ຜູ້​ຊ່ຽວຊານ​ອົດ​ສະ​ຕາ​ລີ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ

11:03 | 25/07/2025

ຍສໝ - ທ່ານ ສາດສະດາຈານ Hal Hill ຖືວ່າ ຫວຽດນາມ ແມ່ນແບບຢ່າງໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ - ເປັນສິ່ງທີ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພະຍາຍາມຮ່ຳຮຽນ.

ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ການ​ທູດລັດຖະສະພາໃນ​ການ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ
ຫວຽດນາມ ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ຊາວ​ອົດ​ສະ​ຕາ​ລີ
ຜູ້​ຊ່ຽວຊານ​ອົດ​ສະ​ຕາ​ລີ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ

ທ່ານ ສາດສະດາຈານ Hal Hill ຈາກໂຮງຮຽນນະໂຍບາຍສາທາລະນະ Crawford, ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ (ANU). (ພາບ: Thanh Tu/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກຂອງປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (28 ກໍລະກົດ 1995 – 28 ກໍລະກົດ 2025), ທ່ານ ສາດສະດາຈານ Hal Hill ຈາກໂຮງຮຽນນະໂຍບາຍສາທາລະນະ Crawford, ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ (ANU), ຕີລາຄາວ່າ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ແມ່ນໜຶ່ງໃນບ້າດກ້າວພັດທະນາຍຸດທະສາດ ແລະ ມີອິດທິພົນຢ່າງເລິກເຊິ່ງກ້ວາງຂວາງທີ່ສຸດໃນປະຫວັດສາດສະໄໝໃໝ່ຂອງພາກພື້ນ.

ທ່ານ ສາດສະດາຈານ Hal Hill ຊີ້ອອກວ່າ ເມື່ອສາມທົດສະວັດກ່ອນ, ອາຊີຕາເວັນອອກສ່ຽງໃຕ້ ຍັງເປັນພາກພື້ນທີ່ດ້ອຍພັດທະນາກວ່າທຸກມື້ນີ້ ແລະ ຫວຽດນາມ ຍັງເປັນປະເທດທຸກຍາກ, ພຽງແຕ່ເລີ່ມເຊື່ອມໂຍງເສດຖະກິດ-ການເມືອງ ຫຼັງຈາກສົງຄາມມາຫຼາຍທົດສະວັດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ການ​ເຂົ້າ​ຮ່ວມ​ອາ​ຊຽນ, ຫວຽດນາມ ​ໄດ້​ມີ​ໂອກາດ​ຮ່ຳຮຽນ​ຈາກ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ເຊິ່ງ​ໃນ​ເວລາ​ນັ້ນ​ມີ​ການ​ເປີດ​ກວ້າງ​ດ້ານ​ເສດຖະກິດ​ສູງກ່ວາ, ​ແລະ​ ຄ່ອຍໆ​ຕິດ​ຕາມ​ຂະ​ບວນການຫັນພາກພື້ນເປັນທົ່ວໂລກ.

ທ່ານ​ ສາດສະດາຈານ Hill ​ເນັ້ນ​ໜັກ​ວ່າ ການ​ເຂົ້າ​ຮ່ວມ​ອາ​ຊຽນ ​ໄດ້​ເປີດ​ປະຕູ​ໃຫ້​ຫວຽດນາມ ​ຮຳ່ຮຽນ, ​ແລກປ່ຽນ, ​ແຕ່​ສຳຄັນ​ກວ່າ​ນັ້ນ ຫວຽດນາມ ຮູ້​ວິທີ​ສົມທົບ​ກັນ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ກັບ​ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ. ທ່ານ​ກ່າວ​ວ່າ ຂະ​ບວນການ ປ່ຽນໃໝ່ ​ໄດ້​ເລີ່​ມ​ແຕ່​ປີ 1986 ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ ຫວຽດນາມ ຍາດ​ແຍ່ງ​ກາລະ​ໂອກາດ​ທີ່​ອາ​ຊຽນ ນຳ​ມາ​ໃຫ້​ຢ່າງ​ມີ​ປະສິດທິ​ຜົນ.

