![]() | ສື່ມວນຊົນຫວຽດນາມ ແລະ ລາວ ສົມທົບກັນໂຄສະນາເຜີຍແຜ່ ແລະ ຖະແຫຼງຂ່າວຕ່າງປະເທດຢ່າງມີປະສິດທິຜົນ |
![]() | ຫວຽດນາມ ແລະ ລາວ ຄຽງບ່າຄຽງໄຫຼ່ບົນເສັ້ນທາງພັດທະນາ |
![]() |
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງລາວ ບຸນເລີດ ພັນດານຸວົງ ໄດ້ຕອບຄຳສຳພາດ. (ພາບ: Do Ba Thanh/ TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ທ່ານ ບຸນເລີດ ພັນດານຸວົງ ໄດ້ແບ່ງປັນຄວາມຮູ້ສຶກອັນເລິກເຊິ່ງກັບນັກຂ່າວ ສຳນັກຂາວສານ ຫວຽດນາມ ຢູ່ລາວ ກ່ຽວກັບບັນດາຜົນສຳເລັດຂອງ ຫວຽດນາມ ກໍ່ຄືສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ.
ທ່ານ ບຸນເລີດ ພັນດານຸວົງ ໃຫ້ຮູ້ວ່າ ລາວມີຄວາມສຳພັນທີ່ໃກ້ຊິດກັບຫວຽດນາມ, ເຄີຍໄປຮຽນຢູ່ຫວຽດນາມເປັນເວລາຫຼາຍປີຕັ້ງແຕ່ຍັງນ້ອຍ ແລະ ຕໍ່ມາລາວໄດ້ໄປເຮັດວຽກຢູ່ຫວຽດນາມຫຼາຍຄັ້ງ.
ທ່ານເອງໄດ້ເຫັນດີເຫັນພ້ອມເຖິງຂະບວນການພັດທະນາຢ່າງແຂງແຮງຂອງຫວຽດນາມ, ໃນຕະຫຼອດ80 ປີແຫ່ງການສ້າງຕັ້ງປະເທດ, ພິເສດແມ່ນພາຍຫຼັງເກືອບ 40 ປີແຫ່ງການຜັນຂະຫຍາຍຂະບວນການປັບປຸງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະ ເປັນປະຫວັດສາດ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງລາວ ສະແດງໃຫ້ເຫັນວ່າ: ຫວຽດນາມ ໄດ້ຮັກສາສະຖຽນລະພາບດ້ານການເມືອງ, ສ້າງພື້ນຖານດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງເຂັ້ມແຂງ ແລະ ປະຊາຄົມສາກົນຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດປອດໄພທີ່ສຸດຢູ່ອາຊີ. ນີ້ແມ່ນພື້ນຖານອັນສຳຄັນເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ສ້າງກຳລັງຜັກດັນໃຫ້ແກ່ການເຕີບໂຕເສດຖະກິດ.
ຕາມທ່ານແລ້ວ, ຫວຽດນາມ ແມ່ນປະເທດທີ່ມີລາຍຮັບສະເລ່ຍພຽງແຕ່ 440 USD/ຄົນ/ປີ ໃນປີ 2000, ແຕ່ມາຮອດປະຈຸບັນ, ລາຍຮັບສະເລ່ຍຂອງ ຫວຽດນາມ ໄດ້ເພີ່ມຂຶ້ນເຖິງ 4.000 USD/ຄົນ/ປີ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຫວຽດນາມໄດ້ຢືນຢັນທີ່ຕັ້ງສາກົນເມື່ອຮັບຜິດຊອບບົດບາດເປັນສະມາຊິກບໍ່ປະຈຳຂອງສະພາຄວາມສະຫງົບ ສະຫະປະຊາຊາດຢ່າງສຳເລັດຜົນ 2 ຄັ້ງ.
ດ້ວຍຖານະເປັນເພື່ອນບ້ານໃກ້ເຮືອນຄຽງອ້າຍນ້ອງ ແລະ ມີສາຍພົວພັນແບບພິເສດກັບຫວຽດນາມ, ລາວຮູ້ສຶກພາກພູມໃຈທີ່ສຸດ ແລະ ຖືວ່າບັນດາຜົນງານດັ່ງກ່າວເປັນຂອງຕົນ. ບັນດາຜົນສຳເລັດຂອງ ຫວຽດນາມ ຈະແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ລາວໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.
![]() |
ລາຍການບົດເພງ ແລະ ຟ້ອນຍ້ອງຍໍຄວາມສາມັກຄີ ຫວຽດນາມ - ລາວ. (ພາບ: Xuan Tu/ TTXVN) |
ທ່ານ ບຸນເຫລືອ ພັນດານູວົງ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພິເສດແມ່ນການນຳຂອງບັນດາການນຳຂັ້ນສູງ ໂດຍມີວິໄສທັດທີ່ເບິ່ງກວ້າງມອງໄກ ແລະ ກຳແໜ້ນບັນດາຮຽກຮ້ອງຂອງສະພາບການພັດທະນາຢ່າງແທດຈິງ, ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ອັນໃຫຍ່ຫຼວງໃນຂະບວນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ບັນລຸໄດ້ບັນດາເປົ້າໝາຍທີ່ພັກ ແລະ ລັດວາງອອກ.
ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ປະຊາຊົນລາວ ແລະ ຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບສັດຕູທົ່ວໄປ, ຈາກໄຊຊະນະ ດ້ຽນບຽນຝູ ທີ່ມີຊື່ສຽງໃນຫ້າທະວີບ, ສັ່ນສະເທືອນໂລກໃນປີ 1954 ຈົນເຖິງໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975. ທະຫານນັບໝື່ນຄົນ, ບັນດາລູກຊາຍທີ່ດີເດັ່ນຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ເສຍສະຫຼະຊີວິດເພື່ອຊາດເພື່ອເອກະລາດ, ເສລີພາບ.
ປະຈຸບັນ, ການພົວພັນລາວ-ຫວຽດນາມ ສືບຕໍ່ພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງໃນທຸກຂົງເຂດຄື: ການເມືອງ, ການຕ່າງປະເທດມີຄວາມໄວ້ເນື້ອເຊື່ອໃຈເປັນພິເສດ; ການຮ່ວມມືດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ ແລະ ເປັນເສົາຄ້ຳສຳຄັນເພື່ອຮັບປະກັນຄວາມໝັ້ນຄົງ; ເສດຖະກິດ - ການຄ້າ ແລະ ການລົງທຶນນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ, ໃນນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຢູ່ລາວ.
ພິເສດແມ່ນຂົງເຂດການສຶກສາ ແລະ ບຳລຸງສ້າງແມ່ນຈຸດພົ້ນເດັ່ນຄື: ປະຈຸບັນມີນັກສຶກສາລາວປະມານ 16.000 ຄົນພວມຮ່ຳຮຽນຢູ່ ຫວຽດນາມ ແລະ ນີ້ຈະແມ່ນກຳລັງປັນຍາຊົນໜຸ່ມ, ເປັນອະນາຄົດຂອງປະເທດລາວໃນຂະບວການພັດທະນາປະເທດຊາດ.
ບໍ່ຢຸດຢັ້ງຢູ່ນັ້ນ, ສອງພັກ, ສອງລັດ ລາວ-ຫວຽດນາມ ພວມສົມທົບກັນຈັດຕັ້ງປະຕິບັດຫຼາຍໂຄງການຍຸດທະສາດ, ໃນນັ້ນມີທາງດ່ວນວຽງຈັນ-ຮ່າໂນ້ຍ, ເປີດກາລະໂອກາດໃໝ່ໃຫ້ແກ່ການເຊື່ອມຕໍ່ເສດຖະກິດ, ການຄົມມະນາຄົມ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ.
ຕາມທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງລາວແລ້ວ, ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ແທດເໝາະກັບການພົວພັນດ້ານການເມືອງອັນດີງາມ; ພ້ອມກັນນັ້ນ, ກໍ່ຕ້ອງເພີ່ມທະວີການສຶກສາ ແລະ ໂຄສະນາໃຫ້ລຸ້ນໜຸ່ມເຂົ້າໃຈຢ່າງຈະແຈ້ງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ເພື່ອໃຫ້ນ້ຳໃຈອັນສັກສິດນີ້ຈະສືບທອດໃຫ້ຕະຫຼອດໄປ.
ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ແມ່ນໂອກາດເພື່ອຫວນຄືນການເດີນທາງອັນສະຫງ່າລາສີຂອງຊາດຫວຽດນາມ, ພ້ອມທັງຢັ້ງຢືນເຖິງສາຍພົວພັນແບບພິເສດ ແລະ ຊື່ສັດທີ່ຫາຍາກລະຫວ່າງສອງປະເທດ ລາວ-ຫວຽດນາມ.
ທ່ານບຸນເລີດ ຢືນຢັນຄືນວ່າ ບັນດາຜົນງານທີ່ຫວຽດນາມບັນລຸໄດ້ກໍ່ແມ່ນຄວາມພາກພູມໃຈຂອງປະຊາຊົນລາວ.
ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ສາຍພົວພັນແບບພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ - ລາວ ຈະເປັນຊັບສົມບັດອັນລ້ຳຄ່າ, ເປັນກຳລັງແຮງອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດບົນເສັ້ນທາງສ້າງສາ ແລະ ພັດທະນາປະເທດຊາດ.
![]() | ຫວຽດນາມ ແລະ ລາວ ຜັນຂະຫຍາຍບັນດາການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ ຍສໝ - ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືສອງຝ່າຍ (MoU) ທີ່ໄດ້ລົງນາມລະຫວ່າງສູນອິນເຕີເນັດ ຫວຽດນາມ (VNNIC) ແລະ ສູນອິນເຕີເນັດແຫ່ງຊາດ ລາວ (LANIC), ອົງການໂທລະຄົມມະນາຄົມ ລາວ (LTRA), ແຕ່ວັນທີ 15 – 17 ພຶດສະພານີ້, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ. |
![]() | ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນວຽກງານກວດກາພັກ ຍສໝ - ຕອນເຊົ້າວັນທີ 4 ມິຖຸນານີ້, ຢູ່ສຳນັກງານສູນກາງພັກ, ປະທານຄະນະກວດກາສູນກາງ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ທ່ານ ເຈີ່ນເກີມຕູ້ ໄດ້ເປັນປະທານການພົບປະກັບຄະນະຜູ້ແທນຂັ້ນສູງ ກ່ຽວກັບການກວດກາພັກປະຊາຊົນປະຕິວັດລາວ ໂດຍທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ. |
ແທັງຮັ່ງ