ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

17:05 | 11/08/2024

ຍສໝ - ວັນທີ 7 ສິງຫາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປົດປ່ອຍ ເບລາຣຸດຊີ (ວັນທີ 3 ກໍລະກົດ ປີ 1944 – ວັນທີ 3 ກໍລະກົດ ປີ 2024) ແລະ ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ ປີ 1945 – ວັນທີ 2 ກັນຍາ ປີ 2024). ຢູ່ທີ່​ນີ້, ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ ຢືນຢັນ​ວ່າ: “ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ ຈະສືບ​ຕໍ່​ມານະ​ພະຍາຍາມ​ເພີ່ມພູນຄູນສ້າງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ 2 ປະ​ເທດໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ”.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ
ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

​ເຂົ້າ​ຮ່ວມ​ການພົບປະ​ມີ​ທ່ານ ຟານ​ແອ່ງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ; ທ່ານ ຫງວຽນຫ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ; ທ່ານ ຫງວຽນ​ຕວ໋ນ​ຟອງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ; ທ່ານ Uladzimir Baravikou, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈຳ ຫວຽດນາມ ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ, ບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ແລະ ປະຊາຊົນຜູ້ຮັກແພງ ເບລາຣຸດຊີ.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

ການ​ສະ​ແດງ​ສິລະປະ​ໂດຍສະມາຊິກ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ເບ​ລາ​ຣຸດຊີ.

ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຕວ໋ນ​ຟອງ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ​ເບ​ລາຣຸດຊີ ​ໃຫ້​ຮູ້​ວ່າ: ​ເຫດການ​ດັ່ງກ່າວ​ແມ່ນເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ. ນີ້​ກໍ​ແມ່ນກາລະ​ໂອກາດ​ເພື່ອ​ໃຫ້ ​ຊາວ​ຫວຽດນາມ ​ທີ່​ເຄີຍ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ​ເບ​ລາຣຸດຊີ ​ໄດ້​ພົບ​ປະ ​ແລະ ຫວນ​ຄືນ​ບັນດາ​ຄວາມ​ຊົງ​ຈຳ​ເກົ່າ. ຍ້ອນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອັນ​ໃຫຍ່​ຫຼວງ​ຂອງ​ ຊາວ​ເບ​ລາຣຸດຊີ, ນັກ​ສຶກສາ ຫວຽດນາມ ​ຫຼາຍ​ຄົນ​ກັບ​ເມືອ​ປະ​ເທດ​ໄດ້​ປະກອບສ່ວນໃຫ້ແກ່ການ​ພັດທະນາ​ຂອງ ​ຫວຽດນາມ ກໍ່​ຄື​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເຂົ້າສູ່ລວງ​ເລິກ​.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

ທ່ານ ຫງວຽນ​ຕວ໋ນ​ຟອງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ເບ​ລາ​ຣຸດຊີ ກ່າວ​ຄຳ​ປາໄສ​ທີ່​ການພົບປະ.

ວັນ​ທີ 27 ທັນວາ ປີ 1991, ​ເບ​ລາຣຸດຊີ ​ໄດ້​ກາຍ​ເປັນ​ປະ​ເທດ​ເອກະລາດ ແລະ ຫວຽດນາມ ​ໄດ້​ຮັບ​ຮູ້​ຄວາມເອກະລາດ​ຂອງ​ ເບ​ລາຣຸດຊີ. ວັນ​ທີ 24 ມັງກອນ ​ປີ 1992, ຫວຽດນາມ ​ແລະ ​ເບ​ລາຣຸດຊີ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ນັບ​ແຕ່​ນັ້ນ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ໂດຍຜ່ານບັນດາການ​ຢ້ຽມຢາມເຊິ່ງກັນ ແລະ ກັນ, ​ບັນດາການເຄື່ອນໄຫວແລກປ່ຽນ​ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ການ​ຄ້ານັບມື້ນັບເພີ່ມຂຶ້ນ. ໄລຍະທີ່ຜ່ານ​ມາ​, ສັນຍາ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ, ຊຸກຍູ້​ບັນດາການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ແຮງ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ ຢືນຢັນ​ວ່າ: “ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດ ຈະສືບ​ຕໍ່​ມານະ​ພະຍາຍາມເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ".

