![]() | ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ |
![]() | ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ |
ເຂົ້າຮ່ວມພິທີຍັງມີທ່ານນາງ ອຸຣະວະດີ ສີພິຣົມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ສສ ຫວຽດນາມ; ທ່ານ ຟາມວັນງຽມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຖາຍບີ່ງ; ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ໄທ - ຫວຽດນາມ ພ້ອມດ້ວຍການນຳຫຼາຍຫົວໜ່ວຍ ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ...
![]() |
ພິທີຖວາຍຜ້າ ກະຖິນ ໂດຍກະສັດ ໄທ ຖວາຍເສັ້ນໄຫວ້ຢູ່ແຂວງ ຖາຍບີ່ງ. (ພາບ: ແອັງຕົວນ) |
ພິທີຖວາຍຜ້າ ກະຖິນາ ແມ່ນເປັນສ່ວນໜຶ່ງໃນບັນດາການເຄື່ອນໄຫວຂອງ ໄທ ໃນຫຼາຍປະເທດ, ເນື່ອງໃນໂອກາດວັນຄ້າຍວັນນປະສູດຂອງກະສັດໄທ ຄົບຮອບ 72 ປີ. ທີີ່ພິທີຢູ່ ຖາຍບີ່ງ ເປັນປະທານ ໂດຍທ່ານ ດູສິດ ເມນະພັນ, ທີ່ປຶກສາລັດຖະມົນຕີກະຊວງການຕ່າງປະເທດ ໄທ ແລະ ໄດ້ຈັດຂຶ້ນຢ່າງເຄັ່ງຂຶມຕາມພິທີກຳຂອງສາສະໜາພຸດ ນິກາຍ. ບັນດາພະສົງ ແລະ ພຸດທະສາສະນິກະຊົນ ຟຸກມິງ ໄດ້ປະຕິບັດພິທີອວຍພອນໃຫ້ຄະນະຜູ້ແທນພະບໍລົມມະວົງ ໄທ ແລະ ບັນດາຜູ້ແທນ.
![]() |
ທ່ານ ຫງວຽນຫວຽດລວານ, ຮອງປະທານທັງເປັນເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ໄທ (ທີສີ່ຈາກຊ້າຍ) ໄດ້ຖ່າຍຮູບຮ່ວມກັບການນຳສະຖານທູດ ໄທ ປະຈຳ ຫວຽດນາມ, ການນຳຂອງຄະນະກຳມະການປະຊາຊົນແຂວງ ຖາຍບີ່ງ ແລະ ສະມາຄົວມິດຕະພາບ ໄທ - ຫວຽດນາມ. (ພາບ: ແອັງຕົວນ) |
ກ່າວຄຳປາໄສທີ່ພິທີ, ທ່ານ ດູສິດ ເມນະພັນ ເນັ້ນໜັກວ່າ: ພິທີເສັ້ນໄຫວ້, ຖວາຍຜ້າ ກະຖິນ ຢູ່ວັດ ຟຸກມິງ ບໍ່ພຽງແຕ່ມີຄວາມໝາຍທາງດ້ານສາສະໜາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເພີ່ມທະວີການພົວພັນພົບປະແລກປ່ຽນປະຊາຊົນລະຫວ່າງ ໄທ ແລະ ຫວຽດນາມ, ສອງປະເທດທີ່ມີພື້ນຖານວັດທະນະທຳ ແລະ ຄວາມເຊື່ອຖືທາງພຸດທະສາສະໜາທີ່ຄ້າຍຄືກັນນຳອີກ. ທ່ານກ່າວວ່າ ເຫດການນີ້ແມ່ນບາດກ້າວທຳອິດໃຫ້ແກ່ການເປີດກວ້າງການຮ່ວມມືທ້ອງຖິ່ນ, ພິເສດແມ່ນໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການພົບປະແລກປ່ຽນປະຊາຊົນ.
ທ່ານ ຟ້າມວັນງຽມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຖາຍບີ່ງ ໄດ້ສະແດງຄວາມຊົມຊື່ນຕໍ່ບັນດາບາດກ້າວການພັດທະນາອັນດີງາມໃນການພົວພັນລະຫວ່າງ ຫວຽດນາມ - ໄທ ໃນໄລຍະທີ່ຜ່ານມາ. ທ່ານຫວັງວ່າ ໃນໄລຍະຈະມາເຖິງ, 2 ປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການພົບປະແລກປ່ຽນວັດທະນະທຳ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມທ້ອງຖິ່ນຕື່ມອີກ.
![]() |
ທ່ານ ຫງວຽນຫວຽດລວານ ເຂົ້າຮ່ວມຄະນະຖວາຍຜ້າ. (ພາບ: ແອັງຕົວນ) |
ພິທີຖວາຍຜ້າ ກະຖິນ, ເຊິ່ງຈັດຂຶ້ນທຸກປີພາຍຫຼັງ 3 ເດືອນ ເພື່ອຄວາມຢູ່ເຢັນເປັນສຸກຂອງພະສົງ, ເປັນມູນເຊື້ອມາແຕ່ດົນນານຂອງພຸດທະສາສະໜາ ນິກາຍ, ເຊີດຊູບັນດາຄຸນຄ່າແກ່ນສານຂອງພຸດທະສາສະໜາ. ນີ້ແມ່ນຄັ້ງທີ 17 ທີ່ພິທີຖວາຍຜ້າ ກະຖິນ ໂດຍກະສັດ ໄທ ຈັດຢູ່ ຫວຽດນາມ, ເຊິ່ງໄດ້ສະແດງໃຫ້ເຫັນຈິດໃຈແຫ່ງການພົບປະແລກປ່ຽນວັດທະນະທຳ ແລະ ສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.
![]() | ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ ຍສໝ - ຢູ່ບາງກອກ, ວັນທີ 6 ເມສາ, ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍທ່ານອຸປະທູດຊົ່ວຄາວນາງ ບຸ່ຍທິເຫ້ວ ນຳໜ້າ ໄດ້ມາຍັງສະຖານທູດລາວ ປະຈຳ ໄທ ເພື່ອອວຍພອນບຸນປີໃໝ່ປະເພນີຂອງ ລາວ. |
![]() | ເພີ່ມພື້ນທີ່ເພື່ອນັກຮຽນ ໄທ ຊອກຮູ້ວັດທະນະທຳ ຫວຽດນາມ ຍສໝ - ວັນທີ 25 ມີນານີ້, ບຸນຄ້າຍພາສາ ແລະ ວັດທະນະທຳ ຫວຽດນາມ ໄດ້ເປີດຢູ່ແຂວງ ໜອງຄາຍ ຂຶ້ນກັບພາກຕາເວັນອອກສຽງເໜືອຂອງໄທ. ນີ້ແມ່ນປີທຳອິດທີ່ລາຍການໄດ້ຮັບການຈັດຕັ້ງ, ໃຫ້ນັກຮຽນ ແລະ ໄວໜຸ່ມ ໄທ ມີບ່ອນລະຫຼິ້ນທີ່ໜ້າສົນໃຈ ແລະ ມີປະໂຫຍດ ເພື່ອຊອກຮູ້ພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ. |
ແທັງຮັ່ງ