![]() | ລາຍການສິລະປະເພື່ອສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ |
![]() | ສ. ລັດເຊຍສະເໜີເປີດການຂົນສົ່ງທາງທະເລໄປລາວ ຜ່ານຫວຽດນາມ |
![]() |
ຕອນຝຶກແອບສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. (ພາບ: VnExpress) |
ໂດຍເຂົ້າຮ່ວມ ແລະ ຊີ້ນຳຕອນຝຶກແອບສວນສະໜາມມີທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ພົນເອກ ຫງວຽນເຕີຍເກື່ອງ, ຫົວໜ້າເສນາທິການໃຫຍ່ການກອງທັບປະຊາຊົນຫວຽດນາມ; ພ້ອມກັບການນຳກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ.
ຕອນຝຶກແອບໄດ້ເລີ່ມຂຶ້ນໃນເວລາ 20 ໂມງ ດ້ວຍ 43 ກຸ່ມກ້ອນລຸກ, 18 ກຸ່ມກ້ອນໄປ, 6 ກຸ່ມກ້ອນລົດລາທະຫານຂອງກອງທັບ ແລະ 8 ກຸ່ມກ້ອນລົດປະເພດພິເສດຂອງຕຳຫຼວດ. ບັນດາກຸ່ມກ້ອນສວນສະໜາມໄດ້ເລີ່ມແຕ່ຕໍ່ໜ້າສຸສານປະທານໂຮ່ຈິມິນ, ໄປຕາມຖະໜົນ ຮຸ່ງເວືອງ, ແລ້ວແບ່ງອອກເປັນ 4 ທິດທີ່ໄດ້ຈັດຕັ້ງໄວ້ກ່ອນ.
![]() |
ທະຫານລາວ ຮັກສາການເຄື່ອນໄຫວຢ່າງໝັ້ນຄົງ ແລະ ເປັນລະບຽບຮຽບຮ້ອຍ, ໄດ້ສ້າງພາບພົດອັນສະຫງ່າງາມໃນຂະນະທີ່ສວນສະໜາມຜ່ານຖະໜົນຫຼວງ. (ພາບ: Znews) |
ກຸ່ມກ້ອນກອງທັບປະຊາຊົນລາວ ພ້ອມດ້ວຍພະນັກງານ, ນາຍ110 ຄົນ ໄດ້ເດີນທາງຈາກນະຄອນຫຼວງ ວຽງຈັນ ຫຼາຍກວ່າ 350 ກິໂລແມັດ ຜ່ານດ່ານຊາຍແດນສາກົນ ເກົາແຈ່ວ ຫາ ຮ່າໂນ້ຍ ໃນຕອນເຊົ້າວັນທີ 16 ສິງຫາ ເພື່ອເຂົ້າຮ່ວມການຝຶກແອບສວນສະໜາມ. ທະຫານລັດເຊຍ 30 ກວ່າຄົນທີ່ເຂົ້າຮ່ວມທີມສວນສະໜາມນໄດ້ໄປຮອດ ຮ່າໂນ້ຍ ຢ່າງທັນທີ່ໃນຕອນທ່ຽງວັນທີ 20 ສິງຫາ. ກຸ່ມກ້ອນກອງທັບກຳປູເຈຍ ກໍ່ມີໜາ້ດ້ວຍຮູບຖານການວາງກຳລັງຢ່າງເດັດດ່ຽວໜຽວແໜ້ນ ແລະ ມີບາດກ້າວບຸກທະລຸ, ສ້າງຈຸດພົ້ນເດັ່ນທີ່ສະໜາມຫຼວງ ບາດິ່ງ.
![]() |
ເປັນຄັ້ງທຳອິດ, ທະຫານລັດເຊຍ 30 ກວ່າຄົນຈັບປືນ, ສວນສະໜາມຢູ່ສະໜາມຫຼວງ ບາດິ່ງ. (ພາບ: VnExpress) |
![]() |
ກຸ່ມກ້ອນກອງທັບກຳປູເຈຍ ໄດ້ເດີນຂະບວນໃນທ່າທີ່ເຂັ້ມງວດ, ການສ້າງຕັ້ງທີ່ເປັນລະບຽບຮຽບຮ້ອຍ, ແລະມີບາດກ້າວຕັດສິນໃຈ. (ພາບ: VnExpress) |
ແຕ່ຕອນທ່ຽງວັນທີ 21 ສິງຫານີ້, ສະໜາມຫຼວງບາດິ່ງ ແລະ ຖະໜົນຫົນທາງອ້ອມຂ້າງກໍ່ຄຶກຄື້ນດ້ວຍຄວາມປິຕິຊົມຊື່ນ ແລະ ພາກພູມໃຈ. ປະຊາຊົນນະຄອນຫຼວງ ແລະ ພະນັກງານ, ນາຍທີ່ຮັບໃຊ້ທຸກຄົນໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເບີກບານມ່ວນຊື່ນທີ່ໄດ້ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງນີ້.
