![]() | ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ: ມະໂນພາບພັດທະນາການພົວພັນແບບພິເສດລະຫວ່າງສອງປະເທດ |
![]() | ຄະນະກໍ່ສ້າງເລກທີ 64 - 60 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ |
![]() |
Thứ trưởng Bộ Ngoại giao Đặng Hoàng Giang. |
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ຕອບຄຳຖາມກ່ຽວກັບການໄປປະຕິບັດງານຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ.
ຂໍຮຽນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຂໍຮຽນທ່ານໃຫ້ຮູ້ ຄວາມໝາຍ, ເປົ້າໝາຍຂອງການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະ ພັນລະຍາ ເພື່ອເຂົ້າຮ່ວມກອງປະຊຸມບັນດາປະທານສະພາໂລກ ຄັ້ງທີ 6, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ສະວິດ, ການຢ້ຽມຢາມ ສາທາລະນະລັດ Senegal ແລະ ລາຊະອານາຈັກ Morocco ຢ່າງເປັນທາງການ?
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ: ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ສາທາລະນະລັດ Senegal El Malick Ndiaye, ທ່ານປະທານສະພາສະພາຕ່ຳລາຊະອານາຈັກ Morocco Rachid Talbi Alami, ທ່ານປະທານສະຫະພັນລັດຖະສະພາສາກົນ (IPU) Tulia Ackson ແລະ ທ່ານເລຂາໃຫຍ່ IPU Martin Chungong, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຢ້ຽມຢາມ Senegal ແລະ Morocco ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ສະວິດແຕ່ວັນທີ 22-30 ກໍລະກົດ 2025.
IPU 6 ແມ່ນກອງປະຊຸມໃຫຍ່ສຸດຂອງບັນດາປະທານສະພາໂລກໃນປີ 2025, ໄດ້ດຶງດູດການເຂົ້າຮ່ວມຂອງບັນດາປະທານສະພາໃນໂລກຫຼາຍທ່ານທີ່ສຸດ, ດ້ວຍບັນດາປະທານສະພາບັນດາປະເທດ 110 ກວ່າທ່ານຈະເຂົ້າຮ່ວມ.
ກອງປະຊຸມປີນີ້, ດ້ວຍຫົວຂໍ້ “ໂລກໃນຄວາມວຸ້ນວາຍ:ການຮ່ວມມືລັດຖະສະພາ ແລະ ລັດທິຫຼາຍຝ່າຍເພື່ອສັນຕິພາບ, ຍຸຕິທຳ ແລະ ຄວາມຈະເລີນຮຸ່ງເຮືອງເພື່ອທຸກຄົນ”, ສ່ອງແສງໃຫ້ເຫັນຄວາມເປັນຫ່ວງເປັນໄຍລວມຂອງປະຊາຄົມສາກົນກ່ຽວກັບສະພາບການໂລກທີ່ສັບສົນໃນປະຈຸບັນ; ພ້ອມກັນນັ້ນ, ປາດຖະໜາຢາກເສີມຂະຫຍາຍບົດບາດສຳຄັນຂອງການທູດຫຼາຍຝ່າຍໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນໃນທົ່ວໂລກ, ພິເສດແມ່ນໃນການວາງແຜນ ແລະ ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ.
ດ້ວຍບັນດາປັດໄຈດັ່ງກ່າວ, ສາມາດຢັ້ງຢືນໄດ້ວ່າ ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດທັງສອງຝ່າຍ ແລະ ຫຼາຍຝ່າຍ, ດັ່ງທີ່ໄດ້ເຫັນໃນດ້ານຄື:
ກ່ອນອື່ນໝົດ, ຈາກທັດສະນະຂອງສອງຝ່າຍ, ນີ້ແມ່ນການການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄປສະວິດ, ໄປຢ້ຽມຢາມ Morocco ແລະ Senegal ຢ່າງເປັນທາງການ. ສຳລັບ Morocco, ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງການນຳຫວຽດນາມ ພາຍຫຼັງ 6 ປີ ແລະ ສຳລັບ Senegal ນັບແຕ່ 2 ປະເທດສ້າງຕັ້ງການພົວພັນທາງການທູດ.
ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ຈະປະກອບສ່ວນປັບປຸງແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ ແລະ Senegal, Morocco ແລະ ສະວິດ; ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ພາກພື້ນ ອາຟຣິກາ ແລະ ເອີລົບ. ພ້ອມກັນນັ້ນ, ການໄປປະຕິບັດງານຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ຫັນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າເປັນຫຼາກຫຼາຍ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືລັດຖະສະພາກັບບັນດາຄູ່ຮ່ວມມື Senegal, Morocco ແລະ ສະວິດ, ດຶງດູດແຫຼ່ງກຳລັງສາກົນຢ່າງສູງສຸດເພື່ອຮັບໃຊ້ບັນດາເປົ້າໝາຍພັດທະນາຂອງປະເທດໃນສັງກາດແຫ່ງການພັດທະນາປະເທດຊາດ, ຍົກສູງພາບພົດ ແລະ ທີ່ຕັ້ງຂອງຫວຽດນາມ ກໍ່ຄືສະພາແຫ່ງຊາດ ຫວຽດນາມ ໃນເວທີສາກົນ.
ທີສອງ, ເພື່ອຜັນຂະຫຍາຍແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ການຫັນເປັນຫຼາຍຝ່າຍ, ການຫັນເປັນຫຼາກຫຼາຍ, ເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ກວ້າງຂວາງ ແລະ ມີປະສິດທິຜົນຢ່າງຕັ້ງໜາ້ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ມະຕິເລກທີ 59-NQ/TW ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ກໍ່ຄືບົດສະຫຼຸບ125-KL/TW ຂອງຄະນະເລຂາກ່ຽວກັບການເພີ່ມທະວີການປະຕິບັດຄຳສັ່ງເລກທີ 25-CT/TW ກ່ຽວກັບການຊຸກຍູ້ ແລະ ຍົກສູງການພົວພັນທາງການທູດຫຼາຍຝ່າຍຮອດປີ 2030, ການປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນຈະປະກອບສ່ວນຢືນຢັນຢ່າງເຂັ້ມແຂງບັນດາທິດທາງ, ນະໂຍບາຍ, ຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງປະເທດໃນການພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ລັດທິຫຼາຍຝ່າຍ, ສ້າງກຳລັງແຮງເພື່ອສະແດງໃຫ້ເຫັນບົດບາດຂອງສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າ, ເເທດຈິງເຂົ້າໃນການເຄື່ອນໄຫວຂອງ IPU ແລະ ສປຊ, ຊຸກຍູ້ການພົວພັນ, ການຮ່ວມມືລັດຖະສະພາ ກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ໃນເວທີສາກົນ.
ພ້ອມກັບການເຂົ້າຮ່ວມການແກ້ໄຂບັນຫາສາກົນທີ່ສຳຄັນໂດຍກົງແລ້ວ, ຫວຽດນາມ ຍັງນຳເອົາບົດບັນທຶກປະສົບການ ແລະ ປະສົບຜົນສຳເລັດຂອງຫວຽດນາມ ໄປເຜີຍແຜ່ ແລະ ແບ່ງປັນກັບບັນດາປະເທດ ແລະ ບັນດາອົງການສາກົນກ່ຽວກັບການປັບປຸງ, ຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາປະເທດ, ເພີ່ມທະວີການພົວພັນຕ່າງປະເທດ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ເຄົາລົບກົດໝາຍສາກົນ, ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງທຸກພາກພື້ນ ແລະ ທົ່ວໂລກ.
ຂໍຮຽນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຂໍຮຽນທ່ານໃຫ້ຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - Senegal, ການພົວພັນລະຫວ່າງ ຫວຽດນາມ - Morocco, ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະວິດ ແລະ ຄາດຄະເນຂອງທ່ານຮອງລັດຖະມົນຕີກ່ຽວກັບການຢ້ຽມຢາມ?
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ: ຫວຽດນາມ ໄດ້ມີການພົວພັນຮ່ວມມືອັນດີງາມກັບ Senegal, Morocco ແລະ ສະວິດ ເປັນເວລາຫຼາຍທົດສະວັດ.
ສຳລັບ Senegal, ນັບແຕ່ສ້າງຕັ້ງການພົວພັນທາງການທູດເມື່ອປີ 1969, 2 ປະເທດໄດ້ຮັກສາມິດຕະພາບ ແລະ ການຮ່ວມມືອັນດີງາມ, ຍາມໃດກໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, ປະຊາຄົມພາສາຝຣັ່ງ ແລະ IPU… ການຮ່ວມມືດ້ານເສດຖະກິດໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້. ໃນ 6 ເດືອນຕົ້ນປີ 2025, ວົງເງິນສົ່ງອອກຂອງຫວຽດນາມໄປຍັງ Senegal ບັນລຸເກືອບ 60 ລ້ານ USD, ເພີ່ມຂຶ້ນ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ການຢ້ຽມຢາມຂອງປະທານສະພາແຫ່ງຊາດຈະສ້າງກຳລັງໜູນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ບັນດາກົນໄກຫຼາຍຝ່າຍ, ພິເສດ ແມ່ນບ່ອນທີ່ປະເທດ Senegal ມີບົດບາດສຳຄັນ, ກໍ່ຄືການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ.
