ຫວຽດນາມຈະຮັບບົດບາດເປັນປະທານ ອາຊຽນໃນປີ 2020 ຢ່າງດີ

09:49 | 09/08/2019

ຍສໝ - ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ສະແດງຄວາມເຊື່ອໝັ້ນວ່າ: ຫວຽດນາມ ຈະ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ແລະ ຈະມີການປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ເສດຖະກິດປະຊາຄົມອາຊຽນ.

ຫວຽດນາມຈະຮັບບົດບາດເປັນປະທານ ອາຊຽນໃນປີ 2020 ຢ່າງດີ

ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມ ບິ່ງ ມິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງຄົບຮອບ 52 ປີ ແຫ່ງວັນສ້າງຕັ້ງອາຊຽນ. (ພາບ: ສຳນັກຂ່າວຫວຽດນາມ)

ໃນວັນຄົບຮອບ 52 ປີ ແຫ່ງການສ້າງຕັ້ງສະຫະພັນປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (8 ສິງຫາ 1967 - 8 ສິງຫາ 2019), ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ມີການສຳພາດໂອ້ລົມ ກັບ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກ່ຽວກັບ ການເຄື່ອນໄຫວ ທີ່ຈະມາເຖິງຂອງປະຊາຄົມ, ບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ ໃນປີ 2020 ກໍ່ຄືການຍົກສູງບົດບາດຂອງອາຊຽນ ໃນສະພາບການໂລກທີ່ມີການປ່ຽນແປງ ແລະ ສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ.

ກ່ຽວກັບການເພີ່ມບົດບາດຂອງອາຊຽນໃນສະພາບການສາກົນທີ່ປ່ຽນແປງ ແລະ ທ້າທາຍ ນັບແຕ່ສົງຄາມການຄ້າ ໄປຈົນຮອດ ບັນຫາເຂດແດນ, ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໄດ້ເນັ້ນໜັກເຖິງ ຂະບວນການພັດທະນາປະຊາຄົມ.

ຕາມ ທ່ານ Lim Jock Hoi ກ່າວວ່າ: ອາຊຽນ ໄດ້ຜ່ານໄລຍະທາງອັນຍາວນານເຖິງ 52 ປີ, ກາຍເປັນໜຶ່ງ ໃນບັນດາເວທີປາໄສ ພາກພື້ນທີ່ສຳຄັນ ແລະ ປະສົບຜົນສຳເລັດຜົນທີ່ສຸດ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ກໍ່ຄືການພັດທະນາ, ອາຊຽນ ມີຄວາມດຶງດູດອັນຍິ່ງໃຫຍ່ ຈາກປະເທດມະຫາອໍານາດພາຍໃນ ແລະ ພາຍນອກພາກພື້ນ.

ທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ ໄດ້ຢືນຢັນວ່າ: ອາຊຽນມີກົນໄກຊຸກຍູ້ການເຈລະຈາກໍ່ຄືຫັນໜ້າເຂົ້າຫາກັນ ແລະ ການຮ່ວມມືໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ. ອາຊຽນ ກຳລັງຮັກສາສັນຕິພາບ ແລະ ສະຖຽນລະພາບລວມໄດ້ເປັນຢ່າງດີ, ພ້ອມດຽວກັນນັ້ນກໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນແຕ່ລະຂົງເຂດການຮ່ວມມື. ສິ່ງທີ່ສຳຄັນທີ່ສຸດແມ່ນອາຊຽນ ຮັກສາໄດ້ການຮ່ວມມືຕາມຮູບແບບ ທີ່ນຳມາເຊິ່ງ ໝາກຜົນທີ່ດີ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດໃນກຸ່ມກ້ອນອາຊຽນ.

