ເລື່ອງຫວຽດນາມໃນຫົວໃຈຂອງທ່ານ Alisher Mukhamedov

10:21 | 23/08/2025

ຍສໝ - ວັນທີ 30 ເມສາ 2025, ຢູ່ນະຄອນຫຼວງ Tashkent, ໝູ່ປະຊາຊົນອຸສ​ເບ​ກີ​ສະຖານ ໄດ້ຊົມບັນດາຮູບພາບອັນລ້ຳຄ່າກ່ຽວກັບການຢ້ຽມຢາມປະເທດນີ້ຂອງປະທານໂຮ່ຈີມິນ ໃນປີ 1959 ເປັນຄັ້ງທຳອິດ. ພາຍຫຼັງກວ່າເຄິ່ງສັດຕະວັດແລ້ວ, ບັນດາຮູບພາບເຫຼົ່ານີ້ບໍ່ພຽງແຕ່ເປັນຂີດໝາຍປະຫວັດສາດເທົ່ານັ້ນ ຫາກຍັງເປັນຂົວເຊື່ອມຕໍ່ອະດີດກັບປະຈຸບັນ. ຜູ້ລິເລີ່ມ ແລະ ສືບຕໍ່ ເພີ່ມພູນຄູນສ້າງຂົວແຫ່ງນີ້ ແມ່ນທ່ານ Alisher Rustamovich Mukhamedov, ປະທານສະມາຄົມມິດຕະພາບ ອຸສ​ເບ​ກີ​ສະຖານ - ຫວຽດນາມ, ເປັນເພື່ອນພິເສດຂອງ ຫວຽດນາມ.

ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19
ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ພາບລຸງໂຮ່ ໃນຄວາມຊົງຈຳຂອງອຸສ​ເບ​ກີ​ສະຖານ

ຢູ່ໃນຫ້ອງທີ່ແສງສະຫວ່າງຂອງເຮືອນຖ່າຍຮູບໃນນະຄອນຫຼວງ Tashkent (​ ອຸສ​ເບ​ກີ​ສະຖານ), ບັນດາຮູບພາບສີດໍາຂາວຖືກສະແດງຢ່າງສະຫງ່າງາມຄື: ປະທານ ໂຮ່ຈີມິນ ໃນການຢ້ຽມຢາມ ​ ອຸສ​ເບ​ກີ​ສະຖານ ໃນປີ 1959. ນີ້ເປັນຄັ້ງທຳອິດທີ່ໝູ່ປະຊາຊົນອຸສ​ເບ​ກີ​ສະຖານ ໄດ້ຊົມບັນດາເຫດການປະຫວັດສາດເຫຼົ່ານີ້ຢ່າງສົມບູນ.

​ປະທານ​ສະມາຄົມ​ມິດຕະພາບ​ ອຸສ​ເບ​ກີ​ສະຖານ - ຫວຽດນາມ, ທ່ານ Alisher Mukhamedov ​ໄດ້​ເປັນ​ປະທານ​ຈັດ​ງານ​ວາງສະ​ແດງ, ​ໄດ້​ແບ່ງປັນ​ອາລົມ​ຈິດ​ວ່າ: ການພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ບັນດາລຸ້ນກ່ອນ, ປະຈຸບັນນີ້ຍາມໃດກໍ່ເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນ, ​ພັດທະນາ ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ເລື່ອງຫວຽດນາມໃນຫົວໃຈຂອງທ່ານ Alisher Mukhamedov

ງານ​ວາງສະ​ແດງ​ຮູບ​ພາບສາລະຄະດີ “ສາຍພົວພັນມິດຕະພາບແບບຍືນຍົງ​ລະຫວ່າງ ​ ອຸສ​ເບ​ກີ​ສະຖານ​ແລະ ຫວຽດນາມ” ​ໂດຍ​ສະມາຄົມ​ມິດຕະພາບ ​ ອຸສ​ເບ​ກີ​ສະຖານ - ຫວຽດນາມ ຈັດ​ຕັ້ງ​ໃນ​ເດືອນເມສາ 2025. (ພາບ: TTXVN)

