າງທັນການ, ແກ້ໄຂໃຫ້ຂາດບັນດາບັນຫາທີ່ປະຊາຊົນພວມສົນໃຈ ແລະ ບໍ່ພໍໃຈ, ພ້ອມທັງຍົກສູງຄວາມສາມາດໃນການຄົ້ນພົບ, ປ້ອງກັນ ແລະ ແກ້ໄຂບັນດາຂໍ້ບົກພ່ອງໃນພາກປະຕິບັດ.

EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ
ຍສໝ - ມະຕິເລກທີ 10 ໄດ້ຮັບການຕີລາຄາຈາກປະຊາຄົມວິສາຫະກິດເອີຣົບວ່າ ເປັນບາດກ້າວສຳຄັນໃນແນວຄິດດຶງດູດການລົງທຶນຂອງ ຫວຽດນາມ, ຫັນຈາກເປົ້າໝາຍດຶງດູດທຶນ ໄປສູ່ການສ້າງລະບົບນິເວດ FDI ທີ່ມີຄຸນນະພາບສູງ. ທ່ານ Bruno Jaspaert, ປະທານ EuroCham ສະມາຄົມວິສາຫະກິດເອີຣົບປະຈຳ ຫວຽດນາມ, ໄດ້ແບ່ງປັນທັດສະນະກ່ຽວກັບໂອກາດທີ່ມະຕິດັ່ງກ່າວເປີດອອກໃຫ້ແກ່ວິສາຫະກິດເອີຣົບ, ພ້ອມທັງບັນດາປັດໄຈທີ່ ຫວຽດນາມ ຕ້ອງສືບຕໍ່ປັບປຸງ ເພື່ອກາຍເປັນຈຸດໝາຍປາຍທາງຂອງກະແສທຶນດ້ານເຕັກໂນໂລຊີສູງ, ນະວັດຕະກຳ ແລະ ການລົງທຶນສີຂຽວ.
ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ
ຍສໝ - ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ພ້ອມທັງຫັນປ່ຽນຢ່າງແຮງຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