ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

07:46 | 11/05/2020

ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.

ສະຖານທ ດຫວຽດນາມ ປະຈຳອ ຕາລ ມອບອ ປະກອນການແພດ ໃຫ ແກ ອ ຕາລ ເພ ອຕ ານພະຍາດ covid 19 ສະຖານທູດຫວຽດນາມ ປະຈຳຝລັ່ງ ມອບຜ້າບັງປາກໃຫ້ປະຊາຊົນຝຣັ່ງ ເພື່ອຊ່ວຍເຫຼືອໃນການຕໍ່ສູ້ຕ້ານກັບ Covid-19
ສະຖານທ ດຫວຽດນາມ ປະຈຳອ ຕາລ ມອບອ ປະກອນການແພດ ໃຫ ແກ ອ ຕາລ ເພ ອຕ ານພະຍາດ covid 19 ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ທ່ານນາງ ຫງວຽນຖິບິກເຫວ້ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ແບ່ງປັນວ່າ “ໃນການຕໍ່ສູ້ຕ້ານກັບພະຍາດ COVID-19, ຫວຽດນາມ ບໍ່ພຽງແຕ່ເປັນແບບຢ່າງຂອງການປ້ອງກັນພະຍາດທີ່ປະສົບຜົນສຳເລັດເທົ່ານັ້ນ, ແຕ່ຍັງເປັນປະເທດສະແດງຄວາມສາມັກຄີ, ມີຄວາມຮັບຜິດຊອບແບ່ງປັນ ແລະ ຮ່ວມມືສາກົນ. ຈິດໃຈນັ້ນ ໄດ້ແຜ່ຂະຫຍາຍຈາກລັດຖະບານ ສູ່ເຖິງພົນລະເມືອງທຸກຄົນ, ບັນດາສະມາຄົມ, ນັກທຸລະກິດ, ສະແດງໃຫ້ເຫັນຮີດຄອງປະເພນີອັນດີງາມຂອງຊາວຫວຽດນາມ. ມີຫຼາຍອົງການ, ວິສາຫະກິດ ແລະ ສ່ວນບຸກຄົນຢູ່ຫວຽດນາມ ໄດ້ເຂົ້າຮ່ວມການບໍລິຈາກ ແລະ ຂົນສົ່ງອຸປະກອນການແພດ ເພື່ອໜູນຊ່ວຍອີຕາລີ.”

ສະຖານທ ດຫວຽດນາມ ປະຈຳອ ຕາລ ມອບອ ປະກອນການແພດ ໃຫ ແກ ອ ຕາລ ເພ ອຕ ານພະຍາດ covid 19
ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍເຫຼືອຕ້ານພະຍາດ COVID-19. (ພາບ: TTXVN)

ທ່ານນາງ ຫງວຽນຖິບິກເຫວ້ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກໍ່ໃຫ້ຮູ້ວ່າ ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄດງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19. ວັນທີ 17 ເມສາ, ຖ້ຽວບິນທີ່ຂົນສົ່ງຜ້າບັງປາກຫຼາຍກ່ວາ 100,000 ແຜ່ນ ໂດຍລັດຖະບານຫວຽດນາມ ໄດ້ໄປຮອດອີຕາລີ.

ນອກຈາກນັ້ນ, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ລະດົມການບໍລິຈາກ ຂອງບັນດາສະມາຄົມ, ບັນດານັກທຸລະກິດ ແລະ ສ່ວນບຸກຄົນຢູ່ຫວຽດນາມ ເຊັ່ນ: ບໍລິສັດ Prowtech International Vina ແລະ ບໍລິສັດ Sunflower ດ້ວຍຜ້າບັງປາກຕື່ມອີກ 23.000 ແຜ່ນ ແລະ ເຄື່ອງນຸ່ງປ້ອງກັນລະບາດ 500 ຊຸດ ເພື່ອໜູນຊ່ວຍປະເທດອີຕາລີ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ກະຊວງການຕ່າງປະເທດອີຕາລີ ເນັ້ນໜັກວ່າ: ການສະໜັບສະໜູນນີ້ ຢັ້ງຢືນຄວາມໝາຍທີ່ເປັນຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ, ແລະ ການຊ່ວຍເຫຼືອຂອງຫວຽດນາມ ຈະປະກອບສ່ວນເຂົ້າໃນການຊ່ວຍໃຫ້ອີຕາລີ ຟື້ນຕົວຄືນ. ປະຊາຊົນອີຕາລີ ຍາມໃດກໍ່ຈົດຈຳໄວ້ຄວາມເມດຕາ ແລະ ຄວາມສາມັກຄີຂອງຫວຽດນາມ”.

ສະຖານທ ດຫວຽດນາມ ປະຈຳອ ຕາລ ມອບອ ປະກອນການແພດ ໃຫ ແກ ອ ຕາລ ເພ ອຕ ານພະຍາດ covid 19 ສະຖານທູດຫວຽດນາມປະຈຳ ນິວຊີແລນ ພ້ອມກັບຊາວຫວຽດນາມ ຢູ່ ນິວຊີແລນ ຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ຍສໝ - ສະຖານທູດຫວຽດນາມ ປະຈຳນິວຊີແລນ ໄດ້ເຜີຍແຜ່ແນວທາງ ແລະ ນະໂຍບາຍພາຍໃນປະເທດ, ກະຕຸກຊຸກຍູ້ໃຫ້ຊາວຫວຽດນາມ ຢູ່ ນິວຊີແລນ ຮູ້ສຶກປອດໄພໃນການດຳລົງຊີວິດເມື່ອນາຍົກລັດຖະມົນຕີ ປະເທດປະຈໍາຖິ່ນປະກາດວ່າ: "ນິວຊີແລນໄດ້ຊະນະໄວຣັດ Corona".

ສະຖານທ ດຫວຽດນາມ ປະຈຳອ ຕາລ ມອບອ ປະກອນການແພດ ໃຫ ແກ ອ ຕາລ ເພ ອຕ ານພະຍາດ covid 19 ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ສະຖານທ ດຫວຽດນາມ ປະຈຳອ ຕາລ ມອບອ ປະກອນການແພດ ໃຫ ແກ ອ ຕາລ ເພ ອຕ ານພະຍາດ covid 19 ຊຸມຊົນຊາວຫວຽດນາມ ອາໄສຢູ່ລາວ ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຜ່ານຜ່າ ໄພທຳມະຊາດ

ຍສໝ - ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳ ລາວໄດ້ປຸກລະດົມການບໍລິຈາກເງິນ ເພື່ອສະໜັບສະໜູນ ປະຊາຊົນລາວບັນດາແຂວງພາກກາງ ແລະ ພາກໃຕ້ທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ ໃນຕົ້ນເດືອນກັນຍາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.