ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ

10:01 | 21/07/2025

ຍສໝ - ຖື​ວ່າ​ການ​ພົວພັນ​ທາງ​ການ​ທູດ​ກັບ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊ່ອງ​ທາງ​ການ​ທູດ​ສຳຄັນ​ທີ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້, ບຳລຸງ​ສ້າງ ​ແລະ ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດຫວຽດນາມ - ຈີນ.

​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ
ເປີດ​ຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ

ຕອນ​ບ່າຍ​ວັນ​ທີ 16 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວຽກ​ງານ​ການ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ ​ຈວ້າງກວາງຊີ, ຈີນ ນຳ​ໂດຍ​ທ່ານ Wei Ran, ຫົວໜ້າ​ຫ້ອງການ​ການ​ຕ່າງປະ​ເທດ, ປະທານ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ ຈ້ວງ​ກວາງຊີ, ຈີນ ເປັນຫົວໜ້າຄະນະ​ໃນ​ໂອກາດ​ມາ​ຢ້ຽມຢາມ ແລະ ເຮັດວຽກຢູ່ ​ຫວຽດນາມ.

ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ

ພາບ​ລວມຂອງ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ການ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ ຈ້ວງກວາງຊີ, ຈີນ. (ພາບ: ແຄັງລານ)

ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານແອັງເຊີນ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວຽກ​ງານ​ການ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ ​ຈ້ວງ​ກວາງຊີ, ຈີນ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ​ຢູ່​ຫວຽດນາມ.

​ເນັ້ນ​ໜັກ​ວ່າ ປີ 2025 ​ແມ່ນ​ປີ​ພິ​ເສດ​ທີ່​ຫວຽດນາມ ​ແລະ ຈີນ ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານແອັງເຊີນ ຖື​ວ່າ: ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ນີ້​ແມ່ນ​ໂອກາດ​ດີ​ເພື່ອ​ໃຫ້​ສອງ​ປະ​ເທດ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ຈີນ ​ເວົ້າ​ລວມ ​ແລະ ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ເວົ້າ​ສະ​ເພາະ.

​ແບ່ງປັນ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ຫວຽດນາມ​ ຄັ້ງ​ນີ້, ທ່ານ​ Wei Ran, ຫົວໜ້າ​ຫ້ອງການ​ການ​ຕ່າງປະ​ເທດ, ປະທານ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ ຈ້ວງ​ກວາງຊີ, ຈີນ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ຄະນະ​ເພື່ອ​ແນ​ໃສ່​ສະຫຼຸບ ​ແລະ ປະຕິບັດ​ບັນດາ​ທິດ​ທາງ​ສຳຄັນ​ທີ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ບັນລຸ​ໄດ້ ກໍ່ຄືບັນດາ​ເນື້ອ​ໃນ​ທີ່​ທ່ານ​ເລຂາທິການ​ໃຫຍ່ຄະນະພັກເຂດກວາງຊີ, ຈີນ ​ເຈີ່ນ​ເກືອງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້.

ນອກ​ຈາກນີ້, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຍັງ​ຫວັງ​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການເພື່ອ​ເພີ່ມ​ທະວີ, ​ຊຸກຍູ້ການ​ພົວພັນ, ​ຮ່ວມ​ມື​ລະຫວ່າງ​ແຂວງ​ກວາງຊີ, ຈີນ ກັບ ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ, ປະກອບສ່ວນ​ສ້າງ​ປະຊາ​ຄົມ​ແບ່ງປັນອະນາຄົດ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ - ຫວຽດນາມ.

ຕາມ​ທ່ານ Wei Ran ​ແລ້ວ, ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ສ້າງ​ໂຄງ​ປະກອບ​ກົງຈັກການຈັດຕັ້ງ​ຄືນ​ໃໝ່ ​ແລະ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ບໍລິຫານ​ຕາມທິດທາງກະທັດລັດຫຼາຍກວ່າໃນ​ໄລຍະ​ຜ່ານ​ມາ. ນີ້​ແມ່ນ​ກຳລັງ​ວາງ​ອອກບັນດາຂໍ້​ກຳນົດ​ໃໝ່​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ແກ່​ການ​ພົວພັນ​ຂັ້ນ​ທ້ອງ​ຖິ່ນ​ລະຫວ່າງ​ຈີນ-ຫວຽດນາມ, ພິ​ເສດ​ແມ່ນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ທີ່​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຈີນ.

ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານແອັງເຊີນ (ຊ້າຍ) ​ແລະ ທ່ານ Wei Ran, ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ປະທານ​ສະມາຄົມ​ມິດຕະພາບ​ປະຊາຊົນ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ, ຈີນ ​ໄດ້​ມອບ​ຂອງຂວັນ​ທີ່​ລະນຶກ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ກວດກາຄືນບັນດາຂີດໝານ, ບັນດາເຫດການທາງການທູດທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະມໍ່ໆມານີ້, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ຖືວ່າ, ການປະຕິບັດຈິດໃຈການຊີ້ນໍາຂອງບັນດາການນໍາຂັ້ນສູງ 2 ປະເທດ, ການພົວພັນທາງການທູດຂອງປະຊາຊົນ ຍາມໃດກໍ່ຖືວ່າແມ່ນໜຶ່ງໃນບັນດາຊ່ອງທາງການທູດສໍາຄັນທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຫວຽດນາມ - ຈີນ. ສະ​ນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້, ເພີ່ມພູນຄູນສ້າງ ​ແລະ ກໍ່ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ປະຊາຊົນສອງປະເທດ ​ຫວຽດນາມ - ຈີນ.

