ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ.

ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ.

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ເຂົ້າໃນບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ເວົ້າລວມ ແລະ ສົມທົບ​ກັບທ່ານ ປະທານ​ປະ​ເທດ​ ມາ​ເລ​ເຊຍ ເວົ້າ​ສະ​ເພາະ ໃນ​ການ​ແກ້​ໄຂ​ບັນ​ຫາ​ພາກ​ພື້ນ.

ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025

ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025

ຍສໝ - ວັນ​ທີ 17 ກໍລະກົດ 2025, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ໄດ້ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025 (VIETLAO EXPO 2025). ນີ້​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ​ລາວ ເປັນປະທານຮ່ວມ, ມອບ​ໝາຍ​ໃຫ້​ກົມ​ສົ່ງ​ເສີມ​ການ​ຄ້າ​ສອງ​ປະ​ເທດ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.

ຫວຽດນາມ - ລາວ ​ແລກປ່ຽນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ

ຫວຽດນາມ - ລາວ ​ແລກປ່ຽນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ

ຍສໝ - ວັນທີ 28 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ຮກສາການຄະນະ ພົວພັນຕ່າງປະເທດສູນກາງພັກ ລາວ ບຸນເລີດ ພັນທະ​ນຸ​ວົງ ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ, ພ້ອມ​ທັງ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ຫຼາຍ​ບັນຫາ​ໃນ​ໂລກ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ວິ​ສາ​ຫະ​ກິດ ແທງ​ຮ໋ວາ ແລະ ຫົວ​ພັນ ສະ​ເໜີ​ຫຼາຍ​ແຜນການເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນຂອງການເຄື່ອນໄຫວ

ວິ​ສາ​ຫະ​ກິດ ແທງ​ຮ໋ວາ ແລະ ຫົວ​ພັນ ສະ​ເໜີ​ຫຼາຍ​ແຜນການເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນຂອງການເຄື່ອນໄຫວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 29 ກໍລະກົດ,​ ຢູ່​ແຂວງ ແທງ​ຮ໋ວາ ໄດ້ດຳເນີນກອງ​ປະ​ຊຸມ “ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ​ຊາຍ​ແດນ ແລະ ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ລະ​ຫວ່າງ​ແຂວງ ແທງ​ຮ໋​ວາ ແລະ ຫົວ​ພັນ”. ຢູ່​ທີ່​ນີ້, ບັນດາ​ວິ​ສາ​ຫະກິດ​ແຂວງ ແທງ​ຮ໋ວາ ​ແລະ ຫົວພັນ ​ໄດ້​ສະ​ເໜີ​ຫຼາຍ​ແຜນການເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຄື: ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​​ໃນ​ການ​ຄຸ້ມ​ຄອງ​ການ​ຄ້າ​ຊາຍ​ແດນ; ເຮັດ​ໃຫ້​ຂັ້ນຕອນ​ງ່າຍ​ດາຍ ແລະ​ ຫຼຸດ​ເວ​ລາ​ເປີດ​ຫ້ອງ​ການ​ຜູ້​ຕາງ​ຫນ້າ; ສະ​ຫນັບ​ສະ​ຫນູນ​ວິ​ສາ​ຫະ​ກິດບັນດາຂັ້ນຕອນກ່ຽວກັບ​ພາ​ສີ ...

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ

ຍສໝ - ຕາມ​ທູດພິເສດສຳນັກ​ຂ່າວສານຫວຽດນາມ ແລ້ວ, ຕອນ​ເຊົ້າ​ວັນ​ທີ 30 ກໍລະກົດ​ນີ້ຕາມເວລາທ້ອງຖິ່ນ, ຢູ່ ​Geneva (ສະວິດ), ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 6, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ຕ້ອນຮັບ​ທ່ານ​ນາງ ຮອງປະທານ​ສະພາ​ແຫ່ງ​ຊາດ ລາວ ສຸນທອນ ​ໄຊ​ຍະ​ຈັກ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າ​ຮ່ວມ​ມີ​ທ່ານກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດດ​ລາວ ວິໄລ​ ລາຄຳ​ຟອງ ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນມິງເຕີມ.

