ຫວຽດນາມ ໄດ້ມອບຜ້າບັງປາກ ແລະ ເຄື່ອງອຸປະກອນດ້ານການແພດ ຄັ້ງທີ 2 ໃຫ້ແກ່ຍີ່ປຸ່ນ

17:04 | 11/05/2020

ຍສໝ - ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ເຊິ່ງແມ່ນການໜູນຊ່ວຍດ້ານການແພດຮອບໃໝ່ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.

ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19
ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ ສະຖານທູດຫວຽດນາມປະຈຳ ນິວຊີແລນ ພ້ອມກັບຊາວຫວຽດນາມ ຢູ່ ນິວຊີແລນ ຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ໂດຍໄດ້ຮັບການອະນຸຍາດຂອງ ນາຍົກລັດຖະມົນຕີຫວຽດນາມ, ໂດຍອີງຕາມຂໍ້ຕົກລົງ ລະຫວ່າງທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ໃນການໂອ້ລົມທາງໂທລະສັບໃນວັນທີ 4 ພຶດສະພາ 2020, ຕາມນັ້ນແລ້ວ, ໃນຕອນບ່າຍວັນທີ 9 ພຶດສະພາ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ເຊິ່ງແມ່ນການໜູນຊ່ວຍດ້ານການແພດຮອບໃໝ່ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.

ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ
ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ. (ພາບ: baoquocte)

ເຂົ້າຮ່ວມພິທີມອບຮັບ ມີທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ;ຜູ້ຕາງໜ້າຫ້ອງວ່າການລັດຖະບານ ແລະ ຜູ້ຕາງໜ້າກະຊວງສາທາລະນະສຸກ ປະເທດຫວຽດນາມ.

ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດ ແລະ ໄດ້ແລກປ່ຽນຂໍ້ມູນຂ່າວສານຢ່າງແໜ້ນແຟ້ນ ໃນການປ້ອງກັນການລະບາດຂອງພະຍາດ Covid-19 ໃນຂອບກອງປະຊຸມສອງຝ່າຍ ແລະ ຫຼາຍຝ່າຍ, ລວມທັງກອງປະຊຸມອາຊຽນ +3.

ພ້ອມດຽວກັນນີ້, ທ່ານ ເລຫ່ວາຍຈຸງ ຕີລາຄາສູງບັນດາມາດຕະການ ຂອງລັດຖະບານຍີ່ປຸ່ນ ໃນການຮັບມືກັບພະຍາດ Covid-19, ແບ່ງປັນຄວາມເສຍຫາຍ ທີ່ເກີດຈາກການລະບາດ Covid-19 ຢູ່ຍີ່ປຸ່ນ; ສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ຫວຽດນາມໃນການປ້ອງກັນການລະບາດຂອງພະຍາດ, ກໍ່ຄືສຳລັບປະຊາຄົມຊາວຫວຽດນາມຢູ່ຍີ່ປຸ່ນ.

ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ
(ພາບ: baoquocte)

ເນື່ອງໃນໂອກາດນີ້, ທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອທີ່ລ້ຳຄ່າໃນຄັ້ງນີ້; ທ່ານ Yamada Takio ເນັ້ນໜັກວ່າ ຍີ່ປຸ່ນຈະນຳໃຊ້ຜ້າບັງປາກດ້ານການແພດເຫຼົ່ານີ້ຢ່າງມີປະສິດທິຜົນ. ທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ສະແດງຄວາມຊົມເຊີຍຕໍ່ການປ້ອງກັນການລະບາດຂອງພະຍາດດັ່ງກ່າວຂອງຫວຽດນາມ ແລະ ຖືວ່າ ຫວຽດນາມແມ່ນແບບຢ່າງໃນການປ້ອງກັນພະຍາດໃນທົ່ວໂລກ.

ທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຢືນຢັນວ່າ ຍີ່ປຸ່ນຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ກັບຫວຽດນາມ ໃນການປ້ອງກັນການລະບາດຂອງພະຍາດ Covid-19, ແລະ ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ, ກໍ່ຄືເພີ່ມທະວີການຮ່ວມມືໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.

ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ ສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ມອບຜ້າບັງປາກ ເພື່ອຊ່ວຍເບວຢ້ຽມ ຕໍ່ສູ້ກັບພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມແມ້ງຮູ່ງ - ປະທານສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ໄດ້ຕາງໜ້າສະມາຄົມ ເພື່ອມອບຜ້າບັງປາກການແພດ ຈຳນວນ 30.000 ແຜ່ນ ໃຫ້ສະຖານທູດເບວຢ້ຽມ ປະຈຳຫວຽດນາມ ເພື່ອສະໜັບສະໜູນປະເທດເບວຢ້ຽມ ໃນການຕໍ່ສູ້ກັບພະຍາດ COVID-19.

ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”.

ຫວຽດນາມ ໄດ ມອບຜ າບ ງປາກ ແລະ ເຄ ອງອ ປະກອນດ ານການແພດ ຄ ງທ 2 ໃຫ ແກ ຍ ປ ນ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin

ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.