ທ່ານນາງ ຟ້າມທູຮ່າ, ອາຍຸ 68 ປີ, ຢູ່ນະຄອນ ວີ້ງ (ເຫງ້ອານ) ໃຫ້ຮູ້ວ່າ ໄດ້ເດີນທາງໄປຮ່າໂນ້ຍ ນັບແຕ່ວັນທີ 20 ສິງຫາ ເປັນຕົ້ນມາ ເພື່ອຊົມເຫດການ. ທ່ານນາງໄດ້ມາຢູ່ເຂດສະໜາມຫຼວງໃນເວລາ 10:30 ໂມງເຊົ້າ, ໄດ້ເອົາອາຫານ, ເສື້ອກັນຝົນ, ແລະ ຄັນຮົ່ມມາໃຫ້ນາງນັ່ງເບິ່ງເປັນເວລາດົນນານກັບລູກໆ ແລະ ຫລານໆຂອງນາງ. “ຂ້າພະເຈົ້າພົບເຫັນບັນຍາກາດທີ່ມະຫັດສະຈັນ, ສະນັ້ນຂ້າພະເຈົ້າມາທີ່ນີ້ແຕ່ຕົ້ນໆເພື່ອຊົມດ້ວຍຕາຂອງຕົນເອງ, ກ່ອນໜ້ານັ້ນ, ຂ້າພະເຈົ້າໄດ້ຊົມຂະບວນແຫ່ຂະບວນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຢູ່ນະຄອນໂຮ່ຈີມິນ”, ທ່ານນາງແບ່ງປັນ.
![]() |
ຖະໜົນຫົນທາງທີ່ບັນດາກຸ່ມກ້ອນສວນສະໜາມ, ຜ່ານໄປນັ້ນ ເຕັມໄປດ້ວຍປະຊາຊົນ. (ພາບ: ໜັງສືພິມ Dan Chi) |
ທ່ານນາງ ຫງວຽນທິບິງ, ອາຍຸ 23 ປີ, ຢູ່ແຂວງ ຮືງອຽນ, ພ້ອມດ້ວຍໝູ່ເພື່ອນໄດ້ມາຮອດເວລາ 11 ໂມງເຊົ້າ. ທ່ານນາງໄດ້ກະກຽມຜ້າກັນເປື້ອນ, ພັດລົມ ແລະ ນ້ຳເພື່ອຊົມການຝຶກຊ້ອມ, ແລະ ບອກວ່າຈະໄປຮອດກ່ອນວັນຊາດທີ 2 ກັນຍາ ເພື່ອເພີດເພີນກັບບັນຍາກາດພິທີການ.
ທ່ານ ຟ້າມຫງອກກ໋ຽດ, ຊາວຮ່າໂນ້ຍ ຜູ້ໜຶ່ງ ໄດ້ສະແດງຄວາມຕື້ນຕັນໃຈວ່າ “ມາຢືນຢູ່ທີ່ນີ້, ຂ້າພະເຈົ້າຮູ້ສຶກເຖິງນ້ຳໃຈຮັກຊາດ ແລະ ຄວາມພາກພູມໃຈຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ. ນີ້ແມ່ນຄັ້ງທີ 2 ທີ່ຂ້າພະເຈົ້າໄດ້ຊົມການ ສວນສະໜາມ, ກ່ອນໜ້ານີ້ແມ່ນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ”.
ພ້ອມກັບຄວາມເບີກບານມ່ວນຊື່ນຂອງປະຊາຊົນ, ວຽກງານປ້ອງກັນຄວາມສະຫງົບກໍ່ໄດ້ປະຕິບັດຢ່າງເຂັ້ມງວດ. ທ່ານ ຮ້ອຍເອກ ຫງວຽນຫງອກຮືງ, ພະນັກງານກອງດັບເພີງ ແລະ ກູ້ໄພເຂດ 9 (ຕຳຫຼວດນະຄອນ ຮ່າໂນ້ຍ) ໃຫ້ຮູ້ວ່າ ໜ່ວຍງານໄດ້ມອບກໍາລັງ ແລະ ພາຫະນະໄປປະຕິບັດໜ້າທີ່ຢູ່ບັນດາເສັ້ນທາງທີ່ໄດ້ຮັບມອບໝາຍ, ສຸມໃສ່ສະກັດກັ້ນອັກຄີໄພ ແລະ ຄວາມປອດໄພຢູ່ບັນດາຈຸດເຕົ້າໂຮມ.
ບັນຍາກາດຢູ່ສະໜາມຫຼວງ ບາດິ່ງ ຕອນຄ່ຳວັນທີ 21 ສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມພາກພູມໃຈຂອງກອງທັບ ແລະ ປະຊາຊົນ, ສ້າງຄວາມລະມັດລະວັງໃນການກະກຽມງານບຸນໃຫຍ່ແຫ່ງຊາດ.
![]() | ຫວຽດນາມ - Morocco ຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ ຍສໝ - ຕອນເຊົ້າວັນທີ 26 ກໍລະກົດນີ້, ຢູ່ນະຄອນຫຼວງ Rabat, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ມີການພົບປະກັບທ່ານປະທານສະມາຄົມມິດຕະພາບ Morocco - ຫວຽດນາມ Mustapha El Ktiri ໃນຂອບເຂດການຢ້ຽມຢາມລາຊະອານາຈັກ Morocco ຢ່າງເປັນທາງການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ... |
![]() | ຫວຽດນາມ ຮຽກຮ້ອງ ໄທ ແລະ ກຳປູເຈຍແກ້ໄຂຄວາມຂັດແຍ່ງກັນດ້ວຍວິທີສັນຕິພາບ ຍສໝ - ຕໍ່ໜ້າການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຊາຍແດນໄທ - ກຳປູເຈຍ, ວັນທີ 24 ກໍລະກົດ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ສອງຝ່າຍຈົ່ງອົດກັ້ນ, ບໍ່ໃຊ້ກຳລັງ, ແກ້ໄຂການພິພາດດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ຈິດໃຈສາມັກຄີອາຊຽນ. |
ມີງດຶກ