ສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ແລກປ່ຽນສອງບັນຫາສຳຄັນ

12:06 | 07/05/2020

ຍສໝ - ວັນທີ 6 ພຶດສະພາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ຈັດການຮັບຕ້ອນທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ, ແລະ ໄດ້ແລກປ່ຽນ, ສົນທະນາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19; ແລະ ບັນດາກິດຈະກຳສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ສະຖານທ ດ ສປປ ເກ າຫ ປະຈຳຫວຽດນາມ ແລະ ສະມາຄ ມມ ດຕະພາບຫວຽດນາມ ສປປ ເກ າຫ ໄດ ແລກປ ຽນສອງບ ນຫາສຳຄ ນ ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19
ສະຖານທ ດ ສປປ ເກ າຫ ປະຈຳຫວຽດນາມ ແລະ ສະມາຄ ມມ ດຕະພາບຫວຽດນາມ ສປປ ເກ າຫ ໄດ ແລກປ ຽນສອງບ ນຫາສຳຄ ນ ສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ມອບອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ Azerbaijan

ເຂົ້າຮ່ວມພິທີຮັບຕ້ອນ, ຝ່າຍ ສປປ.ເກົາຫຼີ ມີ: ທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ; ທ່ານ Ryom Muong Nam - ຜູ້ທີ່ປຶກສາທູດຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ.

ຝ່າຍສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ມີ: ທ່ານ ເວືອງຍຸຍບຽນ - ປະທານສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ; ທ່ານ ຈິງຕວນຕອງ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ; ທ່ານ ເລວັນກຶ - ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ.ເກົາຫຼີ ແລະ ສະມາຊິກສະມາຄົມຈຳນວນໜຶ່ງ.

ສະຖານທ ດ ສປປ ເກ າຫ ປະຈຳຫວຽດນາມ ແລະ ສະມາຄ ມມ ດຕະພາບຫວຽດນາມ ສປປ ເກ າຫ ໄດ ແລກປ ຽນສອງບ ນຫາສຳຄ ນ
ທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ແລະ ທ່ານເວືອງຍຸຍບຽນ - ປະທານສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ. (ພາບ: thoidai.com.vn)

ກ່າວຄຳເຫັນທີ່ພິທີຮັບຕ້ອນ, ທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ ສະແດງຄວາມຊົມເຊີຍບັນດາໝາກຜົນທີ່ໜ້າປະທັບໃຈ ເຊິ່ງຫວຽດນາມບັນລຸໄດ້ໃນການຕໍ່ສູ້ຕ້ານກັບພະຍາດ COVID-19. ທ່ານ Ri Ho Jun ກ່າວວ່າ, ຫວຽດນາມໄດ້ຮັບໝາກຜົນອັນໃຫຍ່ຫຼວງດັ່ງກ່າວ ເພາະວ່ານັບແຕ່ເບື້ອງຕົ້ນຂອງການແຜ່ລະບາດພະຍາດຢູ່ຫວຽດນາມ, ທ່ານຫງວຽນຝູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ອອກຄຳຮຽກຮ້ອງບັນດາພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບທະຫານ ໃນທົ່ວປະເທດ ແລະ ຊາວຫວຽດນາມຢູ່ຕ່າງປະເທດຈົ່ງສາມັກຄີກັນ ໃນການປ້ອງກັນ ແລະ ຕ້ານໂລກລະບາດ. ລັດຖະບານຫວຽດນາມ ກໍ່ໄດ້ອອກຄຳສັ່ງຫຼາຍຢ່າງ ແລະ ວ່ອງໄວ. ໂດຍສະເພາະ ແມ່ນຄວາມເປັນເອກະພາບຂອງປະຊາຊົນ ແລະ ກອງທັບທຸກຄົນ ເພື່ອເຮັດໃຫ້ຫວຽດນາມໄດ້ຮັບຜົນສຳເລັດດັ່ງກ່າວ.

“ຫວຽດນາມໄດ້ປະຕິບັດການແຍກຫ່າງຢ່າງວ່ອງໄວ, ຮັບການປິ່ນປົວ ແລະ ຄືເກືອບທຸກກໍລະນີໄດ້ຫາຍດີແລ້ວ, ບໍ່ມີຜູ້ເສຍຊີວິດໃນທົ່ວປະເທດ. ດ້ວຍຄວາມສາມັກຄີຂອງທົ່ວປະເທດ, ປະຊາຊົນຫວຽດນາມ ຈະສະກັດກັ້ນການລະບາດຂອງພະຍາດ COVID-19 ໂດຍໄວ, ຟື້ນຟູພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.” - ທ່ານ Ri Ho Jun ໃຫ້ຮູູ້.

