ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ສະໜັບສະໜູນຜ້າອັດປາກ 5.000 ອັນ ເພື່ອຊ່ວຍໃຫ້ເຢຍລະມັນຕໍ່ສູ້ກັບ COVID-19

11:24 | 08/05/2020

ຍສໝ - ໃນຕອນເຊົ້າວັນທີ 7 ພຶດສະພາ, ຜູ້ຕາງໜ້າ ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ໄດ້ມອບຜ້າອັດປາກ N95 5.000 ອັນ ລວມມູນຄ່າທັງໝົດ 295 ລ້ານດົ່ງ ໃຫ້ແກ່ສະຖານທູດເຢຍລະມັນເພື່ອສະໜັບສະໜູນປະຊາຊົນເຢຍລະມັນ ໃນການຕໍ່ສູ້ກັບ COVID-19.    

ອະດ ດນ ກສ ກສາຫວຽດນາມ ຢ ເຢຍລະມ ນ ສະໜ ບສະໜ ນຜ າອ ດປາກ 5 000 ອ ນ ເພ ອຊ ວຍໃຫ ເຢຍລະມ ນຕ ສ ກ ບ covid 19 ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19
ອະດ ດນ ກສ ກສາຫວຽດນາມ ຢ ເຢຍລະມ ນ ສະໜ ບສະໜ ນຜ າອ ດປາກ 5 000 ອ ນ ເພ ອຊ ວຍໃຫ ເຢຍລະມ ນຕ ສ ກ ບ covid 19 ສະມາຄົມມິດຕະພາບຫວຽດນາມ - ຝະລັ່ງ ຢູ່ ຮ່າໂນ້ຍ ສະໜັບສະໜູນຜ້າອັດປາກດ້ານການແພດ 10.000 ອັນເພື່ອຊ່ວຍການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19
ອະດ ດນ ກສ ກສາຫວຽດນາມ ຢ ເຢຍລະມ ນ ສະໜ ບສະໜ ນຜ າອ ດປາກ 5 000 ອ ນ ເພ ອຊ ວຍໃຫ ເຢຍລະມ ນຕ ສ ກ ບ covid 19
ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ສະໜັບສະໜູນຜ້າອັດປາກ 5.000 ອັນ ເພື່ອຊ່ວຍໃຫ້ເຢຍລະມັນຕໍ່ສູ້ກັບ COVID-19

ດ້ວຍການແຜ່ລະບາດຂອງ COVID-19 ໃນບັນດາປະເທດເອີຣົບລວມທັງສາທາລະນະລັດສະຫະພັນເຢຍລະມັນ, ອະດີດນັກສຶກສາສາກົນໃນປະເທດເຢຍລະມັນໄດ້ຕິດຕາມກວດກາ, ອັບເດດ ແລະ ສະແດງຄວາມປາຖະໜາທີ່ຈະຮ່ວມມືກັບຊາວເຢຍລະມັນເອົາຊະນະພະຍາດດັ່ງກ່າວ.

ແບ່ງປັນກັບວາລະສານ ຍຸກສະໄໝ, ທ່ານ ທ່ານ Guido Hildner ເອກອັກຄະລັດຖະທູດເຢຍລະມັນປະຈຳ ຫວຽດນາມ ຢືນຢັນວ່າ: “ບັນດາຂອງຂວັນທີ່ໄດ້ຮັບຈາກບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ເຢຍລະມັນ ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກປະທັບໃຈຢ່າງຍິ່ງຕໍ່ການໜູນຊ່ວຍຂອງບັນດາອະດີດນັກສຶກສາ ຫວຽດນາມ ທີ່ເຄີຍດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ ເຢຍລະມັນ ແມ່ນຂີດໝາຍສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ຂອງປະຊາຊົນສອງປະເທດຫວຽດນາມ ແລະ ເຢຍລະມັນ. ນອກຈາກນັ້ນ, ການກະທຳຂອງພວກເຈົ້າ ກໍ່ໄດ້ສະແດງໃຫ້ເຫັນຄວາມຮູ້ສຶກແຫ່ງການຮ່ວມມື ແລະ ຄວາມເປັນເອກະພາບ ໃນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດ COVID-19”.

ກ່າວເຖິງຄວາມຮູ້ສຶກສໍາລັບບັ້ນຕໍ່ສູ້ກັບ ພະຍາດ COVID-19 ຂອງຫວຽດນາມຈາກທັດສະນະຂອງຊາວຕ່າງປະເທດ, ທ່ານເອກອັກຄະລັດຖະທູດ Guido Hildner ໄດ້ເນັ້ນໜັກວ່າ: “ຫວຽດນາມປະສົບຜົນສຳເລັດຫຼາຍໃນການຕໍ່ສູ້ກັບ COVID-19. ຜົນສຳເລັດດັ່ງກ່າວແມ່ນມາຈາກຫຼາຍເຫດຜົນ: ຈາກນະໂຍບາຍທີ່ເດັດຂາດ ແລະ ທັນເວລາຂອງລັດຖະບານ ແລະ ໂດຍສະເພາະແມ່ນຈາກນໍ້າໃຈທີ່ເຕັມໃຈເສຍສະຫຼະ ແລະ ມີລະບຽບວິໄນ ຂອງປະຊາຊົນຫວຽດນາມ. ນັ້ນສາມາດເວົ້າໄດ້ວ່າເປັນເອກະລັກສະເພາະ”.