Alisher Mukhamedov ແມ່ນ​ຜູ້​ສືບ​ທອດ​ຄວາມ​ຊົງ​ຈຳ​ຂອງ​ຄອບ​ຄົວ​ທີ່​ຕິດພັນ​ກັບ​ຫວຽດ​ນາມ. ພໍ່ຂອງລາວ, ທ່ານ Rustam Mukhamedov, ເຄີຍເປັນສະມາຊິກຫນຸ່ມນ້ອຍທີ່ສຸດຂອງຄະນະຜູ້ແທນຂອງຫ້ອງການສືບສວນສູງສຸດ ໂຊວຽດໄປຫວຽດນາມໃນປີ 1963 ແລະ ໄດ້ຮັບກຽດການພົບປະລຸງໂຮ່. ແລກປ່ຽນຕໍ່ວົງການນັກຂ່າວຫວຽດນາມ, ທ່ານ Alisher Mukhamedov ໃຫ້ຮູ້ວ່າ: ພໍ່ຂອງລາວຈື່ຈຳຄຳເວົ້າຂອງລຸງໂຮ່ຢ່າງຈະແຈ້ງວ່າ ເມື່ອສົງຄາມສິ້ນສຸດລົງ, ປະຊາຊົນ ຫວຽດນາມ ຈະສ້າງສາສັງຄົມທີ່ຍຸຕິທຳ ແລະ ວັດທະນາຖາວອນ. ລາວເຕີບໃຫຍ່ຂຶ້ນດ້ວຍເລື່ອງຕ່າງໆເຊັ່ນນັ້ນ.

​ເມື່ອ​ໂທລະພາບ ອຸສ​ເບ​ກີ​ສະຖານ ​ໄດ້​ສົ່ງຂ່າວ​ກ່ຽວ​ກັບ​ໄຊຊະນະ​ຂອງ​ຫວຽດນາມ ​ໃນ​ວັນ​ທີ 30 ເມສາ1975, ສິ້ນ​ສຸດ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ, ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເວລາ 30 ປີ, ​ໄວ​ໜຸ່ມ Alisher Mukhamedov ຮູ້ສຶກ​ຕື້ນ​ຕັນ​ໃຈຫຼາຍ. ທ່ານ​ໃຫ້​ຄຳ​ເຫັນ​ວ່າ: ໄຊຊະນະ​ຂອງ​ຫວຽດນາມ ​ໄດ້​ກາຍ​ເປັນແບບຢ່າງ​ໃຫ້​ບັນດາກຳລັງ​ຕໍ່ສູ້​ເພື່ອ​ສັນຕິພາບ, ເອກະລາດ, ​ແລະ ກ້າວໜ້າ, ​ສົ່ງແຮງບັນດານໃຈ​ໃຫ້​ແກ່​ຫຼາຍ​ປະ​ເທດຕ່າງໆ. ບັນດາ​ເພື່ອນ​ມິດ​ຂອງ​ຫວຽດນາມ ຢູ່ ອຸສ​ເບ​ກີ​ສະຖານ ຍາມ​ໃດ​ກໍ່​ສະ​ເຫຼີ​ມສະຫຼອງ 2 ​ໄຊຊະນະ​ໄປພ້ອມໆກັນ​ຄື: ໄຊຊະນະ​ວັນ​ທີ 30 ເມສາ ແລະ ໄຊຊະນະ​ວັນ​ທີ 9 ພຶດສະພາ 2014, ​ເຊິ່ງຖື​ວ່າ​ແມ່ນ​ສອງ​ຂີດ​ໝາຍຂອງ​ບັນດາ​ປະ​ເທດ​ທີ່ອົງອາດກ້າແກ່ນ.

​ໃນ​ໂອກາດ​ການ​ຢ້ຽມຢາມ ອຸສ​ເບ​ກີ​ສະຖານ ຂອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ທ່ານ ເຈີນແທັງເໝີ້ນ ​ແຕ່​ເດືອນ ເມສາ 2025, ທ່ານ Alisher Mukhamedov ​ໄດ້​ຫວນ​ຄືນອີກເທື່ອໜຶ່ງວ່າ ​ພາບ​ພົດ​ປະທານ ​ໂຮ່ຈີ​ມິນ ​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນອຸສ​ເບ​ກີ​ສະຖານ, ຢືນຢັນ​ວ່າ ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ແມ່ນ​ສາຍເຊືອກທີ່ຕິດພັນກັບ​ປະຫວັດສາດ. ທ່ານ​ເຊື່ອ​ໝັ້ນ​ວ່າ, ນັກ​ສຶກສາ​ຫວຽດນາມ 3.500 ກວ່າ​ຄົນ​ທີ່​ໄປ​ຮ່ຳຮຽນ​ຢູ່ ອຸສ​ເບ​ກີ​ສະຖານ ​ແມ່ນ “ນັກ​ການ​ທູດ​ປະຊາຊົນ” ​ຜູ້​ທຳ​ອິດ ​ແລະ ສຳຄັນ​ທີ່​ສຸດ, ປະກອບສ່ວນ​ກໍ່ສ້າງ​ຂົວ​ແຫ່ງ​ມິດຕະພາບ.