ໃນພິທີຮັບຕ້ອນ, ຜູ້ຕາງໜ້າສະຖານທູດ ສປປ.ເກົາຫຼີ ຍັງໄດ້ແຈ້ງການກ່ຽວກັບສະພາບການປ້ອງກັນພະຍາດ COVID-19. ໃນໄລຍະຜ່ານມາ, ສປປ.ເກົາຫຼີ ໄດ້ມີມາດຕະການແກ້ໄຂຢ່າງເຂັ້ມງວດ, ໂດຍສະເພາະມາຮອດປັດຈຸບັນ, ສປປ.ເກົາຫຼີ ຍັງບໍ່ມີກໍລະນີໃດຖືກຕິດເຊື້ອພະຍາດ. ໃນໄລຍະຈະມາເຖິງ, ສປປ.ເກົາຫຼີ ຈະສືບຕໍ່ໃຊ້ມາດຕະການທີ່ເໝາະສົມ ເພື່ອປົກປ້ອງປະຊາຊົນ ຕໍ່ການແຜ່ລະບາດທີ່ສັບສົນຂອງພະຍາດ COVID-19.

ທ່ານ Ri Ho Jun ໄດ້ເນັ້ນໜັກວ່າ ປີ 2020 ແມ່ນປີທີ່ມີຄວາມໝາຍສຳຄັນສຳລັບຫວຽດນາມ ດ້ວຍເຫດການຕ່າງໆເຊັ່ນ: 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ; 45 ປີແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ; ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ; 75 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ…

ເວົ້າເຖິງບັນດາການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ທ່ານຫວຶວງຍຸຍບຽນ - ປະທານສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໃຫ້ຮູ້ວ່າ: ສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສປປ.ເກົາຫຼີ ໄດ້ເປັນເອກະພາບວ່າ: ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19, ບາງກິດຈະກຳຂອງສອງປະເທດ ບໍ່ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວາງໄວ້ໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ, ໃນຈິດໃຈ, ສາຍພົວພັນມິດຕະພາບທີ່ທ່ານນາຍົກລັດຖະມົນຕີ Kim Il-sung ແລະ ປະທານໂຮ່ຈີມິນ ໄດ້ສ້າງຂຶ້ນໃນອະດີດ ທີ່ຈະບໍ່ປ່ຽນແປງ. ບັນດາກິດຈະກຳທີ່ຍັງບໍ່ທັນປະຕິບັດສຳເລັດຈະໄດ້ ດຳເນີນຕໍ່ໄປໃນປີນີ້ເມື່ອການລະບາດຂອງ COVID-19 ສິ້ນສຸດລົງ.

ສະຖານທ ດ ສປປ ເກ າຫ ປະຈຳຫວຽດນາມ ແລະ ສະມາຄ ມມ ດຕະພາບຫວຽດນາມ ສປປ ເກ າຫ ໄດ ແລກປ ຽນສອງບ ນຫາສຳຄ ນ ໜັງສືພິມອັງກິດ: ຫວຽດນາມ ແມ່ນພື້ນຖານເສດຖະກິດມີຄວາມໝັ້ນຄົງ ແລະ ປອດໄພພາຍຫຼັງ Covid-19

ຍສໝ - ອີງຕາມການຕີລາຄາຂອງໜັງສືພິມ The Economist, ລາຊະອານາຈັກອັງກິດ ໃຫ້ຮູ້ວ່າ ຫວຽດນາມກຳລັງຢູ່ໃນພື້ນຖານເສດຖະກິດທີ່ປອດໄພ ຫຼັງຈາກການລະບາດ ຂອງການລະບາດພະຍາດ Covid-19.

ສະຖານທ ດ ສປປ ເກ າຫ ປະຈຳຫວຽດນາມ ແລະ ສະມາຄ ມມ ດຕະພາບຫວຽດນາມ ສປປ ເກ າຫ ໄດ ແລກປ ຽນສອງບ ນຫາສຳຄ ນ ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

ຍສໝ - ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້, ທີແຂວງສາລະວັນ (ປະເທດລາວ) ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ລາວ ກັບຄືນປະເທດ.

ສະຖານທ ດ ສປປ ເກ າຫ ປະຈຳຫວຽດນາມ ແລະ ສະມາຄ ມມ ດຕະພາບຫວຽດນາມ ສປປ ເກ າຫ ໄດ ແລກປ ຽນສອງບ ນຫາສຳຄ ນ ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.