| ງານວາງສະແດງເອກະສານ ຮວ່າງຊາ, ເຈື່ອງຊາຢູ່ແຂວງບັກຢາງ ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ |
![]() |
| ງານວາງສະແດງເຄື່ອນທີ່ “ຮວ່າງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານທາງປະຫວັດສາດ ແລະ ນິຕິກຳ” (ອັດລົງໃນວັນທີ 27 ກັນຍາ) ໄດ້ວາງສະແດງເອກະສານ ແລະ ຮູບພາບອັນພົ້ນເດັ່ນ ຫຼາຍກວ່າ 100 ຢ່າງ. ບັນດາວັດຖຸພັນທີ່ເປັນແບບຢ່າງ ລວມມີ: ແຜນທີ່ບູຮານ ຂອງ ຫວຽດນາມ, ຝ່າຍຕາເວັນຕົກ ແລະ ຈີນ; ເອກະສານ ເຈົາບານ ລາຊະວົງ ຫງວຽນ; ພ້ອມກັບບັນດາຮູບພາບທາງປະຫວັດສາດ ແລະ ປະຈຸບັນ ກ່ຽວກັບຊີວິດການເປັນຢູ່, ກິດຈະກຳການປົກປັກຮັກສາທະເລໝູ່ເກາະ ຂອງ ກອງທັບ ແລະ ປະຊາຊົນຫວຽດນາມ.ນີ້ແມ່ນບັນດາພື້ນຖານທາງປະຫວັດສາດ ແລະ ນິຕິກຳອັນໜັກແໜ້ນ, ປະກອບສ່ວນຢືນຢັນຢ່າງແຂງແຮງ ເຖິງອະທິປະໄຕທີ່ບໍ່ສາມາດປະຕິເສດໄດ້ຂອງ ຫວຽດນາມ ຕໍ່ກັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຢູ່ ທະເລຕາເວັນອອກ. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທົ່ວປະເທດຕໍ່ສູ້ກູ້ຊາດ (19 ທັນວາ 1945 – 19 ທັນວາ 2021) ຕອນເຊົ້າວັນທີ 15 ທັນວາ, ຢູ່ຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ເຮືອນເລັກທີ 28, ດຽນບຽນຝູ, ບາດິ່ງ, ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຄຳສາບານຕາຍ”. |
ຍສໝ - ໄຂງານວາງສະແດງຕະຫຼາດນັດ “ເສດຖະກິດ - ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ”- VIDEX 2021 ໃນຕອນຄ່ຳຂອງວັນທີ 14 ທັນວາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ ສົບທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດງານວາງສະແດງຕະຫຼາດນັດເສດຖະກິດ-ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ” ປີ 2021 ( VIDEX 2021). |
ແທັງຮັ່ງ