​ເປັນ​ສັກຂີ​ພິຍານ​ການ​ເດີນ​ທາງ​ພາຍຫຼັງ 50 ປີ​ແຫ່ງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ຫວຽດນາມ, ທ່ານ Alisher Mukhamedov ​ໄດ້​ຕີ​ລາຄາ​ວ່າ​ ນັ້ນແມ່ນ “ການ​ປ່ຽນ​ແປງ​ທີ່​ໜ້າ​ປະທັບ​ໃຈ” ຄື: ຈາກຂະບວນການປ່ຽນແປງໃໝ່ໃນ​ປີ 1986, ​ເຖິງ​ຖານະ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຢູ່​ອາຊີ - ປາຊີ​ຟິກ ​ໃນ​ປະຈຸ​ບັນ. ​ທ່ານປະທັບໃຈ ໂດຍ​ສະ​ເພາະ​ແມ່ນ​ບັນດາ​ນະ​ໂຍບາຍ​ສາມັກຄີທົ່ວປ່ວງຊົນ ແລະ ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ “ບໍ່​ມີ 4 ຂໍ້” ຂອງຫວຽດນາມ, ຖື​ວ່າ​ແມ່ນ​ພື້ນຖານ​ເພື່ອ​ຊ່ວຍ​ປະ​ເທດ​ຊາດ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ.

ຂົວ​ຂອງ​ປະ​ຊາ​ຊົນ​ໄດ້ທົນທານມາ​ເປັນ​ເວ​ລາ​ຫຼາຍ​ກວ່າ 2 ທົດ​ສະ​ວັດ

ນັບ​ແຕ່​ສະ​ມາ​ຄົມ​ມິດ​ຕະ​ພາບ ອຸສ​ເບ​ກີ​ສະຖານ - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ທ່ານ Alisher ​ໄດ້​ຕິດພັນ​ຢ່າງ​ຄົບ​ຖ້ວນ, ນັບ​ແຕ່​ບົດບາດ​ເປັນ​ເລຂາທິການ, ​ເລຂາທິການ​ໃຫຍ່, ຮອງ​ປະທານ, ​ເຖິງ​ປະຈຸ​ບັນ​ແມ່ນ​ປະທານ​ສະມາຄົມ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ, ​ໃນ​ແຕ່ລະ​ປີ, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ ຫວຽດນາມ, ວັນ​ເອກະລາດອຸສ​ເບ​ກີ​ສະຖານ, ບັນດາການ​ພົບ​ປະ​ແລກປ່ຽນ, ການສົນທະນາ, ງານ​ວາງສະ​ແດງ, ​ແປ​ພາ​ສາ ​ແລະ ​ໂຄສະນາ​ວັດທະນະທຳ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ຕໍ່ເນື່ອງ. ປີ 2021, ທ່ານ​ໄດ້​ເປັນ​ປະທານ​ຈັດ​ຕັ້ງ​ການ​ແປ​ພາສາ ຂອງ​ຊຸດ​ກະວີ​ "ບັນທຶກປະຈຳວັນໃນຄຸກ" ຂອງ​ປະທານ ​ໂຮ່ຈີ​ມິນ ​ເປັນພາສາອຸສ​ເບ​ກີ​ສະຖານ, ​ໄດ້​ນຳ​ເອົາ​ມໍລະດົກ​ທາງ​ຈິດ​ໃຈ​ຂອງ ຫວຽດນາມ ​ໄປ​ໃກ້​ເພື່ອນ​ມິດ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງກວ່າອີກ.

