| ດານັງ ສະເໜີ Catalyste+ ເປີດກວ້າງການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ຍູ້ແຮງການແລກປ່ຽນການຄ້າ ແລະ ການຊຳລະດິຈິຕອນ ຢູ່ທີ່ ງານສັບປະດາສິນຄ້າ ຫວຽດນາມ 2026 ຢູ່ ໄທ |
ຈາກການຕໍ່ສູ້ຕອບໂຕ້ ໄປສູ່ການສ້າງພື້ນທີ່ຂໍ້ມູນທາງບວກຢ່າງຕັ້ງໃຈ
ໃນບໍລິບົດທີ່ບັນດາກຳລັງທີ່ບໍ່ຫວັງດີນຳໃຊ້ພື້ນທີ່ອອນລາຍເພື່ອເຜີຍແຜ່ຂໍ້ມູນບິດເບືອນ, ຂໍ້ມູນທີ່ບໍ່ດີ, ບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ, ວຽກງານປົກປ້ອງພື້ນຖານແນວຄິດຂອງພັກຈຶ່ງຕ້ອງປ່ຽນແປງວິທີການດຳເນີນງານ, ປະສົມປະສານລະຫວ່າງການຕໍ່ສູ້, ຕອບໂຕ້ ກັບການສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ສ້າງສັນ.
ໃນໄລຍະຜ່ານມາ, ຄະນະພັກ ແລະ ອົງການພັກທຸກຂັ້ນ ໄດ້ດຳເນີນຫຼາຍມາດຕະການ ເພື່ອຍົກສູງຄວາມຮັບຮູ້, ສົ່ງເສີມບົດບາດຂອງພະນັກງານ, ສະມາຊິກພັກ ແລະ ສ້າງກຳລັງທີ່ເຂົ້າຮ່ວມປົກປ້ອງພື້ນຖານແນວຄິດຂອງພັກ.
![]() |
| ໂຄງການສິລະປະສະແດງຊົມເຊີຍພິທີມອບລາງວັນການປະກວດບົດຂຽນທິດສະດີ-ການເມືອງ ກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ ຄັ້ງທີ 2, ປີ 2026. |
ວັນທີ 22/10/2018, ກົມການເມືອງ ໄດ້ອອກມະຕິເລກທີ 35-NQ/TW ກ່ຽວກັບການເພີ່ມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕອບໂຕ້ຕໍ່ທັດສະນະທີ່ຜິດພາດ, ເປັນສັດຕູໃນສະພາບການໃໝ່. ປະຕິບັດຕາມແນວທາງຂອງມະຕິດັ່ງກ່າວ, ຄະນະພັກ ແລະ ອົງການພັກທຸກຂັ້ນໄດ້ດຳເນີນຫຼາຍໜ້າວຽກຢ່າງຄົບວົງຈອນ, ໂດຍໃຫ້ຄວາມສຳຄັນຕໍ່ວຽກງານອົບຮົມດ້ານການເມືອງ-ແນວຄິດ, ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ.
ໜຶ່ງໃນບັນດາກິດຈະກຳທີ່ສ້າງການແຜ່ຂະຫຍາຍຢ່າງກວ້າງຂວາງ ແມ່ນການປະກວດບົດຂຽນທິດສະດີ-ການເມືອງ ກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ. ໃນປີ 2021, ຄະນະພັກສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ຈັດການປະກວດຄັ້ງທຳອິດສຳລັບພະນັກງານ ແລະ ຄູອາຈານ. ພາຍຫຼັງການປະກວດປະສົບຜົນສຳເລັດ, ຄະນະຊີ້ນຳ 35 ສູນກາງ ໄດ້ຕົກລົງຍົກລະດັບເປັນການປະກວດຂະໜາດທົ່ວປະເທດ.
ຜ່ານການຜັນຂະຫຍາຍຫຼາຍກວ່າ 5 ປີ, ການປະກວດໄດ້ກາຍເປັນຂະບວນການເຄື່ອນໄຫວການເມືອງຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ດຶງດູດການເຂົ້າຮ່ວມຂອງຖັນແຖວພະນັກງານແກນຫຼັກຂອງຄະນະຊີ້ນຳ 35 ຂັ້ນຕ່າງໆ, ບັນດາອົງການຄົ້ນຄວ້າທິດສະດີ, ຖັນແຖວນັກຂ່າວ ພ້ອມດ້ວຍຜູ້ຂຽນຈຳນວນຫຼວງຫຼາຍທັງພາຍໃນ ແລະ ຕ່າງປະເທດ ຈາກຫຼາຍກຸ່ມສັງຄົມ, ອາຊີບ ແລະ ໄວອາຍຸ.