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ

ຍສໝ - ພາຍຫຼັງວາລະປະ​ຊຸມທີ່ພິທີ​ເປີດ, ກອງປະຊຸມສຳມະນາສາກົນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງ ຫວຽດນາມ ແລະ ລາວ” ໄດ້ດຳເນີນ 3 ກອງປະຊຸມສຳມະນາ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊີ້ແຈ້ງບັນດາຜົນງານກໍຄືບັນດາບັນຫາທີ່ມີຢູ່ແລ້ວ, ສະເໜີບັນດານະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດມໍລະດົກ (ລວມມີ: ບັນດາບົດຮຽນຂອງການພັດທະນາທາງດ້ານມໍລະດົກຂອງຫວຽດນາມ - ລາວ; ທັດສະນະ ​ແລະ ວິທີ​ແກ້​ໄຂ​ເພື່ອ​ສືບ​ຕໍ່​ພັດທະນາ​ເສດຖະກິດ​ມໍລະດົກ​ຫວຽດນາມ ​ແລະ ລາວ; ພັດທະນາ​ເສດຖະກິດ​ມໍລະດົກ​ຫວຽດນາມ ​ແລະ ລາວ - ​ບັນດາການແນະ​ນຳນະໂຍບາຍ).

ກົງ​ສູນ​ໃຫ່​ຍ ສ​ສ ຫວຽດ​ນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ກົງ​ສູນ​ໃຫ່​ຍ ສ​ສ ຫວຽດ​ນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຍສໝ - ຕອນ​ເຊົ້າ​ວັນ​ທີ 26 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ Rabat, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານປະທານ​ສະມາຄົມ​ມິດຕະພາບ​ Morocco - ຫວຽດນາມ Mustapha El Ktiri ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ Morocco ຢ່າງ​ເປັນ​ທາງ​ການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ຫວຽດນາມ​ ​ຮຽກຮ້ອງ ​ໄທ​ ແລະ ​ກຳປູ​ເຈຍ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນດ້ວຍ​ວິທີສັນຕິ​ພາບ

ຫວຽດນາມ​ ​ຮຽກຮ້ອງ ​ໄທ​ ແລະ ​ກຳປູ​ເຈຍ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນດ້ວຍ​ວິທີສັນຕິ​ພາບ

ຍສໝ - ຕໍ່ໜ້າ​ການ​ປະ​ທະ​ກັນ​ທີ່​ເພີ່ມ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ໄທ - ກຳປູ​ເຈຍ, ວັນ​ທີ 24 ກໍລະກົດ, ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ແລະ ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈົ່ງ​ອົດ​ກັ້ນ, ບໍ່​ໃຊ້​ກຳລັງ, ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ຈິດ​ໃຈ​ສາມັກຄີ​ອາ​ຊຽນ.

ບັນດາຂົວຕໍ່ນຳ​ເອົາ​ວັນນະຄະດີ​ໂປ​ໂລຍ ​ມາ​ໃຫ້​ຜູ້​ອ່ານ​ຫວຽດນາມ

ບັນດາຂົວຕໍ່ນຳ​ເອົາ​ວັນນະຄະດີ​ໂປ​ໂລຍ ​ມາ​ໃຫ້​ຜູ້​ອ່ານ​ຫວຽດນາມ

ຍສໝ - ​ເປັນ​ເວລາ​ກວ່າ 7 ທົດ​ສະ​ວັດ​ແລ້ວ, ​ແຕ່​ລະ​ໜ້າ​ຂອງ​ປຶ້ມໂປ​ໂລຍ ​ໄດ້​ຜ່ານ​ທາງດ້ານພາສາ ​ແລະ ພູມ​ສາດ​ເພື່ອ​ໄປ​ເຖິງ​ຜູ້​ອ່ານ​ຫວຽດນາມ. ດ້ານຫລັງແມ່ນນັກແປທີ່ງຽບໆແຕ່ມີຄວາມກະຕືລືລົ້ນ, ສືບຕໍ່ເຊື່ອມຕໍ່ສອງພື້ນຖານວັດທະນະທໍາວັນນະຄະດີ.

ຜູ້​ຊ່ຽວຊານ​ອົດ​ສະ​ຕາ​ລີ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ

ຜູ້​ຊ່ຽວຊານ​ອົດ​ສະ​ຕາ​ລີ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ

ຍສໝ - ທ່ານ ສາດສະດາຈານ Hal Hill ຖືວ່າ ຫວຽດນາມ ແມ່ນແບບຢ່າງໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ - ເປັນສິ່ງທີ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພະຍາຍາມຮ່ຳຮຽນ.

ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco

ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco

ຍສໝ - ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ

ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ

ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ

ຍສໝ - ວັນ​ທີ 20 ກໍລະກົດ​ນີ້, ສະຖານກົງສຸນ​ໃຫຍ່​ໄທ​ ປະຈຳ ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັບ​ສະພາ​ກາ​ແດງ​ຫວຽດນາມ ​ແລະ ​ໂຄງການ​ເດີນທາງ​ແດງ ​ໄດ້​ຈັດ​ຕັ້ງ​ລາຍການ​ບໍລິຈາກ​ເລືອດ​ມະນຸດສະທຳ. ການ​ເຄື່ອນ​ໄຫວ​ບໍ່​ພຽງ​ແຕ່​ໄດ້​ປະກອບສ່ວນ​ເພີ່ມ​ເຕີມແຫຼ່ງ​ເລືອດ​ເພື່ອຮັບໃຊ້​ປິ່ນປົວ​ພະຍາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມຊາວ​ໄທ ​ແລະ ຊາວຫວຽດນາມ ​ພ້ອມກັບເຜີຍ​ແຜ່​ຈິດ​ໃຈ​ມະນຸດສະທຳ, ກໍ່ສ້າງ​ຂົວ​ແຫ່ງ​ການ​ແບ່ງປັນ ​ແລະ ເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ການ​ທູດລັດຖະສະພາໃນ​ການ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ

ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ການ​ທູດລັດຖະສະພາໃນ​ການ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Senegal El Malick Ndiaye, ທ່ານປະທານ​ສະພາ​ສະພາຕ່ຳ​ລາຊະ​ອານາຈັກ Morocco Rachid Talbi Alami, ທ່ານປະທານ​ສະຫະພັນ​ລັດຖະສະພາ​ສາກົນ (IPU) Tulia Ackson ແລະ ທ່ານ​ເລຂາໃຫຍ່ IPU Martin Chungong, ທ່ານປະທານ​ສະພາ​ແຫ່ງ​ຊາດ ເຈີ່ນແທງເໝີນ ​ໄດ້​​ຢ້ຽມຢາມ Senegal ແລະ Morocco ຢ່າງເປັນທາງການ, ເຂົ້າ​ຮ່ວມ​ກອງປະຊຸມບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 6, ດຳ​ເນີນ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່​ສະ​ວິດ​ແຕ່​ວັນ​ທີ 22-30 ກໍລະກົດ 2025.

ຊຸກຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊາ​ຊາດ

ຊຸກຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊາ​ຊາດ

ຍສໝ - ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.

ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.

ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ

ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ

ຍສໝ - ຖື​ວ່າ​ການ​ພົວພັນ​ທາງ​ການ​ທູດ​ກັບ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊ່ອງ​ທາງ​ການ​ທູດ​ສຳຄັນ​ທີ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້, ບຳລຸງ​ສ້າງ ​ແລະ ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດຫວຽດນາມ - ຈີນ.

ການສະເຫລີມສະຫລອງວັນຊາດ ເປັນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນ ແລະ ປະຊາຊົນກ້າວໜ້າໃນທົ່ວໂລກ.

ການສະເຫລີມສະຫລອງວັນຊາດ ເປັນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນ ແລະ ປະຊາຊົນກ້າວໜ້າໃນທົ່ວໂລກ.

ຍສໝ - ຕອນ​ບ່າຍ​ວັນ​ທີ 17 ກໍລະກົດ, ທີ່​ການ​ປະຊຸມ​ຂ່າວ​ປະຈຳຂອງ​ກະຊວງ​ການ​ຕ່າງປະ​ເທດ, ທ່ານນາງ ​ໂຄສົກກະ ຊວງການຕ່າງປະເທດ ຟ້່າມທູຮັ່ງ ​ແຈ້ງ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ວັນທີ 2 ກັນຍາ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ບັນດາ​ເພື່ອນ​ມິດສາ​ກົນ​ເຊີດຊູ​ບັນດາ​ຄຸນຄ່າແບບຍືນຍົງ​ຂອງເອກະລາດ ​ແລະ ​ເສລີພາບ​.

ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ຍສໝ - ວັນທີ 15 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການ “ສ້າງອະນາຄົດຮ່ວມກັນ: ເຊື່ອມຕໍ່ວິສາຫະກິດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ປະຊາຄົມ”, ດ້ວຍການເຂົ້າຮ່ວມຂອງຜູ້ຕາງຫນ້າວິສາຫະກິດໃຫຍ່ ແລະ , ບໍລິສັດເລີ່ມສ້າງຕົວ (startup) ເກືອບ 150 ແຫ່ງຂອງຫວຽດນາມ ແລະສິງກະໂປ.