ກ່ຽວກັບສົງຄາມການຄ້າ ລະຫວ່າງ ສະຫະລັດອາເມລິກາ ແລະ ຈີນ, ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ: ທັງສອງມະຫາອຳນາດທາງດ້ານເສດຖະກິດຍັກໃຫຍ່ທີ່ສຸດຂອງໂລກ ລ້ວນແລ້ວແຕ່ແມ່ນຄູ່ຮ່ວມມືຂອງອາຊຽນ, ຄວາມຂັດແຍ່ງໃດໆ ລະຫວ່າງ ສອງປະເທດຈະສົ່ງຜົນກະທົບຕໍ່ອາຊຽນ, ຍ້ອນແນວນັ້ນ ອາຊຽນ ມີຄວາມຕ້ອງການທີ່ ຊ່ວຍເຫຼືອແກ້ໄຂບັນດາຮົ້ວກີດຂວາງດ້ານການຄ້າ ລະຫວ່າງສອງຝ່າຍ.

ຫວຽດນາມຈະຮັບບົດບາດເປັນປະທານ ອາຊຽນໃນປີ 2020 ຢ່າງດີ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມ ບິ່ງ ມິງ (ແຖວທີໜຶ່ງ, ຜູ້ທີ 5 ນັບຈາກຂວາມາ) ແລະ ບັນດາຜູ້ແທນໄດ້ຮ່ວມຖ່າຍຮູບ. (ພາບ: ສຳນັກຂ່າວຫວຽດນາມ)

ການຕີລາຄາກ່ຽວກັບບັນດາການປະກອບສ່ວນດ້ານທ່າແຮງ ຂອງຫວຽດນາມ ເຂົ້າໃນການພັດທະນາຂອງ ກຸ່ມປະເທດອາຊຽນ ໃນສະພາບການທີ່ ຫວຽດນາມ ກຳລັງກະກຽມ ຂື້ນດຳລົງຕຳແໜ່ງ ປະທານ ໝູນວຽນອາຊຽນ ໃນປີ 2020, ທ່ານເລຂາທິການໃຫຍ່ Lim Jock Hoi ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ກັບ ຫວຽດນາມທີ່ຈະຂື້ນເປັນປະທານອາຊຽນ ໃນປີຕໍ່ໄປ; ໃນຊຸມປີມໍ່ໆມານີ້, ຫວຽດນາມ ມີຄວາມກ້າວກະໂດດ ຫຼາຍຂັ້ນ ແລະ ປະຈຸບັນກາຍເປັນ ໜຶ່ງໃນບັນດາພື້ນຖານເສດຖະກິດຫຼັກຂອງກຸ່ມອາຊຽນ.

ທ່ານກ່າວວ່າ, ໃນປີໜ້າ ຫວຽດນາມ ສືບຕໍ່ຕ້ອງສຸມໃສ່ວາລະກອງປະຊຸມຂອງ ກຸ່ມກ້ອນອາຊຽນ, ເປັນຕົ້ນແມ່ນການຊຸກຍູ້ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ນອກຈາກນັ້ນ, ຫວຽດນາມ ຕ້ອງໄດ້ມີການຊຸກຍູ້ສົ່ງເສີມ ການຮ່ວມມື ພາຍໃນພາກພື້ນ, ໃນນັ້ນມີການຮ່ວມມື ພັດທະນາເສດຖະກິດ. ນອກຈາກນັ້ນ, ໃນໄລຍະ ທີ່ເປັນປະທານອາຊຽນ, ຫວຽດນາມ ຍັງສາມາດສຸມໃສ່ເນື້ອໃນກ່ຽວກັບການຄຸ້ມຄອງຊັບພະຍາກອນມະນຸດ, ຫຼື ການສຶກສາ.

ຕາມທ່ານເລຂາທິການໃຫຍ່ Lim Jock Hoi, ເພື່ອຊ່ວຍເຫຼືອ ຫວຽດນາມ ໃນບົດບາດສຳຄັນໃນປີໜ້າ, ຄະນະເລຂານຸການໃຫ້ຄຳໝັ້ນສັນຍາວ່າຈະປະສານສົມທົບ ກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອສ້າງເນື້ອໃນວາລະປະຊຸມ.

ທ່ານ Lim Jock Hoi ມີແຜນຈະຢ້ຽມຢາມ ຫວຽດນາມ ໃນເດືອນນີ້ເພື່ອປຶກສາຫາລື ກັບ ຮ່າໂນ້ຍ ກ່ຽວກັບແຜນການ. ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ແລະ ຈະມີການປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ ເສດຖະກິດປະຊາຄົມອາຊຽນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.