ໃນປີ 2026, ຄະນະຈັດຕັ້ງໄດ້ຮັບຜົນງານເຂົ້າປະກວດ 905.681 ຜົນງານ, ເພີ່ມຂຶ້ນ 363.915 ຜົນງານ ທຽບໃສ່ປີ 2025.
ຄຽງຄູ່ກັບການຕໍ່ສູ້ໂຕ້ແຍ້ງ, ບັນດາອົງການ ແລະ ທ້ອງຖິ່ນ ຍັງເອົາໃຈໃສ່ສ້າງພື້ນທີ່ຂໍ້ມູນໃນທາງບວກຢູ່ໃນສະພາບແວດລ້ອມເຄືອຂ່າຍ. ຄະນະໂຄສະນາສຶກສາສູນກາງ ໄດ້ຜັນຂະຫຍາຍຫຼາຍຂະບວນການສື່ສານຈຸດສຸມ ທີ່ຕິດພັນກັບບັນດາເຫດການສຳຄັນຂອງປະເທດ; ຂະແໜງໂຄສະນາສຶກສາຂອງບັນດາທ້ອງຖິ່ນ ເປັນເຈົ້າການສ້າງກຳລັງແກນຫຼັກ, ບໍລິຫານບັນດາຊ່ອງສື່ສານທາງການ, ຍົກສູງທັກສະການໂຄສະນາ ແລະ ການຕໍ່ສູ້ໃນພື້ນທີ່ເຄືອຂ່າຍ ໃຫ້ແກ່ພະນັກງານ, ຜູ້ລາຍງານ ແລະ ຜູ້ຮ່ວມງານ.
ຢູ່ແຂວງ ໄຕນິງ, ບັນດາອົງການທີ່ກ່ຽວຂ້ອງໄດ້ສ້າງ ແລະ ບໍລິຫານ 175 ເວທີສື່ສັງຄົມ; ເຜີຍແຜ່ເນື້ອໃນຫຼາຍກວ່າ 600.000 ລາຍການ, ບັນລຸ 900 ລ້ານຄັ້ງຂອງການໂຕ້ຕອບ ແລະ ເຂົ້າເຖິງ.
ລະດົມກຳລັງຈາກຫຼາຍພາກສ່ວນ
ການປົກປ້ອງພື້ນຖານແນວຄິດຂອງພັກ ບໍ່ພຽງແຕ່ແມ່ນໜ້າທີ່ຂອງກຳລັງສະເພາະກິດເທົ່ານັ້ນ, ຫາກນັບມື້ນັບກາຍເປັນຄວາມຮັບຜິດຊອບຮ່ວມຂອງບັນດາອົງການ, ການຈັດຕັ້ງ ແລະ ພະນັກງານ, ສະມາຊິກພັກແຕ່ລະຄົນ.
ໃນຂະບວນການຜັນຂະຫຍາຍມະຕິເລກທີ 35-NQ/TW, ຄະນະພັກຂັ້ນຕ່າງໆ ໄດ້ກຳນົດວ່ານີ້ແມ່ນໜ້າທີ່ປົກກະຕິ, ຕິດພັນກັບວຽກງານສ້າງພັກດ້ານການເມືອງ, ແນວຄິດ; ພ້ອມກັນນັ້ນ ກໍສົ່ງເສີມທ່າແຮງຂອງແຕ່ລະຂະແໜງ, ແຕ່ລະຂົງເຂດ ໃນການສະໜອງຂໍ້ມູນ, ເຫດຜົນທາງວິທະຍາສາດ ແລະ ເຂົ້າຮ່ວມຕໍ່ສູ້ໂຕ້ແຍ້ງບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ.