ພາຍຫຼັງເກືອບ 65 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງຫວຽດນາມ - Morocco ໄດ້ຮັບການພັດທະນານັບມື້ນັບພັດທະນາໃນ 3 ຊ່ອງທາງການທູດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ. 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນທ່າທີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ. ການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດໄດ້ພັດທະນາຢ່າງດີງາມທັງສອງຝ່າຍ ແລະ ຫຼາຍຝ່າຍ. ປະຈຸບັນ Morocco ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງຫວຽດນາມ ຢູ່ອາຟຼິກາເໜືອ, ວົງເງິນການຄ້າສອງຝ່າຍນັບມື້ນັບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.
ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຈະສ້າງກຳລັງແຮງເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ພິເສດແມ່ນດ້ານການຄ້າ, ການລົງທຶນ, ກະສິກຳ ແລະ ການທ່ອງທ່ຽວ ມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 500 ລ້ານ USD ໃນໄລຍະຈະມາເຖິງ.
ການພົວພັນລະຫວ່າງ ຫວຽດນາມ - ສະວິດ ໄດ້ພັດທະນາຢ່າງຕັ້ງໜ້າໃນຫລາຍຂົງເຂດພາຍຫຼັງກວ່າເຄິ່ງສັດຕະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ. ກ່ຽວກັບດ້ານການຄ້າ, ສະວິດແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນສະມາຄົມການຄ້າເສລີເອີຣົບ (EFTA), ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸໄດ້ 811 ລ້ານ USD ໃນປີ 2024, ແລະ 375 ລ້ານ USD ໃນ 5 ເດືອນຕົ້ນປີ 2025 ຢ່າງດຽວ. ປະຈຸບັນ, ການລົງທຶນຂອງ ສະວິດ ເຂົ້າຫວຽດນາມ ບັນລຸກວ່າ 2,1 ຕື້ USD, ຢືນອັນດັບທີ 6 ຢູ່ ເອີລົບ, ອັນດັບທີ 20 ໃນຈຳນວນ 147 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.
ໃນເດືອນມັງກອນ 2025, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ຂອງເວທີປາໄສເສດຖະກິດໂລກຢູ່ Davos, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ແລະ ທ່ານປະທານາທິບໍດີ ສະວິດ Karin Keller-Sutter ໄດ້ເຫັນດີເປັນເອກະພາບສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ບົນພື້ນຖານນັ້ນ, ຫວຽດນາມ ແລະ ສະວິດ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ສົມທົບກັນຊຸກຍູ້ຂະບວນການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ EFTA, ສືບຕໍ່ເປີດກ້ວາງການຮ່ວມມືໃນບັນດາຂົງເຂດອື່ນຄື: ການສຶກສາ, ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ...
ຂ້າພະເຈົ້າເຊື່ອໝັ້ນວ່າ ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາໂລກຄັ້ງທີ 6, ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ສະວິດ, ແລະ ການຢ້ຽມຢາມ Senegal ແລະ Morocco ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ຈະປະສົບຜົນສຳເລັດໃນທຸກດ້ານ, ໄດ້ຮັບຄວາມປະທັບໃຈທີ່ສຸດກ່ຽວກັບບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນອັນຕັ້ງໜ້າຂອງຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ໃນການແກ້ໄຂບັນຫາທົ່ວໂລກ.
![]() | ການຮ່ວມມືດ້ານການຜະລິດເຂົ້າສານ: ສັນຍາລັກສະແດງໃຫ້ເຫັນເຖິງການພົວພັນມິດຕະພາບຫວຽດນາມ - ກູບາ ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ... |
![]() | ຫວຽດນາມ - ສ.ເຊັກໂກ ຊຸກຍູ້ການຮ່ວມມືດ້ານການສຶກສາ, ຄົ້ນຄ້ວາ ແລະ ນະວັດຕະກຳ ຍສໝ - ວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ Prague (ສາທາລະນະລັດ ເຊັກໂກ) ໄດ້ດຳເນີນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ເປັນຂີດໝາຍບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ. |
ມີງດຶກ