ເລື່ອງຫວຽດນາມໃນຫົວໃຈຂອງທ່ານ Alisher Mukhamedov

ທ່ານ Alisher Mukhamedov ​ໄດ້​ແນະນຳ​ບົດແປພາສາອຸສ​ເບ​ກີ​ສະຖານ​ຂອງຊຸດບົດ​ກະວີ "ບັນທຶກປະຈຳວັນໃນຄຸກ" ຂອງ​ປະທານ ​ໂຮ່ຈີ​ມິນ ຢູ່​ການພົບປະມິດຕະພາບ​ເພື່ອ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອຸສ​ເບ​ກີ​ສະຖານ, ວັນ​ທີ 30 ສິງຫາ 2022. (ພາບ: Thu Ha)

Alisher Mukhamedov ຍັງເປັນຂົວເຊື່ອມຕໍ່ໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ເສດຖະກິດ. ທ່ານສົມທົບກັບບັນດາວິສາຫະກິດ ອຸສ​ເບ​ກີ​ສະຖານ ຈັດຕັ້ງກອງປະຊຸມສຳມະນາແນະນຳທ່າແຮງດ້ານການທ່ອງທ່ຽວຂອງ ຫວຽດນາມ, ເຊື່ອມຕໍ່ບັນດາວິສາຫະກິດຂອງ 2 ປະເທດເພື່ອຊອກຫາກາລະໂອກາດລົງທຶນ, ນຳນັກທ່ອງທ່ຽວອຸສ​ເບ​ກີ​ສະຖານມາ ຮ່າລອງ, ໂຮ້ຍອ່ານ, ຮ່າໂນ້ຍ… ແລະ ກົງກັນຂ້າມ.

ມິດຕະພາບ​ນັ້ນ​ຍັງ​ຄົງ​ຢູ່​ໃນ​ສຽງ​ເພງ. ປີ 2022, ລາວ​ປະ​ພັນ​ເພງ “Tashkent - ຮ່າ​ໂນ້ຍ, ຮ່າ​ໂນ້ຍ - Tashkent”, ​ໄດ້ເລີ່ມຈາກ​ຄວາມ​ຊົງ​ຈຳ​ຂອງ​ຄອບຄົວ ​ແລະ ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່​ຫວຽດນາມ. ຜົນງານດັ່ງກ່າວໄດ້ຮັບລາງວັນທີ 3 ໃນງານລາງວັນກ່ຽວກັບຂໍ້ມູນຂ່າວສານຕ່າງປະເທດອຄັ້ງທີ 9.

ທ່ານແບ່ງປັນກັບນັກຂ່າວ ວາລະສານ ຍຸກສະໄໝວ່າ: “ຂະບວນການປະດິດແຕ່ງແມ່ນງ່າຍທີ່ສຸດ ເພາະມັນເລີ່ມຈາກຄວາມຮູ້ສຶກ ແລະ ປະສົບການຂອງຂ້າພະ​ເຈົ້າ. ນັ້ນເປັນຄວາມຮັກທີ່ເກີດຈາກບັນດາເລື່ອງເລົ່າທີ່ພໍ່ໄດ້ເລົ່າກ່ຽວກັບປະເທດ ແລະ ປະຊາຊົນຫວຽດນາມ. ຄວາມ​ຮັກ​ແພງ​ໃນ​ເບື້ອງ​ຕົ້ນນັ້ນ​ແມ່ນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຕື່ມ​ອີກ ດ້ວຍ​ຄວາມ​ຮູ້ສຶກ​ຈິງ​ໃຈ​ທີ່​ເພື່ອນ​ມິດ​ຫວຽດນາມ ມີ​ຕໍ່​ຂ້າພະ​ເຈົ້າ.”

ເລື່ອງຫວຽດນາມໃນຫົວໃຈຂອງທ່ານ Alisher Mukhamedov

ທ່ານ Alisher Mukhamedov (ທີ່ສາມຈາກຊ້າຍ), ປະທານສະມາຄົມມິດຕະພາບ ອຸສ​ເບ​ກີ​ສະຖານ - ຫວຽດນາມ, ໄດ້ຮັບລາງວັນທີສາມຂອງລາງວັນກ່ຽວກັບຂໍ້ມູນຂ່າວສານຕ່າງປະເທດແຫ່ງຊາດຄັ້ງທີ 9 ດ້ວຍບົດເພງ “Tashkent - ຮ່າໂນ້ຍ, ຮ່າໂນ້ຍ - Tashkent” (ພາບ: Mai Anh).