ຕາມທ່ານພັນເອກ ຈິ້ງຊວນຫວຽດ, ຫົວໜ້າສະຖາບັນວິທະຍາສາດສັງຄົມ ແລະ ມະນຸດສາດການທະຫານ, ສະຖາບັນການເມືອງ (ກະຊວງປ້ອງກັນຊາດ), ຄະນະພັກ ແລະ ການບັນຊາຂອງສະຖາບັນ ໄດ້ຊຸກຍູ້ພະນັກງານ ແລະ ພະນັກງານປະຈຳ ໃຫ້ຍົກສູງສະຕິຄວາມຮັບຜິດຊອບ, ຄຸນນະພາບບົດຂຽນຕໍ່ສູ້ໂຕ້ແຍ້ງບັນດາທັດສະນະ ແລະ ຖ້ອຍທຳນອງທີ່ຜິດພາດ, ເປັນປໍລະປັກ, ພ້ອມທັງຫຼາກຫຼາຍຮູບແບບການຕໍ່ສູ້.
ບົນພື້ນຖານກຳແໜ້ນເຈດຕະນາ ແລະ ເລ່ຫຼ່ຽມຕ້ານທຳລາຍຂອງບັນດາກຳລັງປໍລະປັກ, ໜ່ວຍງານໄດ້ຈັດຕັ້ງການເກັບກຳ, ຄັດເລືອກຂໍ້ມູນ, ສ້າງບັນດາບົດຂຽນຕໍ່ສູ້ຢູ່ບັນດາໜ້າສະເພາະ, ເວັບໄຊຂອງສະຖາບັນ ແລະ ສື່ມວນຊົນ.
ຢູ່ຫຼາຍອົງການ, ໜ່ວຍງານ ແລະ ທ້ອງຖິ່ນ, ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ ໄດ້ຮັບການຊຸກຍູ້ໃຫ້ສົ່ງເສີມຄວາມຊຳນານ ແລະ ຂົງເຂດວຽກງານຂອງຕົນ ເພື່ອເຂົ້າຮ່ວມປົກປ້ອງພື້ນຖານແນວຄິດຂອງພັກ.
ໃນດ້ານການຄົ້ນຄວ້າວິທະຍາສາດ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ ກຳນົດວ່າ ການສະໜອງເຫດຜົນທາງວິທະຍາສາດ ແມ່ນໜຶ່ງໃນວິທີການສຳຄັນເພື່ອເຂົ້າຮ່ວມວຽກງານແນວຄິດ.
ສະຫາຍ ເລວັນເຫຼີ້ຍ, ກຳມະການສູນກາງພັກ, ປະທານສະພາບັນດິດວິທະຍາສາດສັງຄົມຫວຽດນາມ ໃຫ້ຮູ້ວ່າ, ຄະນະພັກສະພາບັນດິດ ຍາມໃດກໍເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງວຽກງານສ້າງພັກດ້ານການເມືອງ, ແນວຄິດ ກັບການຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດເພື່ອຮັບໃຊ້ປະເທດ.
ໂດຍຜ່ານທ່າແຮງດ້ານການຄົ້ນຄວ້າຂອງ 18 ສະຖາບັນສະເພາະຂະແໜງ ແລະ ບັນດາໜ່ວຍງານຂຶ້ນກັບສະພາບັນດິດ, ບັນດານັກວິທະຍາສາດໄດ້ເຂົ້າຮ່ວມສະໜອງເຫດຜົນ, ນຳໃຊ້ຕົວເລກ, ເອກະສານ, ຫຼັກຖານ ແລະ ວິທີການທາງວິທະຍາສາດ ເພື່ອປະກອບສ່ວນໂຕ້ແຍ້ງບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ, ຢືນຢັນບົດບາດຂອງວິທະຍາສາດສັງຄົມ ແລະ ມະນຸດສາດ ໃນແນວຮົບດ້ານແນວຄິດ.
ຄຽງຄູ່ກັບນັ້ນ, ສະພາບັນດິດ ຍັງເອົາໃຈໃສ່ສ້າງກົນໄກໝູນວຽນພະນັກງານລົງປະຕິບັດຕົວຈິງຢູ່ທ້ອງຖິ່ນ, ພັດທະນາຖັນແຖວນັກຄົ້ນຄວ້າໜຸ່ມ, ຜ່ານນັ້ນ ເຊື່ອມໂຍງກິດຈະກຳຄົ້ນຄວ້າເຂົ້າກັບສະພາບຕົວຈິງຂອງຊີວິດ, ຄົ້ນພົບ ແລະ ດັດແກ້ບັນດາການສະແດງອອກທີ່ຄາດເຄື່ອນທາງແນວຄິດ, ຫ່າງເຫີນຈາກທິດສະດີ ແລະ ພຶດຕິກຳຕົວຈິງຢ່າງທັນການ.