ກ່ຽວ​ກັບເຖິງບັນຫາການສັບຊ້ອນໂຄງປະກອບການຈັດ​ຕັ້ງ​ຄືນ​ໃໝ່ ​ແລະ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ບໍລິຫານ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ຢືນຢັນ​ວ່າ: ນີ້​ແມ່ນ​ໄລຍະ​ທີ່​ຫວຽດນາມ ພວມ​ຜັນ​ຂະຫຍາຍ​ບັນດາ​ບາດກ້າວການສັບຊ້ອນ, ກະທັດກົງຈັກການຈັດ​ຕັ້ງ ເພື່ອ​ແນ​ໃສ່​ເສີມຂະຫຍາຍປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ.

ກ່ຽວ​ກັບ​ບັນດາ​ຮູບ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໃນ​ສະພາບ​ການ​ໃໝ່, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານແອັງເຊີນ ​ໄດ້​ສະ​ເໜີ​ບັນດາ​ຮູບ​ແບບ​ໃຫ້​ແຂວງ ກວາງຊີ, ອີງຕາມສະພາບ​ຕົວ​ຈິງ ສາມາດທາບທາມ ແລະ ນຳໃຊ້.

ນອກຈາກ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ຂອງ​ຈີນ ຍັງ​ສາມາດຜ່ານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ເພື່ອເຊື່ອມ​ຕໍ່​ກັບ​ບັນດາ​ອົງການ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ແນໃສ່ສືບ​ຕໍ່​ຮັກສາ​ການ​ພົວພັນ​ມິດຕະພາບ​ແຮກສ່ຽວ...

ຕາມ​ນັ້ນ​ແລ້ວ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ບັນດາ​ອົງການ​ທ້ອງ​ຖິ່ນ​ຂອງ​ຈີນ ເພື່ອຮັກສາ​ການ​ພົວພັນ​ແຮກສ່ຽວ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ບົດບາດ ​ແລະ ໜ້າ​ທີ່​ສຳຄັນ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ໃນຊ່ອງທາງ​ການ​ທູດ​​ກັບ​​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຈີນ.

​ເຫັນ​ດີ​ກັບບັນດາ​ຂໍ້​ສະ​ເໜີ​ຂອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ທ່ານ Wei Ran ​ໃຫ້​ຮູ້​ວ່າ " ບັນດາ​ຂໍ້​ສະ​ເໜີ​ນີ້​ລ້ວນ​ແຕ່​ມີ​ຈຸດປະສົງ​ດຽວ​ກັນ​ເພື່ອ​ຊ່ວຍ​ເພີ່ມ​ທະວີ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ປະກອບສ່ວນເພີ່ມພູນຄູນສ້າງການ​ພົວພັນ​ລະຫວ່າງ​ຈີນ-ຫວຽດນາມ. ຄະນະ​ປະຕິບັດງານ​ຈະ​ສະຫຼຸບ​ ແລະ ​ລາຍ​ງານ​ຄືນໃຫ້​ບັນດາ​ການ​ນຳ​ຂັ້ນ​ສູງ​ເພື່ອ​ມີ​ຄຳ​ເຫັນ​ນຳ​ໃຊ້​ບັນດາ​ຮູບ​ການທີ່ເໆາະສົມທີ່ສຸດກັບສະພາບການ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ".

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ​ພົບປະແລກປ່ຽນ​ວັດທະນະທຳ​ ແລະ ໂຄສະນາການທ່ອງທ່ຽວ​ ​ກວາງຊີ, ຈີນ” ​ໄດ້​ໄຂ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ, ເຊິ່ງ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ​ຫວຽດນາມ - ຈີນ.

ໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ ຮົງກົ່ງ ແລະ ມາກາວ (ຈີນ) ໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ ຮົງກົ່ງ ແລະ ມາກາວ (ຈີນ)

ຍສໝ - ງານ​ບຸນ​ແລກປ່ຽນ​ວັດທະນະທຳ​ ອາຊີ ​ຢູ່​ເຂດ​ປົກຄອງ​ພິ​ເສດ​ ຮົງ​ກົ່ງ (ຈີນ) ​ແລະ ງານ​ບຸນ​ວັດທະນະທຳ​ອາຫານ​ການ​ກິນ​ປະຈຳ​ປີ ​ຄັ້ງ​ທີ 24 ຢູ່​ເຂດ​ປົກຄອງ​​ພິ​ເສດ ​ມາ​ກາວ (ຈີນ) ພວມ​​ດຳ​ເນີນ​ ແລະ ມີການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຮ້ານແນະນຳໂຄສະນາ​ວັດທະນະທຳ, ​ອາຫານ​ ຫວຽດນາມ.

ແທັງຮັ່ງ