ຍສໝ - ນັບຕັ້ງແຕ່ສາທາລະນະລັດເຊັກພົບເຫັນການຕິດເຊື້ອ COVID-19 ເປັນຄັ້ງທຳອິດ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໄດ້ ປຸກລະດົມການເຄື່ອນໄຫວຕັດຫຍິບຜ້າອັດປາກ, ບໍລິຈາກເງິນເພື່ອໜູນຊ່ວຍໂຮງໝໍ ແລະ ສະໜອງອາຫານຫວ່າງ ແລະເຄື່ອງດື່ມໂດຍບໍ່ເສຍຄ່າ... ສຳລັບອົງການເຈົ້າໜ້າທີ່ປະຈໍາຖິ່ນ.
ຍສໝ - ວັນທີ 11 ພຶດສະພາ, ໂດຍໄດ້ຮັບມອບສິດຂອງ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຫງວຽນແຫ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ມອບຜ້າອັດປາກ - ດັງການແພດ 20.000 ອັນໃຫ້ແກ່ທ່ານ Vladimir Goshin ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສ.ເບລາຣຸດ ປະຈຳ ຫວຽດນາມ.
ຍສໝ - ຜູ້ນຳກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຣິກາກາງ (MINUSCA) ໄດ້ມອບໃບຍ້ອງຍໍພິເສດ ໃຫ້ແກ່ພັນໂທ ຫງວຽນຖີ້ລຽນ ຂອງຄະນະ ຫວຽດນາມ ເພື່ອການກະທໍາອັນອັນສູງສົ່ງຂອງລາວ: ຕັດຫຍິບຜ້າອັດປາກດ້ວຍຕົນເອງ ແລະ ມອບຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ ພະນັກງານທັງໝົດຂອງກອງບັນຊາການ MINUSCA ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ ນະຄອນຫຼວງ Bangui.
ຍສໝ - ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ.
ຍສໝ - ແຮງງານຫວຽດນາມ ຖືກເສຍວຽກເຮັດງານທຳຍ້ອນໂລກລະບາດ Covid – 19 ຈະໄດ້ຮັບເງິນອຸດໜູນວ່າງງານຈາກລັດຖະບານຍີ່ປຸ່ນ ດ້ວຍຈຳນວນເງິນແຕ່ 6.815 – 8.330 ເຢັນ/ວັນ (ປະມານ 1,5 – 1,8 ລ້ານດົງ/ວັນ), ເວລາໄດ້ຮັບເງິນອຸດໜູນໃນໄລຍະແຕ່ 3 ເດືອນ ຫາ 5 ເດືອນ ອີງຕາມເກນອາຍຸ.
ຍສໝ - ຫວ່າງມໍ່ໆມານີ້, ຜົວເມຍອ້າຍ ເລດ້າຍວິງ ແລະ ເອື້ອຍ ຫງວຽນທິມາຍ ໄດ້ບໍລິຈາກຜ້າອັດປາກ - ດັງ 300 ອັນ ແລະ ຖົງມື 10 ແກັດ ໃຫ້ແກ່ຫ້ອງການຕຳຫຼວດ ແລະ ໂຮງໝໍ ອັງກິດໃນການຕ້ານໂລກລະບາດ Covid – 19
ຍສໝ - ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ເຊິ່ງແມ່ນການໜູນຊ່ວຍດ້ານການແພດຮອບໃໝ່ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.
ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມແມ້ງຮູ່ງ - ປະທານສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ໄດ້ຕາງໜ້າສະມາຄົມ ເພື່ອມອບຜ້າບັງປາກການແພດ ຈຳນວນ 30.000 ແຜ່ນ ໃຫ້ສະຖານທູດເບວຢ້ຽມ ປະຈຳຫວຽດນາມ ເພື່ອສະໜັບສະໜູນປະເທດເບວຢ້ຽມ ໃນການຕໍ່ສູ້ກັບພະຍາດ COVID-19.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານອໍານາດການປົກຄອງ ເຂດ Yangon ໄດ້ຈັດພິທີມອບຮັບເງິນຈໍານວນ 7,5 ລ້ານ kyat (ສະກຸ້ນເງິນມຽນມາ) ແລະ ອຸປະກອນການແພດຈຳນວນໜຶ່ງ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະ ກັບ ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະທາງອອນລາຍ ກັບທ່ານ Vyacheslav Gennadevitch Kalganov, ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg.
ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.
ຍສໝ - ກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ. ລັດຖະບານຂອງສອງປະເທດໄດ້ຕົກລົງທີ່ຈະສ້າງເງື່ອນໄຂໃນການເພີ່ມແຮງງານເຕັກໂນໂລຢີສູງຂອງຫວຽດນາມ 100 ຄົນໃຫ້ ສຳເລັດໂຄງການ.
ຍສໝ - ໜັງສືພິມ Halo Noviny (ເຊັກ) ໃນວັນທີ 6 ພຶດສະພາ ໄດ້ອ້າງຄຳຖະແຫຼງການຂອງທ່ານ Vojtěch Filip, ຮອງປະທານຜູ້ທີໜຶ່ງ ຂອງສະພາຕໍ່າສາທາລະນະລັດເຊັກ, ປະທານຄະນະກຳມະການສູນກາງພັກກອມມູນິດເຊັກ ແລະ Morava (KSČM): “ເອົາແຮງບັນດານໃຈຈາກປະເທດຫວຽດນາມ, ເຊິ່ງປະສົບຜົນສຳເລັດໃນການເອົາຊະນະໄວຣັສ Corona!”.