ຫວຽດນາມ ​ໄດ້​ຊຸກຍູ້​ການ​ເຊື່ອມ​ໂຍງຢ່າງ​ຕັ້ງໜ້າ, ພ້ອມກັນນັ້ນ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ສ້າງ​ຮູບ​ການ​ເປັນ​ປະ​ເທດ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ພາກ​ພື້ນ.

ຈາກ​ປະ​ເທດ​ທີ່​ຖອຍ​ຫລັງ, ປະ​ຈຸ​ບັນ​ຫວຽດ​ນາມ​ ​ໄດ້​ກາຍ​ເປັນ​ພື້ນຖານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ອາ​ຊຽນ​ໃນ​ສັດ​ຕະ​ວັດ​ທີ 21.

ເມື່ອສາມສິບປີກ່ອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຫວຽດນາມ ຈະລື່ນກາຍຟີລິບປິນ ໃນດ້ານລາຍຮັບຕໍ່ຫົວຄົນ. ແຕ່ມື້ນີ້ມັນໄດ້ກາຍເປັນຄວາມເປັນຈິງແລ້ວ. ທ່ານ​ຕີ​ລາຄາ​ວ່າ ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ບັນດາ​ກຸ່ມ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ.

ວິ​ເຄາະ​ບົດບາດ​ຂອງ​ຫວຽດນາມ​ ໃນ​ອາ​ຊຽນ​ໃນ​ປະຈຸ​ບັນ, ທ່ານ ສາດສະດາຈານ Hill ​ໃຫ້​ຮູ້​ວ່າ ມີ 3 ​ປັດ​ໄຈ​ທີ່​ພົ້ນ​ເດັ່ນ.

ທີ​ໜຶ່ງ, ຫວຽດນາມ ມີຂະໜາດໃຫຍ່ດ້ານປະຊາກອນ ແລະ ເນື້ອທີ່, ສ້າງ​ອິດ​ທິພົນ​ທາງ​ທຳ​ມະ​ຊາດ​ຢູ່​ພາກ​ພື້ນ.

ທີ​ສອງ, ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ອາ​ຊຽນ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກາຍ​ເປັນຫົວໜ້າ​ເຕີບ​ໂຕ​ໃນ​ທົດ​ສະ​ວັດ​ຕໍ່ໜ້າ.

ທີ​ສາມ, ຫວຽດນາມ ພວມ​ສະ​ແດງ​ໃຫ້​ເຫັນ​ການ​ຊີ້​ນຳ​ນຳພາ​ຂອງ​ຕົນ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ພິ​ເສດ​ແມ່ນ​ຈີນ ​ແລະ ອາ​ເມ​ລິ​ກາ, ຍ້ອນ​ປະສົບ​ການ​ປະຫວັດສາດ ​ແລະ ການ​ດຸ່ນດ່ຽງ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ມີ​ຄວາມ​ຊຳນານ.

ທ່ານ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ຕົວ​ແບບ​ໃນ​ການ​ດຸ່ນດ່ຽງ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ບົນ​ພື້ນຖານ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ - ​ແມ່ນ​ບາງ​ສິ່ງ​ທີ່​ຫຼາຍ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ພະຍາຍາມ​ຮ່ຳຮຽນ.

​ເບິ່ງ​ໃນ​ອະນາຄົດ, ທ່ານ ສາດສະດາຈານ Hill ​ເຊື່ອ​ໝັ້ນ​ວ່າ ຮອດ​ປີ 2045, ຫວຽດນາມ ຈະ​ແມ່ນ​ປະ​ເທດ​ທີ່​ມີ​ບົດບາດ ​ແລະ ອິດ​ທິພົນ​ໃຫຍ່​ກວ່າ​ອີກ​ຢູ່ ອາ​ຊຽນ ​ແລະ ບົນ​ເວທີ​ສາກົນ.