ຕອບສະໜອງຂໍ້ຮຽກຮ້ອງໃໝ່ໃນສະພາບແວດລ້ອມຂໍ້ມູນຫຼາຍທິດທາງ
ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີດິຈິຕອນ ແລະ ສື່ສັງຄົມ ພວມປ່ຽນແປງວິທີການຮັບ ແລະ ແບ່ງປັນຂໍ້ມູນຂອງສັງຄົມ. ສິ່ງນີ້ຮຽກຮ້ອງໃຫ້ວຽກງານປົກປ້ອງພື້ນຖານແນວຄິດຂອງພັກ ຕ້ອງສືບຕໍ່ປ່ຽນແປງໃໝ່, ບໍ່ພຽງແຕ່ຕອບໂຕ້ຕໍ່ບັນດາຂໍ້ມູນທີ່ຄາດເຄື່ອນເທົ່ານັ້ນ, ຫາກຍັງຕ້ອງເປັນເຈົ້າການສ້າງແຫຼ່ງຂໍ້ມູນທາງການທີ່ມີພະລັງໂນ້ມນ້າວ.
ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ກຳນົດວ່າ ວຽກງານແນວຄິດຕ້ອງດຳເນີນຢ່າງຄົບຊຸດ ທັງໃນພື້ນທີ່ຕົວຈິງ ແລະ ພື້ນທີ່ດິຈິຕອນ, ເປັນເຈົ້າການປົກປ້ອງພື້ນຖານແນວຄິດຂອງພັກ, ຮັກສາຄວາມໝັ້ນຄົງດ້ານແນວຄິດໃນທຸກສະພາບການ.
ສະພາບຕົວຈິງຂອງການຜັນຂະຫຍາຍໃນໄລຍະຜ່ານມາສະແດງໃຫ້ເຫັນວ່າ, ຄຽງຄູ່ກັບການຕໍ່ສູ້ໂຕ້ແຍ້ງບັນດາທັດສະນະທີ່ຜິດພາດ, ການສົ່ງເສີມບົດບາດຂອງບັນດາອົງການຄົ້ນຄວ້າ, ອົງການສື່ມວນຊົນ, ຖັນແຖວພະນັກງານ, ສະມາຊິກພັກ ແລະ ບັນດາກຳລັງສັງຄົມ ໃນການເຜີຍແຜ່ຂໍ້ມູນໃນທາງບວກ ແມ່ນປັດໄຈສຳຄັນເພື່ອປັບປຸງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຫັນດີເຫັນພ້ອມ.
ໃນສະພາບການໃໝ່, ຂໍ້ຮຽກຮ້ອງທີ່ວາງອອກແມ່ນຕ້ອງສືບຕໍ່ຍົກສູງຄຸນນະພາບວຽກງານແນວຄິດ, ສົມທົບລະຫວ່າງທິດສະດີ ແລະ ພຶດຕິກຳຕົວຈິງ, ລະຫວ່າງພື້ນທີ່ແບບດັ້ງເດີມ ແລະ ສະພາບແວດລ້ອມດິຈິຕອນ; ຜ່ານນັ້ນ ສ້າງພື້ນຖານຂໍ້ມູນທີ່ປອດໃສ, ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງ, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ.
ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ. |
ຍສໝ - ຕອນເຊົ້າວັນທີ 15/9, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ເປີດໂຄງການ “ສີສັນ” - ເວທີອອນລາຍທີ່ປະສົມປະສານວັດທະນະທຳ, ການສື່ສານດິຈິຕອນ ແລະ ປັນຍາປະດິດ (AI), ແນໃສ່ເຜີຍແຜ່ບັນດາຄຸນຄ່າວັດທະນະທຳຫວຽດນາມ ແລະ ຈິດໃຈຂອງບັນດາມະຕິກ່ຽວກັບການພັດທະນາວັດທະນະທຳ ດ້ວຍຮູບແບບທີ່ສອດຄ່ອງກັບຍຸກດິຈິຕອນ. |
ຄຳສີ