ຍສໝ - ວັນທີ 7/5, ສະຖານທູດແບນຊິກປະຈຳ ຮ່າໂນ້ຍ ໄດ້ຮັບຜ້າອັດປາກການແພດ 30.000 ອັນ ເຊິ່ງເປັນຂອງຂວັນຈາກສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບໃຫ້ໂຮງໝໍ Erasme ແລະ ໂຮງໝໍພະຍາບານ Val des Roses.
ຍສໝ - ເມື່ອບໍ່ດົນມານີ້, ຮ້ານອາຫານຫວຽດນາມທີ່ມີຊື່ວ່າ ຍາຈາງ Restaurant ໃນ San Jose (California, ສະຫະລັດອາເມລິກາ) ໄດ້ສະໜັບສະໜູນອາຫານທີ່ແຊບ ແລະ ມີທາດບຳລຸງຫຼາຍຮ້ອຍຊະນິດເພື່ອຊ່ວຍແພດໝໍ ຢູ່ໂຮງໝໍ ໃນນະຄອນຕໍ່ສູ້ຕ້ານກັບ COVID-19.
ຍສໝ - ໃນຕອນເຊົ້າວັນທີ 7 ພຶດສະພາ, ຜູ້ຕາງໜ້າ ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ໄດ້ມອບຜ້າອັດປາກ N95 5.000 ອັນ ລວມມູນຄ່າທັງໝົດ 295 ລ້ານດົ່ງ ໃຫ້ແກ່ສະຖານທູດເຢຍລະມັນເພື່ອສະໜັບສະໜູນປະຊາຊົນເຢຍລະມັນ ໃນການຕໍ່ສູ້ກັບ COVID-19.
ຍສໝ - ແຂວງກຽນຢາງ ໄດ້ມອບເຄື່ອງອຸປະກອນການແພດ ໃນນັ້ນມີຜ້າອັດປາກການແພດ, ຊຸດປ້ອງກັນພະຍາດ, ຢາສີດຂ້າແມ່ພະຍາດ, ຖົງມື... ລວມມູນຄ່າທັງໝົດ ເກືອບ 412 ລ້ານດົ່ງ ໃຫ້ກຳລັງປະກອບອາວຸດກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານ ໂລກລະບາດ COVID-19.
ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ທີ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ບາໂຍກ, ແຂວງກວາງບິ່ງ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ ຈຳນວນ 26 ຊຸດ.
ຍສໝ - ຕອນບ່າຍວັນທີ 5 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບສະພາບການປ້ອງກັນພະຍາດ Covid-19.
ຍສໝ - ວັນທີ 6 ພຶດສະພາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ຈັດການຮັບຕ້ອນທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ, ແລະ ໄດ້ແລກປ່ຽນ, ສົນທະນາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19; ແລະ ບັນດາກິດຈະກຳສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ທ່ານ Chay Navuth ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ໄດ້ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງໂທລະເລກອວຍພອນມາຍັງ ສະຫາຍ ເຈົນວັນຕຸ້ຍ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ,ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂຶ້ນສູນກາງ.
ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.
ຍສໝ - ໃນຕອນເຊົ້າຂອງວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້່ານກັບ COVID-19. ລວມຍອດມູນຄ່າຂອງຂວັນແມ່ນຂຶ້ນເຖິງ 1 ຕື້ 40 ລ້ານດົ່ງ.
ຍສໝ - ລວມມູນຄ່າການສະໜັບສະໜູນສຳລັບແຂວງ Kratie ກຳປູເຈຍ ແມ່ນຫຼາຍກ່ວາ 1,1 ຕື້ດົງ, ໃນນັ້ນມີເງິນສົດ 30.000 ໂດລາສະຫະລັດ ປະກອບມີອຸປະກອນການແພດ, ເຄື່ອງນຸ່ງຫົ່ມ 2000 ຊຸດ, ຜ້າອັດປາກ 7.500 ອັນ, ຜ້າອັດປາກການແພດ 12.500 ອັນ, ນໍ້າຢາລ້າງມື 600 ລິດ, ຖົງມືການແພດ 50.000 ຄູ່ ແລະ Chloramine 225 ກິໂລ.
ຍສໝ - ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້, ທີແຂວງສາລະວັນ (ປະເທດລາວ) ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ລາວ ກັບຄືນປະເທດ.
ຍສໝ - ຕອນບ່າຍວັນທີ 4 ພຶດສະພາ, ສະມາຄົມມິດຕະພາບຫວຽດນາມ - ເຊັກທີ່ນະຄອນຫຼວງຮ່າໂນ້ຍ ໄດ້ມອບເງິນຈຳນວນ 50 ລ້ານດົ່ງໃຫ້ສະຖານທູດເຊັກ ປະຈຳຫວຽດນາມ ເພື່ອຊ່ວຍປະຊາຊົນເຊັກ ໃນການປ້ອງກັນ ແລະ ຕ້ານກັບພະຍາດ COVID-19.