30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6

30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6

ຍສໝ - ງານ​ມະ​ໂຫລານ ​“ຮ້ອງເພງ​ມິດຕະພາບ​ຫວຽດນາມ - ລາວ” ຄັ້ງ​ທີ 6 ​ໃນ​ປີ 2025 ​ໄດ້ຂ່ຳນັບຮັບຕ້ອນ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ 50 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ, ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​​ຂອງ​ພັກ​ຄັ້ງ​ທີ 14, ຕ້ອນຮັບ​ກອງ​ປະຊຸມຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 4 ພາຍຫຼັງ​ການ​ສົມທົບ.

ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື

ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື

ຍສໝ - ທີ່​ໂຄງການ​ແລກປ່ຽນ​ໂດຍ​ສະມາຄົມ​ມິດຕະພາບ​ປະຊາຊົນ​ກວາງ​ຊີ (ຈີນ) ສົມທົບ​ກັບ​ສູນ​ວັດທະນະທຳ​ຈີນ​ ​ຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 16 ກໍລະກົດ, ນັກ​ສຶກສາ​ຫວຽດນາມ ຫຼາຍ​ຄົນ​ທີ່​ໄປ​ຮຽນ​ຢູ່​ກວາງຊີ ​ໄດ້​ແບ່ງປັນ​ປະສົບ​ການ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການເປີດກ້ວາງທຶນ​ສຶກສາ, ​ເພີ່ມ​ທະວີ​ສາຍ​ພົວພັນ​ອະດີດ​ນັກ​ສຶກສາ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຫວຽດນາມ ​ແລະ ກວາງ​ຊີ.

ມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດສະແດງໃຫ້ເຫັນນ້ຳໃຈມິດຕະພາບຫວຽດນາມ - ລາວ

ມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດສະແດງໃຫ້ເຫັນນ້ຳໃຈມິດຕະພາບຫວຽດນາມ - ລາວ

ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.

ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ

ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 236 ປີແຫ່ງວັນຊາດ ສາທາລະນະລັດ ຝຣັ່ງ (14 ກໍລະກົດ 1789 – 14 ກໍລະກົດ 2025), ກົງສຸນໃຫຍ່ ຝຣັ່ງ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງໃນຕອນເຊົ້າວັນ 14 ກໍລະກົດ. ທີ່ພິທີ, ຜູ້ຕ່າງໜ້າການ​ນຳ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ບົດບາດ​ບຸກ​ເບີກ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຫວຽດນາມ - ຝຣັ່ງ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ ຝລັ່ງ ​ໃນ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມບໍລິສັດ Marubeni, ​ຍີ່​ປຸ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມບໍລິສັດ Marubeni, ​ຍີ່​ປຸ່ນ

ຍສໝ - ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ.

ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ: ມະໂນພາບພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ

ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ: ມະໂນພາບພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ

ຍສໝ - ພາຍຫຼັງ​ປີ 1975, ການພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ, ຈາກ​ການ​ເປັນ​ພັນທະ​ມິດ​ຕໍ່ສູ້​ຕ້ານ​ສັດຕູ​ຮ່ວມ​ກັນ ​ແລະ ຍາດ​ໄດ້​ໄຊຊະນະ, ​ໄດ້​ເຂົ້າ​ສູ່​ໜ້າ​ປະຫວັດສາດ​ໃໝ່ ເຊິ່ງເປັນມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ.

ຫວຽດນາມ ໄດ້ເຊີນ 5 ປະເທດເພື່ອນມິດເຂົ້າຮ່ວມການເດີນສວນສະໜາມເນື່ອງໃນໂອກາດວັນຊາດ 2 ກັນຍາ

ຫວຽດນາມ ໄດ້ເຊີນ 5 ປະເທດເພື່ອນມິດເຂົ້າຮ່ວມການເດີນສວນສະໜາມເນື່ອງໃນໂອກາດວັນຊາດ 2 ກັນຍາ

ຍສໝ - ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ສົ່ງ​ຄຳ​ເຊີນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 8 ປະ​ເທດ​ຄື: ລັດ​ເຊຍ, ຈີນ, ລາວ, ກຳປູ​ເຈຍ, ກູ​ບາ, ​ເບ​ລາຣຸດ, ກາຊັກ​ສະຖານ, ອາ​ເຊີ​ໄບ​ຈັນ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ, ​ພ້ອມກັນນັ້ນ ​ໄດ້​​ເຊີນ 5 ປະ​ເທດ​ຄື: ລັດ​ເຊຍ, ຈີນ, ລາວ, ກຳປູ​ເຈຍ, ​ເບ​ລາຣຸດ ສົ່ງກໍາລັງເພື່ອເຂົ້າຮ່ວມໃນການເດີນສວນສະໜາມຢູ່​ພິທີ​ສະ​ເຫຼີ​ມສະຫຼອງ.

|< < 1 2 3 4 5 > >|