ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

06:30 | 23/04/2020

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.

ຜ ນຂະຫຍາຍບ ນດາມາດຕະການຢ າງຮ ບດ ວນເພ ອປະກອບສ ວນນຳເອ າສ ນຍາ evfta ເຂ າປະຕ ບ ດໂດຍໄວ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ
ຜ ນຂະຫຍາຍບ ນດາມາດຕະການຢ າງຮ ບດ ວນເພ ອປະກອບສ ວນນຳເອ າສ ນຍາ evfta ເຂ າປະຕ ບ ດໂດຍໄວ EVFTA ເປີດກາລະໂອກາດ ກວ້າງຂວາງໃຫ້ຂະແໜງກະສິກຳ
ຜ ນຂະຫຍາຍບ ນດາມາດຕະການຢ າງຮ ບດ ວນເພ ອປະກອບສ ວນນຳເອ າສ ນຍາ evfta ເຂ າປະຕ ບ ດໂດຍໄວ
ພາບປະກອບ

ໃນວັນທີ 30 ມີນາ 2020, ສະພາເອີຣົບ ໄດ້ໃຫ້ສັດຕະຍາບັນສັນຍາ EVFTA, ປະຕິບັດລະບຽບການນິຕິກຳສຸດທ້າຍໃຫ້ສຳເລັດ ຕາມຂັ້ນຕອນໃຫ້ສັດຕະຍາບັນພາຍໃນກຸ່ມຂອງ ອີຢູ. ສັນຍາສະບັບດັ່ງກ່າວ ຈະມີຜົນສັກສິດຢ່າງເປັນທາງການ ເມື່ອສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນ ແລະ 2 ຝ່າຍ ປະຕິບັດລະບຽບການປະກາດຕາມຂໍ້ກຳນົດ ສຳເລັດ.

ສະນັ້ນ, ເລື່ອງບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຮີບຟ້າວສ້າງພື້ນຖານນິຕິກຳໃຫ້ສຳເລັດໂດຍໄວແມ່ນ ເພື່ອໃຫ້ສະພາແຫ່ງຊາດຮັບຮອງເອົາ, ສ້າງແຜນການປະຕິບັດສັນຍາ EVFTA ໃຫ້ສຳເລັດ…ຈະຊ່ວຍໃຫ້ 2 ຝ່າຍ ຍາດແຍ່ງລັກສະນະດີເລີດຢ່າງທັນການ ຊື່ງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີຣົບ ນຳມາໃຫ້.

ເພື່ອຍາດແຍ່ງກາລະໂອກາດ ຊື່ງສັນຍາ EVFTA ນຳມາໃຫ້ນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດມີ 3 ໜ້າທີ່ສຳຄັນຕ້ອງປະຕິບັດໃຫ້ສຳເລັດ ນັ້ນແມ່ນ: ວຽກງານສ້າງກົດໝາຍ; ສ້າງໂຄງການດຳເນີນງານ ແລະ ໂຄສະນາ, ເຜີຍແຜ່ກ່ຽວກັບສັນຍາ EVFTA.

ຕາມທ່ານ ເລືອງຮ່ວາງທາຍ, ຫົວໜ້າກົມການຄ້າຫລາຍຝ່າຍ ສັງກັດກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລ້ວ, ເລື່ອງໃຫ້ບຸລິມະສິດແຖວໜ້າໃນປັດຈຸບັນແມ່ນເລື່ອງສ້າງກົດໝາຍ ເພື່ອຮັບປະກັນໃຫ້ມີພື້ນຖານນິຕິກຳຢ່າງຄົບຖ້ວນ ໃຫ້ແກ່ການປະຕິບັດສັນຍາ EVFTA ໄດ້ໃນທັນທີ ເມື່ອສັນຍາມີຜົນສັກສິດ.

