ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

10:12 | 21/07/2025

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ
ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າແຮງໃນຫຼາຍຂົງເຂດ
ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.
ບົດຂຽນ “ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ລາວ - ຫວຽດນາມ” ທີ່ໄດ້ເອົາລົງໃນວັນທີ 18 ກໍລະກົດ ຂອງໜັງສືພິມ ປະເທດລາວ

ບົດຂຽນທີ່ໄດ້ລົງໃນວັນທີ 18 ກໍລະກົດ ຂອງໜັງສືພິມ ປະເທດລາວ - ອົງການກະບອກສຽງຂອງຂ່າວສານປະເທດລາວ - ມີຫົວຂໍ້ “ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ລາວ - ຫວຽດນາມ”. ບົດຂຽນ ໄດ້ຢັ້ງຢືນສາຍພົວພັນອັນສະໜິດແໜ້ນ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດທີ່ມີມາແຕ່ດົນນານ ໄດ້ຮັບການປັບປຸງ ແລະ ພັດທະນາກາຍເປັນສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລ້ຳຄ່າຂອງສອງຊາດ.

ໃນບົດຂຽນໜຶ່ງທີ່ໄດ້ເອົາລົງໃນວັນດຽວກັນ, ດ້ວຍຫົວຂໍ້ທີ່ວ່າ “ສາຍພົວພັນລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດມີລັກສະນະພິເສດ”, ໄດ້ຢັ້ງຢືນວ່າ ໃນປະຫວັດສາດການພົວພັນສາກົນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ແມ່ນແບບຢ່າງທີ່ຫາກຍາກ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ກໍຄື ຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງສອງຊາດ. ບົດຂຽນ ໄດ້ຄັດສະເໜີຄຳສັ່ງສອນຂອງປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ທີ່ຢັ້ງຢືນສາຍພົວພັນ ລາວ - ຫວຽດນາມ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບນ້ຳໃຈສາກົນກຳມະຊີບ, ພິເສດ, ຍາວນານ ແລະ ຮອບດ້ານ. ສາຍພົວພັນນີ້ ໄດ້ການນຳລຸ້ນຕ່າງໆຂອງສອງປະເທດສືບຕໍ່ຖະໜຸຖະໜອມ ແລະ ເສີມຂະຫຍາຍ, ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ຮອບດ້ານ ແລະ ຍືນຍົງໃນຍຸກສະໄໝໃໝ່.

ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ທອງ​ສະຫວັນ ພົມວິຫານ ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ ລາວ ​ແລະ ປະຕິບັດຂໍ້ຕົກລົງ​​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ລາວ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ໄປ​ຢ້ຽມຢາມ ​ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ໃນ​ການ​ປຶກສາ​ຫາລື​ການເມືອງ ​ຄັ້ງ​ທີ 11 ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ...

ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ

ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.

ມີງດຶກ