ໜັງສືພິມຝຣັ່ງ: ຫວຽດນາມເປັນ “ແບບຢ່າງ” ໃນການຕໍ່ສູ້ກັບໂລກລະບາດພະຍາດ Covid-19

17:11 | 22/04/2020

ຍສໝ - ໜັງສືພິມ Le Figaro (ປະເທດຝະລັ່ງ) ລົງໃນວັນທີ 20 ເມສາ ມີບົດຂຽນອະທິບາຍເຫດຜົນທີ່ຫວຽດນາມ ໄດ້ຮັບຜົນສຳເລັດໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ Covid-19 ເຊິ່ງບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນ.

ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19 ສື່ມວນຊົນສາກົນ: ຫວຽດນາມ ມີມາດຕະການຮັບມືຢ່າງໄວວາ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາປະເທດອື່ນສະກັດກັ້ນກັບໂຄວິດ-19
ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19 ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ: ໃນໄລຍະທີ່ຫຍຸ້ງຍາກ ຈຶ່ງຮູ້ວ່າໃຜແມ່ນໝູ່ເພື່ອນຂອງຕົນ

ມີ 268 ກໍລະນີຕິດເຊື້ອ, 198 ກໍລະນີໄດ້ປົວຫາຍດີ ແລະ ບໍ່ມີຄົນເສຍຊີວິດ, ຫວຽດນາມ ພວມກາຍເປັນ “ແບບຢ່າງ” ໃນການຕໍ່ສູ້ກັບໂລກລະບາດ Covid-19 ສຳລັບບັນດາປະເທດເອີຣົບ. ປະເທດຫວຽດນາມ ມີຊາຍແດນຕິດຕໍ່ກັນກັບ ປະເທດຈີນ ແລະ ເສດຖະກິດທີ່ກຳລັງພັດທະນາ, ປະເທດຫວຽດນາມ ໄດ້ຈຳກັດການແຜ່ລະບາດຂອງພະຍາດ Covid-19 ຄືແນວໃດ?

ໃນການໃຫ້ສຳພາດກັບ ໜັງສືພິມ Journal du dimanch, ທ່ານ Kidong Park, ຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳ ຫວຽດນາມ, ໄດ້ອະທິບາຍວ່າ: “ຫຼັງຈາກກວດພົບກໍລະນີຕິດເຊື້ອທຳອິດຢູ່ຈີນ, ລັດຖະບານ ໄດ້ມີການລະວັງຕົວຢ່າງທັນທີ."

ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19
ຫຼັງຈາກກວດພົບກໍລະນີຕິດເຊື້ອທຳອິດ, ປະເທດຫວຽດນາມ ໄດ້ສຸມໃສ່ການແຍກຕົວຜູ້ຕິດເຊື້ອ ແລະ ຊອກຄົ້ນຕິດຕາມຜູ້ກ່ຽວທັງໝົດ. (ພາບ: TTXVN)

ຕັ້ງແຕ່ກາງເດືອນມັງກອນ, ຫວຽດນາມໄດ້ສ້າງຕັ້ງຂຶ້ນຄະນະສະເພາະກິດ ໂດຍໄດ້ເຕົ້າໂຮມບັນດາກະຊວງ, ອົງການການແພດ, ແລະ ນັກວິທະຍາສາດ ເພື່ອຍົກບັນຫາກ່ຽວກັບການລະບາດຂອງພະຍາດ Covid-19. ໃນກອງປະຊຸມ, ທ່ານຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ປະເທດຫວຽດນາມ ໄດ້ປະກາດວ່າ “ການຕໍ່ສູ້ພະຍາດ ຄືຕໍ່ສູ້ຕ້ານສັດຕູ”.

ທຽບກັບບັນດາປະເທດອາຊີອື່ນໆຄື ສ.ເກົາຫຼີ ແລະ ສິງກະໂປ, ຫວຽດນາມ ບໍ່ມີແຫຼ່ງທຶນພຽງພໍໃນການຕ້ານໂລກລະບາດ. ສະນັ້ນ, ປະເທດຫວຽດນາມ ໄດ້ປະຕິບັດຍຸດທະສາດທີ່ໄດ້ Financial Times ຖືວ່າເປັນ "ຄ່າໃຊ້ຈ່າຍຕ່ຳ". ແທນທີ່ຈະທົດລອງເປັນລວາດຄື ສ.ເກົາຫຼີ, ປະເທດຫວຽດນາມ ໄດ້ສຸມໃສ່ການແຍກຕົວຜູ້ຕິດເຊື້ອ ແລະ ຊອກຄົ້ນຕິດຕາມຜູ້ກ່ຽວທັງໝົດ. ຫວຽດນາມໄດ້ເຮັດການທົດສອບພຽງແຕ່ 120.000 ຄົນເທົ່ານັ້ນ, ສ່ວນຫຼາຍແມ່ນຜູ້ທີ່ໄດ້ກັບມາຈາກພື້ນທີ່ລະບາດ.

ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໄດ້ກວດກາວຽກງານການປ້ອງກັນພະຍາດ Covid-19 ຂອງກະຊວງປ້ອງກັນປະເທດ.(ພາບ: TTXVN)

ນອກຈາກການຊອກຄົ້ນຜູ້ກ່ຽວພົວພັນກັບຄົນເຈັບຢ່າງໃກ້ຊິດ, ຫວຽດນາມ ຍັງໄດ້ອອກຄຳສັ່ງໃຫ້ການແຍກຫ່າງໃນເວລາ 14 ວັນ ສຳລັບຜູ້ເຂົ້າມາຈາກຕ່າງປະເທດທຸກຄົນ. ຫລັງຈາກພົບກໍລະນີທຳອິດໃນປະເທດ, ລັດຖະບານຫວຽດນາມ ໄດ້ຕັດສິນໃຈວ່າ ປິດສາຍການບິນກັບປະເທດຈີນ ແລະ ຮັດແໜ້ນການຄວບຄຸມຊາຍແດນທາງບົກທີ່ມີຄວາມຍາວເຖິງ 1,000 ກິໂລແມັດ.

ໂຮງຮຽນໃນທຸກລະດັບກໍ່ຖືກປິດເຊັ່ນດຽວກັນ. ການໃສ່ຜ້າບັງປາກ ກາຍເປັນສິ່ງຈຳເປັນສຳລັບທຸກໆຄົນ. ທ່າທີຂອງຫວຽດນາມ ຕໍ່ການແຜ່ລະບາດຂອງພະຍາດ Covid-19 ໄດ້ຮັບການຕີລາຄາສູງຈາກວົງການເຈົ້າໜ້າທີ່ສາທາລະນະສຸກສາກົນ. ທ່ານ Kidong Park ໄດ້ຍ້ອງຍໍປະເທດຫວຽດນາມຄື “ມີຄວາມເປັນເຈົ້າການ ແລະ ສະເໝີຕົ້ນສະເໝີປາຍ ໃນຕະຫຼອດຂະບວນການຕ້ານການລະບາດຂອງພະຍາດ Covid-19.”

ຄວາມບຸກບືນຂອງລັດຖະບານຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຊົນ. ມີຄວາມຈຳເປັນ ແລະ ມີຄວາມສຳຄັນທີ່ສຸດ, ເພາະວ່າ ບັນດາມາດຕະການຂອງລັດຖະບານ ພຽງແຕ່ສາມາດນຳໃຊ້ໄດ້ສຳເລັດຜົນ ເມື່ອມີຄວາມຮ່ວມເດີນທາງຂອງປະຊາຊົນເທົ່ານັ້ນ.

ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19 ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19

ຍສໝ - ໃນວັນທີ 20 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ລວມມີມູນຄ່າ 100,000 ໂດລາ ເພື່ອສະໜັບສະໜູນລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19.

ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ໜ ງສ ພ ມຝຣ ງ ຫວຽດນາມເປ ນ ແບບຢ າງ ໃນການຕ ສ ກ ບໂລກລະບາດພະຍາດ covid 19 ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ທີ່ພິທີມອບຮັບເຄື່ອງກຸສົນ, ຄະນະຈັດຕັ້ງໄດ້ເຄື່ອງກຸສົນລວມມີເຂົ້າສານ, ໝີ່, ຜ້າບັງປາກຂ້າເຊື້ອ ໃຫ້ແກ່ຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ເຄື່ອງກຸສົນໃນຄັ້ງນີ້ ໄດ້ຮັບການບໍລິຈາກໂດຍການສະ ໜັບສະໜູນ ຂອງບັນດາວິສາຫະກິດຂະໜາດນ້ອຍຫວຽດນາມ ແລະ ການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳກຳປູເຈຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.