ກ່ຽວກັບການສ້າງແຜນການປະຕິບັດສັນຍາ EVFTA, ທ່ານ ເຈິ່ນຕວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການດຳເນີນງານຂອງລັດຖະບານ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີປະກາດໃຊ້ມີບັນດາໜ້າທີ່ສະເພາະໜ້າ ແລະ ໄລຍະຍາວ ໃນວຽກງານກວດກາ, ປັບປຸງ, ສ້າງກົດໝາຍໃຫ້ສົມບູນແບບ ເພື່ອລາຍງານຕໍ່ສະພາແຫ່ງຊາດຮັບຮອງເອົາ ກໍ່ຄືໃນບັນດາການເຄື່ອນໄຫວກ່ຽວກັບການບໍລິຫານຂອງລັດຖະບານໃນການພັດທະນາເສດຖະກິດ, ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໃນການເຂົ້າຮ່ວມ ບັນດາຕະຫລາດໃໝ່, ການສ້າງຕະຫລາດພາຍໃນປະເທດ ແລະ ອື່ນໆ.

ໃນຕອນເຊົ້າວັນທີ 22 ເມສາ 2020, ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ.ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການສ້າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ ແມ່ນເພື່ອແນໃສ່ສ້າງບັນດາຂໍ້ກຳນົດຂອງກົດໝາຍປະຈຸບັນ ກ່ຽວກັບການລົງນາມ, ປະຕິບັດບັນດາເອກະສານຮ່ວມມືສາກົນ ທີ່ບໍ່ແມ່ນສົນທິສັນຍາສາກົນ, ຮັບປະກັນຄວາມເປັນເອກະພາບຂອງລະບົບກົດໝາຍ, ກຳນົດແຈ້ງສິດອຳນາດ, ຄວາມຮັບຜິດຊອບຂອງຂະແໜງການ, ຂັ້ນຕ່າງໆຈາກສູນກາງລົງຮອດທ້ອງຖິ່ນໃນວຽກງານປະຕິບັດຂໍ້ຕົກລົງສາກົນ.

ຜ ນຂະຫຍາຍບ ນດາມາດຕະການຢ າງຮ ບດ ວນເພ ອປະກອບສ ວນນຳເອ າສ ນຍາ evfta ເຂ າປະຕ ບ ດໂດຍໄວ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ

ຍສໝ - ບັນດາວິສາຫະກິດຕ້ອງເປັນເຈົ້າການໃນການເຂົ້າຮ່ວມວິວັດການຫັນບັນດາຄໍາໝັ້ນສັນຍາໃນສັນຍາ EVFTA ໃຫ້ເປັນຂໍ້ກໍານົດກົດໝາຍ ພ້ອມກັບບັນດາອົງການເຈົ້າໜ້າທີ່, ເພື່ອບັນລຸໄດ້ບັນດາຂໍ້ກໍານົດທີ່ເປັນປະໂຫຍດທີ່ສຸດສໍາລັບວິສາຫະກິດ.

ຜ ນຂະຫຍາຍບ ນດາມາດຕະການຢ າງຮ ບດ ວນເພ ອປະກອບສ ວນນຳເອ າສ ນຍາ evfta ເຂ າປະຕ ບ ດໂດຍໄວ ລັດຖະສະພາເອີລົບ ຕີລາຄາສູງຄວາມກຽມພ້ອມຂອງຫວຽດນາມຕໍ່ກັບສັນຍາ EVFTA ແລະ IPA

ຍສໝ - ວັນທີ 31 ຕຸລາ, ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບແລະທ່ານ Jan Zahradil ຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນ.

ຜ ນຂະຫຍາຍບ ນດາມາດຕະການຢ າງຮ ບດ ວນເພ ອປະກອບສ ວນນຳເອ າສ ນຍາ evfta ເຂ າປະຕ ບ ດໂດຍໄວ ສິ່ງທ້າທາຍຂອງ ຫວຽດນາມ ພາຍຫຼັງການເຂົ້າຮ່ວມ EVFTA

ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດກອງປະຊຸມສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ບັນດາຄຳໝັ້ນສັນຍາສຳຄັນໃນຂົງເຂດກະສິກຳ ແລະ ບັນດາສິ່ງທີ່ຄວນເອົາໃຈໃສ່.

ໄຊພອນ

ເຫດການ
302 Found

Found

The document has moved here.