ຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ຫວັງວ່າໄດ້ເປີດກວ້າງການຮ່ວມມືກັບ VUFO

06:30 | 10/05/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະທາງອອນລາຍ ກັບທ່ານ Vyacheslav Gennadevitch Kalganov, ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg.

ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo VUFO ມອບເງິນຈຳນວນ 30 ລ້ານດົ່ງ ໃຫ້ແນວໂຮມແຫ່ງຊາດຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19
ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາໃຫ້ທ່ານເອກອັກຄະລັດຖະທູດ Azerbaijan ປະຈຳ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຝຣັ່ງ, ນະຄອນ Saint Petersburg ຄາດວ່າ ຈະຈັດບັນດາກິດຈະກຳລະລຶກ ກ່ຽວກັບຫົວຂໍ້ ລຸງໂຮ່ ແລະ ຫວັງວ່າຈະໄດ້ຮ່ວມມືກັບ VUFO.

ທີ່ການພົບປະ, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຖາມຂ່າວຄາກ່ຽວກັບສະພາບການທົ່ວໄປຂອງລັດເຊຍ, ໂດຍສະເພາະແມ່ນການລະບາດ ຂອງພະຍາດ COVID-19 ຢູ່ລັດເຊຍ ແລະ ນະຄອນ Saint Petersburg.

ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo
ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະທາງອອນລາຍ ກັບຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg. (ພາບ: thoidai.com.vn)

ທ່ານ Vyacheslav Gennadevitch Kalganov - ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ໄດ້ທົບທວນຄືນ ບັນດາເຫດການຮ່ວມມືລະຫວ່າງ Saint Petersburg ແລະ ຫວຽດນາມໃນ 3 ປີທີ່ຜ່ານມາ. ທ່ານ Kalganov ໄດ້ກ່າວເຖິງການຢ້ຽມຢາມຫຼາຍຄັ້ງ ຂອງການນຳຂັ້ນສູງຂອງສອງປະເທດ; ບັນດາໂຄງການ ແລະ ເຫດການທີ່ພົ້ນເດັ່ນ, ຄື: ເວທີປາໄສຊາວໜຸ່ມຣັດເຊຍ - ຫວຽດນາມ, ກອງປະຊຸມສຳມະນາ “ມໍລະດົກທາງດ້ານຈິດໃຈຂອງໂຮ່ຈີມິນ: 50 ປີຕໍ່ມາ”...

ຄະນະກຳມາທິການການຕ່າງປະເທດ Saint Petersburg ໄດ້ສະເໜີວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຝະລັ່ງ, ນະຄອນ Saint Petersburg ຄາດວ່າຈະຈັດຕັ້ງການເຄື່ອນໄຫວລະລຶກບາງຢ່າງ ກ່ຽວກັບຫົວຂໍ້ “ໂຮ່ຈີມິນ, ລັດທິຮັກຊາດ ແລະ ລັດທິສາກົນ - ຮ່ວມເດີນທາງໃນ 100 ປີ”, ຈະຈັດຕັ້ງໃນເດືອນທັນວາປີ 2020.

ໂຄງການດັ່ງກ່າວໃຫ້ເຊີດຊູປະທານໂຮ່ຈີມິນ, ເຊິ່ງແມ່ນໜຶ່ງ ໃນບັນດາສະມາຊິກຜູ້ກໍ່ຕັ້ງພັກກອມມູນິດຝຣັ່ງ. ລັດຖະບານນະຄອນ Saint Petersburg ປາດຖະໜາຢາກຮ່ວມມືກັບ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນກິດຈະກຳນີ້.

ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo

ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຝະລັ່ງ, ນະຄອນ Saint Petersburg ຄາດວ່າຈະຈັດຕັ້ງການເຄື່ອນໄຫວລະລຶກບາງຢ່າງ ກ່ຽວກັບຫົວຂໍ້ “ໂຮ່ຈີມິນ, ລັດທິຮັກຊາດ ແລະ ລັດທິສາກົນ - ຮ່ວມເດີນທາງໃນ 100 ປີ”. (ພາບ: thoidai.com.vn)

ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງຄຳ ຂອບອົກຂອບໃຈ ມາຍັງບັນດາເພື່ອນມິດໂຊວຽດ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ໃນຊຸມປີສົງຄາມ, ກໍ່ຄືໃນການກໍ່ສ້າງ ແລະ ປ້ອງກັນປະເທດ. ທ່ານນາງປະທານ ຫງວຽນເຟືອງຫງ່າ ກໍ່ໄດ້ຕີລາຄາສູງບັນດາການເຄື່ອນໄຫວ ຂອງນະຄອນ Saint Petersburg ໃນການຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ເພີ່ມທະວີຄວາມເຂົ້ົ້າໃຈເຊິ່ງກັນ ແລະ ກັນ.

ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນັ້ນໜັກ ວ່າ: VUFO ພ້ອມແລ້ວ ທີ່ຈະຮ່ວມມືກັບນະຄອນ Saint Pertersburg ເພື່ອຈັດຕັ້ງບັນດາການເຄື່ອນໄຫວ ທີ່ມີຈຸດປະສົງເພື່ອຊຸກຍູ້ສັນຕິພາບ ແລະ ຄວາມສາມັກຄີ. ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະພິຈາລະນາເຮັດວຽກປະສານສົມທົບຮ່ວມກັນ ເພື່ອສະເຫຼີມສະຫຼອງພິທີ ທີ່ສຳຄັນນີ້.

ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo ອົງການ UNESCO ຢາກຮ່ວມເດີນທາງກັບ VUFO ໃນໂຄງການ "ເຊີດຊູບັນດາວິລະຊົນອັນງຽບໆ"

ຍສໝ - ເນື່ອງໃນໂອກາດ ວັນຊາດຫວຽດນາມຄົບຮອບ 75 ປີ, ໂດຍຜ່ານໂຄງການ “ເຊີດຊູບັນດາວິລະຊົນອັນງຽບໆ” (Honouring the Silent Heroes) ເຊິ່ງສົມທົບກັບສູນສຳເນົາເອກະສານແຫ່ງຊາດ III, UNESCO ປາດຖະໜາຢາກສ້າງຕັ້ງການເຊື່ອມຕໍ່, ລະບົບວັດທະນະທຳ ຢູ່ 7 ຈຸດທ້ອງຖິ່ນປະເທດຫວຽດນາມທີ່ສະແດງໃຫ້ 7 ຂົງເຂດວັດທະນະທຳສັງຄົມ.

ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo VUFO ມອບເງິນຈຳນວນ 30 ລ້ານດົ່ງ ໃຫ້ແນວໂຮມແຫ່ງຊາດຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19

ຍສໝ​ - ໃນຕອນເຊົ້າ ຂອງວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງຫງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບເງິນຈຳນວນ 30 ລ້ານດົງ ໃຫ້ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ເພື່ອໜູນຊ່ວຍການປ້ອງກັນ, ຄວບຄຸມການພະຍາດ COVID-19.

ຄະນະກຳມະການການຕ າງປະເທດ ນະຄອນ saint petersburg ຫວ ງວ າໄດ ເປ ດກວ າງການຮ ວມມ ກ ບ vufo ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ: 4 ໜ້າວຽກຕ້ອງປະຕິບັດຂອງ VUFO

ຍສໝ - ສະຫະພັນຕ້ອງເພີ່ມທະວີຄຸນນະພາບກ່ຽວກັບວຽກງານການຄົ້ນຄວ້າ, ໂດຍສະເພາະແມ່ນບັນດາລວດລາຍໃໝ່ຂອງຂະບວນການປະຊາຊົນໂລກ. ເປັນເສນາທິການໃຫ້ແກ່ການນຳພັກ, ລັດ ໃນວຽກງານສ້າງວິໄສທັດ, ຍຸດທະສາດອັນຍາວນານສຳລັບວຽກງານການທູດປະຊາຊົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.