ຫວຽດນາມ - ຍີ່ປຸ່ນເຫັນດີຮ່ວມມືໃນການປ້ອງກັນແລະຕ້ານພະຍາດ Covid-19

13:17 | 07/05/2020

ຍສໝ - ຕອນບ່າຍວັນທີ 5 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບສະພາບການປ້ອງກັນພະຍາດ Covid-19.

ຫວຽດນາມ ຍ ປ ນເຫ ນດ ຮ ວມມ ໃນການປ ອງກ ນແລະຕ ານພະຍາດ covid 19 ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ
ຫວຽດນາມ ຍ ປ ນເຫ ນດ ຮ ວມມ ໃນການປ ອງກ ນແລະຕ ານພະຍາດ covid 19 ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19

ທີ່ການໂອ້ລົມ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການປ້ອງກັນແລະ ສະກັດກັ້ນພະຍາດ Covid-19 ໃນແຕ່ລະປະເທດ, ແລະ ໄດ້ເປັນເອກະພາບຕົກລົງທີ່ຈະຮ່ວມມືຢ່າງໃກ້ຊິດ ເພື່ອເອົາຊະນະການລະບາດຂອງພະຍາດ Covid-19.

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ, ດ້ວຍຄວາມຕັດສິນໃຈຢ່າງສູງ, ນະໂຍບາຍທີ່ເຂັ້ມງວດ ແລະ ໄດ້ຮັບການສະໜັບສະໜູນ, ແລະ ຮ່ວມແຮງຮ່ວມໃຈຂອງປະຊາຊົນ, ມາຮອດປະຈຸບັນ, ຫວຽດນາມໂດຍພື້ນຖານໄດ້ສະກັດກັ້ນການລະບາດຂອງພະຍາດ Covid-19, ເຊິ່ງນຳມາບັນດາກິດຈະກຳເສດຖະກິດ - ສັງຄົມໄດ້ກັບຄືນສະພາບການປົກກະຕິ.

ຫວຽດນາມ ຍ ປ ນເຫ ນດ ຮ ວມມ ໃນການປ ອງກ ນແລະຕ ານພະຍາດ covid 19
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ. (ພາບ: VGP)

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີ ສະແດງຄວາມຂອບອົກຂອບໃຈ ລັດຖະບານຍີ່ປຸ່ນ ທີ່ໄດ້ສະໜັບສະໜູນ ຫວຽດນາມ ດ້ວຍຈຳນວນເງິນກ່ວາ 1,8 ລ້ານ USD ໂດຍຜ່ານບັນດາອົງການຈັດຕັ້ງສາກົນ ເພື່ອຊ່ວຍເຫຼືອໃນການປ້ອງກັນການລະບາດຂອງພະຍາດ Covid-19. ທ່ານນາຍົກລັດຖະມົນຕີ ກໍ່ປະກາດວ່າຫວຽດນາມ ຕັດສິນໃຈສະໜັບສະໜູນ ຍີ່ປຸ່ນ ດ້ວຍຜ້າບັງປາກດ້ານການແພດຈຳນວນ 140.000 ແຜ່ນເພື່ອປ້ອງກັນໂລກລະບາດ.

ທັງສອງຝ່າຍໄດ້ຢືນຢັນວ່າ ຈະສືບຕໍ່ເບິ່ງແຍງ ແລະ ຮັບປະກັນຄວາມປອດໄພຂອງພົນລະເມືອງເຊິ່ງກັນ ແລະ ກັນໃນໄລຍະການລະບາດຂອງພະຍາດ Covid-19. ທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ປະກາດວ່າ ລັດຖະບານຍີ່ປຸ່ນ ຕັດສິນໃຈມອບເງິນ 100,000 ເຢນ ໃຫ້ແຕ່ລະຄົນ, ບໍ່ພຽງແຕ່ໃຫ້ພົນລະເມືອງຍີ່ປຸ່ນເທົ່ານັ້ນ, ແຕ່ຍັງໃຫ້ພົນລະເມືອງຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຍີ່ປຸ່ນອີກດ້ວຍ.

ນາຍົກລັດຖະມົນຕີສອງທ່ານ ກໍ່ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດ, ຊຸກຍູ້ ແລະ ສະໜັບສະໜູນວິສາຫະກິດຍີ່ປຸ່ນ ເພີ່ມການລົງທຶນເຂົ້າຫວຽດນາມ. ທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ຢືນຢັນວ່າ, ປະເທດຍີ່ປຸ່ນ ຈະສືບຕໍ່ສະໜອງ ກອງທຶນຊ່ວຍເຫຼືອຄັ້ງທີ 2 ເພື່ອຊ່ວຍໃຫ້ຫວຽດນາມ ຮັບມືກັບໂລກລະບາດ, ແລະ ຈະໜູນຊ່ວຍຫວຽດນາມຢ່າງແຮງ ເພື່ອຊຸກຍູ້ການເຕີບໂຕພື້ນຖານເສດຖະກິດ. ນອກຈາກນັ້ນ, ສອງທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຫວຽດນາມ ຍ ປ ນເຫ ນດ ຮ ວມມ ໃນການປ ອງກ ນແລະຕ ານພະຍາດ covid 19 ສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ແລກປ່ຽນສອງບັນຫາສຳຄັນ

ຍສໝ - ວັນທີ 6 ພຶດສະພາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ຈັດການຮັບຕ້ອນທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ, ແລະ ໄດ້ແລກປ່ຽນ, ສົນທະນາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19; ແລະ ...

ຫວຽດນາມ ຍ ປ ນເຫ ນດ ຮ ວມມ ໃນການປ ອງກ ນແລະຕ ານພະຍາດ covid 19 ໜັງສືພິມອັງກິດ: ຫວຽດນາມ ແມ່ນພື້ນຖານເສດຖະກິດມີຄວາມໝັ້ນຄົງ ແລະ ປອດໄພພາຍຫຼັງ Covid-19

ຍສໝ - ອີງຕາມການຕີລາຄາຂອງໜັງສືພິມ The Economist, ລາຊະອານາຈັກອັງກິດ ໃຫ້ຮູ້ວ່າ ຫວຽດນາມກຳລັງຢູ່ໃນພື້ນຖານເສດຖະກິດທີ່ປອດໄພ ຫຼັງຈາກການລະບາດ ຂອງການລະບາດພະຍາດ Covid-19.

ຫວຽດນາມ ຍ ປ ນເຫ ນດ ຮ ວມມ ໃນການປ ອງກ ນແລະຕ ານພະຍາດ covid 19 ຫວຽດນາມ ນຳໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona

ຍສໝ - ເມື່ອບໍ່ດົນມານີ້, ໃນເວບໄຊ www.vir.com.vn, ທ່ານ Kavl Chongkittavorn ໄດ້ຂຽນບົດຂຽນທີ່ວ່າ “Vietnam leading the ASEAN in fighting coronavirus” - ແປວ່າ: "ປະເທດຫວຽດນາມ ນໍາໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.