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ​ສາທາລະນະ​ລັດ ​ເບ​ລາຣຸດຊີ ປະຈຳ ຫວຽດນາມ Uladzimir Baravikou ກ່າວ​ຄຳ​ປາໄສ​ທີ່​ການພົບປະ.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ​ເບ​ລາຣຸດຊີ ປະຈຳ ຫວຽດນາມ Uladzimir Baravikou ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດຊີ ມີ​ບາດກ້າວ​ພັດທະນາ​ໃໝ່. ການ​​ແລກປ່ຽນບັນດາ​ການ​ຢ້ຽມຢາມ​ໃນ​ລະດັບ​ສູງ​ສຸດ​ໄດ້​ດຳ​ເນີນ​ຄືນ​ໃໝ່, ​ໃນ​ນັ້ນ​ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເບ​ລາຣຸດຊີ R.A. Golovchenko ​ຢູ່ ຫວຽດນາມ ​ໃນ​ເດືອນ ທັນວາ ປີ 2023 ດ້ວຍ​​ສັນຍາຫຼາຍສະບັບທີ່​​ໄດ້ຮັບການ​ລົງ​ນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ປາດ​ຖະໜາ​ວ່າ ບັນດາ​ເນື້ອ​ໃນ​ນີ້​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ກໍ​ຫວັງ​ວ່າ ຝ່າຍ ຫວຽດນາມ ຈະ​ເຮັດສຳ​ເລັດ​ບັນດາ​ລະບຽບ​ການເພື່ອ​ໃຫ້​ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຍົກ​ເວັ້ນວີ​ຊາ​ໃຫ້​ພົນລະ​ເມືອງ​ ມີ​ຜົນ​ສັກສິດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: ປີ 2024 ​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ ​ເບ​ລາຣຸດຊີ ​ແລະ ຫວຽດນາມ: “ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ປົດ​ປ່ອຍ ​ເບ​ລາຣຸດຊີ ຈາກ​ການ​ຮຸກ​ຮານຂອງ ​ເຢຍລະ​ມັນ ​ແລະ 70 ປີ​ແຫ່ງ​ວັນ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ. ໜ້າທີ່ລວມຂອງພວກເຮົາແມ່ນຮັກສາ ແລະ ຖ່າຍທອດໃຫ້ຄົນລຸ້ນຫຼັງກ່ຽວກັບຄວາມຊົງຈຳ ແລະ ຄວາມຈິງທາງປະຫວັດສາດກ່ຽວກັບໄຊຊະນະອັນສະຫງ່າລາສີຂອງບັນພະບຸລຸດ”.

ທ່ານ​ເອກ​ອັກຄະ​ລັດຖະທູດ Baravikou ກໍ່​ແບ່ງປັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນລະຫວ່າງ​​ສອງ​ປະ​ເທດ​ຄື: ​ໃນ​ເດືອນ ມີນາ ແລະ ເມສາ ປີ 2024, ບັນດາການ​ຢ້ຽມຢາມ​ ເບ​ລາຣຸດຊີ ທີ່​ສຳຄັນ​ຂອງ​ການນຳຄະນະ​ຊາວ​ໜຸ່ມ ​ກອມ​ມູນິດ ​ໂຮ່ຈິ​ມິນ ​ແລະ ຄະນະ​​ການພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ພັກ​ກອມ​ມູນິດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​, ພ້ອມ​ກັບ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ຄັນ ແລະ ການ​ພົວ​ພັນ​ແຫ່ງການນັດໝາຍ.

ພວກ​ຂ້າພະເຈົ້າພວມມານະພາຍາຍາມ​ເພື່ອ​ຟື້ນ​ຟູ​ການ​ພົວ​ພັນ​ລະ​ຫວ່າງ​ພາກ​ພື້ນ. ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສະຖານທູດ, ກອງປະຊຸມ​​ອອນ​ລາຍ​ຫຼາຍ​ຄັ້ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ແຂວງ ລາວກາຍ, ກວາງ​ນາມ, ກວາງ​ນິງ ຂອງ ​ຫວຽດນາມ ​ແລະ ບັນດາ​ແຂວງ Brest, Mogilev ​ແລະ Grodno ຂອງ ​ເບ​ລາຣຸດຊີ”. ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ ​ແລະ ປາດ​ຖະໜາ​ວ່າ ບັນດາສະມາຄົມ​ມິດຕະພາບ 2 ປະ​ເທດ ຈະ​ພົວພັນ​ຮ່ວມ​ມື ​ແລະ ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ, ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສີລະປະ​ຂອງ​ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ, ບັນດາ​ອະດີດນັກສຶກສາ​ທີ່ເຄີຍຮ່ຳຮຽນ​ຢູ່ ​ເບ​ລາຣຸດຊີ ​ແລະ ບັນດາ​ນັກຮຽນ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ​ໄທຫງ່ວຽນ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຍສໝ - ຕອນ​ບ່າຍ​ວັນ​ທີ 13 ມີຖຸນາ, ຢູ່​ສຳນັກງານ​ກະຊວງ​ຍຸຕິ​ທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລແທງລອງ ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ​ທ່ານ​ລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະ​ຜູ້​ແທນ​ກະຊວງ​ນິຕິບັນຍັດລັດຖະບານ ສ.​ເກົາຫຼີ.

ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ

ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ

ຍສໝ - ຫວຽດນາມ ​ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ລະບົບ​ຊຳລະ​ເງິນ​ຂ້າມ​ຊາຍ​ແດນ​ຜ່ານ QR Code ກັບ​ໄທ ​ແລະ ກຳປູ​ເຈຍ (ກຳລັງຜັນຂະຫຍາຍຕໍ່​ກັບ ​ລາວ), ​ໃຫ້​ປະຊາຊົນ​ຢູ່​ແຕ່ລະ​ປະ​ເທດ​ສາມາດ​ສະແກນ QR Code ​ເພື່ອ​ຊຳລະ​ສິນຄ້າ ​ແລະ ການ​ບໍລິການ​ຢ່າງ​ປອດ​ໄພ, ​ສະດວກໃນ​ບັນດາ​ປະ​ເທດ​ດັ່ງກ່າວ ​ດ້ວຍ​ແອັບທະນາຄານຂອງ ຫວຽດນາມ ໃນໂທລະສັບ ແລະ ກົງກັນຂ້າມ.

ມິງດຶກ

ເຫດການ
302 Found

Found

The document has moved here.