ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

11:52 | 06/05/2020

ຍສໝ - ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້, ທີແຂວງສາລະວັນ (ປະເທດລາວ) ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ລາວ ກັບຄືນປະເທດ.

ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ ແຂວງກວາງຈີ້: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຢູ່ ສປປ.ລາວ
ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ເຂົ້າຮ່ວມໃນພິທີ ມີທ່ານພົນຈັດຕະວາ ພູວຽງ ລ່ຽມມະວົງສາ - ເລຂາພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ; ທ່ານ ພັນເອກ ພູວັນ ພິມມະຈັນ - ຮອງເລຂາພັກ, ຫົວໜ້າຫານເມືອງກອງບັນຊາການການທະຫານແຂວງ ສາລະວັນ ພ້ອມດ້ວຍຄະນະ ແລະ ບັນດາພະນັກງານ-ນັກຮົບ ຂອງກອງບັນຊາການທະຫານແຂວງສາລະວັນ ແລະ ກອງປະຕິບັດງານພິເສດ 192 ຫວຽດນາມ.

ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ
ທ່ານພົນຈັດຕະວາ ພູວຽງ ລ່ຽມມະວົງສາ - ເລຂາພັກ ໄດ້ວາງທູບທຽນ ແລະ ວາງດອກໄມ້ເພື່ອອາໄລຫາບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ. (ພາບ: VOV)

ທີ່ພິທີ, ບັນດາຜູ້ນຳແຂວງສາລະວັນ ແລະ ພະນັກງານນັກຮົບທະຫານຂອງສອງປະເທດ ໄດ້ວາງທູບທຽນ ແລະ ວາງດອກໄມ້ເພື່ອອາໄລຫາ ລະນຶກເຖິງຄຸນງາມຄວາມດີຂອງບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ໃນປາງສົງຄາມ ຢູ່ ລາວ, ສະເພາະ ຢູ່ ພື້ນທີ່ແຂວງສາລະວັນ ແລະ ແຂວງເຊກອງ.

ໃນລະດູແລ້ງ ສົກປີ 2019 - 2020, ສາມາດຊອກຂຸດຄົ້ນໄດ້ທັງໝົດ 15 ອັດຖິ,ໃນນັ້ນແຂວງເຊກອງມີ 4 ອັດຖິ. ເພື່ອນໍາສົ່ງກັບຄືນເມືອປະເທດຫວຽດນາມ, ໂດຍພິທີທາງສາສະໜາ ແລະ ໄຫ້ວອາໄລ ໄດ້ຈັດຂຶ້ນທີ່ເຮືອນພັກຂອງກອງປະຕິບັດງານພິເສດ 192 ຢູ່ ກອງບັນຊາການທະຫານແຂວງສາລະວັນ.

ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ
ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ. (ພາບ: VOV)

ທ່ານ ພູວັນ ພິມມະຈັນ - ຮອງເລຂາພັກແຂວງສາລະວັນ ໄດ້ເນັ້ນໜັກວ່າ ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ໃນຄັ້ງນີ້ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຂອງປະຊາຊົນລາວໂດຍເວົ້າລວມ, ແລະ ກອງບັນຊາການທະຫານແຂວງສາລະວັນ ແລະ ແຂວງເຊກອງ ເວົ້ົ້າສະເພາະ ສຳຫຼັບການເສຍສະຫຼະຢ່າງພິລະອາດຫານ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ, ປະກອບສ່ວນເຂົ້າໃນການໄຊຊະນະປະຫວັດສາດ ຂອງການປະຕິວັດຫວຽດນາມ - ລາວ, ກໍ່ຄືໄດ້ສະແດງເຖິງສາຍພົວພັນມິດຕະພາບສາມັກຄີພິເສດ ໃນການສູ້ຮົບຮ່ວມຂຸມຄອງດຽວກັນລະຫວ່າງສອງຊາດ ຫວຽດນາມ - ລາວ ທີ່ມີມາແຕ່ດົນນານ ໃຫ້ໝັ້ນນຄົງຂື້ນໄປເລື້ອຍໆ.

ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ ແຂວງກວາງຈີ້: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຢູ່ ສປປ.ລາວ

ຍສໝ - ໃນວັນທີ 5 ພຶດສະພາ 2020 ນີ້, ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດແຫ່ງຊາດ ຖະໜົນເລກ 9, ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະ ຢູ່ ລາວຈຳນວນ 16 ຊຸດ.

ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ ທະຫານຊາຍແດນ ແຂວງ ດ້ຽນບຽນ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ທະຫານຊາຍແດນແຂວງ ຜົ້ງສາລີ ສປປ.ລາວ ເພື່ອຕ້ານ ໂລກລະບາດ COVID-19

ຍສໝ - ທະຫານຊາຍແດນ ເມື່ອງປົ່ນ, ດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມີ ຜ້າອັດປາກ 2.000 ອັນ, ຊຸດຕ້ານການລະບາດ 20 ຊຸດ, ເຄື່ອງວັດແທກອຸນຫະພູມຮ່າງກາຍເອເລັກໂຕຣນິກ 1 ໜ່ວຍ... ໃຫ້ແກ່ກອງບັນຊາການທະຫານ ແຂວງຜົ້ງສາລີ, ລາວ.

ພ ທ ສ ງອ ດຖ ທະຫານອາສາສະໝ ກ ແລະ ຊ ຽວຊານ ຫວຽດນາມ ທ ເສຍສະຫ ະຢ ແຂວງສາລະວ ນ ປະເທດລາວ ກ ບຄ ນປະເທດ ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ຍສໝ - ໃນຕອນເຊົ້າວັນທີ 27 ເມສາ 2020, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອ ຊາດເມືອງ ງອກໂຮ່ຍ, ແຂວງ ກອມຕູມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ21 ຊຸດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.