ດ້ວຍ​ການ​ປະກອບສ່ວນ​ຢ່າງ​ບໍ່​ທົນທານ, ​ໃນ​ປີ 2022 ທ່ານ​ໄດ້​ຮັບ​ຫຼຽນກາລະນຶກ “​ເພື່ອ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ” ​ແມ່ນ​ລາງວັນ​ທີ່​ສູງ​ສົ່ງ​ທີ່​ສຸດ​ໃຫ້​ແກ່​ເພື່ອນ​ມິດ​ສາກົນ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ.

ການເດີນທາງ, ຮູບພາບ, ດົນຕີ ແລະ ແມ່ນແຕ່ເລື່ອງລາວລຽບງ່າຍ ທີ່ Alisher Mukhamedov ເລົ່າສູ່ຟັງ ກ່ຽວກັບເຟີ,ແນມ ຫຼື ກາເຟຕອນເຊົ້າ ຢູ່ໜອງ ຮວ່ານກຽມ… ປະສົມເຂົ້າກັບຄວາມຮູ້ສຶກໃກ້ຊິດ, ຈິງໃຈຂອງເພື່ອນອຸສ​ເບ​ກີ​ສະຖານທີ່ມີຕໍ່ຫວຽດນາມ.

ທ່ານ​ກ່າວ​ວ່າ: “ຂ້າພະ​ເຈົ້າ​ຮັກ​ຫວຽດນາມ. ຢູ່ທີ່ນີ້ ຂ້າພະ​ເຈົ້າມີ​ເພື່ອນ​ມິດ​ທີ່​ສະໜິດສະໜົມ​ຫລາຍ​ຄົນ​. ຂ້າພະ​ເຈົ້າຫວັງ​ວ່າ​ພວກ​ເຮົາ​ຈະ​ເປັນ​ຂອດໜຶ່ງ​ການເຊື່ອມຕໍ່​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ໃຫ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອຸສ​ເບ​ກີ​ສະຖານ ​ນັບ​ມື້​ນັບ​ສະໜິດ​ແໜ້ນ​, ​ເຖິງ​ວ່າ​ຈະ​ຫ່າງ​ໄກ​ທາງ​ດ້ານ​ພູມ​ສາດ​ກໍ່ຕາມ”.

ໃນ​ຂະ​ນະ​ທີ່​ຫວຽດ​ນາມ​ກະ​ກຽມ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ຊາດ​ຂອງ​ຕົນ, ທ່ານ Alisher Mukhamedov ພວມ​ເດີນ​ທາງ​ໄປ​ຮ່າ​ໂນ້ຍ. ນັ້ນບໍ່​ພຽງ​ແຕ່​ແມ່ນ​ການ​ເດີນ​ທາງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສືບ​ຕໍ່​ເດີນ​ທາງ​ທີ່​ເພິ່ນ​ໄດ້​ສ້າງ​ຄວາມ​ອົດ​ທົນ​ຄື: ການ​ເດີນທາງ​ຂອງ​ເພື່ອນ​ມິດ, ​ເປັນ “ຂົວ​ເຊື່ອມຕໍ່​ປະຊາຊົນ” ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ອຸສ​ເບ​ກີ​ສະຖານ ​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ສາກົນຕີລາຄາສູງເລື່ອງຫວຽດນາມດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019 ສາກົນຕີລາຄາສູງເລື່ອງຫວຽດນາມດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019

ຍສໝ - ເລື່ອງຫວຽດນາມ ສະໝັກເລືອກຕັ້ງ ແລະ ໄດ້ຮັບດຳລົງຕຳແໜ່ງເປັນປະທານ WIPO ອາຍຸການ 2018 – 2019 ແມ່ນໜຶ່ງໃນບັນດາບາດກ້າວທີ່ມີປະສິດທິຜົນໃນການຜັນຂະຫຍາຍຄຳສັ່ງຂອງຄະນະເລຂາສູນກາງພັກກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030.

ສື່ມວນຊົນສາກົນຕີລາຄາສູງ ເລື່ອງຫວຽດນາມຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ສື່ມວນຊົນສາກົນຕີລາຄາສູງ ເລື່ອງຫວຽດນາມຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ

ສື່ມວນຊົນສາກົນ ສືບຕໍ່ໃຫ້ຂ່າວກ່ຽວກັບເລຶ່ອງຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ດ້ວຍຈຳນວນບັດສະໜັບສະຫນູນຢ່າງຂາດຂັ້ນ

ແທັງຮັ່ງ