ທີ່ພິທີມອບຂອງຂວັນ, ທ່ານເອກອັກຄະລັດຖະທູດເຢຍລະມັນປະຈຳ ຫວຽດນາມ ແລະ ຜູ້ຕາງໜ້າ ອະດີດນັກສຶກສາ ຫວຽດນາມ ຢູ່ ເຢຍລະມັນ ກໍ່ໄດ້ແລກປ່ຽນຄວາມຄິດເຫັນຄືກັນ, COVID-19 ແມ່ນພະຍາດລະບາດທີ່ຍັງສັບສົນໃນເມື່ອບໍ່ມີຢາວັກຊີນ. ຜ້າອັດປາກ ຈຳນວນດັ່ງກ່າວຈະເປັນຂອງຂວັນທີ່ແທດຈິງ ແລະ ມີຄວາມໝາຍເພື່ອສະແດງໃຫ້ເຫັນເຖິງມິດຕະພາບຂອງປະຊາຊົນຫວຽດນາມ - ເຢຍລະມັນ, ໂດຍສະເພາະໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ອະດ ດນ ກສ ກສາຫວຽດນາມ ຢ ເຢຍລະມ ນ ສະໜ ບສະໜ ນຜ າອ ດປາກ 5 000 ອ ນ ເພ ອຊ ວຍໃຫ ເຢຍລະມ ນຕ ສ ກ ບ covid 19 ກຽນຢາງ: ມອບອຸປະກອນການແພດໃຫ້ແກ່ກຳລັງປະກອບອາວຸດ ກຳປູເຈຍເພື່ອປ້ອງກັນ ແລະ ຕ້ານ ໂລກລະບາດ COVID-19

ຍສໝ - ແຂວງກຽນຢາງ ໄດ້ມອບເຄື່ອງອຸປະກອນການແພດ ໃນນັ້ນມີຜ້າອັດປາກການແພດ, ຊຸດປ້ອງກັນພະຍາດ, ຢາສີດຂ້າແມ່ພະຍາດ, ຖົງມື... ລວມມູນຄ່າທັງໝົດ ເກືອບ 412 ລ້ານດົ່ງ ໃຫ້ກຳລັງປະກອບອາວຸດກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານ ໂລກລະບາດ COVID-19.

ອະດ ດນ ກສ ກສາຫວຽດນາມ ຢ ເຢຍລະມ ນ ສະໜ ບສະໜ ນຜ າອ ດປາກ 5 000 ອ ນ ເພ ອຊ ວຍໃຫ ເຢຍລະມ ນຕ ສ ກ ບ covid 19 ຊາວຫວຽດນາມຢູ່ Saint Petersburg (ລັດເຊຍ) ໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອຕໍ່ຕ້ານ COVID-19

ຍສໝ - ຈັດກອງປະຊຸມປົກກະຕິໃນວັນຈັນ, ການລະດົມທຶນ, ການຈັດຕັ້ງ 5 ອະນຸກຳມະການເພື່ອມອບໝາຍວຽກງານ... ຄະນະຊີ້ນຳການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ເຮັດວຽກທີ່ດີ, ມີກິດຈະກຳຕົວຈິງຫຼາຍຢ່າງແກ່ຊຸມຊົນ.

ອະດ ດນ ກສ ກສາຫວຽດນາມ ຢ ເຢຍລະມ ນ ສະໜ ບສະໜ ນຜ າອ ດປາກ 5 000 ອ ນ ເພ ອຊ ວຍໃຫ ເຢຍລະມ ນຕ ສ ກ ບ covid 19 ຮ້ານ Lee's Sandwiches, ເຊິ່ງເປັນຮ້ານອາຫານຫວຽດນາມ ມອບເຂົ້າຈີ່ເພື່ອຊ່ວຍແພດໝໍອາເມລິກາຕໍ່ສູ້ກັບ COVID-19

ຍສໝ - ລະບົບຮ້ານອາຫານດ່ວນ Lee's Sandwiches ຂອງຊາວຫວຽດນາມໄດ້ດຳເນີນໂຄງການ “ອາຫານກະຕັນຍູ” ພາຍໃນອາທິດໜຶ່ງເພື່ອບໍລິຈາກເຂົ້າຈີ່ ແລະ ນ້ຳດື່ມທີ່ບໍ່ເສຍຄ່າໃຫ້ແກ່ກອງກຳລັງແນວໜ້າ ຕໍ່ຕ້ານ COVID-19 ຂອງສະຫະລັດອາເມລິກາ.

ໄຊພອນ

ເຫດການ
302 Found

Found

The document has moved here.