ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝະລັ່ງ ໄດ້ມອບຜ້າບັງປາກດ້ານການແພດ ໃຫ້ປະຊາຊົນຝະລັ່ງ

12:19 | 23/04/2020

ຍສໝ - ໃນຕອນເຊົ້າວັນທີ 22 ເມສາ, ຄະນະຜູ້ແທນສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ  ນຳໂດຍທ່ານນາງ ຫງວຽນທິກິມຕຽນ - ຫົວໜ້າຄະນະເບິ່ງແຍງ ແລະ ຮັກສາສຸຂະພາບ ພະນັກງານ ຂັ້ນ ສູນກາງ ໄດ້ມາຢ້ຽມຢາມສະຖານທູດຝຣັ່ງ ປະຈຳ ຫວຽດນາມ ແລະ ໄດ້ມອບຜ້າບັງປາກການແພດ ຈຳນວນ 51,000 ແຜ່ນ ເພື່ອສະໜັບສະໜູນປະເທດຝະລັ່ງ ໃນການປ້ອງກັນ ແລະ ຕ້ານຕໍ່ກັບພະຍາດ COVID-19.

ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ
ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ຈຳນວນຜ້າບັງປາກດ້ານການແພດໃນຄັ້ງນີ້ແມ່ນມີມູນຄ່າຫຼາຍກ່ວາ 200 ລ້ານດົ່ງ, ເຊິ່ງແມ່ນໂດຍການຮຽກຮ້ອງສະໜັບສະໜູນ ຈາກສະມາຄົມອາດີດນັກສຶກສາຫວຽດນາມ ຢູ່ປະເທດຝຣັ່ງ (UAVF); ບັນດາອົງການສູນກາງ ແລະ ທ້ອງຖິ່ນ, ບັນດາວິສາຫະກິດຫວຽດນາມໄດ້ຮ່ວມມືກັບປະເທດຝະລັ່ງ…ປະຈຸບັນ, ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝະລັ່ງ ສືບຕໍ່ຮຽກຮ້ອງ ເພື່ອຈະສາມາດຈັດການສະໜັບສະໜູນຮອບຕໍ່ໄປ.

ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ
ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝະລັ່ງ ໄດ້ມອບຜ້າບັງປາກການແພດ ໃຫ້ປະຊາຊົນຝະລັ່ງ. (ພາບ: thoidai.com.vn)

ທີ່ພິທີ, ທ່ານ Nicolas Warnery, ເອກອັກຄະລັດຖະທູດຝລັ່ງ ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝະລັ່ງ ທີ່ໄດ້ມອບຂອງຂວັນທີ່ລ້ຳຄ່າ ແລະ ມີຄວາມໝາຍທີ່ສຸດສຳລັບປະຊາຊົນຝຣັ່ງ. ທ່ານ Nicolas Warnery ກ່າວວ່າ, ເມື່ອບໍ່ດົນມານີ້, ຄະນະຕາງໜ້າລັດຖະບານຫວຽດນາມ ກໍ່ໄດ້ມອບຜ້າບັງປາກ ຈຳນວນ 110.000 ແຜ່ນໂດຍທັນທີ.

ທ່ານ Nicolas Warnery ເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ: “ພວກຂ້າພະເຈົ້າ ຮູ້ບຸນຄຸນຢ່າງສູງຕໍ່ການສະໜັບສະໜູນອັນໃຫຍ່ຫຼວງໃນຄັ້ງນີ້ ແລະ ຈະຈັດຕັ້ງການຂົນສົ່ງເຄື່ອງຊ່ວຍເຫຼືອເຫຼົ້ານີ້ໄປຍັງສະມາຄົມມິດຕະພາບຝຣັ່ງ - ຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືຂອງສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ, ເພື່ອແຈກໃຫ້ບັນດາແພດໝໍ ແລະ ປະຊາຊົນຝຣັ່ງ.”

ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ
ດ້ວຍຄວາມມິດຕະພາບທີ່ມີມາແຕ່ດົນນານ, ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ ໄດ້ມອບຜ້າບັງປາກ 51,000 ແຜ່ນ ບັນລຸມາດຕະຖານສາກົນໃຫ້ປະເທດຝຣັ່ງ ແລະ ຫວັງວ່າຝປະເທດຣັ່ງ ຈະຊະນະການລະບາດພະຍາດ COVID-19 ໃນໄວໆນີ້. (ພາບ: thoidai.com.vn)

ທ່ານນາງ ຫງວຽນທິກິມຕຽນ ໄດ້ກ່າວວ່າ, ໃນສະພາບການຂອງໂລກ ທີ່ກຳລັງຕໍ່ສູ້ກັບການລະບາດຂອງພະຍາດ COVID-19 ແລະ ປະເທດຝຣັ່ງແມ່ນປະເທດທີ່ມີອັດຕາກໍລະນີຕິດເຊື້ອ ແລະ ກໍລະນີເສຍຊີວິດສູງສຸດຢືນຢູ່ອັນດັບ 4 ຂອງໂລກ. ດ້ວຍຄວາມມິດຕະພາບທີ່ມີມາແຕ່ດົນນານ, ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ ໄດ້ມອບຜ້າບັງປາກ 51,000 ແຜ່ນ ບັນລຸມາດຕະຖານສາກົນໃຫ້ປະເທດຝຣັ່ງ ແລະ ຫວັງວ່າຝປະເທດຣັ່ງ ຈະຊະນະການລະບາດພະຍາດ COVID-19 ໃນໄວໆນີ້.

ແບ່ງປັນກັບວາລະສານ ຍຸກສະໄໝ, ທ່ານ Nicolas Warnery ເອກອັກຄະລັດຖະທູດຝລັ່ງ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝະລັ່ງ ແມ່ນທັນການ ແລະ ແທດກັບຕົວຈິງ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ: “ພວກເຮົາຮູ້ບຸນຄຸນຢ່າງສຸດຈິດສຸດໃຈ ສຳຫຼັບການຊ່ວຍເຫຼືອ ແລະ ນ້ຳໃຈຮັກແພງ ຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນຝຣັ່ງ.”

ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ ແຂວງເງະອານ ສສ.ຫວຽດນາມ ມອບອຸປະກອນການແພດ ລວມຍອດມູນຄ່າທັງໝົດຫຼາຍກວ່າ 700 ລ້ານດົ່ງ ໃຫ້ແຂວງຊຽງຂວາງ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານຄະນະກໍາມະການປະຊາຊົນແຂວງເງະອານ ນໍາໂດຍທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ໄດ້ຈັດຕັ້ງພິທີມອບ-ຮັບອຸປະກອນການແພດ, ເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດປະຈຳວັນຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ແຂວງຊຽງຂວາງ, ປະເທດລາວ.

ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸນ ສະແດງຄວາມສາມັກຄີ ໃນການຕ້ານການລະບາດຂອງ COVID-19

ຍສໝ - ຜ່ານການເຄື່ອນໄຫວຂອງບັນດາສະມາຄົມ, ພິເສດແມ່ນການສະໜັບສະໜູນ ຈາກສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ໄດ້ປະຕິບັດການປ້ອງກັນ ແລະ ຄວບຄຸມ COVID-19 ເປັນຢ່າງດີ.

ສະມາຄ ມມ ດຕະພາບ ແລະ ຮ ວມມ ຫວຽດນາມ ຝະລ ງ ໄດ ມອບຜ າບ ງປາກດ ານການແພດ ໃຫ ປະຊາຊ ນຝະລ ງ ໜັງສືພິມຝຣັ່ງ: ຫວຽດນາມເປັນ “ແບບຢ່າງ” ໃນການຕໍ່ສູ້ກັບໂລກລະບາດພະຍາດ Covid-19

ຍສໝ - ໜັງສືພິມ Le Figaro (ປະເທດຝະລັ່ງ) ລົງໃນວັນທີ 20 ເມສາ ມີບົດຂຽນອະທິບາຍເຫດຜົນທີ່ຫວຽດນາມ ໄດ້ຮັບຜົນສຳເລັດໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ Covid-19 ເຊິ່ງບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.