ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

11:19 | 31/05/2019

ຍສມ - ຕອບຮັບຄຳເຊີນຂອງ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ, ແຕ່ວັນທີ 30/5-3/6, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະຈັດຄະນະຜູ້ແທນ ປະກອບມີຜູ້ແທນ 10 ທ່ານ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລກປ່ຽນແຜນການຮ່ວມມືໃນປີ 2020

ຄະນະຜູ້ແທນ ນຳໂດຍ ທ່ານ ເຈີ່ນ ວັນ ຕຸ໋ຍ, ກໍາມະການສູນກາງພັກ, ກໍາມະການຄະນະປະຈຳສະພາແຫ່ງຊາດ, ຫົວຫນ້າຄະນະປະຕິບັດງານຜູ້ແທນສະພາແຫ່ງຊາດ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ, ປະທານຄະນະສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ.

ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຈະຮ່ວມກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ເປີດກອງປະຊຸມ ລະຫວ່າງສອງອົງການ ເພື່ອຕີລາຄາການຮ່ວມມື ຂອງສອງສະມາຄົມ ໃນໄລຍະຜ່ານມາ, ແລກປ່ຽນ ແລະ ເປັນເອກກະພາບກັນກ່ຽວກັບແຜນການ-ການຮ່ວມມື ໃນປີ 2020.

ໃນປີ 2020, ເປັນປີທີ່ ຫວຽດນາມ ແລະ ລາວ ຈະຈັດງານສະເຫຼີມສະຫຼອງວັນສໍາຄັນ ກໍ່ຄືເຫດການຕ່າງໆ ຂອງສາຍພົວພັນສອງປະເທດຄື: ວັນສ້າງຕັ້ງພັກຄອມມິວນິດ ອິນດູຈີນ - ກົກເຄົ້າຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຄົບຮອບ 90 ປີ; ວັນຊາດຫວຽດນາມ ຄົບຮອບ 75 ປີ ແລະ ວັນຊາດລາວ ຄົບຮອບ 45 ປີ; ວັນຄ້າຍວັນເກີດ ປະທານ ໂຮຈິມິນ ຄົບຮອບ130 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ100 ປີ ...

ພ້ອມກັນນັ້ນ, ຄະນະຈະໄດ້ ໄປຢ້ຽມຢາມຖາມຂ່າວ ແລະ ພົບປະ ການນຳຂັ້ນສູງ ຂອງ ຄະນະພົວພັນສູນກາງພັກ ແຫ່ງ ສປປ ລາວ.


ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ແມ່ ກັນເຈຍ ຍິງລາວທີ່ແບ່ງປັນນຳ້ນົມໃຫ້ ແກ່ທະຫານອາສາສະໝັກ ຫວຽດນາມ ໃນປາງສົງຄາມ.

ໂອກາດດຽວກັນນີ້, ສະມາຄົມມິດຕະພາບ ລາວ ຈະໄດ້ຈັດພິທີມອບເຮືອນ ສ້າງໂດຍ ສະມາຄົມມິດຕະພາບຫວຽດນາມ - ລາວ ມອບໃຫ້ແກ່ ແມ່ ກັນເຈຍ (ກໍາລັງອາໄສຢູ່ແຂວງ ເຊກອງ) - ຜູ້ທີ່ໃຊ້ນໍ້ານົມຂອງຕົນເອງ ເພື່ອຊ່ວຍຊີວິດທະຫານອາສາສະຫມັກຫວຽດນາມ ສະໄໝກ່ອນ.

(ຄຳຮຸ່ງ)

ທ່ານອາດຈະມັກ

302 Found

Found

The document has moved here.