ດ້ວຍ​ຂະ​ບວນການ​ພັດທະນາ​ໃນ​ປະຈຸ​ບັນ, ສົມທົບ​ກັບ​ພື້ນຖານ​ການ​ເມືອງ​ທີ່​ໝັ້ນຄົງ ​ແລະ ຄວາມ​ສາມາດ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢ່າງເຂັ້ມແຂງ, ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ພາກ​ພື້ນ.

ທ່ານໃຫ້ຄຳເຫັນວ່າ ຫວຽດ​ນາມ ​ແມ່ນປະ​ເທດ​ປະສົບ​ຜົນ​ສຳ​ເລັດອັນແບບຢ່າງ​ຂອງ​ການ​ປະ​ຕິ​ຮູບ ແລະ ການ​ເຊື່ອມ​ໂຍງ. ຖ້າ​ຮັກສາໄດ້ອັດຕາ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ຫວຽດນາມ ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ຊຸມ​ປີ​ຕໍ່ໜ້າ.

ກ່ຽວ​ກັບ​ອາ​ຊຽນ, ທ່ານ ​ສາດສະດາຈານ Hill ກ່າວ​ວ່າ ໃນ​ສະພາບ​ການ​ໂລກ​ທີ່​ຜັນ​ແປ​ໄປ​ໃນ​ປະຈຸ​ບັນ, ຄວາມ​ສາມັກຄີ​ພາຍ​ໃນ​ປະ​ເທດ ​ແລະ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສະ​ຖາ​ບັນ​ແມ່ນ​ສອງ​ປັດ​ໄຈ​ສຳຄັນ. ທ່ານ​ກ່າວ​ເນັ້ນ​ວ່າ ບົດບາດ​ໃຈກາງ​ຂອງ​ອາ​ຊຽນຈະ​ຮັກສາ​ໄວ້​ໄດ້​ຖ້າ​ຫາກ​ອົງການ​ດັ່ງກ່າວ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ​ເສີມ​ຂະຫຍາຍ​ສຽງ​ເວົ້າ​ແລະ​ປະສິດທິ​ຜົນ​ຂອງ​ຄະນະເລຂາ​ອາ​ຊຽນ.

ທ່ານ​ສາດສະດາຈານ Hill ຍັງ​ໃຫ້​ຮູ້​ວ່າ ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ການ​ແບ່ງ​ແຍກ​ຕາມ​ຜົນ​ປະ​ໂຫຍ​ດຂອງ​ຊາດ,ອາ​ຊຽນ ຕ້ອງ​ສືບ​ຕໍ່​ສ້າງ​ປະຊາ​ຄົມ​ສາມັກຄີ, ​ເປັນ​ເອກະ​ພາບ​ກັນໃນການກະທຳ.

ທ່ານກ່າວວ່າ ພຽງແຕ່ໃນທາງນັ້ນ ສະມາຄົມສາມາດຮັກສາຕໍາແຫນ່ງຂອງຕົນ ແລະ ມີບົດບາດສໍາຄັນໃນໂຄງສ້າງພາກພື້ນທີ່ມີການປ່ຽນແປງຢ່າງໄວວາ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

ຍສໝ -​ ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

ກຳ​ລັງ​ບົ່ມ​ຊ້ອນໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ແມ່ນ​ຍັງ​ໃຫຍ່ຫຼວງ​ຢູ່ ກຳ​ລັງ​ບົ່ມ​ຊ້ອນໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ແມ່ນ​ຍັງ​ໃຫຍ່ຫຼວງ​ຢູ່

ຍສໝ - ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນສະຫະພາບເອີຣົບ (EU), ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງ ອີຕາລີ ໃນ ອາຊຽນ. ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6,9 ຕື້ USD.

ມີງດຶກ