ປົກປັກຮັກສາພາສາຫວຽດ ຈາກຄອບຄົວ ເຖິງ ບັນດາໜ້າປຶ້ມ

12:02 | 28/09/2026

ຍສໝ - ຢາກໃຫ້ເດັກນ້ອຍຮັກສາພາສາຫວຽດໄດ້, ກ່ອນອື່ນໝົດຕ້ອງສ້າງເຫດຜົນໃຫ້ເດັກ ເພື່ອນຳໃຊ້ພາສາຫວຽດ ແລະ ມີຄວາມມ່ວນຊື່ນເມື່ອນຳໃຊ້ພາສາຫວຽດ.

ຮັກສາພາສາຫວຽດໃນໝູ່ຄົນຮຸ່ນໜຸ່ມຢູ່ຍີ່ປຸ່ນ ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື
ປົກປັກຮັກສາພາສາຫວຽດ ຈາກຄອບຄົວ ເຖິງ ບັນດາໜ້າປຶ້ມ
ສຳລັບເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ, ການຮັກສາພາສາຫວຽດ ມີບົດບາດສຳຄັນໃນການປົກປັກຮັກສາຮາກເຫງົ້າ. ອີງຕາມ ສາດສະດາຈານ, ປະລິນຍາເອກ ຫງວຽນທິລານແອງ, ພາສາຫວຽດ ຊ່ວຍໃຫ້ເດັກຕອບຄຳຖາມທີ່ວ່າ “ຕົນເອງແມ່ນໃຜ?”, ເປັນສາຍໃຍຜູກພັນຄວາມຮັກແພງ ກັບ ຄອບຄົວ ແລະ ບ້ານເກີດເມືອງນອນ. ບັນດາການເຄື່ອນໄຫວຊຸມຊົນ ກໍ່ສ້າງພື້ນທີ່ການສື່ສານຕົວຈິງຢ່າງມີປະສິດທິຜົນ. ຄຽງຄູ່ກັນນັ້ນ, ອາຈານ ດາວທູເວິນ ໄດ້ເນັ້ນໜັກວ່າ ພໍ່ແມ່ຄວນຮັກສາຄວາມຊິນເຄີຍ ໃນການອ່ານປຶ້ມພາສາຫວຽດໃຫ້ລູກ 15 ຫາ 20 ນາທີຕໍ່ມື້. ການເລືອກປຶ້ມທີ່ເໝາະສົມກັບອາຍຸ ຫຼື ປຶ້ມແປຈາກປະເທດປະຈຳຖິ່ນ ຈະຊ່ວຍໃຫ້ເດັກຮັບເອົາຄຳສັບ ແລະ ຕົວໜັງສື ຢ່າງເປັນທຳມະຊາດ. ບັນດາການຈັດຕັ້ງອ່ານນິທານທາງອອນລາຍ ກໍ່ປະກອບສ່ວນເພີ່ມຄວາມສາມາດໃນການໂຕ້ຕອບ. ສະຫຼຸບລວມແລ້ວ, ເພື່ອປົກປັກຮັກສາພາສາຫວຽດ, ຄອບຄົວຕ້ອງສ້າງຄວາມມ່ວນຊື່ນໃຫ້ເດັກ ໃນການນຳໃຊ້ພາສາແມ່ ໂດຍຜ່ານການໂອ້ລົມສົນທະນາ, ອ່ານປຶ້ມ ແລະ ເຄື່ອນໄຫວຊຸມຊົນ ໃນແຕ່ລະມື້.
ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ
ຍສໝ - ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢ່າງເປັນທາງການ, ເຊິ່ງເປັນການເປີດສາກລະດູຮ້ອນອັນມີຄວາມໝາຍ ສາກົນ ສຳລັບຮຸ່ນເຍົາວະຊົນ ຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ຣູມານີ.
ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ
ຍສໝ - ພາສາຫວຽດ ແມ່ນຈິດວິນຍານຂອງປະຊາຊາດ, ແມ່ນພາຫະນະຮັກສາປະຫວັດສາດ, ຮີດຄອງປະເພນີ, ຄວາມຮູ້ ແລະ ເອກະລັກວັດທະນະທຳຫວຽດນາມ ຜ່ານຫຼາຍພັນປີ. ສຳລັບຊາວຫວຽດນາມແຕ່ລະຄົນ, ເປັນພິເສດແມ່ນຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງ ຫຼື ຢູ່ຕ່າງປະເທດ, ພາສາຫວຽດ ບໍ່ພຽງແຕ່ແມ່ນພາສາໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນສາຍໃຍເຊື່ອມຕໍ່ກັບຮາກເຫງົ້າ, ຄອບຄົວ ແລະ ບ້ານເກີດເມືອງນອນອີກດ້ວຍ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